ເມືອງຂວາ ແຂວງຜົ້ງສາລີ ປາຖະກະຖາ 03 ວັນປະຫວັດສາດຂອງພັກຂອງຊາດ ປະຈຳເດືອນ ມີນາ 2025

ເມືອງຂວາ ແຂວງຜົ້ງສາລີ ປາຖະກະຖາ 03 ວັນປະຫວັດສາດຂອງພັກຂອງຊາດ ປະຈຳເດືອນ ມີນາ 2025

     ໃນຕອນເຊົ້າ ວັນທີ 3 ເມສາ 2025 ຢູ່ທີ່ສະໂມສອນໃຫຍ່ ເມືອງຂວາ ໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ (22 ມີນາ 1955–22 ມີນາ 2025), ວັນສ້າງຕັ້ງຊາວໜຸ່ມປະຊາຊົນຄົບຮອບ 70 ປີ (14 ເມສາ 1955-14 ເມສາ 2025),   ວັນຄຽດແຄ້ນຂອງປະຊາຊົນລາວ, ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດ ເພື່ອປະເທດຊາດ (21 ມີນາ 1946-21 ມີນາ 2025) ຄົບຮອບ 79 ປີ.

       ພາຍຫຼັງທີ່ໄດ້ສໍາເລັດການວາງກະຕ່າດອກໄມ້ ຢູ່ອະນຸສາລະລີ ປະທານ ໄກສອນ ພົມວິຫານ ໂດຍໃຫ້ກຽດເປັນປະທານ ແລະ ປາຖະກະຖາຂອງ ທ່ານ ສອນສະໜຸກ ສີສຸລາດ ເລຂາພັກເຈົ້າເມືອງໆຂວາ, ມີຮອງເລຂາພັກເມືອງ, ຄະນະປະຈຳພັກເມືຶອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການອ້ອມຂ້າງເມືອງ, ກຳລັງປກສ-ປກຊ, ສະມາຊິກພັກພະນັກງານລັດຖະກອນເຂົ້າຮ່ວມ.

ທ່ານ ສາລິວັນ ອິນທະລາ ເລຂາຄະນະບໍລິຫານງານຊາວໜຸ່ມເມືອງ ໄດ້ຂື້ນປາຖະກະຖາຫວນຄືນມູນເຊື້ອການກໍາເນີດເຕີບໃຫຍ່ຂະຫຍາຍຕົວ ແລະ ປະຫັວດສາດຄວາມເປັນມາຂອງວັນສ້າງຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວ ຕະຫຼອດໄລຍະ 70 ປີຜ່ານມາ ເຊິ່ງໄດ້ປະກອບສ່ວນຕໍ່ສູ້ເພື່ອປົດປ່ອຍປະເທດຊາດ, ຕ້ານຈັກກະພັດຜູ້ຮຸກຮານທັງແບບເກົ່າ ແລະ ແບບໃໝ່, ເຊິ່ງເຮັດໜ້າທີ່ເປັນກໍາລັງແຮງອັນແຂງແກ່ນຂອງກອງທັບປະຊາຊົນລາວ, ເປັນແຂນຂວາຂອງພັກ, ເປັນກະດູກສັນຫຼັງຂອງຊາດ, ພ້ອມທັງປຸກລະດົມຂົນຂວາຍ ເປັນກໍາລັງແຮງປະກອບອາວຸດຢູ່ແຖວໜ້າ, ເປັນກໍາລັງລໍາລຽງຂົນສົ່ງ, ເຕົ້າໂຮມຄວາມສາມັກຄີພາຍໃຕ້ການຊີ້ນໍາ – ນໍາພາອັນສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ, ຕໍ່ສູ້ກູ້ຊາດຈົນສາມາດປົດປ່ອຍປະເທດຊາດ ແລະ ສະຖາປະນາເປັນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ ປີ 1975 ໄດ້ຢ່າງສະຫງ່າງາມ. ຈາກນັ້ນ, ທ່ານ ຄໍາໄລ ສຸທິພອນ ຮອງເລຂາພັກເມືອງ ປະທານແນວລາວສ້າງຊາດ ກໍ່ໄດ້ໃຫ້ກຽດຂຶ້ນປະຖະກາຖາວັນຄຽດແຄ້ນຂອງປະຊາຊົນລາວ, ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ເຊີ່ງທ່ານກໍ່ໄດ້ໃຫ້ຮູ້ເຖີງສະພາບການ ແລະ ການກະກຽມການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຝຣັ່ງຂອງໜ່ວຍພັກເມືອງທ່າແຂກ, ເຫດການ ແລະ ການຕໍ່ສູ້ຢ່າງພິລະອາດຫານຂອງທະຫານ ແລະ ປະຊາຊົນຢູ່ເມືອງທ່າແຂກ ປີ 1946 ພວກລ່າເມືອງຂຶ້ນຝຣັ່ງ ໄດ້ກັບຄືນມາຮຸກຮານລາວອີກຄັ້ງໃໝ່, ເພື່ອສະກັດກັ້ນ, ຕ້ານຢືນການບຸກລຸກຄັ້ງໃໝ່ຂອງສັດຕູ, ທະຫານ ແລະ ປະຊາຊົນລາວບັນດາເຜົ່າ ສົມທົບກັບກອງກໍາລັງປະກອບອາວຸດ ຂອງຄົນຫວຽດນາມ ຢູ່ລາວ ໄດ້ດໍາເນີນການຕໍ່ສູ້ຢ່າງອົງອາດກ້າແກ່ນ, ຕີຕ້ານການບຸກລຸກບຽດຢຶດຂອງສັດຕູ ຢູ່ບັນດາຕົວເມືອງຕ່າງໆໃຫ້ປະລາໄຊເປັນກ້າວໆ ເດັ່ນກວ່າໝູ່ແມ່ນບັ້ນຮົບປ້ອງກັນຕົວເມືອງທ່າແຂກ ຊຶ່ງເປັນຈຸດຍຸດທະສາດສໍາຄັນ ຂອງການປະຕິວັດໃນເວລານັ້ນ. ວັນທີ 21 ມິນາ 1946 ທະຫານປີກຕ່າງໆ ຂອງສັດຕູ ໄດ້ເຄື່ອນເຂົ້າມາຕົວເມືອງ ແລະ ຢຶດຄອງຕົວເມືອງທ່າແຂກໄດ້ແລ້ວພວກເຂົາໄດ້ສ້າງໂທດກຳທີ່ບໍ່ມີວັນຈະລືມໄດ້ໃຫ້ແກ່ປະຊາຊົນລາວ, ພວກເຂົາໄດ້ເຂັ່ນຂ້າປະຊາຊົນລາວ ແລະ ຊາວຫວຽດນາມຕ່າງດ້າວຜູ້ບໍລິສຸດ ດ້ວຍວິທີທີ່ໂຫດຫ້ຽມ, ເຂັ່ນຂ້າແມ່ມານ ດ້ວຍການເອົາກະບີ່ແທງທ້ອງ, ຈັບເອົາເດັກນ້ອຍຍັດໃສ່ກະເປົາປ່ານມັດປາກ ແລ້ວຖິ້ມລົງນໍ້າຂອງ ແລະ ໃສ່ຄົກມອງຕຳຈົນຕາຍ, ເອົາປືນຍິງກວາດໃສ່ຝູງຄົນແລ້ວໂຍນລົງນໍ້າຂອງ ເຮັດໃຫ້ນໍ້າຂອງຍາມນັ້ນເຕັ້ມໄປດ້ວຍເລືອດ ແລະ ຊາກສົບ. ປະຊາຊົນຜູ້ບໍລິສຸດລວມທັງແມ່ຍິງ ແລະ ເດັກ ນ້ອຍຈໍານວນ 3.000 ກວ່າຄົນ ຖືກຂ້າຕາຍ, ເຮືອນຊານບ້ານ ຊ່ອງ ແລະ ພື້ນຖານໂຄງລ່າງຖືກທໍາລາຍເປັນຈຳນວນຫຼວງຫຼາຍ, ຄອບຄົວ, ຜົວ, ເມຍ, ພໍ່, ແມ່, ລູກ ຖືກພັດພາກຈາກກັນ, ລູກກາຍເປັນກຳພ້າ – ກຳພອຍ. ຍ້ອນການກະທໍາທີ່ໄຮ້ມະນຸດສະທຳ ແລະ ໂຫດຮ້າຍປ່າເຖື່ອນດັ່ງກ່າວ. ຈຶ່ງໄດ້ກຳນົດເອົາວັນທີ 21 ມີນາ 1946 ເປັນ ” ວັນຄຽດແຄ້ນ” ຂອງປະຊາຊົນລາວ ຕໍ່ພວກລ່າເມືອງຂຶ້ນຝຣັ່ງຜູ້ຮຸກຮານ.

      ໂອກາດນິ້, ທ່ານ ສອນສະໜຸກ ເລຂາພັກເຈົ້າເມືອງ ໄດ້ຍົກໃຫ້ເຫັນ ຂະບວນວິວັດແຫ່ງການກຳເນີດຂອງພັກປະຊາຊົນ ປະຕິວັດລາວ, 70 ປີ ແຫ່ງການຊີ້ນໍາ-ນໍາພາຂອງພັກປະຊາຊົນປະຕິວັດລາວ ແລະ ເສີມຂະຫຍາຍມູນເຊື້ອຂອງພັກປະຊາຊົນ ປະຕິວັດລາວ, ຕະຫຼອດໄລຍະເວລາ 70 ປີ ແຫ່ງການນໍາພາຂອງພັກ, ບໍ່ວ່າຈະເປັນໄລຍະຕໍ່ສູ້ກູ້ຊາດ, ນັບແຕ່ມື້ສ້າງຕັ້ງພັກໃນວັນທີ 22 ມີນາ 1955 ເປັນຕົ້ນມາ ພັກເຮົາໄດ້ມີການຊີ້ນໍາ-ນໍາພາ ເດັດດ່ຽວ, ມີວິທະຍາສາດ ແລະ ມີຄວາມສະຫຼາດສ່ອງໃສ, ອັນໄດ້ນໍາພາປວງຊົນລາວບັນດາເຜົ່າຜູ້ຮັກຊາດ ຕໍ່ສູ້ກັບອິດທິກໍາລັງປໍລະປັກທີ່ໂຫດຮ້າຍປ່າເຖື່ອນ ມີກຳລັງບໍ່ວ່າຈະເປັນຈຳນວນພົນ, ອາວຸດ ແລະ ເຕັກນິກທີ່ທັນສະໄໝເໜືອກວ່າເປັນຫຼາຍເທົ່າ, ແຕ່ດ້ວຍຄວາມສະຫຼາດສ່ອງໃສ ແລະ ຄວາມມີໄຫວພິບປະຕິພານຂອງພັກ ບວກກັບນໍ້າໃຈຮັກຊາດອັນດູດດື່ມ ບໍ່ຍອມຈໍານົນຕໍ່ສັດຕູຜູ້ຮຸກຮານຂອງຄົນລາວ ແລະ ການຊ່ວຍເຫຼືອຂອງເພື່ອນມິດສາກົນທີ່ກ້າວໜ້າ, ພັກປະຊາຊົນລາວ ໃນເມື່ອກ່ອນກໍຄືພັກປະຊາຊົນ ປະຕິວັດລາວ ໃນປັດຈຸບັນ ຈຶ່ງສາມາດນໍາພາປວງຊົນລາວ ປົດປ່ອຍຊາດ ແລະ ປະກາດເອກະລາດ ແລະ ອະທິປະໄຕ ຂອງຕົນຂຶ້ນໃນວັນທີ 2 ທັນວາ 1975, ພາຍຫຼັງປົດປ່ອຍຊາດ ພັກເຮົາກໍໄດ້ນໍາພາປວງຊົນລາວ ດໍາເນີນການປົວແປງ ຮຳບາດແຜສົງຄາມ ແລະ ປະຕິບັດໜ້າທີ່ສອງຍຸດທະສາດ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ໝັ້ນຄົງ ແລະ ສີວິໄລ, ຕະຫຼອດ70 ປີ ແຫ່ງການສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ແລະ 50 ປີ ແຫ່ງ ການສະຖາປະນາ ສປປ ລາວ ພັກເຮົາໄດ້ມີຜົນງານອັນຍິ່ງໃຫຍ່ ແລະ ມະຫາສານ ເປັນຕົ້ນແມ່ນ ດ້ານການເມືອງ ສາມາດປົກປັກຮັກສາເອກະລາດ ແລະ ຜືນແຜ່ນດິນອັນຄົບຖ້ວນໄວ້ຢ່າງໝັ້ນຄົງ; ພັກໄດ້ນໍາພາການພັດທະນາເສດຖະກິດ ແລະ ສັງຄົມ ໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ໝັ້ນທ່ຽງ, ດ້ານວັດທະນະທໍາ ໄດ້ມີການປົກປັກຮັກສາ ແລະ ເສີມຂະຫຍາຍ, ສປປ ລາວ ໄດ້ມີບົດບາດ ແລະ ໃບໜ້າໃໝ່ ໃນເວທີສາກົນ ປະກອບສ່ວນໃຫ້ແກ່ການພັດທະນາ ຢູ່ພາກພື້ນ ແລະ ໃນໂລກ.

Leave a Reply

Your email address will not be published. Required fields are marked *

kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet