ທ່ານເຈົ້າແຂວງໆຜົ້ງສາລີ ພົບປະໂອ້ລົມອາດິດການນໍາ, ນາຍ ແລະ ພົນຕຳຫຼວດ ຢູ່ກອງບັນຊາການປ້ອງກັນຄວາມສະຫງົບ ແຂວງຜົ້ງສາລີ

 

ທ່ານເຈົ້າແຂວງໆຜົ້ງສາລີ

ພົບປະໂອ້ລົມອາດິດການນໍາ, ນາຍ ແລະ ພົນຕຳຫຼວດ ຢູ່ກອງບັນຊາການປ້ອງກັນຄວາມສະຫງົບແຂວງ

            ເນື່ອງໃນໂອກາດທີ່ທ່ານ ຄຳຜອຍ ວັນນະສານ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆຜົ້ງສາ ລີ, ປະທານຄະນະກໍາມະການ ປກຊ-ປກສ ແຂວງ, ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງຂັ້ນແຂວງ ໄດ້ລົງຊຸກຍູ້ວຽກງານຮອບດ້ານ ແລະ ແຜນການກະກຽມກອງປະຊຸມໃຫຍ່ຂອງພັກ 3 ຂັ້ນຢູ່ກອງບັນຊາການປ້ອງກັນຄວາມສະ ຫງົບແຂວງຜົ້ງສາລີນັ້ນ. ຕອນເຊົ້າຂອງວັນທີ 28 ພຶດສະພາ 2024 ຢູ່ທີ່ກອງບັນຊາການ ປກສ ແຂວງຜົ້ງສາລີ ທ່ານ ຄໍາຜອຍ ວັນນະສານ ເຈົ້າແຂວງຜົ້ງສາລີ ໄດ້ພົບປະໂອ້ລົມການນຳອາດິດການນໍາ, ນາຍ ແລະ ພົນຕຳຫຼວດ ໂດຍມີສະຫາຍ ພົນຈັດຕະວາ ຄຳຈັນ ແສງລາວົງ ກຳມະການພັກແຂວງ ເລຂາຄະນະພັກ, ຫົວໜ້າກອງບັນຊາການ ປ້ອງກັນຄວາມສະຫງົບແຂວງ, ມີຄະນະປະຈຳພັກ, ຄະນະພັກ-ຄະນະກອງບັນຊາການ, ພະນັກງານບໍານານ, ຕະຫຼອດຮອດນາຍ ແລະ ພົນຕຳຫຼວດ ເຂົ້າຮ່ວມ.

            ສະຫາຍ ຄຳຈັນ ແສງລາວົງ ຫົວໜ້າກອງບັນຊາການ ປ້ອງກັນຄວາມສະຫງົບແຂວງ ໄດ້ລາຍງານການຈັດ ຕັ້ງປະຕິບັດບັນດາຄາດໝາຍໃຫ່ຍໆ ຂອງມະຕິກອງປະຊຸມໃຫ່ຍຄັ້ງທີ VII ຂອງອົງຄະນະພັກກອງບັນຊາການປ້ອງກັນຄວາມສະຫງົບແຂວງ ຮອດປີ 2023 ແລະ ທິດທາງແຜນການວຽກງານຈຸດສຸມຮອດປີ 2025 ເຊິ່ງໄລຍະທີ່ຜ່ານມາຄະນະພັກ ໄດ້ສືກສາອົບຮົມການເມືອງແນວຄິດໃຫ້ພະນັກງານສະມາຊິກພັກ, ນາຍ ແລະ ພົນຕຳຫຼວດຮັບຮູ້, ເຂົ້າໃຈຕໍ່ແນວທາງແຜນນະໂຍບາຍຂອງພັກ, ກົດໜາຍຂອງລັດບັນດາມະຕິ, ຂໍ້ກໍານົດກົດລະບຽບຂອງພັກ ແລະ ນິຕິກໍາຕ່າງໆຂອງກະຊວງວາງອອກຢ່າງເຂັ້ມງວດ, ພ້ອມກັນນັ້ນກໍ່ໄດ້ຕິດຕາມການເຄື່ອນໄຫວ ຂອງພວກຈັກກະພັດ ແລະ ອິດທິກໍາລັງປໍລະປັກ ເຊິ່ງມີບາງໄລຍະຍັງໄດ້ເຄື່ອນໄຫວປະຕິບັດກົນອຸບາຍມ້າງເພທໍາລາຍກໍ່ຄືທ້ອງຖິ່ນ, ແຂວງ ຂອງພວກເຮົາ, ເປັນຕົ້ນແມ່ນດ້ານການເມືອງ, ເສດຖະກິດ, ວັດທະນາທໍາ-ສັງຄົມ ແລະ ປະຕິບັດຍຸດທະສາດຫັນ ປ່ຽນໂດຍສັນຕິເຊັ່ນ: ພວກມັນໄດ້ພະຍາຍາມແບ່ງແຍກຄວາມສາມັກຄີພາຍໃນ. ດ້ວຍຮູບການກໍາເອົາຂໍ້ຂາດຕົກບົກຜ່ອງໃນການຄຸ້ມຄອງລັດ-ຄຸ້ມຄອງສັງຄົມ, ບັນຫາປະກົດການຫຍໍ້ທໍ້ ແລະ ນໍາໃຊ້ສື່ສັງຄົມອອນລາຍໂຄສະນາໃສ່ຮ້າຍປ້າຍສີ, ທັບຖົມໂຈມຕີ ການປະຕິບັດໜ້າທີ່ການເມືອງ ຂອງເຈົ້າໜ້າທີ່, ບົດບາດການນໍາພາຂອງພັກ-ລັດ, ດ້ວຍການໃຊ້ສືອອນລາຍ ແນໃສ່ໂຄ່ນລົ້ມການນໍາພາຂອງພັກ, ບັນຫາປະຊາທິປະໄຕ, ສິດທິມະນຸດ, ສາສະໜາ ແລະ ບັນຫາຊົນເຜົ່າ. ພ້ອມກັນນັ້ນໄດ້ເອົາໃຈໃສ່ວຽກງານແກ້ໄຂວາລະແຫ່ງຊາດ ວ່າດວ້ຍການແກ້ໄຂບັນຫາຢາເສບຕິດ ຊຶ່ງໄດ້ເລີ່ມແຕ່ທ້າຍ ປີ 2021 ເປັນຕົ້ນມາຈົນເຖີງປະຈຸບັນ, ຜ່ານການຈັດຕັ້ງປະຕິບັດຕາມ 06 ວຽກງານຈຸດສຸມເປັນຫຼັກ, ໄດ້ສ້າງບັ້ນທົດລອງຢູ່ກຸ່ມບ້ານງາຍເໜືອ  ແລ້ວຫັນລົງໃສ່ແຕ່ລະເມືອງເປັນຜູ້ຈັດຕັ້ງປະຕິບັດ ໂດຍມີການຕິດຕາມ, ກວດກາ, ຊຸກຍູ້, ມີການສະຫຼຸບລາຍງານໃຫ້ສາຍຕັ້ງ-ສາຍຂວາງ ເປັນແຕ່ລະໄລຍະຜ່ານຈາການຈັດຕັ້ງປະຕິບັດສາ ມາດເກັບກໍາສະຖິຕິຕົວເລກເປົ້າໝາຍຜູ້ຊື້-ຂາຍ, ຜູ້ຂົນສົ່ງ, ຜູ້ຕິດຢາເສບຕິດໃນທົ່ວແຂວງມາຮອດປະຈຸບັນສາມາດ ບໍາບັດປີ່ນປົ່ວຜູ້ຕິດຢາເສບຕິດ 1,000 ກ່ວາຄົນ ແລະ ໄດ້ຝຶກວິຊາອາຊິບໃຫ້ຜູ້ບໍາບັດຈໍານວນໜຶ່ງ. ນອກຈາກນີ້, ສາມາດຈັບຕົວ-ກັກຕົວເປົ້າໝາຍຜູ້ຄ້າ-ຂາຍຢາເສບຕິດໄດ້ 231 ເປົ້າໝາຍ. ໄດ້ເອົາໃຈໃສ່ນໍາພາ ແລະ ຊີ້ນໍາແຕ່ລະກົມກອງດ້ານວຽກງານພະລາທິການກັບທີ່ ຕາມທິດກຸ້ມຕົນເອງ, ເພີ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງ ດ້ວຍຕົນເອງຕາມເງື່ອນໄຂ, ຕາມພຶ້ນທີ່, ທີ່ມີຢູ່ໃນປັດຈຸບັນ.

            ໂອກາດດັ່ງກ່າວນີ້ທ່ານ ຄຳຜອຍ ວັນນະສານ ເຈົ້າແຂວງຜົ້ງສາລີ ກໍ່ໄດ້ມີຄຳເຫັນໂອ້ລົມ ຊຶ່ງໄດ້ເນັ້ນໜັກ ແລະ ຮຽກຮ້ອງຕື່ມຫຼາຍບັນຫາເປັນຕົ້ນແມ່ນ: ສືບຕໍ່ເອົາໃຈໃສ່ສຶກສາອົບຮົມນໍາພາການເມືອງແນວຄິດ ໃຫ້ພະນັກ ງານ, ສະມາຊິກພັກ, ນາຍ ແລະ ພົນຕຳຫຼວດ ແລະ ປະຊາຊົນບັນດາເຜົ່າ ມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງຄະນະພັກ ແລະ ການຄຸ້ມຄອງຂອງອົງການປົກຄອງແຕ່ລະຂັ້ນ, ເພີ່ມຄວາມເປັນເຈົ້າ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເພິ່ງຕົນເອງ, ສືບຕໍ່ເອົາໃຈໃສ່ຈັດຕັ້ງປະຕິບັດແນວທາງປ້ອກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບ ດ້ານ ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການສະກັດກັ້ນ ແລະ ແກ້ໄຂຢາເສບຕິດ, ການແກ້ໄຂ 9 ໜໍ່ແໜ່ງທີ່ກໍ່ໃຫ້ເກີດປະກົດການຫຍໍ້ທໍ້ໃນສັງຄົມ ໃຫ້ແທດເຖິງຕົວຈິງ ແລະ ເຂັ້ມງວດກ່ວາເກົ່າ, ສືບຕໍ່ກະກຽມດໍາເນີນກອງປະຊຸມໃຫ່ຍ 3 ຂັ້ນຂອງພັກ ໃຫ້ຖືກຕ້ອງຕາມກົດລະບຽບຂອງພັກ, ຕາມຄໍາສັ່ງ, ຄໍາແນະນໍາຂອງສູນກາງ, ຂອງແຂວງ ແລະ ໃຫ້ມີຄວາມສະຫງົບ, ສໍາເລັດຕາມກໍານົດເວລາ, ສືບຕໍ່ສຸມໃສ່ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ເປັນຕົ້ນແມ່ນ ການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ຕາມ 5 ວຽກຕົ້ນຕໍ ຢ່າງແຂງແຮງ ແລະ ແທດເຖິງ ຕາມແຜນການ, ໂຄງການ ທີ່ໄດ້ກໍານົດໄວ້ເອົາໃຈໃສ່ປະກອບສ່ວນການຈັດຕັ້ງປະຕິບັດວຽກລວມລະດັບປະເທດຕາມສິດ ແລະ ໜ້າທີ່ຂອງທ້ອງຖິ່ນ ເຊັ່ນ: ການເປັນເຈົ້າພາບກອງປະຊຸມອາຊຽນ ແລະ ການເປີດປີທ່ອງທ່ຽວລາວປີ 2024, ສືບຕໍ່ພົວພັນຮ່ວມມື ກັບ ຕ່າງປະເທດ ໃຫ້ເປັນປົກກະຕິ ແລະ ຕັ້ງໜ້າສຸມໃສ່ປະຕິບັດຄາດໝາຍຂອງມະຕິ, ຂອງແຜນ ການທີ່ໄດ້ວາງອອກ ໃຫ້ປະກົດຜົນເປັນຈິງ ແລະ ເຮັດໃຫ້ທົ່ວແຂວງມີສະຖຽນລະພາບທາງດ້ານການເມືອງ ຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍດີ.

( ພາບ-ຂ່າວ: ແສງຄຳ ສາລີວັນ )

Leave a Reply

Your email address will not be published. Required fields are marked *

kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet