ເມືອງຂວາ ປາຖະກະຖາ ຫວນຄືນມູນເຊື້ອ 3 ວັນປະຫວັດສາດສຳຄັນຂອງຊາດ ແລະ ຂອງສາກົນ
ວັນທີ 10 ກັນຍາ 2025 ນີ້, ເມືອງຂວາ ໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງສະຫະພັນນັກລົບເກົ່າແຫ່ງຊາດລາວ ຄົບຮອບ 23 ປີ (9 ກັນຍາ 2002 – 9 ກັນຍາ 2025); ວັນສາກົນແຫ່ງການຮຽນຮູ້ໜັງສື ຄົບຮອບ 59 ປີ (08 ກັນຍາ 1966-08 ກັນຍາ 2025) ແລະ ວັນຊາດ ສສ ວຽດນາມ ຄົບຮອບ 80 ປີ(2 ກັນຍາ 1945-2 ກັນຍາ 2025). ຢູ່ທີ່ສະໂມສອນໃຫຍ່ຂອງເມືອງ, ໂດຍການປາຖະກະຖາຂອງທ່ານ ສອນສະໜຸກ ສີສຸລາດ ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະປະຈຳພັກເມືອງ, ກຳມະ ການພັກເມືອງ, ພະນັກງານອາວຸໂສບຳນານ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ອົງການ, ກົມກອງ, ລັດວິສາຫະກິດ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ, ສະມາຊິກພັກ, ພະນັກງານຫຼັກແຫຼ່ງຂອງເມືອງ ແລະ ນາຍບ້ານເທດສະບານເມືອງເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ ຜູ້ເຂົ້າຮ່ວມ ໄດ້ຮັບຮັບຟັງການຜ່ານ ມະຕິຕົກລົງ ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງ ຂອງສະຫະພັນນັກຮົບເກົ່າແຫ່ງຊາດລາວ ສະບັບເລກທີ 502/ຄລສພ ນະຄອນຫຼວງວຽງຈັນ, ລົງວັນທີ 12/5/2025, ມະຕິຕົກລົງ ວາດ້ວຍການສ້າງຕັ້ງກົມກວດກາ ຂຶ້ນກັບສະຫະພັນນັກຮົບເກົ່າແຫ່ງຊາດລາວສະບັບເລກທີ 503/ຄລສພ, ນະຄອນຫຼວງວຽງຈັນ. ລົງວັນທີ 22/5/2025. ມະຕິຕົກລົງ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງສະຫະພັນນັກຮັບເກົ່າແຫ່ງຊາດລາວ ສະບັບເລກທີ 06/ກມສພ, ນະຄອນຫຼວງວຽງຈັນ, ລົງວັນທີ 02.5.2025, ເຜີຍແຜ່ຜົນສຳເລັດ ກອງປະຊຸມໃຫຍ່ຜູ້ແທນສະຫະພັນນັກຮົບເກົ່າທົ່ວແຂວງຜົ້ງສາລີ ຄັ້ງທີ V. ຈາກນັ້ນ, ທ່ານ ພັໂທ ສົມຈັນຍາລາດ ໄດ້ປາຖະກະຖາວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 23 ປີ, ຍົກໃຫ້ເຫັນເຖິງມູນເຊື້ອ ການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ສະຫະພັນນັກຮົບເກົ່າແຫ່ງຊາດລາວ ຕະຫຼອດໄລຍະ 23 ປີຄື: ວັນທີ 9 ກັນຍາ ປີ 2002-9 ກັນຍາ ປີ 2025 ພາຍໃຕ້ການຊີ້ນໍາ-ນໍາພາຢ່າງໃກ້ຊິດຂອງກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ລັດຖະບານ, ຄວາມເອົາໃຈໃສ່ຊີ້ນໍາ-ນໍາພາຂອງຄະນະພັກແຕ່ລະຂັ້ນ, ການສະໜັບສະໜູນອູ້ມຊູຊ່ວຍເຫຼືອຂອງບັນດາກະຊວງ-ອົງການ ແລະ ຊັ້ນຄົນໃນສັງຄົມ ສະຫະພັນນັກຮົບເກົ່າແຫ່ງຊາດລາວໄດ້ຮັບການປັບປຸງ ແລະ ພັດທະນາໃນຫຼາຍດ້ານໃຫ້ມີການເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ສາມາດເຄື່ອນໄຫວປະຕິບັດພາລະບົດບາດຂອງຕົນ ແລະ ຍາດໄດ້ຜົນງານໃນຫຼາຍດ້ານ, ເຮັດໃຫ້ສະຫະພັນນັກຮົບເກົ່າແຫ່ງຊາດລາວ ໄດ້ຮັບການຍ້ອງຍໍຈາກພັກ, ລັດຖະບານ, ປະເທດເພື່ອນມິດ ແລະ ສາກົນຢ່າງສົມກຽດ, ຮັກສາມູນເຊື້ອ 3 ດີ ແລະ 6 ຮັກສາຂອງສະຫະພັນນັກຮົບເກົ່າໄດ້ກຳນົດໄວ້. ພ້ອມນັ້ນ, ທ່ານ ບຸນແກ້ວ ເລທິວັນ ກໍາມະການປະຈໍາພັກເມືອງ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ໄດ້ປາຖະກະຖາ ວັນສາກົນແຫ່ງການຮຽນຮູ້ໜັງສື ຊຶ່ງວັນດັ່ງກ່າວແມ່ນເປັນວັນໜຶ່ງທີ່ມີຄວາມໝາຍ ຄວາມສຳຄັນຢ່າງຍິ່ງຕໍ່ກັບປະຊາຊາດໃນທົ່ວໂລກ ໂດຍສະເພາະແມ່ນຜູ້ດ້ອຍໂອກາດ, ພາດໂອກາດທາງການສຶກສາ ຊຶ່ງຕົ້ນຕໍແມ່ນການບໍ່ຮູ້ໜັງສື ແລະ ການຮຽນບໍ່ຈົບການສຶກສາຂັ້ນພື້ນຖານ, ສະນັ້ນເພື່ອຊຸກຍູ້ ແລະ ສົ່ງເສີມໃຫ້ບຸກຄົນເຫຼົ່ານັ້ນໄດ້ຮຽນຮູ້ໜັງສື, ອ່ານອອກ, ຂຽນເປັນ ແລະ ຄິດໄລ່ເລກຂັ້ນພື້ນຖານໄດ້ ສາມາດນໍາເອົາຄວາມຮູ້ໄປໝູນໃຊ້ເຂົ້າໃນການດຳລົງຊີວິດຕົວຈິງເພື່ອຍົກລະດັບ ແລະ ພັດທະນາຄຸນນະພາບຊີວິດໃຫ້ດີຂຶ້ນເທື່ອລະກ້າວ.
ລັດຖະບານ ແຫ່ງ ສປປ ລາວ ໄດ້ກຳນົດເອົາການສຶກສາ ເປັນວຽກງານໃຈກາງໃນການພັດທະນາຊັບພະຍາກອນມະນຸດ ແລະ ສົ່ງເສີມໃຫ້ພົນລະເມືອງລາວ ແລະ ຜູ້ທີ່ອາໄສຢູ່ ສປປ ລາວ ເຂົ້າເຖິງການສຶກສາທີ່ມີຄຸນນະພາບ, ສະເໝີພາບ ແລະ ເທົ່າທຽມກັນລະຫວ່າງຕົວເມືອງ ແລະ ຊົນນະບົດ. ແຕ່ເຖິງຢ່າງໃດກໍຕາມ ສປປ ລາວ ຍັງມີປະຊາກອນທີ່ຢູ່ເຂດຫ່າງໄກສອກຫຼີກ ແລະ ຜູ້ດ້ອຍໂອກາດຈຳນວນບໍ່ໜ້ອຍທີ່ເຂົ້າເຖິງການສຶກສາໄດ້ຍາກ, ສະພາບການຂາດແຄນຄູສອນ ແລະ ອັດຕາການປະລະຂອງນັກຮຽນໂດຍທົ່ວໄປຍັງສູງ, ຊຶ່ງນີ້ກໍແມ່ນສິ່ງທ້າທາຍອັນໃຫຍ່ຫຼວງຂອງປະເທດພວກເຮົາທີ່ຈະຕ້ອງສຸມໃສ່ວຽກງານການສຶກສາ, ເປັນຕົ້ນແມ່ນເພີ່ມການລົງທຶນ ແລະ ນໍາໃຊ້ຊັບພະຍາກອນທີ່ມີຢູ່ ເຖິງແມ່ນວ່າຈະຢູ່ໃນສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ບັນຫາໄພທຳມະຊາດທີ່ເກີດຂຶ້ນຢູ່ຫຼາຍທ້ອງຖິ່ນ. ຕໍ່ກັບສະພາບການດັ່ງກ່າວນັ້ນ ລັດຖະບານແຫ່ງ ສປປ ລາວ ກໍຄືກະຊວງສຶກສາທິການ ແລະ ກິລາ ຈະສຸມໃສ່ທຸກກຳລັງແຮງ ເພື່ອສ້າງທຸກເງື່ອນໄຂໃຫ້ທຸກຄົນໄດ້ເຂົ້າເຖິງການສຶກສາ, ຂະຫຍາຍການສຶກສາໄປສູ່ເຂດຫ່າງໄກສອກຫຼີກໃຫ້ທົ່ວເຖິງ, ສ້າງທຸກເງື່ອນໄຂໃຫ້ແກ່ຜູ້ຮຽນໃນກຸ່ມເປົ້າໝາຍທີ່ດ້ອຍໂອກາດ, ຜູ້ທຸກຍາກ, ເພດຍິງ, ຊົນເຜົ່າ, ຜູ້ພິການໄດ້ຮັບການສຶກສາທີ່ມີຄຸນນະພາບ, ມີຄວາມສະເໝີພາບ ແລະ ເທົ່າທຽມ.
ໂອກາດນີ້ ທ່ານ ສອນສະໜຸກ ສີສຸລາດ ໄດ້ທົບທວນຫວນຄືນມູນເຊື້ອການຕໍ່ສູ້ກູ້ຊາດຂອງຫວຽດນາມຕະຫຼອດໄລຍະ 80 ປີ ຜ່ານມາ ເຊິ່ງທ່ານໄດ້ຍົກໃຫ້ເຫັນບັນດາເຫດການທີ່ເກີດຂຶ້ນຕະຫຼອດໄລຍະຂອງການປະຕິວັດຫວຽດນາມໃນການຕໍ່ສູ້ຍາດເອົາອຳນາດການປົກຄອງຈາກຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ໃໝ່, ເຊິ່ງປະຊາຊົນຫວຽດນາມໄດ້ເສຍສະຫຼະເລືອດເນື້ອເພື່ອກອບກູ້ເອົາປະເທດຊາດຈົນໄດ້ຮັບໄຊຊະນະຢ່າງຈົບງາມໃນວັນທີ 2 ກັນຍາ 1945. ພ້ອມນີ້, ຍັງໄດ້ຍົກໃຫ້ເຫັນເຖິງມູນເຊື້ອ, ຜົນງານຂອງການຮ່ວມມືແບບພິເສດຫວຽດນາມ-ລາວ ໃນຊຸມປີຜ່ານມາ ແລະ ບາງທິດທາງກ່ຽວກັບການພົວພັນຮ່ວມມື ຫວຽດນາມ-ລາວໃນໄລຍະຕໍ່ໜ້າ. ໃນພິທີຍັງໄດ້ມອບໃບຍ້ອງຍໍ ປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວໃຫ້ບຸກຄົນ ແລະ ກົມກອງ ທີ່ມີຜົນງານດີເດັ່ນ ປະກອບສ່ວນເຫື່ອແຮງ ແລະ ສະຕິປັນຍາເຂົ້າໃນການເຄື່ອນໄຫວວຽກງານຂອງສະຫະພັນນັກຮົບເກົ່າຕະຫຼອດໄລຍະ 5 ປີ ຜ່ານມາ (2020- 2024) ຢ່າງສົມກຽດ.
ຂ່າວ: ສອນໄຊ ແສງມະນີ