ຊຸມນຸມມິດຕິງ ຜັນຂະຫຍາຍຜົນສຳເລັດກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກເມືອງບຸນເໜືອ ແຂວງຜົ້ງສາລີ
ໃນຕອນເຊົ້າຂອງວັນທີ 12 ກຸມພາ 2025 ໄດ້ຈັດພິທີຊຸມນຸມມິດຕິງຜັນຂະຫຍາຍຜົນສຳເລັດກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກເມືອງບຸນເໜືອ ທີ່ຮ້ານອາຫານ ສີຈອມວົງ. ໃຫ້ກຽດເປັນປະທານ ແລະ ຜັນຂະຫຍາຍເນື້ອໃນເອກະສານໂດຍ ສະຫາຍ ສົມພາບ ດາລາຈັກ ກຳມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງ-ເມືອງບຸນເໜືອ. ໃນພິທີຊຸມນຸມມິດຕິງດັ່ງກ່າວມີບັນດາສະຫາຍກຳມະການປະ ຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງ ການ, ຮອງຫ້ອງການ, ສອງກຳລັງປ້ອງການຊາດ-ປ້ອງກັນຄວາມສະຫງົບ, ສະມາຊິກພັກ, ພະນັກງານ-ລັດຖະກອນທົ່ວເມືອງ ແລະ ປະຊາຊົນບັນດາເຜົ່າເຂົ້າຮ່ວມຮັບຟັງທັງໝົດ 650 ຄົນ, ຍິງ 325 ຄົນ.
ຊຶ່ງປະທານກອງປະຊຸມ ໄດ້ປາໄສແຈ້ງຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງທີ IX ຂອງອົງຄະນະພັກເມືອງບຸນເໜືອ ແລະ ຜົນການປ່ອນບັດເລືອກຕັ້ງຄະນະບໍລິຫານງານພັກເມືອງບຊຸດໃໝ່ ( ຊຸດທີ IX ). ເຊິ່ງເມືອງບຸນເໜືອໄດ້ຮັບ ຮອງເອົາຄະນະບໍລິຫານງານພັກເມືອງຈຳນວນລວມ 27 ສະຫາຍ, ຍິງ 4 ສະຫາຍ, ໃນນີ້ ໄດ້ແຕ່ງຕັ້ງ-ຮັບຮອງເອົາກຳມະການປະຈຳພັກເມືອງ ຈຳນວນ 9 ສະຫາຍ, ຍິງ 1 ສະຫາຍ; ກຳມະການພັກເມືອງ ຈຳນວນ 18 ສະຫາຍ, ຍິງ 3 ສະຫາຍ. ແຕ່ງຕັ້ງ-ຮັບຮອງເອົາປະທານກວດກາພັກ-ລັດ 1 ສະຫາຍ, ຍິງ 0 ສະຫາຍ; ຮອງປະທານກວດກາພັກ-ລັດ 2 ສະຫາຍ, ຍິງ 1 ສະຫາຍ.
ໃນຕອນທ້າຍຂອງພິທີ ປະທານ ໄດ້ເໜັ້ນໜັກ ແລະ ຮຽກຮ້ອງໃຫ້ ບັນດາການນຳຂັ້ນເມືອງ, ສະມາຊິກພັກ, ພະນັກ ງານ-ລັດຖະກອນ, ຊາວທຸລະກິດ ແລະ ປະຊາຊົນບັນດາເຜົ່າ ຈົ່ງຮ່ວມແຮງຮ່ວມໃຈສາມັກຄີກັນ ປະກອບ ສ່ວນເຂົ້າໃນການຈັດຕັ້ງ ຜັນຂະຫຍາຍເນື້ອໃນມະຕິກອງປະຊຸມໃຫຍ່ຄັ້ງນີ້ ເຂົ້າໃນຊີວິດຕົວຈິງ ໃຫ້ປະກົດຜົນສຳ ເລັດ ເພື່ອເຮັດໃຫ້ເມືອງບຸນເໜືອມີໂສມໜ້າອັນໃໝ່ຂຶ້ນເລີຍໆ.