ເມືອງຂວາ ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວຄົບຮອບ 70 ປີ
ໃນຕອນເຊົ້າວັນທີ 18 ກໍລະກົດ 2025 ຢູ່ທີ່ສະໂມສອນໃຫຍ່ຂອງເມືອງຂວາ, ຫ້ອງການສະຫະພັນແມ່ຍິງgເມືອງ ໄດ້ຈັດຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວຄົບຮອບ 70 ປີ (20 ກໍລະກົດ 1955 – 20 ກໍລະກົດ 2025) ພາຍໃຕ້ຄຳຂວັນ 70 ປີມີໄຊ ເຕີບໃຫຍ່ເຂັ້ມແຂງພັດທະນາແມ່ຍິງກ້າວໄກທັນສະໄໝ, ໂດຍໃຫ້ກຽດເປັນປະທານຂອງ ທ່ານ ຄໍາໄລ ສຸທິພອນ ຮອງເລຂາພັກເມືອງ, ຮັກສາການປະທານຄະນະກໍາມະການປົກຄອງເມືອງ, ມີທ່ານນາງ ຈັນເພັງ ມະນີສຸກ ກຳມະການພັກເມືອງ, ປະທານສະຫະພັນແມ່ຍິງເມືອງ, ມີບັນດາທ່ານໃນຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການ, ຄະນະຫ້ອງການ, ພະນັກງານລັດຖະກອນ, ປກຊ-ປກສ, ຄະນະບໍລິຫານງານສະຫະພັນແມ່ຍິງເມືອງ, ຄະນະໜ່ວຍແມ່ຍິງອ້ອມຂ້າງເມືອງ, ພະນັກງານອາວຸໂສບຳນານ, ອຳນາດການປົກຄອງບ້ານ ແລະ ນັກທູລະກິດຜູ້ປະກອບການເຂົ້າຮ່ວມ.
ທ່ານ ນາງ ຈັນເພັງມະນີສຸກ ກໍ່ໄດ້ໃຫ້ກຽດໄດ້ປາຖະກະຖາ ຫວນຄືນມູນເຊື້ອແຫ່ງການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວໃນແຕ່ຕະຫຼອດໄລຍະ 70 ປີຜ່ານມາ, ພາຍໃຕ້ການນໍາພາຂອງພັກ ໃນວັນທີ 22 ມີນາ 1955 ພັກປະຊາຊົນລາວ ໄດ້ຮັບການສ້າງຕັ້ງຂຶ້ນ, ພ້ອມດຽວກັນນັ້ນ, ສູນກາງພັກປະຊາຊົນລາວ ໄດ້ປະກາດຈັດຕັ້ງໜ່ວຍຄົ້ນຄວ້າວຽກງານແມ່ຍິງ ຂັ້ນສູນກາງຢ່າງເປັນທາງການ ໃນວັນທີ 20 ກໍລະກົດ 1955 (ເຊິ່ງເປັນຕົ້ນກຳເນີດຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວໃນປັດຈຸບັນ ເພື່ອຮັບຜິດຊອບໂດຍກົງຕໍ່ພາລະກໍາປະຫວັດສາດຂອງຊາດລາວ, ພັກໄດ້ເອົາໃຈໃສ່ຊີ້ນຳຢ່າງຈົດຈໍ່ຕໍ່ການປຸກລະດົມຂົນຂວາຍ, ກໍ່ສ້າງແມ່ຍິງໃຫ້ມີຄວາມຕື່ນຕົວປະກອບສ່ວນໃນພາລະກິດປະຕິວັດ ແລະ ຖືແມ່ຍິງເປັນພາກສ່ວນໜຶ່ງໃນກໍາລັງແຮງທີ່ສໍາຄັນຂອງພັກ, ໃນໄລຍະນັ້ນການຈັດຕັ້ງແມ່ຍິງຢູ່ທ້ອງຖິ່ນຮາກຖານແມ່ນໜ່ວຍຍຸວັນນາລີ, ໜ່ວຍແມ່ນັກຮົບ, ໜ່ວຍເອື້ອຍນັກຮົບ ເຊິ່ງມີໜ້າທີ່ຕົ້ນຕໍໃນການເບິ່ງແຍງ, ລ້ຽງດູຊຸກເຊື່ອງ, ຕິດຕໍ່, ສົ່ງຂ່າວພະນັກງານ, ທະຫານປະຕິວັດ, ສົ່ງເອກະສານຕ່າງໆໃຫ້ພະນັກງານ, ທະຫານທີ່ປະຕິບັດໜ້າທີ່ຢູ່ແນວໜ້າ ແລະ ໃນເຂດຄວບຄຸມຂອງສັດຕູດ້ວຍຫຼາຍຮູບແບບ, ຫຼາຍວິທີການ, ລໍາລຽງອາຫານ, ສະບຽງ, ອາວຸດ, ເຄື່ອງນຸ່ງຫົ່ມໃຫ້ພະນັກງານ-ນັກຮົບຢູ່ແນວໜ້າ, ປຸກລະດົມຂົນຂວາຍຊາວໜຸ່ມ, ລູກຫຼານອອກຮັບໃຊ້ປະເທດຊາດ, ປຸກລະດົມຂະບວນການຂອງແມ່ຍິງ ປະຕິບັດວຽກງານແນວຫຼັງ, ເພີ່ມພູນຜະລິດຜົນຫາລ້ຽງກຸ້ມຕົນເອງ, ປະຢັດເຂົ້າປາອາຫານເພື່ອສົ່ງໄປແນວໜ້າ ແລະ ປະຕິບັດວຽກງານຈັດຕັ້ງມອບໝາຍດ້ວຍຄວາມຮັບຜິດຊອບສູງ, ຄົ້ນຄວ້າກໍານົດພາລະບົດບາດ, ກົດລະບຽບ ແລະ ໂຄງການດໍາເນີນງານເພື່ອເປັນພື້ນຖານໃຫ້ແກ່ໂຄງການຈັດຕັ້ງ, ເຕົ້າໂຮມຄວາມສາມັກຄີ, ສຶກສາອົບຮົມ, ປຸກລະດົມຂົນຂວາຍຂະບວນການແມ່ຍິງລາວບັນດາເຜົ່າ ເຂົ້າເປັນກໍາລັງແຮງໃຫ້ແກ່ກໍາລັງການປະຕິວັດປົດປ່ອຍຊາດ. ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍແມ່ຍິງລາວບັນດາເຜົ່າໄດ້ສືບຕ່ໍເສີມຂະຫຍາຍທາດແທ້ມູນເຊື້ອອັນສະຫງ່າງາມ ແລະ ຕັ້ງໜ້າປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ,ພາຍໃຕ້ການນຳພາຂອງພັກ-ລັດ,ແມ່ຍິງລາວຂອບເຂດທົ່ວປະເທດ ສາມາດຈັດຕັ້ງປະຕິບັດພາລະບົດບາດສິດໜ້າທີ່ການເມືອງຂອງຕົນ,ພ້ອມທັງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວແຕ່ລະຄັ້ງມາເປັນແຜນງານ,ໂຄງການຢ່າງລະອຽດ ແລະ ໄດ້ຮັບຜົນສຳເລັດສູງ. ຈາກນັ້ນ, ກໍ່ໄດ້ປາຖະກະຖາວັນເກີດ ປະທານ ສຸພານຸວົງ ຄົບຮອບ 116 ປີ (13.07. 1909-13.07.2025), ວັນເຊັນສົນທິສັນຍາມິດຕະພາບ ການຮ່ວມມື 18.07.1977-18.07.2025 ແລະ ຄົບຮອບ 48 ປີ ແລະ ວັນສ້າງຕັ້ງສາຍພົວພັນການ ທຸດລາວ- ຫວຽດນາມ 05.09.1962-05 09.2025 ສອບ 63 ປີ.
ໂອກາດດຽວກັນ, ທ່ານ ຄໍາໄລສຸທິພອນ ຍັງໄດ້ຮຽກຮ້ອງໃຫ້ເອື້ອຍນ້ອງສະຫະພັນແມ່ຍິງ ທຸກສະຫາຍ ຈົ່ງພ້ອມກັນເຊື່ອມຊຶມກຳແໜ້ນ ຕໍ່ມູນເຊື້ອອັນດີງາມຂອງແມ່ຍິງຮຸ່ນກ່ອນ ແລະ ພ້ອມກັນຮ່ຳຮຽນເອົາເປັນແບບຢ່າງທີ່ດີ ເພື່ອນຳໄປໝູນໃຊ້ເຂົ້າໃນເຄື່ອນໄຫວປະຕິບັດໜ້າທີ່ການເມືອງຂອງຕົນ, ຕິດພັນກັບການປະຕິບັດເນື້ອໃນຂໍ້ແຂ່ງຂັນແມ່ຍິງ 3 ດີຢ່າງເປັນຂະບວນການກວ້າງຂວາງ ແຂງແຮງ, ສ້າງຕົນໃຫ້ເປັນສະຫະພັນແມ່ຍິງ ທີ່ມີຄວາມກ້າວໜ້າ.