ເມືອງຂວາ ປາຖະກະຖາວັນກໍາມະກອນສາກົນ ຄົບຮອບ 139 ປີ
ເມືອງຂວາ ໄດ້ຈັດພິທີປາຖະກະຖາ ວັນກໍາມະກອນສາກົນ ຄົບຮອບ 139 ປີ ວັນທີ 1 ພຶດສະພາ 1886 – 1 ພຶດສະພາ 2025 ຂຶ້ນໃນວັນທີ 30 ເມສາ 2025 ນີ້, ຢູ່ທີ່ສະໂມສອນຂອງເມືອງ, ໂດຍການເປັນປະທານ ແລະ ປາຖະກະຖາຂອງທ່ານ ສອນສະໜຸກ ສີສຸລາດ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງຂວາ, ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ກົມກອງ, ບໍລິສັດ-ລັດວິສາຫະກິດ, ມີປະທານຮາກຖານກໍາມະບານພ້ອມດ້ວຍສະມາຊິກກໍາມະບານພາຍໃນເມືອງເຂົ້າຮ່ວມ.
ໃນພິທີຜູ້ເຂົ້າຮ່ວມ ໄດ້ຮັບຟັງການປາຖະກະຖາເລົ່າມູນເຊື້ອ ວັນເກີດທ່ານ ວ ອ ເລນິນ ຄົບ 155 ( 22 /4 / 1870 – 22 / 4 / 2025 ) ວັນສ້າງຕັ້ງສາຍພົວພັນການທູດລະຫວ່າງ ສ ປປລາວ – ສປຈີນ ຄົບຮອບ 64 ປີ ( 25 / 4 / 1961 – 25 / 4 / 2025 ) ວັນປົດປ່ອຍພາກໃຕ້ຫວຽດນາມ ຄົບຮອບ 50 ປີ ( 30 / 4 / 1961 – 30 / 4 /2025 ).
ໃນໂອກາດນີ້ ທ່ານ ສອນສະໜຸກ ສີສຸລາດ ເຈົ້າເມືອງຂວາ ປາຖະກະຖາ ວັນກໍາມະກອນສາກົນ ຄົບຮອບ 139 ປີ ວັນທີ 1 ພຶດສະພາ 1886 – 1 ພຶດສະ ພາ 2025 ຊື່ງທ່ານໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາຂອງວັນກໍາມະກອນ ສາກົນ ວັນທີ 1 ພຶດສະພາ, ເບື້ອງຕົ້ນຍ້ອນຊົນຊັ້ນນາຍທຶນໃນຍຸກນັ້ນບໍ່ໄດ້ເອົາໃຈໃສ່ກ່ຽວກັບສະຫວັດດີການ-ສັງຄົມຈຶ່ງພາໃຫ້ເກີດມີຂໍ້ຂັດແຍ່ງຂຶ້ນ ແລະ ຂໍ້ຂັດແຍ່ງດັ່ງກ່າວນັບມື້ນັບຮຸນແຮງ, ຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານຈໍາເປັນຈຶ່ງໄດ້ຈັດຕັ້ງກັນເປັນກຸ່ມ, ເປັນຂະບວນລຸກຮື້ຂຶ້ນຕໍ່ສູ້ກັບຊົນຊັ້ນນາຍທຶນ, ທວງໃຫ້ພວກນາຍທຶນເພີ່ມເງິນເດືອນ ແລະ ຫຼຸດຜ່ອນຊົ່ວໂມງເຮັດວຽກລົງ. ວັນທີ 14 ກໍລະກົດ ປີ1889 ກອງປະຊຸມພັກກອມມູນິດສາກົນ ຄັ້ງທີ II ໄດ້ໄຂຂຶ້ນຢູ່ທີ່ນະຄອນຫຼວງປາຣີ ( ປະເທດຝັ່ຣງ ), ມີຜູ້ແທນເຂົ້າຮ່ວມກອງປະຊຸມທັງໝົດ 393 ຄົນ, ຊຶ່ງແມ່ນຜູ້ແທນມາຈາກ 22 ປະເທດ ເອີຮົບ, ອາເມລິກາ ແລະ ອາກຊັງຕິນ, ທີ່ປະຊຸມໄດ້ຜ່ານໂຄງການດຳເນີນງານສຳຄັນຄື: ຊົນຊັ້ນກຳມະກອນສາມັກຄີຕໍ່ສູ້ ແມ່ນ ທວງເອົາສິດ ແລະ ຜົນປະໂຫຍດຂອງຕົນຢູ່ບັນດາປະເທດທຶນນິຍົມ ແລະ ລັດເຊຍໂດຍໂຄ່ນລົ້ມລະບອບນາຍທຶນ ເພື່ອປະຕິບັດຄໍາຂັວນ “ມື້ໜຶ່ງເຮັດວຽກ 8 ຊົ່ວໂມງ ແລະ ກຳນົດເອົາວັນທີ 1 ພຶດສະພາ 1886 ເປັນວັນກຳມະກອນສາກົນ”, ນັບແຕ່ນັ້ນມາ “ ວັນທີ 1 ພຶດສະພາ ຂອງທຸກໆປີ ຈຶ່ງໄດ້ກາຍເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ ”, ນອກນີ້ຍັງໄດ້ ຍົກໃຫ້ຮູ້ເຖິງບັນດາອົງການຈັດຕັ້ງ, ສົນທິສັນຍາ, ຖະແຫຼງການ ແລະ ກອງປະຊຸມຕ່າງໆກ່ຽວກັບກຳມະກອນ ແລະ ຜູ້ອອກແຮງງານໃນພາກພື້ນ ແລະ ສາກົນ, ຂະບວນການຕໍ່ສູ້, ຄວາມຮຽກຮ້ອງຕ້ອງການຂອງກໍາມະກອນສາກົນ ແລະ ກໍາມະກອນລາວໃນຍຸກປະຈຸບັນ, ການປະກອບສ່ວນໃນພາລະກິດປະຕິວັດ ຂອງກຳມະກອນລາວ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມ ຂອງກໍາມະກອນສາກົນໃນໄລຍະຜ່ານມາ, ຜົນງານການເຄື່ອນໄຫວວຽກງານປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາໃຫ້ແກ່ກຳມະກອນ ແລະ ຜູ້ອອກແຮງ ງານ. ທັງນີ້ກໍ່ເພື່ອສຶກສາອົບຮົມວຽກງານການເມືອງ-ແນວຄິດໃຫ້ບັນດາຖັນແຖວ ສະມາຊິກພັກ ພະນັກງານ, ທະຫານ, ຕໍາຫລວດ, ຄູອາຈານ, ແລະ ອໍານາດການປົກຄອງບ້ານ ໄດ້ຮັບຮູ້ເຂົ້າໃຈເຖິງຄວາມໝາຍ ຄວາມສໍາຄັນ ຂອງ 4 ວັນ ປະຫວັດສາດທີ່ສໍາຄັນ ຂອງພັກ – ຂອງຊາດ ແລະ ສາກົນ ໃຫ້ດີຂື້ນກວ່າເກົ່າ.