ສະມາຊິກພັກ ໜ່ວຍພັກຄະນະໂຄສະນາອົບຮົມເມືອງສຳພັນ ແຂວງຜົ້ງສາລີ ດຳເນີນກອງປະຊູມໃຫຍ່ ຄັ້ງທີ I ຂອງຕົນ

ສະມາຊິກພັກ ໜ່ວຍພັກຄະນະໂຄສະນາອົບຮົມເມືອງສຳພັນ ແຂວງຜົ້ງສາລີ ດຳເນີນກອງປະຊູມໃຫຍ່ ຄັ້ງທີ I ຂອງຕົນ

     ກອງປະຊູມດັງກ່າວໄດ້ຈັດຂື້ນໃນຕອນເຊົ້າຂອງວັນທີ 26 ກໍລະກົດ 2024 ນີ້ ຢູ່ທີຫ້ອງປະຊູມຄະນະໂຄສະນາອົບຮົມເມືອງ ພາຍໃຕ້ການເປັນປະທານຂອງສະຫາຍ ນາງ ວົງເພັດ ພັນປັນຍາ ກໍາມະການພັກເມືອງ ເລຂາໜ່ວຍພັກ, ໂດຍເປັນກຽດເຂົ້າຮ່ວມ ຂອງສະຫາຍ ນາງ ຈັນສະໄໝ ລາວຊ່ຽວ ຄະນະປະຈໍາພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງ, ມີສະຫາຍ ນາງ ຄຳເຫຼັກ ຄົງໄພວັນ ຮອງຄະນະກວດກາພັກ-ລັດເມືອງ, ມີບັນດາສະຫາຍແຂກຖືກເຊີນຈາກອົງການທີກ່ຽວຂ້ອງ ຕະຫຼອດຮອດພະນັກງານສະມາຊິກພັກພາຍໃນໜ່ວຍພັກເຂົ້າຮ່ວມທັງໝົດ 9 ສະຫາຍ,ຍີງ 3 ສະຫາຍ.

     ກອງປະຊູມ ສະຫາຍນາງ ວົງເພັດ ພັນປັນຍາ ກໍາມະການພັກເມືອງ, ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມເມືອງ ໄດ້ຜ່ານບົດລາຍງານການເມືອງທັງສອງພາກ ຊຶ່ງສະຫາຍໄດ້ໃຫ້ຮູ້ວ່າ: ໜ່ວຍພັກຄະນະໂຄສະນາອົບຮົມເມືອງ ເປັນໜ່ວຍໜຶ່ງ ທີ່ຂຶ້ນກັບການຊີ້ນໍາ-ນໍາພາໂດຍກົງ ຂອງຄະນະບໍລິຫານງານພັກເມືອງ, ເປັນໜ່ວຍພັກເອກະລາດ ແລະ ປະກາດແຍກ ຈາກໜ່ວຍພັກ ຄະນະຈັດຕັ້ງເມືອງ ໃນວັນທີ 3 / 6/2021 ມີ ພາລະບົບາດການເຄື່ອນໄຫວ ຊີ້ນໍາ-ນໍາພາວຽກງານຂອງອົງການຈັດຕັ້ງພັກຢູ່ໃນຂອບເຂດຄວາມຮັບຜິດຊອບຂອງຕົນ,ໜ່ວຍພັກ ຄະນະໂຄສະນາອົບຮົມເມືອງ ແລະ ສະມາຊິກພັກແຕ່ລະສະຫາຍ ໄດ້ເປັນເຈົ້າການໃນການສຶກສາອົບຮົມການເມືອງ- ແນວຄິດ ໃຫ້ແກ່ພະນັກງານສະມາຊິກພັກ, ພະນັກງານລັດຖະກອນ ໂດຍໄດ້ນໍາເອົາແນວທາງນະໂຍບາຍ, ມະຕິຄໍາສັ່ງ, ມູນເຊື້ອຂອງພັກ, ຂໍ້ກຳນົດ, ຂໍ້ຫ້າມຕ່າງໆ ແລະ ລະ ບຽບກົດໝາຍຂອງລັດ ມາເຜີຍແຜ່ເຊື່ອມຊຶມໃຫ້ແກ່ ພະນັກງານສະມາຊິກພັກ, ລັດຖະກອນ ຈັດຕັ້ງປະຕິບັດ 11 ຄັ້ງ ມີສະມາຊິກພັກ,ລັດຖະກອນເຂົ້າຮ່ວມທັງໝົດ 25 ສະຫາຍ,ຍິງ 5 ສະຫາຍ.

     ພ້ອມນັ້ນກໍ່ໄດ້ເອົາໃຈໃສ່ນໍາພາປັບປຸງກໍ່ສ້າງພັກຕາມ 5 ຫຼັກການ 3 ທິດນໍາຂອງພັກ ຊຸກຍູ້ນໍາພາອົງການຈັດຕັ້ງມາຫາຊົນຂອງພັກ, ຊາວໜຸ່ມ, ແມ່ຍິງ ເຄື່ອນໄຫວຖືກຕ້ອງຕາມພາລະບົດບາດຂອງຕົນ, ຜົນງານທາງດ້ານວິຊາສະເພາະຕະຫຼອດໄລຍະ 5 ປີຜ່ານມາຄະນະພັກພວກເຮົາ ແມ່ນໄດ້ສຳເລັດກອງປະຊຸມ ວຽກ ງານການເມືອງ-ແນວຄິດທົ່ວເມືອງ ຄັ້ງທີ່ 1; ເປີດຮຽນ ເອກະສານ ສະໜັບສະໜູນມະຫາຊົນຜູ້ທີ່ມີຄວາມກ້າວໜ້າ ຂະຫຍາຍ ເຂົ້າພັກໄດ້ 11 ຊຸດມີ 61 ໜ່ວຍພັກ ມີມະຫາຊົນເຂົ້າຮຽນທັງໝົດ 376 ສະຫາຍ, ຍິງ 97 ອອກໃບ ຢັ້ງຢືນໄດ້ 376 ສະບັບ; ໄດ້ນໍາສົ່ງປຶ້ມເອກະສານອົບຮົມເປົ້າໝາຍຂະຫຍາຍເຂົ້າພັກ ໃຫ້ຄະນະປະຈຳພັກເມືອງ 6 ຫົວ, ໄດ້ສົ່ງແຈ້ງການແນະນໍາວ່າດ້ວຍການເປີດ ຮຽນເອກະສານສະໜັບສະ ໜູນໃຫ້ແກ່ມະຫາຊົນທີ່ມີຄວາມກ່າວໜ້າ ເພື່ອຂະຫຍາຍເຂົ້າພັກໃຫ້ບັນດາໜ່ວຍພັກຮາກຖານ ຈໍານວນ 4 ຄັ້ງ 87 ໜ່ວຍພັກ 348 ສະບັບ; ເຝິກອົບຮົມເອກະສານສະມາຊິກໃໝ່ ໄດ້ 1 ຄັ້ງ ມີສະມາຊິກໃໝ່ໃນຂົງເຂດເສດຖະກິດ ແລະ ຂົງ ເຂດວັດທະນະທໍາສັງຄົມ ເຂົ້າຮ່ວມທັງໝົດ 43 ສະຫາຍ, ຍິງ 17 ສະຫາຍ; ຈັດຕັ້ງການເຝິກອົບຮົມວຽງການການເມືອງ-ແນວຄິດ ໃຫ້ແກ່ ເຈົ້າກົກ, ເຈົ້າເຫຼົ່າ, ພະນັກງານຫຼັກແຫຼ່ງ, ສະມາຊິກພັກ ຢູ່ກຸ່ມບ້ານນໍ້າຮາງ ໄດ້ 1 ຊຸດ ມີຈໍານວນຄົນເຂົ້າຮ່ວມ 50  ສະຫາຍ, ຍິງ 18 ສະຫາຍ. ໃນນີ້ສະມາຊິກພັກ 33 ຍິງ 9 ສະຫາຍ. ວຽກງານ ໂຄສະນາ: ຈັດຕັ້ງການປາຖະກະຖາວັນບຸນສໍາຄັນ ຕ່າງໆ ຂອງພັກ,ຂອງຊາດກຸ່ມຈຳນວນ 10 ກຸ່ມໄດ້ 9 ຊຸດ; ນໍາພາຈັດຕັ້ງການປະຖະກະຖານັບທັງອ້ອມຂ້າງແລະຮາກ ຖານ ໄດ້ ຈໍານວນ 68 ຄັ້ງ, ຈັດງານໂຮມຊຸມໜຸ່ມມິດຕິ່ງ ໄດ້ 4 ຄັ້ງ ລວມມີພະນັກງານ,ສະມາຊິກພັກ,ອົງການຈັດຕັ້ງ, ນັກຮຽນຮູ້ປັນຍາຊົນ ຕະຫຼອດຮອດປະຊາຊົນບັນດາເຜົ່າ ເຂົ້າຮ່ວມທັງ ໝົດ 19,685 ເທື່ອຄົນ,ຍິງ 7,971 ເທື່ອຄົນ ໃນນີ້ສະມາຊິກພັກ 8,475 ຍິງ 2,971 ສະຫາຍ.

     ຈາກນັ້ນໃນກອງປະຊຸມ ຍັງໄດ້ປ່ອນບັດຄັດເລືອກເອົາຄະນະໜ່ວຍພັກຊຸດໃໝ່,ມີຜູ້ສະໝັກ 3 ສະຫາຍ,ຍິງ 1 ສະຫາຍ,ເຊີງກອງປະຊຸມເຫັນດີເລືອກເອົາສະຫາຍນາງ ວົງເພັດ ພັນປັນຍາ ເປັນເລຂາ ໜ່ວຍພັກ, ຊີ້ນຳລວມ ແລະ ສະຫາຍ ສະແຫວງ ສຸດດາຈັນ ເປັນຮອງເລຂາໜ່ວຍພັກ, ພ້ອມທັງເປັນປະທານກວດກາໜ່ວຍພັກຕື່ມອີກ.

Leave a Reply

Your email address will not be published. Required fields are marked *

kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet