ຄະນະໂຄສະນາອົບຮົມແຂວງ ເປີດຮຽນເອກະສານສະໜັບສະໜູນເປົ້າໝາຍຂະຫຍາຍເຂົ້າພັກ ຊຸດທີ II
ຕອນເຊົ້າຂອງ ວັນທີ 26 ສີງຫາ 2025 ນະທີຫ້ອງປະຊຸມຊັ້ນ3 ອົງການປົກຄອງແຂວງ,ທາງໂຄສະນາຮົບຮົມແຂວງ ໄດ້ຈັດພິທີເປີດຮຽນເອກະສານສະໜັບສະໜູນມະຫາຊົນກ້າວໜ້າເພື່ອເປົ້າໝາຍຂະຫຍາຍເຂົ້າພັກ ຊຸດທີ II ໂດຍການເປັນປະທານ ຂອງສະຫາຍ ນາງ ພອນສະຫັວນ ສັກຕິຄຸນ ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາຮົບຮົມແຂວງ, ມີບັນດາມະຫາຊົນກ້າວໜ້າເພື່ອເປົ້າໝາຍຂະຫຍາຍເຂົ້າພັກອ້ອມຂ້າງແຂວງ ເຂົ້າຮ່ວມ 31 ທ່ານ, ຍິງ 11 ທ່ານ.
ໃນພິທີ ສະຫາຍ ສຸກສະຫວັນ ໄຊຍະວົງ ຮອງຂະແໜງອົບຮົມ ໄດ້ຜ່ານມະຕິຕົກລົງ ຂອງຄະນະປະຈຳພັກແຂວງ ວ່າດ້ວຍການອານຸມັດເປີດຮຽນເອ ກະສານສະໜັບສະໜູນມະຫາຊົນກ້າວໜ້າ.
ຈາກນັ້ນຂອງສະຫາຍ ນາງ ພອນສະຫັວນ ສັກຕິຄຸນ ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາຮົບຮົມແຂວງ ໄດ້ກ່າວເປີດພິທີ ພ້ອມທັງເຜີຍແຜ່ເນື້ອໃນເອກສະສານຮຽນສະໜັບສະໜູນ ເພື່ອເຮັດໃຫ້ມະຫາຊົນຜູ້ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ ຮັບຮູ້, ເຂົ້າໃຈກ່ຽວກັບປະຫວັດ, ຄວາມເປັນມາ, ອຸດົມການ ແລະ ທາດແທ້ຂອງພັກປະຊາຊົນປະຕິວັດລາວ; ເຂົ້າໃຈກ່ຽວກັບມາດຕະຖານ, ເງື່ອນໄຂເພື່ອຝຶກຝົນຫຼໍ່ຫຼອມຕົນເອງຈະເຂົ້າເປັນສະມາ ຊິກພັກ, ຜົນປະໂຫຍດທີ່ຈະໄດ້ຮັບແລະ ສິ່ງທີ່ຕ້ອງໄດ້ເອົາໃຈໃສ່ຈະປົກປ້ອງບົດບາດ, ກຽດສັກສີຂອງພັກເມື່ອເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ, ບົນພື້ນຖານຄວາມຮັບຮູ້, ເຂົ້າໃຈດັ່ງກ່າວ ເຮັດໃຫ້ມະຫາຊົນຜູ້ ທີ່ຈະເຂົ້າເປັນສະມາຊິກພັກ ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງໃຫ້ມີມາດຕະຖານ, ເງື່ອນໄຂຄົບຖ້ວນ ແລະ ມີຄວາມຕື່ນຕົວສະໝັກໃຈເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ເພື່ອເພີ່ມກໍາລັງແຮງສູ້ຮົບ ໃຫ້ແກ່ພັກນັບມື້ຫຼາຍຂຶ້ນ ນອກນີ້ມະຫາຊົນຜູ້ຈະຂະຫຍາຍເຂົ້າເປັນສະມາຊີກພັກ ປະຊາຊົນປະຕິວັດລາວ ຍັງໄດ້ຮູ້ 6 ມາດຖານຂອງສະມາຊີກພັກປະຊາຊົນປະຕິວັດລາວ, ໜ້າທີ່ 7 ຂໍ້, ແລະ 4 ພັນທະ, ຜົນປະໂຫຍດຂອງສະມາຊີກພັກ ແລະ 11 ຂໍ້ຫ້ານ ສຳລັບສະມາຊີກພັກປະຊາຊົນປະຕິວັດລາວ ຈາກນັ້ນຜູ້ທີ່ຮຽນສະໜັບສະໜູນໄດ້ແລກປ່ຽນຄຳຄິດ-ຄຳເຫັນຢ່າງກົງໄປ-ກົງມາ.
ພາບ-ຂ່າວ: ແກ້ວສະຫ່ວາງ ໄຊຍະເງີນ.