ຫົວໜ້າຄະນະໂຄສະນາອົບຮົມແຂວງຜົ້ງສາລີ
ລົງຕິດຕາມ, ຊຸກຍູ້ ວຽກງານຮອບດ້ານ ຂອງຄະນະໂຄສະນາອົບຮົມເມືອງ ຍອດອູ
ໃນຕອນເຊົ້າຂອງວັນທີ 25 ກໍລະກົດ 2025 ນີ້, ທ່ານ ນາງ ພອນສະຫວັນ ສັກຕິຄຸນ ເລຂາໜວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງຜົ້ງສາລີ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມເຮັດວຽກ ແລະ ລົງຊຸກຍູ້ວຽກງານຮອບດ້ານ ຂອງຄະນະໂຄສະນາອົບຮົມເມືອງຍອດອູ ໂດຍໃຫ້ການຕ້ອນຮັບຂອງທ່ານ ແສງເມືອງ ພົມມະວົງ ກຳມະ ການປະຈຳພັກເມືອງ, ຫົວໜ້າຄະນະໂຄສະນາອົບຮົມເມືອງຍອດອູ.
ໃນກອງປະຊຸມ ທ່ານ ແສງເມືອງ ພົມມະວົງ ກຳມະການປະຈຳພັກເມືອງ, ຫົວໜ້າຄະນະໂຄສະນາອົບຮົມເມືອງຍອດອູ ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານຮອບດ້ານ ຂອງຄະນະໂຄສະນາອົບຮົມເມືອງຍອດອູ ປະຈຳປີ 2024 ແລະ ທິດທາງແຜນການປີ 2025 ໃນໄລຍະ 1 ປີຜ່ານມາ ຄະນະພັກແຕ່ລະຂັ້ນ ໄດ້ເອົາໃຈໃສ່ສຶກສາອົບ ຮົມການເມືອງ-ແນວຄິດຄໍ່ພະນັກງານ, ສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າ ດ້ວຍການນຳເອົາເອກະສານມູນເຊື້ອວັນບຸນສຳຄັນຕ່າງໆຂອງພັດ, ຂອງຊາດມາຈັດຕັ້ງເຊື່ອມຊຶມ ແລະ ເຜີຍແຜ່ໃຫ້ທຸກພາກສ່ວນໃນສັງຄົມ ໂດຍສະເພາະແມ່ນ ພະນັກງານ, ສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າມີຄວາມຮັບຮູ້, ເຂົ້າໃຈ, ມີທັດສະນະຫຼັກໝັ້ນ, ເຊື່ອໝັ້ນຕໍ່ການນຳພາຂອງພັກ ແລະ ສຶກສາອົບຮົມການລັກລອບປູກຝິ່ນ, ແກ້ໄຂບັນ ຫາຢາເສບຕິດ, ຕິດພັນກັບການກໍ່ສ້າງຮາກຖານການເມືອງຕາມທິດ 3 ສ້າງເພື່ອສຸມໃສ່ 15 ບ້ານເປົ້າໝາຍຂອງແຂວງ ແລະ 5 ບ້ານເປົ້າໝາຍຂອງເມືອງ. ເຊິ່ງໄລ່ຍະຜ່ານມາໄດ້ລົງເຜີຍແຜ່, ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ 3 ຂັ້ນຂອງຄະນະ ພັກໃຫ້ແກ່ພະນັກງານ, ສະມາຊິກພັກ, ທະຫານ, ຕໍາຫຼວດ ລວມມີ 2 ຄັ້ງ ມີຜູ້ເຂົ້າຮ່ວມທັງໝົດ 116 ຄົນ, ຍິງ 41 ຄົນ, ໄດ້ລົງໂຄສະ ນາເຜີຍແຜ່, ເຊື່ອມຊຶມ ແລະ ຜັນຂະຫຍາຍປະຫວັດມູນເຊື້ອຂອງກອງທັບປະຊາຊົນລາວ, ປະຫວັດການເຄື່ອນໄຫວຂອງປະທານ ຄຳໄຕ ສີພັນດອນ ໃຫ້ແກ່ປະຊາຊົນຢູ່ຮາກຖານບ້ານໃນທົ່ວເມືອງມີທັງໝົດ 10 ຈຸດ ມີຜູ້ເຂົ້າຮ່ວມທັງໝົດ 1,037 ຄົນ, ຍິງ 492 ຄົນ, ຈັດຕັ້ງສະເຫຼີມສະຫຼອງ, ປາຖະກະຖາເລົ່າມູນເຊື້ອໃຫ້ແກ່ພະນັກງານ-ລັດຖະກອນ, ສະມາຊິກພັກອ້ອມຂ້າງລວມ 11 ຄັ້ງມີຜູ້ເຂົ້າຮ່ວມ 1,494 ຄົນ, ຍິງ 767 ຄົນ, ໃນນີ້ມີສະມາຊິກພັກ 1,406 ສະຫາຍ, ຍິງ 735 ສະຫາຍ. ຈາກນັ້ນ ຜູ້ເຂົ້າຮ່ວມກໍ່ໄດ້ພ້ອມກັນປະກອບຄຳເຫັນຕາມຄຳຖາມເຈາະຈີ້ມຂອງປະທານຢ່າງກົງໄປກົງມາ.
ໃນໂອກາດດັ່ງກ່າວ ທ່ານນາງ ພອນສະຫວັນ ສັກຕິຄຸນ ເລຂາໜວຍພັກ, ຫົວໜ້າຄະນະໂຄສະນາອົບຮົມ ແຂວງຜົ້ງສາລີ ກໍ່ໄດ້ສະແດງຄວາມຊົມເຊີຍຕໍ່ກັບຜົນສຳເລັດຫຼາຍດ້ານທີ່ທາງຄະນະໂຄສະນາອົບຮົມເມືອງຍອດອູ ຍາດມາໄດ້ ແລະ ທ່ານຍັງໄດ້ເນັ້ນຕື່ມໃຫ້ສືບຕໍ່ເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ-ພະ ນັກງານມີຄວາມເປັນເອກະພາບ, ເປັນເຈົ້າ ການໃນການຈັດຕັ້ງປະຕິບັດວຽກງານຕ່າງໆ ໃຫ້ເປັນເອກະພາບກັນ, ໃຫ້ໄປລວງດຽວກັນ ເພື່ອເຮັດໃຫ້ການບໍລິຫານແກ້ໄຂວຽກງານດ້ານຕ່າງໆ ມີຄວາມວ່ອງໄວ ແລະ ທັນການ.
ໃນໂອກາດທີ່ໄດ້ລົງຊຸກຍູ້ວຽກງານຄັ້ງນີ້ ທາງຄະນະໂຄສະນອົບຮົມແຂວງ ຍັງໄດ້ມອບ ຄອມພິວເຕີ ໂນດບຸກ ຈຳນວນ 1 ເຄື່ອງໃຫ້ຄະນະໂຄສະນາອົບຮົມເມືອງຍອດອູ ເພື່ອນຳໃຊ້ເຂົ້າໃນວຽກງານຂອງຫ້ອງການ ລວມມູນຄ່າ 8,400,000 ກີບ.