ເຈົ້າແຂວງຜົ້ງສາລີ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງຂັ້ນແຂວງ, ຂັ້ນເມືອງ ລົງຕິດຕາມຊຸກຍູ້ການເຄື່ອນໄຫວທຸລະກິດບໍລິການລໍ່ທໍ່ ແລະ ອຸປະກອນເບ່ຕົງທົ່ວໄປ ຂອງທ່ານ ຫຸງແອ່ນ ກັນສອນ ຢູ່ເມືອງຍອດອູ.

ເຈົ້າແຂວງຜົ້ງສາລີ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງຂັ້ນແຂວງ, ຂັ້ນເມືອງ

ລົງຕິດຕາມຊຸກຍູ້ການເຄື່ອນໄຫວທຸລະກິດບໍລິການລໍ່ທໍ່ ແລະ ອຸປະກອນເບ່ຕົງທົ່ວໄປ ຂອງທ່ານ ຫຸງແອ່ນ ກັນສອນ ຢູ່ເມືອງຍອດອູ.

    ໃນທ້າຍອາທິດທີ່ຜ່ານມານີ້, ທ່ານ ຄໍາຜອຍ ວັນນະສານ ເຈົ້າແຂວງຜົ້ງສາລີ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງຂັ້ນແຂວງ, ຂັ້ນເມືອງ ລົງຕິດຕາມຊຸກຍູ້ການເຄື່ອນໄຫວທຸລະກິດບໍລິການລໍ່ທໍ່ ແລະ ອຸປະກອນເບ່ຕົງທົ່ວໄປ ຂອງທ່ານ ຫຸງແອ່ນ ກັນສອນ ຢູ່ເມືອງຍອດອູ. ໂດຍມີທ່ານ ສົມຫັວງ ສຸມວິໄລ ເຈົ້າເມືອງໆຍອດອູ ພ້ອມດ້ວຍການນຳເມືອງໃຫ້ການຕ້ອນຮັບ ແລະ ເຂົ້າຮ່ວມຕິດຕາມ.

    ທ່ານ ຫຸງແອ່ນ ກັນສອນ ໄດ້ລາຍງານໃຫ້ຮູ້ວ່າ: ຕົນເອງໄດ້ເຮັດບໍລິການລໍ່ທໍ່ ແລະ ອຸປະກອນເບ່ຕົງທົ່ວໄປ ແຕ່ສົກປີ 2016 ເປັນຕົ້ນມາດ້ວຍການນໍາໃຊ້ທຶນ 3 ລ້ານກີບ ມີ 2 ລາຍການ ຄື: ເຕົ່າໂດ່ ແລະ ແຜ່ນລົບກາເບື້ອງ ເຊຶ່ງເປັນທຸລະກິດຂະໜາດນ້ອຍພາຍໃນຄອບຄົວ ແຕ່ມີຄວາມຕັ້ງໃຈເຮັດທຸລະກິດດັ່ງກ່າວເພາະມັນມີລາຍໄດ້ ແລະ ຖືກຕ້ອງກັບທິດທາງ ແລະ ລະບຽບກົດໝາຍທີການຈັດຕັ້ງຂັ້ນເທີງ ວາງອອກ, ຍ້ອນຄວາມພະຍາຍາມ ໄດ້ເຮັດໃຫ້ຄອບຄົວ ມີລາຍຮັບເພີ້ມຂຶ້ນ ຕົກມາເຖີງສົກປີ 2017- 2018 ໄດ້ນໍາເອົາກໍາໄລຈາກ ການເຮັບບໍລິການການລໍທໍ່ ແລະ ອຸປະກອນເບ່ຕົງທົ່ວໄປ ໄປລົງທຶນເຊົ່າທີ່ດິນ, ຕັ້ງເຮືອນຜະລິດ, ຫ້ອງນໍ້າ ເປັນມູນຄ່າ 105 ລ້ານກີບ ແລະ ລົງທຶນ ເຂົ້າໃນການຊື້ແບບຜະລິດເປັນມີ 13 ຊະນິດ ເປັນມູນຄ່າ 473 ລ້ານກີບ ລວມມູນຄ່າທັງໝົດ 578 ລ້ານກີບ ຕົກມາເຖິງສົກປີ 2020 ການບໍລິການຂອງທ້າວຫຸງແອ່ນໄດ້ເກັບເງິນທຶນຄືນໄດ້ທັງໝົດ ແລະ ມີທຶນສະສົມເຮັດການບໍລິການຈໍານວນໜຶ່ງ. ນັບແຕ່ສົກປີ 2020 ມາເຖິງ ປະຈຸບັນ ການບໍລິການລໍ່ທໍ່ ແລະ ອຸປະກອນຮັບໃຊ້ເບຕົງທົ່ວໄປ ຂອງທ້າວ ຫຸງແອ່ນ ກັນສອນ ມີທຶນຈົດທະບຽນ 150 ລ້ານກີບ ມີຕົວເລກການຜະລິດ ສະເລ່ຍ 1 ຕື້ 200 ລ້ານກີບຕໍ່ປີ ມີມູນຄ່າຈໍາໜ່າຍ 1 ຕື້ 800 ລ້ານກີບຕໍ່ປີ, ມີກຳໄລລວມ 260 ລ້ານກີບ ຕໍ່ປີສະເລ່ຍຫົວຄົນໄດ້ 86 ລ້ານກີບຕໍ່ປີ. ຕະຫຼາດຈຳໜ່າຍສົ່ງອອກແມ່ນພາຍໃນເມືອງ ແລະ ຕ່າງເມືອງ. ປະຈຸບັນສາມາດເກັບເງິນກໍາໄລຈາກການບໍລິການໄປພັດທະນາຊີວິດການເປັນຢູ່ພາຍໃນ ຄອບຄົວດີຂື້ນມີດັ່ງຄື: ຊື້ດິນນາ, ຊື້ດີນເຮືອນ, ຊື້ລົດໃຫຍ່ ແລະ ປີ 2024 ນີ້ ສາມາດຊື້ນໂຮງອັດດີນບລອກສຳເລັດຮູບ 1 ເຄື່ອງ.

    ທ່ານ ຫຸງແອ່ນ ກັນສອນ ໄດ້ໃຫ້ຮູ້ຕື່ມວ່າ: ສຳລັດທິດທາງໃນຕໍ່ໜ້າແມ່ນທາງຄອບຄົວຕົນເອງຢາກພັດທະນາອາຊີບທີ່ມີແລ້ວດ້ວຍ ການຂະຫຍາຍເນື້ອທີ່ການຜະລິດ ແລະ ຊື້ເຄື່ອງຈັກທີ່ທັນສະໄໜ, ພ້ອມທັງສະເໜີຕໍ່ພາກສ່ວນກ່ຽວຂ້ອງ ຊ່ວຍແຫລ່ງທຶນເຂົ້າໃນການຕໍ່ເຕີມທຸລະກິຂອງຕົນເອງ.

ຜ່ານການລົງ ຢ້ຽມຢາມຄັ້ງນີ້, ທ່ານເຈົ້າແຂວງກໍ່ໄດ້ສະແດງຄວາມຊົມເຊີຍ ຕໍ່ຄອງຄົວຂອງທ່ານ ຫຸງແອ່ນ ກັນສອນ ທີ່ໄດ້ເຮັດບໍລິການລໍ່ທໍ່ ແລະ ອຸປະກອນເບ່ຕົງທົ່ວໄປ ເພື່ອຮັບໃຊ້ສັງຄົມ ແລະ ມີວຽກເຮັດງານທຳພາຍໃນຄອບຄົວສາມາດສ້າງລາຍຮັບເຂົ້າເຮັດໃຫ້ຄອບຄົວມີຊີວິດການເປັນຢູ່ທີ່ດີຂຶ້ນ, ພ້ອມກັນນັ້ນທ່ານ ໄດ້ເນັ້ນໃຫ້ອົງການປົກຄອງເມືອງ ໃຫ້ຄວາມໃກ້ສິດ ແລະ ອໍານວຍຄວາມສະດວກທາງດ້ານຕ່າງໆ, ຕໍ່ສືບຕໍ່ປະຕິບັດຕາມແນວທາງຂອງພັກລັດວາງອອກ, ໂດຍການຮັກສາອາຊີບທີ່ມີຢູ່ແລ້ວ ແລະ ສືບຕໍ່ເພີ້ມອາຊີບທີ່ເຫັນວ່າຍັງມີທ່າແຮງຕື່ມ, ສືບຕໍ່ຊອກຕະຫຼາດທາງສື່ອອນລາຍເພື່ອຈຳໜ່າຍສົ່ງອອກຕ່າງແຂວງຕື່ມອີກ.

     ຈາກນັ້ນທ່ານເຈົ້າແຂວງພ້ອມດ້ວຍຄະນະ ຍັງໄດ້ໄປຢ້ຽມຊົມການກໍ່ສ້າງເດີ່ນສັງຂານຢູ່ເທດສະບານອຸໃຕ້ ຊຶ່ງໄດ້ຮັບການຊ່ວຍເຫຼືອລ້າຈາກບໍລິສັດຈົງເຊີນມາຍນິງ ໃນການກໍ່ສ້າງເຮືອນ ແລະ ສາລາຢູ່ເດີ່ນ ສັງຂານ (ສະຖານທີ່ຫຼິ້ນບຸນເດືອນ 6 ຂອງຊົນເຜົ່າໄຕລື້) ຊຶ່ງທາງບໍລິສັດໄດ້ເຫັນດີຊ່ວຍເຫຼືອລ້າໃນການປັບປຸງສະຖານທີ່ ແລະ ຕັ້ງເຮືອນ (ສາລາ, ເຮືອນຕູ, ພະ, ເຮືອນເຖົ້າແກ່ແນວໂຮມໃນການນັ່ງຫານ) ເຮືອນຂາຍເຄື່ອງກິນ ແລະ ອື່ນໆ ຕາມທີ່ເມືອງ ແລະ ບໍລິສັດໄດ້ສົມທົບກັນອອກແບບມາຮອດປະຈຸບັນໄດ້ກໍ່ສ້າງກຳແພງອ້ອມເດີນສັງຂານແມ່ນສໍາເລັດ 100%, ການກໍ່ສ້າງເຮືອນທານຄົນເຖົ້າ ແລະ ຕຸພະເນື້ອທີ່ 7 x 10 m ສໍາເລັດ 100%, ການກໍ່ສ້າງເຮືອນສາລາ ຫຼື ເຮືອນຮົ່ມ ເນື້ອທີ່ 16 x 33 m ສໍາເລັດ 90%, ການກໍ່ສ້າງນໍ້າພູສໍາເລັດ 50%, ການກໍ່ສ້າງປະຕູໂຂງສໍາເລັດ 30%, ການກໍ່ສ້າງປັ້ນຮູບຊ້າງໃສຕໍ່ໜ້າປະຕູເຂົ້າເດີ່ນສັງຂານ ແລະ ກາງໃຈນໍ້າພູ ກ້ວາງ 20 m ສໍາເລັດ 100%, ການກໍ່ສ້າງຮ້ານຂາຍເຄື່ອງກິນ, ເຄື່ອງດື່ມ ເນື້ອທີ 5 x 50 m ສໍາເລັດ 50%, ການກໍ່ສ້າງຫ້ອງນໍ້າ 2 ຫຼັງເນື້ອທີ່ 5 x 7m ສໍາເລັດ 90% ແລະ ການບັບໜ້າເດີ່ນສໍາເລັດ 50% ຊຶ່ງລວມມູນຄ່າທັງໝົດແມ່ນ 3 ລ້ານຢວນ.

ໂອກາດນີ້, ທ່ານເຈົ້າແຂວງ ຍັງໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍມາຍັງອົງການປົກຄອງເມືອງ ແລະ ບໍລິສັດທີ່ໄດ້ໃຫ້ການຊ່ວຍເຫຼື່ອ ແລະ ປັບປຸງເດີ່ນສັງຂານຢູ່ເທດສະບານອຸໃຕ້ໃນຄັ້ງນີ້, ພ້ອມນີ້ທ່ານເຈົ້າແຂວງໄດ້ເນັ້ນໃຫ້ອົງການປົກຄອງເມືອງ ແລະ ບໍລິສັດ ສືບຕໍ່ຈັດຕັ້ງປະຕິບັດວຽກງານທີ່ຍັງບໍ່ທັນສຳເລັດໂດຍໄວ ແລະ ມີປະສິດທິພາບໃນການນຳໃຊ້ໃຫ້ໄດ້ຍາວນານ.

Leave a Reply

Your email address will not be published. Required fields are marked *

kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet