ເມືອງຍອດອູ ຈັດພິທີປາຖະກະຖາເລົ່າມູນເຊື້ອວັນປະຫວັດສາດທີ່ສຳຄັນຂອງພັກ, ຂອງຊາດ ປະຈຳເດືອນ ພຶດສະພາ 2025

ເມືອງຍອດອູ ຈັດພິທີປາຖະກະຖາເລົ່າມູນເຊື້ອວັນປະຫວັດສາດທີ່ສຳຄັນຂອງພັກ, ຂອງຊາດ ປະຈຳເດືອນ ພຶດສະພາ 2025

     ພິທີດັ່ງກ່າວໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 30 ເມສາ 2025 ນີ້, ຢູ່ທີ່ສະໂມສອນໃຫຍ່ຂອງເມືອງຍອດອູ, ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ສົມຫວັງ ສຸມວິໄລ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງຍອດອູ, ມີບັນດາທ່ານກໍາມະການປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍາຫຼວດ ຕະຫຼອດຮອດພະນັກງານ-ລັດຖະກອນອ້ອມຂ້າງເມືອງເຂົ້າຮ່ວມທັງໝົດ 140 ທ່ານ, ຍິງ 60 ທ່ານ.

     ໃນພິທີນາງ ແສງລອດ ຈັນດາ ປະທານແນວລາວສ້າງຊາດ, ຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນ ກໍ່ໄດ້ໃຫ້ກຽດເລົ່າຄືນມູນເຊື້ອວັນ ກຳມະກອນສາກົນ ຄົບ ຮອບ 139 ປີ ( 1 ພຶດສະພາ 1886 – 1 ພຶດສະພາ 2025 ) ເຊິ່ງທ່ານໄດ້ຍົກໃຫ້ເຫັນ ຂະບວນການລຸກຮືຂຶ້ນຕໍ່ສູ້ ກັບຊົນຊັ້ນນາຍທຶນ ເພື່ອທວງໃຫ້ເພີ່ມຄ່າແຮງງານ ແລະ ຫຼຸດຜ່ອນຊົ່ວໂມງເຮັດວຽກລົງ, ຂະບວນການຕໍ່ສູ້ຂອງຊົນຊັ້ນກຳມະກອນ, ຊາວຜູ້ອອກແຮງງານນັບມື້ມີການເຕີບໃຫຍ່ຂະຫຍາຍຕົວຢ່າງ ບໍ່ຢຸດຢັ້ງ ວັນທີ 1 ພຶດສະພາ ປີ 1886 ໃນປະເທດອາເມຣິກາ (ເມືອງຊີກາໂກ) ກໍາມະກອນ, ຊາວຜູ້ອອກແຮງງານໄດ້ຕໍ່ສູ້ຮຽກຮ້ອງ ໃຫ້ນາຍທຶນປະຕິບັດຕາມການສະເໜີໂດຍເຮັດວຽກບໍ່ເກີນ 8 ຊົ່ວໂມງຕໍ່ມື້,ໂດຍກຳນົດ 8 ຊົ່ວໂມງເຮັດວຽກ8 ຊົ່ວໂມງພັກຜ່ອນ ແລະ 8 ຊົ່ວໂມງ ແມ່ນຮໍ່າຮຽນ. ແຕ່ການຮຽກຮ້ອງໄດ້ຖືກປະຕິເສດຈາກພວກນາຍທຶນ ແລະ ຍິ່ງເຮັດໃຫ້ຂະບວນການປະທ້ວງ ຍິ່ງເພີ່ມທະວີກຳລັງແຮງ ເຮັດໃຫ້ມີຜູ້ເສຍຊີວິດເປັນຈຳນວນຫຼາຍຮ້ອຍຄົນ ຈາກເຫດການທີ່ເກີດຂຶ້ນມັນໄດ້ສ້າງກະແສຟອງອັນໃຫຍ່ຫຼວງ ແລະ ແຂງແຮງເຖິງຂະບວນການກຳມະກອນຫຼາຍປະເທດໃນໂລກ ທັງເປັນບາດກ້າວຂະຫຍາຍຕົວແຫ່ງໄຊຊະນະ. ວັນທີ 14 ກໍລະກົດ 1889 ກອງປະຊຸມພັກກອມມູນິດສາກົນ ຄັ້ງທີ 2 ໄດ້ເປີດຂຶ້ນຢູ່ນະຄອນຫຼວງປາຣີ ປະເທດຝຣັ່ງ ຊຶ່ງມີຜູ້ແທນ 323 ຄົນ ຈາກ 22 ປະເທດເຂົ້າຮ່ວມ, ທີ່ປະຊຸມໄດ້ຜ່ານໂຄງການດໍາເນີນງານສໍາຄັນ ຂອງຊົນຊັ້ນກຳມະກອນ ທີ່ສາມັກຄີ ຕໍ່ສູ້ເພື່ອປະຕິບັດຄໍາຂວັນມື້ໜຶ່ງເຮັດວຽກ 8 ຊົ່ວໂມງ ແລະ ກຳນົດເອົາວັນທີ 1 ພຶດສະພາ 1886 ເປັນວັນກຳມະກອນສາກົນ ນັບແຕ່ນັ້ນເປັນຕົ້ນມາ ວັນທີ 1 ພຶດສະພາ ຂອງທຸກປີ ຈຶ່ງກາຍເປັນວັນບຸນໃຫຍ່ຂອງຊົນຊັ້ນກໍາມະກອນໃນທົ່ວໂລກ.

ໂອກາດດຽວກັນນີ້ ທ່ານ ທອງສີ ອິນຈັກ ຮອງເລຂາພັກເມືອງ ກໍ່ໄດ້ເລົ່າຄືນມູນເຊື້ອວັນວິລະກໍາໂຕນຄຸກຢ່າງມະຫັດສະຈັນຂອງບັນດາຜູ້ນໍາຂອງພັກ ແລະ ແນວລາວຮັກຊາດ ຄົບຮອບ 65 ປີ ( 24 ພຶດສະພາ 1960 ຫາ ວັນທີ 24 ພຶດສະພາ ປີ 2025) ແລະ ທ່ານ ບຸນສີ ຍືນດາວັນ ກຳມະການພັກເມືອງ ຫົວໜ້າຄະນະໂຄສະນາອົບຮົມ ເມືອງ ຍັງໄດ້ຜ່ານເອກະສານກ່ຽວກັບວັນຜ່າວົງປິດລ້ອມຂອງກອງພັນທີ 2 ທີ່ທົ່ງໄຫຫີນຊຽງຂວາງຄົບຮອບ 66 ປີ ( 18 ພຶດສະພາ ປີ 1959 ຫາ 18 ພຶດສະພາ ປີ 2025) ອີກດ້ວຍ.

Leave a Reply

Your email address will not be published. Required fields are marked *

kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet