ເມືອງຂວາ ແຂວງຜົ້ງສາລີ
ທາບທາມບຸກຄະລາກອນ ອອກຮັບສະໝັກເລືອກຕັ້ງຄະນະບໍລິຫານງານພັກແຂວງຜົ້ງສາລີ ສະໄໝທີ XII ຮອບທີ I
ໃນຕອນເຊົ້າຂອງວັນທີ 25 ສິງຫາ 2025 ນີ້ ທີ່ສະໂມສອນຂອງເມືອງຂວາ, ແຂວງຜົ້ງສາລີ ໄດ້ຈັດກອງປະຊຸມທາບທາມບຸກຄະລາກອນ ອອກຮັບສະໝັກເລືອກຕັ້ງຄະນະບໍລິຫານງານພັກແຂວງຜົ້ງສາລີ ສະໄໝທີ XII ຮອບທີ I ຂຶ້ນຢ່າງເປັນທາງການ ໂດຍການເປັນປະທານຂອງ ສະຫາຍ ສົມຈິດ ຫັບລະກອນ ກໍາມະການປະຈໍາພັກແຂວງ, ຮອງປະທານສະພາປະຊາຊົນແຂວງ, ມີສະຫາຍ ສອນສະໜຸກ ສີສຸລາດ ເລຂາຄະນະບໍລິຫານງານພັກເມືອງ, ມີບັນດາສະຫາຍຮອງເລຂາພັກເມືອງ, ກຳມະການປະຈຳພັກເມືອງ, ກຳມະການພັກເມືອງ, ອະນຸກຳມະການບຸກຄະລາກອນຂັ້ນແຂວງ-ຂັ້ນເມືອງ, ສອງກອງບັນຊາການ ປກຊ-ປກສ, ຫົວໜ້າ-ຮອງຫົວໜ້າຫ້ອງການ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນກອງປະຊຸມ ສະຫາຍ ສະຫາຍ ສົມຈິດ ຫັບລາກອນ ກໍາມະການປະຈໍາພັກແຂວງ, ຮອງປະທານສະພາປະຊາຊົນແຂວງ ໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການ. ຈາກນັ້ນ; ສະຫາຍ ສອນສະໜຸກ ສີສຸລາດ ເລຂາຄະນະບໍລິຫານງານພັກ ໄດ້ຂຶ້ນຜ່ານຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ ເລກທີ 211/ຄຈສພ, ລົງວັນທີ 16 ສິງຫາ 2023, ວ່າດ້ວຍການປະຕິບັດຄຳສັ່ງ ຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການກະກຽມ ແລະ ດຳ ເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ. ພ້ອມນີ້, ທ່ານ ພອນໄຊ ຊິ່ງເຈົ້າ ຫົວໜ້າຂະແໜງ ໂຄສະນາອົບຮົມແຂວງຜົ້ງສາລີ ໄດ້ຂຶ້ນເຜີຍແຜ່ເຊື່ອມຊືມເອກະສານ 2 ບົດຄື: ຄວາມເຂົ້າໃຈກ່ຽວກັບການດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ; ເດັດດ່ຽວແກ້ໄຂປະກົດການຫຍໍ້ທໍ້ໃນຖັນແຖວສະມາຊິກພັກ. ພ້ອມດຽວກັນນັ້ນ, ສະຫາຍ ສົມຈິດ ຫັບລາກອນ ກໍໄດ້ຜ່ານຮ່າງສະຫຼູບຜົນງານ 5 ປີ ຂອງຄະນະບໍລິຫານງານພັກແຂວງ ຊຶ່ງສະຫາຍໄດ້ຍົກໃຫ້ເຫັນດ້ານດີ,ດ້ານອ່ອນ ແລະ ບົດຮຽນທີ່ຖອດຖອນໄດ້ໃນໄລຍະຜ່ານມາ.
ຈາກນັ້ນ, ຕາງໜ້າອະນຸກຳມະການບຸກຄະລາກອນຂັ້ນແຂວງ ໄດ້ຂຶ້ນຜ່ານມາດຖານເງື່ອນໄຂ ຂອງຜູ້ອອກສະໝັກເຂົ້າໂຄງປະກອບຄະນະບໍລິຫານງານພັກແຂວງຜົ້ງສາລີ ຊຸດທີ XII ໂດຍເນັ້ນໜັກໃຫ້ຜູ້ມີສິດເລືອກຕັ້ງ ຕ້ອງແນໃສ່ມາດຖານ ແລະ ເງື່ອນໄຂ ເປັນບ່ອນອີງ, ຊິຶ່ງຜູ້ລົງສະໝັກຄະນະບໍລິ ຫານງານພັກແຂວງຜົ້ງສາລີ ສະໄໝທີ XII ຕ້ອງເປັນບຸກຄົນທີມີດ້ານຄຸນທາດການເມືອງ, ຄຸນສົມບັດສີນທໍາປະຕິວັດ ແລະ ແບບແຜນການດໍາລົງຊີ ວິດຈະແຈ້ງ, ຊື່ສັດ, ໂປ່ງໃສ, ມີຄວາມຮູ້-ຄວາມສາມາດ, ມີແບບແຜນການນໍາພາ ແລະ ວິທີເຮັດວຽກ, ມີສຸຂະພາບແຂງແຮງດີ, ເພດ, ເຜົ່າ, ໄວ ແລະ ຫຼີກລຽງບັນຫາ ຈຸ້ມເຈື້ອ, ເຊື້ອສາຍ, ຕ້ອງເລືອກເຟັ້ນຢ່າງພາວະວິໄສ, ບໍ່ສວຍໃຊ້ໂອກາດໂຄ່ນລົ້ມ ໂຈມຕີ ແລະ ປະກົດການຫຍໍ້້ທໍ້ອື່ນໆ, ຮັບປະກັນການປ່ອນບັດທາມທາມໃຫ້ມີຄວາມໂປ່ງໃສ, ຖືກຕ້ອງ ແລະ ຊັດເຈນທີ່ສຸດ. ຈາກນັ້ນ ກໍ່ໄດ້ດໍາເນີນການປ່ອນບັດທາບທາມບຸກຄະລາກອນ ຜູ້ລົງສະໝັກຮັບຄະນະບໍລິຫານງານພັກແຂວງຜົ້ງສາລີ ສະໄໝທີ XII ຮອບທີ I. ຕາມລະບຽບການ.