ທ່ານເຈົ້າແຂວງໆຜົ້ງສາລີ ພົບປະໂອ້ລົມອາດິດການນໍາ, ນາຍ ແລະ ພົນທະຫານ ຢູ່ກອງບັນຊາການທະຫານແຂວງຜົ້ງສາລີ

 

ທ່ານເຈົ້າແຂວງໆຜົ້ງສາລີ

ພົບປະໂອ້ລົມອາດິດການນໍາ, ນາຍ ແລະ ພົນທະຫານ ຢູ່ກອງບັນຊາການທະຫານແຂວງຜົ້ງສາລີ.

    ເນື່ອງໃນໂອກາດທີ່ ທ່ານ ຄຳຜອຍ ວັນນະສານ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆຜົ້ງສາລີ, ປະທານຄະນະກໍາມະການ ປກຊ-ປກສ ແຂວງ, ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງຂັ້ນແຂວງ ໄດ້ລົງຊຸກຍູ້ວຽກງານຮອບດ້ານ ແລະ ແຜນການກະກຽມກອງປະຊຸມໃຫຍ່ຂອງພັກ 3 ຂັ້ນຢູ່ກອງບັນຊາການທະຫານແຂວງນັ້ນ. ຕອນບ່າຍຂອງວັນທີ 22 ພຶດສະພາ 2024 ຢູ່ທີ່ກອງບັນຊາການທະຫານແຂວງຜົ້ງສາລີ ທ່ານ ຄໍາຜອຍ ວັນນະສານ ເຈົ້າແຂວງຜົ້ງສາລີ ໄດ້ພົບປະໂອ້ລົມການນຳອາດິດການນໍາ, ນາຍ ແລະ ພົນທະຫານ ໂດຍມີສະຫາຍ ພົນຈັດຕະວາ ຊຽງເພັງ ບົວລະວົງ ເລຂາຄະນະພັກ, ຫົວໜ້າການເມືອງກອງບັນຊາການທະຫານແຂວງ, ມີຄະນະປະຈຳພັກ, ຄະ ນະພັກ-ຄະນະກອງບັນຊາການ, ພະນັກງານບໍານານ, ຕະຫຼອດຮອດນາຍ ແລະ ພົນທະຫານ ເຂົ້າຮ່ວມ.

            ສະຫາຍ ພົນຈັດຕະວາ ຊຽງເພັງ ບົວລະວົງ ເລຂາຄະນະພັກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ ໄດ້ຂຶ້ນລາຍງານສະພາບການຈັດຕັ້ງປະຕິບັດຄາດໝາຍໃຫຍ່ຂອງມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກກອງບັນຊາການທະຫານແຂວງແຕ່ປີ 2020 ຮອດປີ 2023 ແລະ ທິດທາງແຜນການແຕ່ນີ້ຮອດປິ 2025 ເຊິ່ງໄລະຍະທີ່ຜ່ານມາຄະນະພັກ-ຄະນະບັນຊາ ໄດ້ປະຕິບັດຕາມ 4 ໜ້າທີ່ໃຫຍ່ 26 ແຜນງານຂອງຄະນະພັກກະຊວງປ້ອງກັນປະເທດວາງອອກ, ໄດ້ສືກສາອົບຮົມການເມືອງແນວຄິດໃຫ້ພະນັກງານສະມາຊິກພັກ, ນາຍ ແລະ ພົນທະ ຫານຮັບຮູ້, ເຂົ້າໃຈຕໍ່ແນວທາງແຜນນະໂຍບາຍຂອງພັກ, ກົດໜາຍຂອງລັດບັນດາມະຕິ, ຂໍ້ກໍານົດກົດລະບຽບຂອງພັກ ແລະ ນິຕິກໍາຕ່າງໆຂອງກອງທັບວາງອອກຢ່າງເຂັ້ມງວດ, ໄດ້ຫັນເອົາພະນັກງານຫຼັກແຫຼ່ງລົງຮາກຖານບັນດາໜ່ວຍພັກກົມກອງຢ່າງຕໍ່ເນື່ອງເຮັດໃຫ້ພະນັກງານ-ສະມາຊິກພັກ, ນາຍ ແລະ ພົນທະຫານແຕ່ລະສະຫາຍໄດ້ມີສະຕິຕໍ່ການຈັດຕັ້ງ, ມິລະບຽບວີໄນເຂັ້ມງວດ, ປະຕິບັດໜ້າທີ່ວຽກງານທາງດ້ານທິດສະດີ ແລະ ພຶດຕິກໍາຕົວຈິງ, ໄດ້ຕັ້ງໜ້າປະຕິບັດແຜນດໍາເນີນງານ, ແຜນວຽກໃຫ້ຖືກຕ້ອງຕາມກົດລະບຽບຂອງພັກບັນດານິຕິກໍາ, ຕິດພັນກັບການກໍ່ສ້າງກົມກອງ 3 ປອດ, ກົມກອງນັກຮົບວັດທະນະທໍາ ແລະ ກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ໜັກແໜ້ນໃຫ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ, ໄດ້ສະໜັບສະໜູນຕໍ່ແນວທາງການຕ່າງປະເທດຂອງພັກ, ຕິດພັນກັບການຈັດຕັ້ງປະຕິບັດວຽກງານພົວ ພັນຮ່ວມມືກັບຕ່າງປະເທດເປັນຕົ້ນ ສສ ຫວຽດນາມ ແລະ ສປ ຈີນ ເວົ້າລວມ, ເວົ້າສະເພາະກອງບັນຊາການທະຫານແຂວງຕວຽນກວາງ, ກອງບັນຊາການທະຫານປ້ອງກັນຊາຍແດນແຂວງດຽນບ່ຽນ, ກອງບັນຊາການທະຫານເຂດ II ແຫ່ງ ສສ ຫວຽດນາມ ແລະ ກອງບັນຊາການທະຫານປ້ອງກັນຊາຍແດນປະຈໍາ ນະຄອນພູເອີ ກອງບັນຊາການທະຫານປ້ອງກັນຊາຍແດນ ປະຈໍາເມືອງຫຼ້າ ແຫ່ງ ສປຈີນ.

            ພ້ອມກັນນັ້ນ ໄດ້ເອົາໃຈໃສ່ວຽກງານພາລະທິການກັບທີ ເປັນຕົ້ນແມ່ນ 4 ປູກ 4 ລ້ຽງ; ມີເນື້ອທີ່ປູກພຶດລົ້ມລຸກຜັກ 7,36 ເຮັກຕາ, ຜົນຜະລິດໄດ້ 37,810 ໂຕນ, ເນື້ອທີ່ປູກຊາ 2,8 ເຮັກຕາ 1,200 ຕົ້ນ, ເນື້ອທີ່ປູກອ້ອຍ 0,5 ເຮັກຕາ 1,000 ຂຸມ, ເນື້ອທີ່ປູກຢາງພາລາ 25,5 ເຮັກຕາ 11,500 ຕົ້ນ, ໜາກແໜ່ງມີເນື້ອທີ່ 5,5 ເຮັກຕາ ແລະ ອື່ນໆ, ໄດ້ລ້ຽງຄວາຍມີ 8 ໂຕ, ລ້ຽງງົວ 271 ໂຕ, ໜູ, 304 ໂຕ, ລ້ຽງແບ້ 292 ໂຕ, ລ້ຽງສັດປີກທຸກຊະນິດ 1,855 ໂຕ, ສັດນໍ້າມີໜອງປາ 11 ໜອງປ່ອຍປາແລ້ວ 11,845 ໂຕ. ໃນໄລຍະຜ່ານມາລາຍຮັບການປູກ, ການລ້ຽງໄດ້ 2 ຕື 466 ລ້ານກ່ວາກີບ.

ໂອກາດດັ່ງກ່າວນີ້ທ່ານ ຄຳຜອຍ ວັນນະສານ ເຈົ້າແຂວງຜົ້ງສາລີ ກໍ່ໄດ້ມີຄຳເຫັນໂອ້ລົມ ຊຶ່ງ ໄດ້ເນັ້ນໝັກ ແລະ ຮຽກຮ້ອງຕື່ມຫຼາຍບັນຫາເປັນຕົ້ນແມ່ນ: ສືບຕໍ່ເອົາໃຈໃສ່ສຶກສາອົບຮົມນໍາພາການເມືອງແນວຄິດ ໃຫ້ພະນັກ ງານ, ສະມາຊິກພັກ, ນັກຮົບ ແລະ ປະຊາຊົນບັນດາເຜົ່າ ມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງຄະນະພັກ ແລະ ການຄຸ້ມຄອງຂອງອົງການປົກຄອງແຕ່ລະຂັ້ນ, ເພີ່ມຄວາມເປັນເຈົ້າ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເພິ່ງຕົນເອງ, ສືບຕໍ່ເອົາໃຈໃສ່ຈັດຕັ້ງປະຕິບັດແນວທາງປ້ອກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການສະກັດກັ້ນ ແລະ ແກ້ໄຂຢາເສບຕິດ, ການແກ້ໄຂ 9 ໜໍ່ແໜ່ງທີ່ກໍ່ໃຫ້ເກີດປະກົດການຫຍໍ້ທໍ້ໃນສັງຄົມ ໃຫ້ແທດເຖິງຕົວຈິງ ແລະ ເຂັ້ມງວດກ່ວາເກົ່າ, ສືບຕໍ່ກະກຽມດໍາເນີນກອງປະ ຊຸມໃຫ່ຍ 3 ຂັ້ນຂອງພັກ ໃຫ້ຖືກຕ້ອງຕາມກົດລະບຽບຂອງພັກ, ຕາມຄໍາສັ່ງ, ຄໍາແນະນໍາຂອງສູນກາງ, ຂອງແຂວງ ແລະ ໃຫ້ມີຄວາມສະຫງົບ, ສໍາເລັດຕາມກໍານົດເວລາ, ສືບຕໍ່ສຸມໃສ່ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດ ຖະກິດ-ການເງິນ ຕາມ 5 ວຽກຕົ້ນຕໍ ແລະ ການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ຕາມ 5 ວຽກຕົ້ນຕໍ ຢ່າງແຂງແຮງ ແລະ ແທດເຖິງ ຕາມແຜນການ,ໂຄງການ ທີ່ໄດ້ກໍານົດໄວ້, ສຸມໃສ່ແກ້ໄຂບັນຫາເຂດແດນເຊື່ອມຕໍ່ລະຫວ່າງແຂວງ, ລະຫວ່າງເມືອງ ແລະ ລະຫວ່າງບ້ານໃຫ້ມີຄວາມສະຫງົບ, ເອົາ ໃຈໃສ່ປະກອບສ່ວນການຈັດຕັ້ງປະຕິບັດວຽກລວມລະດັບປະເທດຕາມສິດ ແລະ ໜ້າທີ່ຂອງທ້ອງຖິ່ນ ເຊັ່ນ: ການເປັນເຈົ້າພາບກອງປະຊຸມອາຊຽນ ແລະ ການເປີດປີທ່ອງທ່ຽວລາວປີ 2024, ສືບຕໍ່ພົວພັນຮ່ວມມືກັບຕ່າງປະເທດ ໃຫ້ເປັນປົກກະຕິ ແລະ ຕັ້ງໜ້າສຸມໃສ່ປະຕິບັດຄາດໝາຍຂອງມະຕິ, ຂອງແຜນການທີ່ໄດ້ວາງອອກ ໃຫ້ປະກົດຜົນເປັນຈິງ ແລະ ເຮັດໃຫ້ທົ່ວແຂວງມີສະຖຽນລະພາບທາງດ້ານການເມືອງ ຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍດີ.

( ພາບ-ຂ່າວ: ແສງຄຳ ສາລີວັນ )

Leave a Reply

Your email address will not be published. Required fields are marked *

kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet