Deprecated: Function WP_Dependencies->add_data() was called with an argument that is deprecated since version 6.9.0! IE conditional comments are ignored by all supported browsers. in /home/ptpslgov/public_html/wp-includes/functions.php on line 6131

Deprecated: Function WP_Dependencies->add_data() was called with an argument that is deprecated since version 6.9.0! IE conditional comments are ignored by all supported browsers. in /home/ptpslgov/public_html/wp-includes/functions.php on line 6131
ເມືອງຂວາ ແຂວງຜົ້ງສາລີ ປາຖະກະຖາ 4 ວັນປະຫວັດສາດສຳຄັນ ຂອງພັກ ຂອງຊາດ -

ເມືອງຂວາ ແຂວງຜົ້ງສາລີ ປາຖະກະຖາ 4 ວັນປະຫວັດສາດສຳຄັນ ຂອງພັກ ຂອງຊາດ

ເມືອງຂວາ ແຂວງຜົ້ງສາລີ ປາຖະກະຖາ 4 ວັນປະຫວັດສາດສຳຄັນ ຂອງພັກ ຂອງຊາດ

     ເພື່ອເປັນການທົບທວນຫວນຄືນມູນເຊື້ອ ວັນປະຫວັດສາດຂອງຊາດ ຂອງພັກ ໂດຍສະເພາະ ວັນປະກາດເອກະລາດ ຄົບຮອບ 80 ປີ (12 ຕຸລາ 1945 – 12 ຕຸລາ 2025), ວັນສ້າງຕັ້ງການທູດລາວ ຄົບ ຮອບ 80 ປີ ( 12 ຕຸລາ 1945 – 12 ຕຸລາ 2025), ວັນລະນຶກສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກຂອງ ສປປ ລາວ ຄັບຮອບ 38 ປີ ແລະ 22 ປີ ( 17 ຕຸລາ 1987- 17 ຕຸລາ 2025 ແລະ 17 ຕຸລາ 2003 -17 ຕຸລາ 2025), ວັນຊາດ ສປ ຈີນ ຄົບຮອບ 76 ປີ ( 01 ຕຸລາ 1949 -01 ຕຸລາ 2025). ດັ່ງນັ້ນໃນຕອນເຊົ້າຂອງວັນທີ 21ຕຸລາ 2025 ນີ້ ຢູ່ສະໂມສອນໃຫຍ່ຂອງເມືອງຂວາ ແຂວງຜົ້ງສາລີ ໄດ້ຈັດພິທີປາຖະກະຖາ 4 ວັນດັ່ງກ່າວ  ໂດຍການເປັນປະທານຂອງທ່ານ ສອນສະໜຸກ ສີສຸລາດ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ເຂົ້າຮ່ວມຮັບຟັງມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ ຫົວໜ້າ-ຮອງຫົວໜ້າຫ້ອງການ,ພະນັກງານຫຼັກແຫຼ່ງ, ເລຂາພັກນາຍບ້ານ ເຂົ້າຮ່ວມ.

     ຈຸດປະສົງຂອງການປາຖະກະຖາໃນຄັ້ງນີ້ ກໍ່ເພື່ອເປັນການຫວນຄືນມູນເຊື້ອຂອງ 4 ວັນດັ່ງກ່າວ ເພື່ອທັງເປັນການສຶກສາອົບຮົມ-ການເມືອງແນວຄິດ,ໃຫ້ສະມາຊິກພັກ, ພະນັກງານ,ທະຫານ, ຕຳຫຼວດ ເຫັນໄດ້ບົດບາດ ຄວາມໜາຍຄວາມສຳຄັນ, ຂອງວັນດັ່ງກ່າວ ເພື່ອພ້ອມກັນເຊີດຊູນ້ຳໃຈຮັກຊາດ ຮັກບ້ານເກີດເມືອງນອນ, ຕັ້ງໜ້າປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວຂື້ນເປັນກ້າວໆ ເພື່ອເຮັດໃຫ້ພະນັກງານ – ນັກຮົບ ໄດ້ເຊື່ອມຊືມ ແລະ ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບວັນປະຫວັດສາດສຳຄັນຕ່າງໆຂອງຊາດຂອງພັກຂອງກອງທັບ, ຍົກສູງນ້ຳໃຈຮັກຊາດ, ຮັກລະບອບໃໝ່, ຮັກລະບອບປະຊາທິປະໄຕປະຊາຊົນລາວ ສ້າງຄວາມສາມັກຄີໃຫ້ເປັນປຶກແຜ່ນ, ສ້າງສະຕິເປັນເຈົ້າຕົນເອງ, ເພິ່ງຕົນເອງມີສະຕິລະວັງຕົວຕໍ່ກົນອຸບາຍທຳລາຍມ້າງເພຂອງອິດທິກຳລັງປໍລະປັກ, ແລະ ເປັນເຈົ້າການເຂົ້າຮ່ວມໃນການປະຕິບັດແນວທາງປ້ອງກັນຊາດ, ປ້ອງກັນຄວາມສະຫງົບຮອບດ້ານຂອງພັກໃນໄລຍະໃໝ່, ສືບຕໍ່ຜັນຂະຫຍາຍແນວທາງການຕ່າງປະເທດຂອງພັກ ກໍ່ຄືຮັດແໜ້ນຄວາມສາຍພົວພັນຮ່ວມກັບບັນດາປະເທດເພື່ອນມິດຍຸດທະສາດທາງໃນພາກພື້ນ ແລະ ສາກົນໃຫ້ຂະຫຍາຍຕົວຂຶ້ນຢ່າງບໍ່ຢຸດຢັ້ງ.

     ຫຼັງຈາກນັ້ນ, ໃນພິທີກໍ່ໄດ້ມອບໃບຍ້ອງຍໍຂອງທ່ານເຈົ້າແຂວງ, ເຈົ້າເມືອງ ໃຫ້ແກ່ບຸກຄົນທີ່ມີຜົນງານດີເດັ່ນ ໃນການສ້າງຄຸນງາມຄວາມດີ, ອຸທິດເຫື່ອແຮງ, ສະຕິປັນຍາເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາແຂວງຜົ້ງສາລີ ໃນໄລຍະ 1 ປີ ຜ່ານມາ ປະຈໍາປີ 2024 ຢ່າງສົມກຽດ.

ຂ່າວ: ສອນໄຊ ແສງມະນີ

 

Leave a Reply

Your email address will not be published. Required fields are marked *

kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet