Deprecated: Function WP_Dependencies->add_data() was called with an argument that is deprecated since version 6.9.0! IE conditional comments are ignored by all supported browsers. in /home/ptpslgov/public_html/wp-includes/functions.php on line 6131

Deprecated: Function WP_Dependencies->add_data() was called with an argument that is deprecated since version 6.9.0! IE conditional comments are ignored by all supported browsers. in /home/ptpslgov/public_html/wp-includes/functions.php on line 6131
ປກສ ເມືອງຍອດອູ ຈັດພິທີ ປາຖະກະຖາ ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 65 ປີ ( 05 ເມສາ 1961 - 05 ເມສາ 2026 ) -

ປກສ ເມືອງຍອດອູ ຈັດພິທີ ປາຖະກະຖາ ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 65 ປີ ( 05 ເມສາ 1961 – 05 ເມສາ 2026 )

ປກສ ເມືອງຍອດອູ ຈັດພິທີ ປາຖະກະຖາ ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 65 ປີ ( 05 ເມສາ 1961 – 05 ເມສາ 2026 )

     ໃນຕອນເຊົ້າຂອງວັນທີ 31 ມີນາ 2026 ນີ້ ກໍາລັງປ້ອງກັນຄວາມສະຫງົບເມືອງຍອດອູ ແຂວງຜົ້ງສາລີ ໄດ້ຈັດພິທີ ປາຖະກະຖາ ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 65 ປີ ( 05 ເມສາ 1961 – 05 ເມສາ 2026) ຂຶ້ນຢ່າງເປັນທາງການ ຢູ່ທີ່ສະໂມສອນໃຫຍ່ຂອງເມືອງ ໂດຍພາຍໃຕ້ ການເປັນປະທານຂອງ ທ່ານ ສົມຫວັງ ສຸມວິໄລ ກຳມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ, ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂັ້ນເມືອງ, ມີທ່ານ ພັທ ລີ ປັນແກ້ວ ກຳມະການປະຈຳພັກເມືອງ, ເລຂາຄະນະພັກຮາກຖານ, ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບເມືອງ, ມີບັນດາທ່ານ ຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ, ປະທານແນວລາວສ້າງຊາດ, ປະທານສະຫະພັນນັກຮົບເກົ່າ, ອຳນວຍການໂຮງຮຽນ, ໂຮງໝໍ, ອະດີດພະນັກງານບໍານານຂອງກຳລັງປ້ອງກັນຄວາມສະຫງົບ ຕະຫຼອດຮອດພະນັກງານ-ລັດຖະກອນ ອ້ອມຂ້າງເມືອງເຂົ້າຮ່ວມ.

     ໃນພິທີ ທ່ານ ສົມຫວັງ ສຸມວິໄລ ກຳມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ, ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂັ້ນເມືອງ, ໄດ້ເລົ່າຄືນມູນເຊື້ອແຫ່ງການກໍາເນີດຂອງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 65 ປີ ເຊິ່ງທ່ານໄດ້ກ່າວບາງຕອນວ່າ: ກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ແມ່ນກໍາລັງປະກອບອາວຸດປະຕິວັດ ອັນແຫຼມຄົມໂດຍແມ່ນພັກ ປະຊາຊົນປະຕິວັດລາວ ເປັນຜູ້ສ້າງຕັ້ງ, ນໍາພາເດັດຂາດ, ໂດຍກົງຮອບດ້ານ, ເປັນກຳລັງທີ່ມາຈາກປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອຮັບໃຊ້ສິດຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ; ກໍາລັງປ້ອງກັນຄວາມສະຫງົບ ປະຊາຊົນ ໄດ້ກຳເນີດ ເຕີບໃຫຍ່ຂະຫຍາຍຕົວໃນຂະບວນການຕໍ່ສູ້ປົດປ່ອຍຊາດຕ້ານຈັກກະພັດຜູ້ຮຸກຮານ, ປົກ ປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເວລາໃດກໍ່ມີມູນເຊື້ອການຕໍ່ສູ້ອັນອົງອາດກ້າຫານ, ມີນໍ້າໃຈເສຍ ສະລະເດັດດ່ຽວບໍ່ຍອມຈຳນົນ, ມີຄວາມສັດຊື່ບໍລິສຸດ ແລະ ມີຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ. ວັນທີ 05 ເມສາ ປີ 1961 ແມ່ນວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ເປັນວັນປະຫວັດສາດສໍາຄັນຂອງຊາດ, ຂອງພັກ, ຂອງກໍາລັງປ້ອງກັນຄວາມສະຫງົບ ທີ່ໝູນວຽນມາຄົບຮອບ 65 ປີ ຄື: ວັນທີ 05 ເມສາ 1961 ຫາ ວັນທີ 05 ເມສາ 2026. (ກ່ອນປີ 1961) ເຊິ່ງເປັນໄລຍະທີ່ຊາດລາວຄົນ ລາວ ດຳລົງຊີວິດ ດ້ວຍຄວາມສາມັກຄີຮັກແພງ, ມີນໍ້າໃຈຮັກຊາດ, ຮັກບ້ານເກີດເມືອງນອນ, ມີມູນເຊື້ອຕໍ່ສູ້ອັນພິ ລະອາດຫານ ພາຍໃຕ້ການນຳພາຂອງບັນພະບູລຸດລາວ ສືບທອດກັນມາ ໃນແຕ່ລະໄລຍະ; ພ້ອມນັ້ນກໍຍົກໃຫ້ເຫັນເຖິງການກຳເນີດ ແລະ ບັນດາຜົນງານຂອງ ກຳລັງປ້ອງກັນຄວາມສະຫງົບ ປະຊາຊົນ. ເຊິ່ງໄດ້ກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວໃນຂະບວນການຕໍ່ສູ່ ປົດປ່ອຍຊາດຕ້ານຈັກກະພັດຜູ້ຮຸກຮານ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເວລາໃດ, ກໍ່ມີມູນເຊື້ອການຕໍ່ສູ້ອັນອົງອາດກ້າຫານມີນໍ້າໃຈເສຍສະຫຼະເດັດດ່ຽວບໍ່ຍອມຈຳນົນ, ມີຄວາມຊື່ສັດບໍລິສຸດ ແລະ ມີຄວາມສາມັກຄີເປັນປຶກແຜ່ນ. ນັບແຕ່ ມື້ກຳເນີດເກີດຂຶ້ນກໍາລັງປ້ອງກັນຄວາມສະຫງົບ ປະຊາຊົນ ທັງມີມູນເຊື້ອຕໍ່ສູ້, ປັບປຸງ-ກໍ່ສ້າງຕົນເອງ ໂດຍໄດ້ຮັບການອົບຮົມ ສັ່ງ ສອນຈາກພັກປະຊາຊົນ ປະຕິວັດລາວ ແລະ ການອູ້ມຊູຊ່ວຍເຫຼືອປະຊາຊົນລາວບັນດາເຜົ່າ, ກຳລັງປ້ອງກັນຄວາມສະຫງົບ ປະຊາຊົນ ສາມາດເສີມຂະຫຍາຍມູນເຊື້ອຕໍ່ສູ້ພິລະອາດຫານຂອງຊາດຂຶ້ນສູ່ບາດກ້າວໃໝ່ ແລະ ຄຸນນະພາບໃໝ່ ແລະ ສ້າງໄດ້ ມູນເຊື້ອອັນສະຫງ່າງາມ ເປັນຕົ້ນແມ່ນມີນໍ້າໃຈຮັກຊາດ, ມີຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ, ອຸດົມການສັງຄົມນິຍົມ ແລະ ຕໍ່ປະຊາຊົນ, ມີມູນເຊື້ອລົງກໍ່ສ້າງຮາກຖານປຸກລະດົມຂົນຂວາຍ ແລະ ໃກ້ຊິດຕິດແທດກັບປະຊາຊົນໃນແຕ່ລະໄລຍະ, ມີມູນເຊື້ອພິລະອາດຫານບໍ່ຍອມຈຳນົນຕໍ່ກັບສັດຕູ, ກຸ່ມຄົນບໍ່ດີ, ມີມູນເຊື້ອໃນການຝຶກຝົນຫຼໍ່ຫຼອມຕົນເອງ, ມີລະບຽບວິໄນ, ມີສະຕິຕໍ່ການຈັດຕັ້ງ ແລະ ປະຕິບັດຄໍາສັ່ງຢ່າງເຂັ້ມງວດ, ມີມູນເຊື້ອດຸໝັ່ນ ຂະຫຍັນພຽນໃນການອອກແຮງງານ, ເພີ່ມພູນຜະລິດຜົນ, ປະຢັດມັດທະຍັດ, ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງ ດ້ວຍຕົນເອງ, ມີມູນເຊື້ອກັບປະຊາຊົນບັນດາເຜົ່າຢ່າງແໜ້ນແຟ້ນ, ມີມູນເຊື້ອພົວພັນກັບປະເທດເພື່ອນມິດຍຸດທະສາດ ແລະ ສາກົນ.
     ຈາກນັ້ນ ທ່ານ ພັທ ລີ ປັນແກ້ວ ກໍາມະການປະຈໍາພັກເມືອງ ຫົວໜ້າກອງບັນຊາການ ປກສ ເມືອງຍັງໄດ້ຂຶ້ນເລົ່າ ມູນເຊື້ອ ປະຫັວດການກຳເນີດ, ການເຕີມໃຫຍ່ຂະຫຍາຍຕົວ ແລະ ບັນດາຜົນງານຂອງການສ້າງຕັ້ງກໍາລັງປ້ອງ ກັນຄວາມສະຫງົບແຂວງ ຜົ້ງສາລີ ຄົບຮອບ 63 ປີ (11 ພຶດສະພາ 1963 ຫາ 11 ພຶດສະພາ 2026) ແລະ ມູນ ເຊື້ອການກຳເນີດ, ຂະຫຍາຍຕົວ ແລະ ຜົນງານຂອງກຳລັງປ້ອງກັນຄວາມສະຫງົບເມືອງຍອດອູ ຄົບຮອບ 60 ປີ ອີກດ້ວຍ.
( ຂ່າວ ແສງເພັດ ດອນວັນ )

Leave a Reply

Your email address will not be published. Required fields are marked *

kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet