ພິທິປະກາດແຕ່ງຕັ້ງຕຳແໜ່ງບໍລິຫານປະເພດ 7 ຂອງຄະນະໂຄສະນາອົບຮົມເມືອງໃໝ່

ພິທິປະກາດແຕ່ງຕັ້ງຕຳແໜ່ງບໍລິຫານປະເພດ 7 ຂອງຄະນະໂຄສະນາອົບຮົມເມືອງໃໝ່

     ໃນ​ຕອນ​ເຊົ້າ​ ຂອງວັນ​ທີ 18 ກັນ​ຍາ 2024 ນີ້ ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ເມືອງ​ໃໝ່ ​​ແຂວງຜົ້ງ​ສາ​ລີ ໄດ້​ຈັດ​ພິ​ທີປະ​ກາດ​ແຕ່ງ​ຕັ້ງ​ຕຳແໜ່ງ​ບໍ​ລິ​ຫານ​ປະ​ເພດ 7 ຂອງ​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ເມືອງ​ໃໝ່ ແຂວງຜົ້ງ​ສາ​ລີ ຂຶ້ນຢູ່​ທີ່​ຫ້ອງ​ປະ​ຊຸມຫ້ອງ​ການ​ສຶກ​ສາ​ທິ​ການ ແລະ ກິ​ລາເມືອງ; ​ໂດຍ​ພາຍ​ໃຕ້​ການ​ເປັນ​ປະ​ທານ ຂອງ ທ່ານ ​ສົມໝາຍ ສີ​ປະ​ເສີດ ກຳ​ມະ​ການ​ປ​ະ​ຈຳ​ພັກ​ເມືອງ, ຫົວ​ໜ້າ​ຄະ​ນະ​ຈັດ​ຕັ້ງເມືອງ; ​ມີ​ທ່ານ ສົມ​ປານ ຈັນ​ທະ​ລາ ​ກຳ​ມະ​ການ​ພັກ​ເມືອງ, ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ເມືອງ ພ້ອມ​ດ້ວຍ​ພະ​ນັກ​ງານ​ພາຍ​ໃນ​​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມເມືອງ, ມີ​ຕາງ​ໜ້າ​ຈາກຄະ​ນະ​ຈັດ​ຕັ້ງ​ເມືອງ, ຕາງ​ໜ້າ​ຫ້ອງ​ການ​ພາຍ​ໃນ​ເມືອງຕາງ​ໜ້າ​ອົງ​ການກວດ​ກາ​ພັກ-ລັດ​ເມືອງ, ມີ​ຄະ​ນະ​ຫ້ອງ​ການ ແລະ ພະ​ນັກ​ງານ​​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ເມືອງເຂົ້າ​ຮ່ວມ​ທັງ​ໝົດ 11 ທ່ານ; ຍິງ 4 ທ່ານ.

    ໃນພິ​ທີດັ່ງ​ກ່​າວ ທ່ານ ນາງ ສົມ​ແພງແກ້ວ​ ສຸດ​ທິ​ລາດ ຮອງ​ຫົວ​ໜ້າ​ຄະ​ນະ​ຈັດ​ຕັ້ງເມືອງ​ ໄດ້ຂື້ນ​ຜ່ານ​ຂໍ້​ຕົກ​ລົງ​ວ່າ​ດ້ວຍ​ການ​ແຕ່ງ​ຕັ້ງ​ຕຳແໜ່ງ​ບໍ​ລິ​ຫານ​ປະ​ເພດ 7 ເຊີ່ງ​ມີ​ລາຍ​ຊື່​ດັ່ງ​ນິ້:

  1. ທ່ານ ເພັດ ເລັງ​ລາ​ວີ ວິ​ຊາ​ການ​ໜ່ວຍ​ງາ​ນ​ອົບ​ຮົມ ຂື້ນ​ເປັນ​ຮອງ​ຫົວ​ໜ້າ​ໜ່ວຍ​ງານ​ອົບ​ຮົມ;
  2. ທ່ານ ​ນາງ ສອນແພງ ອຸ​ດົມ​ຮັກ  ວິ​ຊາ​ການ​ໜ່ວຍ​ງານ​ບໍ​ລິ​ຫານ ແລະ ຈັດ​ຕັ້ງ ຂື້ນ​ເປັນ​ຮອງ​ຫົວ​ໜ້າໜ່ວຍ​ງານ​ບໍ​ລິ​ງານ ແລະ ຈັດ​ຕັ້ງ;

     ໃນ​​ໂອ​ກາດ​ທີ່​ມີ​ຄວາມ​ໝາຍ, ຄວາມ​ສຳ​ຄັນ​ນີ້​ຍັງ​ໄດ້​ຟັງ​ການໂອ້​ລົມ​ຕໍພິ​ທີ ຂອງ​ທ່ານ ສົມ​ໝາຍ ​ສີປະ​ເສີດ ກຳ​ມະ​ການ​ປະ​ຈຳ​ພັກ​ເມືອງ, ຫົວ​ໜ້າ​ຄະ​ນະ​ຈັດ​ຕັ້ງ​ເມືອງ ຊຶ່ງ​ທ່ານກໍ່​ໄດ້​ສະ​ແດງ​ຄວາມ​ຍ້ອງ​ຍໍ, ຊົມ​ເຊີຍ ແລະ ໃຫ້​ທິດ​ຊີ້​ນຳ​ຕໍ່​ກັບ​ພິ​ທີ​ຜູ້​ທີ່​ຖຶກ​ແຕ່ງ​ຕັ້ງ​ເອົາ​ໃຈ​ໃສ່​ສືບ​ຕໍ່​ປະ​ຕິ​ບັດ​ວຽກ​ງານທີ່​ໄດ້​ຮັບ​ການມອບ​ໝາຍຈາກຂັ້ນ​ເທິງ​ໃຫ້​ມີ​ຜົນ​ສຳ​ເລັດ, ໃຫ້​ມີ​ຄວາມ​ສາ​ມັກ​ຄີ​ພາຍ​ໃນ ແລະ ພາຍນອກ​ໃຫ້​ໜັກ​ແໜ້ນກ່​ວາ​ເກົ່າ.​

Leave a Reply

Your email address will not be published. Required fields are marked *

kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet