
ຄະນະໂຄສະນາອົບຮົມແຂວງຜົ້ງສາລີ
ຮ່ວມກອງປະຊຸມສ່ອງແສງລາຍງານການເຄື່ອນໄຫວວຽກງານເວັບໄຊທົ່ວປະເທດ ປະຈຳໄຕມາດ I ປີ 2026 ( ແບບທາງໄກ )
ໃນຕອນເຊົ້າຂອງວັນທີ 25 ມີນາ 2026 ນີ້ ທີ່ຫ້ອງປະຊຸມຂອງຄະນະໂຄສະນາອົບຮົມແຂວງ. ທ່ານ ບຸນສຸລີ ໂລມາ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງຜົ້ງສາລີ ໄດ້ນຳພາບັນດາທ່ານຂະແໜງການກ່ຽວຂ້ອງວຽກງານເວັບໄຊ ຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມກອງປະຊຸມສ່ອງແສງລາຍງານການເຄື່ອນໄຫວວຽກງານເວັບໄຊ ບັນດາຄະນະໂຄສະນາອົບຮົມທົ່ວປະເທດ ປະຈຳໄຕມາດ I ປີ 2026 ( ແບບທາງໄກ ) ຮ່ວມກັບກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ. ໂດຍການເຂົ້າຮ່ວມຂອງທ່ານ ສົມປະສົງ ພົງປະເສີດ ຫົວໜ້າກົມຂໍ້ມູນຂ່າວສານ, ຄະນະໂຄສະນາສູນກາງພັກ, ພ້ອມບັນດາທ່ານຜູ້ຮັບຜິດຊອບວຽກງານເວັບໄຊ ຄະນະໂຄສະນາອົບຮົມທົ່ວປະເທດເຂົ້າຮ່ວມ.

ໃນກອງປະຊຸມ ແຕ່ລະແຂວງທົ່ວປະເທດ ໄດ້ພັດປ່ຽນກັນຂຶ້ນລາຍງານສະພາບການເຄື່ອນໄຫວວຽກງານການໂຄສະນາຜ່ານສື່ເອເລກໂຕນຼິກ ( ເວັບໄຊ ) ປະຈຳໄຕມາດ I ເດືອນ 1,2,3 ແລະ ທິດທາງແຜນການປະຈຳໄຕມາດ II ເດືອນ 4,5,6 ປີ 2026; ລາຍງານສະພາບການ ແລະ ທິດທາງໃນການປັບປຸງແຕ່ງຕັ້ງຄະນະຮັບຜິດຊອບວຽກງານເວັບໄຊ ຂອງບັນດາຄະນະໂຄສະນາອົບຮົມແຂວງ.

ຊຶ່ງທ່ານ ບຸນສຸລີ ໂລມາ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງຜົ້ງສາລີ ໄດ້ລາຍງານວ່າ: ການເຄື່ອນໄຫວວຽກງານເວັບໄຊ ຂອງຄະນະໂຄສະນາອົບຮົມແຂວງຜົ້ງສາລີ ໃນໄລຍະ 3 ເດືອນ 1,2,3 ປີ 2026 ຜ່ານມາ ແມ່ນໄດ້ເອົາໃຈໃສ່ເຄື່ອນໄຫວເກັບກຳຂ່າວ ເປັນຕົ້ນແມ່ນການເຄື່ອນໄຫວວຽກງານການເມືອງ-ແນວຄິດ, ການເຜີຍແຜ່ນິຕິກຳ, ຄຳສັ່ງຂອງສູນກາງພັກ, ລັດຖະບານ, ຂອງແຂວງ,ຂອງເມືອງ ແລະ ການໂຄສະນາປາຖະກະຖາວັນສຳຄັນຂອງພັກ, ຂອງຊາດ ແລະ ເພື່ອນມິດສາກົນຕ່າງໆ ຂອງຄະນະໂຄສະນາອົບຮົມແຂວງ, ຄະນະໂຄສະນາອົບຮົມເມືອງ, ການເຄື່ອນໄຫວຂອງການນຳແຂວງ, ການນຳເມືອງ ໂດຍຂຽນຂ່າວ-ລົງຂ່າວໃນເວັບໄຊ 31 ຂ່າວ ແລະ ເຟສບຸກຄະນະໂຄສະນາອົບຮົມແຂວງ 16 ຂ່າວ.
ຂ່າວ: ສົມຄິດ