ເມືອງຂວາ ແຂວງຜົ້ງສາລີ
ສຳເລັດກອງປະຊຸມຄົບຄະນະບໍລິຫານງານພັກເມືອງຄັ້ງທີ 2 ສະໄໝທີ XVI
ກອງປະຊູມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 2 ສະໄໝທີ XVI ຂື້ນຢ່າງເປັນທາງການໃນວັນທີ 9 2025 ຢູ່ສະໂມສອນຂອງເມືອງ ພາຍໃຕ້ການເປັນປະທານຂອງສະຫາຍ ສອນສະໜຸກ ສີສຸລາດ ເລຂາຄະນະບໍລິຫານພັກເມືອງ ເຈົ້າເມືອງ ເມືອງຂວາ, ເປັນກຽດເຂົ້າຮ່ວມຂອງ ສະຫາຍ ວິສອນ ລາວເມົາ ກໍາມະການປະຈໍາພັກເເຂວງ ຮອງເຈົ້າແຂວງ ຜູ້ຊີ້ນໍາວຽກງານຮອບດ້ານເມືອງຂວາ ມີບັນດາສະຫາຍ ກໍາມະການປະຈໍາພັກເມືອງ, ກໍາມະການພັກເມືອງ ພ້ອມດ້ວຍຄະນະຮັບຜິດຊອບເຂົ້າຮ່ວມ.
ສະຫາຍ ສອນສະໜຸກ ສີສຸລາດ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງຂວາ ໄດ້ມີຄໍາເຫັນກ່າວເປີດກອງປະຊຸມ ຢ່າງເປັນທາງການວ່າ: ກອງປະຊຸມຄົບຄະນະບໍລິຫານງານພັກເມືອງໃນຄັ້ງນີ້ ບັນດາສະຫາຍຜູ້ແທນກອງປະຊຸມ ຈະໄດ້ພ້ອມກັນສັງເກດຕີລາຄາຄືນບັນດາເນື້ອໃນເອກະສານຕ່າງໆ ພ້ອມທັງປະກອບຄຳຄິດ, ຄຳເຫັນ ຊອກໃຫ້ເຫັນດ້ານດີຜົນງານທີ່ພວກເຮົາສາມາດຍາດມາໄດ້. ພ້ອມກັນນີ້ຊອກໃຫ້ເຫັນດ້ານອ່ອນ, ຂໍ້ຄົງຄ້າງ, ບົດຮຽນທີ່ທອດຖອນໄດ້ຈາກນັ້ນກໍ່ຈະຄົ້ນຄວ້າພິຈາລະນາຮັບຮອງເອົາທິດທາງ, ຄາດໝາຍ ແລະ ໜ້າວຽກຈຸດສຸມ, ກໍ່ຄືແຜນການພັດທະນາເສດຖະກິດ-ສັງຄົມ 05 ປີ (2025-2029); ທັງໝົດເລົ່ານີ້ ລ້ວນແຕ່ເປັນທິດທາງທີ່ມີລັກສະນະຍຸດທະສາດ, ມີຄວາມໝາຍສຳຄັນຍິ່ງ ແລະ ເປັນບັນຫາຕັດສິນຕໍ່ການເຕີບໃຫຍ່ເຂັ້ມແຂງຂອງພັກ ແລະ ຄວາມຈະເລີນກ້າວໜ້າດ້ານເສດຖະກິດ-ສັງຄົມຂອງເມືອງຂວາພວກເຮົາ. ບັນດາສະຫາຍຜູ້ແທນກອງປະຊຸມໄດ້ຮັບຟັງການຜ່ານມະຕິຕົກລົງຂອງຄະນະປະຈໍາພັກເມືອງວ່າດ້ວຍການຮັບຮອງເອົາຜົນການເລືອກຕັ້ງກອງປະຊຸມໃຫຍ່ ອົງຄະນະພັກເມືອງ ສະໄໝທີ XVI; ຜ່ານຮ່າງແຜນດໍາເນີນງານຂອງຄະນະບໍລິຫານງານພັກເມືອງ ສະໄໜທີ XVI (2025-2029); ຜ່ານບົດຕີລາຄາ ທ່າແຂງ,ທ່າອ່ອນ ຂອງຄະນະບໍລິຫານງານພັກເມືອງຊຸດໃໝ່; ຜ່ານແບບແຜນວິທີເຮັດວຽກຂອງຄະນະບໍລິຫານງານພັກເມືອງ ສະໄໜທີ XVI; ສະເໜີຮັບຮອງຮ່າງລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ, ບົດສໍາຫຼວດການນໍາພາລວມທີ່ໄດ້ຮັບການປັບປຸງພາຍຫຼັງສໍາເລັດກອງປະຊຸມໃຫຍ່; ຜ່ານບົດຜັນຂະຫຍາຍຜົນສໍາເລັດກອງປະຊຸມໃຫຍ່ຄັ້ງທີ XVI ຂອງອົງຄະນະພັກເມືອງ; ຜ່ານມະຕິລົງແຕ່ງຕັ້ງຄະນະຮັບຜິດຊອບລົງຜັນຂະຫຍາຍຜົນສໍາເລັດກອງປະຊຸມໃຫຍ່ຄັ້ງທີ XVI ຂອງອົງຄະນະພັກເມືອງຢູ່ບັນດາກຸ່ມບ້ານ; ຜ່ານຮ່າງ ມະຕິຕົກລົງແບ່ງຄວາມຮັບຜິດຊອບຂອງຄະນະບໍລິຫານງານພັກເມືອງ;ຜ່ານຮ່າງ ມະຕິຕົກລົງແບ່ງຄວາມຮັບຜິດຊອບໃຫ້ຄະນະປະຈໍາພັກເມືອງຊີ້ນໍາກຸ່ມບ້ານພາຍໃນເມືອງ.
ຈາກນັ້ນ. ປະທານກອງປະຊຸມມີຄໍາເຫັນເຈາະຈີ້ມບັນດາສະຫາຍຜູ້ແທນກອງປະຊຸມປະກອບຄໍາຄິດຄໍາເຫັນ ແລະ ພ້ອມກັນ ຮັບຮອງມະຕິກອງປະຊຸມບັນດາບັນຫາສໍາຄັນພື້ນຖານຫຼາຍດ້ານໃນການກຳນົດທິດທາງການຊີ້ນໍາຂອງຄະນະບໍລິຫານງານພັກເມືອງຕະຫຼອດໄລຍະກອງປະຊຸມ, ການກຳນົດທ່າແຂງ – ທ່າອ່ອນຂອງຄະນະພັກ, ມະຕິຮັບຮອງຄວາມຮັບຜິດຊອບການເມືອງຂອງບັນດາ ສະຫາຍ ຄະນະບໍລິຫານງານພັກເມືອງ ແລະ ບັນຫາສໍາຄັນອື່ນໆ ອີກຈຳນວນໜຶ່ງ.
ຕອນທ້າຍໄດ້ຮັບຟັງການໂອ້ລົມຈາກ ສະຫາຍ ວິສອນ ລາວເມົາ ຊຶ່ງສະຫາຍໄດ້ ໄດ້ເນັ້ນໜັກໃຫ້ບັນດາສະຫາຍຄະນະບໍລີຫານງານພັກເມືອງເອົາໃຈໃສ່ປະຕິບັດຕາມມະຕິແບ່ງຄວາມຮັບຜິດຊອບຂອງຄະນະບໍລີຫານງານພັກເມືອງ, ປະຕິບັດຕາມພາລະບົດບາດ, ສິດ ແລະ ໜ້າທີຂອງບັນດາຂະ ແໜ່ງການທີໄດ້ຮັບການມອບໝາຍໃຫ້ໄດ້ຮັບຜົນດີ ໂດຍສະເພາະແມ່ນການນໍາພາ – ຊີ້ນໍາການຈັດ ຕັ້ງປະຕິບັດບັນດາຄາດໝາຍມະຕິກອງປະຊຸມໃຫຍ່ຄັ້ງທີ XVI ຂອງອົງຄະນະພັກເມືອງຂວາວາງອອກ ໃຫ້ສາມາດບັນລຸໄດ້ຕາມຄາດໝາຍທີ່ວາງໄວ້. ເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໄດ້ຮັບການປົວແປງດີຂື້ນກວ່າເກົ່າ ພ້ອມກັນນັ້ນ, ສະຫາຍຍັງໄດ້ເນັ້ນໜັກບັນດາບັນຫາທີ່ຄະນະບໍລິຫານງານພັກ ຈະຕ້ອງໄດ້ເອົາໃຈໃສ່ ລົງຈັດຕັ້ງຜັນຂະຫາຍເຜີຍແຜ່ບັນດາວຽກງານຈຸດຊຸມເປັນຕົ້ນແມ່ນ: ຮັບປະກັນ ສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ຕອບຕ້ານທຸກກົນອຸບາຍມ້າງເພທຳລາຍຂອງສັດຕູ ແລະ ພວກຄົນບໍ່ຫວັງດີ, ສະກັດກັ້ນແກ້ໄຂປະກົດການຫຍໍ້ຖໍ້ໃນສັງຄົມ ໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ, ເອົາໃຈໃສ່ປັບປຸງກໍ່ສ້າງກຳລັງປະກອບອາວຸດໃຫ້ມີຄວາມໜັກແໜ້ນເຂັ້ມແຂງເທື່ອລະກ້າວ, ຄະນະພັກຂັ້ນຕ່າງໆຕ້ອງອອກແຮງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງນີ້ ຫັນເປັນແຜນງານ,ໂຄງການ ແລະ ແຜນດໍາເນີນງານລະອຽດ ເພື່ອຈັດຕັ້ງປະຕິບັດຢ່າງເປັນຮູບປະທໍາ ໃນແຕ່ລະໄລຍະ, ເພີ່ມທະວີ ການນໍາພາ – ຊີ້ນໍາຂອງອົງຄະນະພັກ, ວຽກງານປັບປຸງກໍ່ສ້າງພັກໃຫ້ມີຄວາມປອດໃສ, ໜັກແໜ້ນເຂັ້ມແຂງກວ່າເກົ່າ. ເພີມທະວີສ້າງຄວາມສາມັກຄີ, ຄວາມເປັນປຶກແຜ່ນຂອງທົ່ວປວງຊົນ ເພື່ອພ້ອມກັນພັດທະນາເສດຖະກິດ – ສັງຄົມໃຫ້ບັນລຸຕາມຄາດໝາຍສູ້ຊົນທີ່ກອງປະຊຸມໃຫຍ່ ຄັ້ງທີ XVI ຂອງອົງຄະນະພັກເມືອງໄດ້ກໍານົດໄວ້.
ພາບ-ຂ່າວ: ສອນໄຊ ແສງມະນີ