
ເມືອງຍອດອູ
ປາຖະກະຖາ ວັນສະຖາປານາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດ ທ່ານປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ
ໃນຕອນເຊົ້າຂອງວັນທີ 26 ພະຈິກ 2025 ໄດ້ຈັດພິທີ ປາຖະກະຖາ ວັນສະຖາປານາ ສປປ ລາວ ຄົບຮອບ 50 ປີ (2/12/1975-2/12/2025) ແລະ ວັນເກີດ ທ່ານປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13/12/1920-13/12/2025) ຢູ່ທີ່ສະໂມສອນຂອງເມືອງຍອດອູ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ສົມຫວັງ ສຸມວິໄລ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີທ່ານ ທອງສີ ອິນຈັກ ຮອງເລຂາ ພັກເມືອງ ປະທານຄະນະກຳມະການປົກຄອງເມືອງ, ມີບັນດາທ່ານກຳມະການປພຈຳພັກເມືອງ, ກຳມະການພັກເມືອງ ບັນດາຫົວໜ້າ – ຮອງຫ້ອງການອ້ອມຂ້າງເມືອງ, ອະອີດພະນັກງານບຳນານ, ຕະຫລອດຮອດພະນັກງານລັດຖະກອນ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ ທ່ານ ທອງສີ ອິນຈັກ ຮອງເລຂາພັກເມືອງ ປະທານຄະນະກຳມະການປົກຄອງເມືອງ ໄດ້ຂຶ້ນປາຖະກະຖາເລົ່າມູນເຊື້ອ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີເຊິ່ງທ່ານໄດ້ຍົກໃຫ້ເຫັນຊີວິດ ແລະ ການເຄື່ອນໄຫວປະຕິວັດຂອງປະທານໄກສອນ ພົມວິຫານ ກັບພາລະກິດປົດປ່ອຍຊາດ, ຜົນງານ, ຄຸນງາມຄວາມດີຂອງປະທານໄກສອນ ພົມວິຫານ ແມ່ນໃຫຍ່ຫຼວງທີ່ສຸດ ໃນການນໍາພາພາລະກິດຕໍ່ສູ້ປົດປ່ອຍຊາດ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ຕັ້ງໜ້າຮໍ່າຮຽນເອົາແບບຢ່າງຄຸນສົມບັດສິນທຳປະຕິວັດຂອງປະທານ ໄກສອນພົມວິຫານ. ໂດຍ ປະທານໄກສອນ ພົມວິຫານ ແມ່ນນັກຮັກຊາດຜູ້ຍິ່ງໃຫຍ່, ມີນໍ້າໃຈເສຍສະຫຼະສູງສົ່ງ, ນັກປະຕິວັດສຸດກົກສຸດປາຍ ແລະ ຮັບໃຊ້ປະຊາຊົນໝົດຈິດໝົດໃຈ, ມີຄວາມດຸໝັ່ນພາກພຽນຊອກຮູ້ຮໍ່າຮຽນຢ່າງບໍ່ຢຸດຢັ້ງ, ມີທັດສະນະມະຫາຊົນ, ເປັນຄັນທຸງໃນການເຕົ້າໂຮມຄວາມສາມັກຄີ ແລະ ມີນໍ້າໃຈສາກົນອັນຜ່ອງໃສ. ບັນດາແບບຢ່າງຄຸນສົມບັດສິນທຳປະຕິວັດຂອງເພິ່ນ ພວກເຮົາຈະໄດ້ພ້ອມກັນສືບຕໍ່ຮ່ຳຮຽນເອົາດ້ວຍຄວາມຮັບຜິດຊອບສູງ. ຈາກນັ້ນທ່ານ ສົມຫວັງ ສຸມວິໄລ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ກໍ່ໄດ້ຫວນຄືນມູນເຊື້ອວັນຊາດທີ 2 ທັນວາ ຄົບຮອບ 50 ປີ.

ກ່ອນໜ້ານີ້ປະເທດເຮົາຕົກຢູ່ພາຍໃຕ້ການປົກຄອງຂອງຈັກກະພັດຕ່າງດ້າວ, ປະຊາຊົນລາວບັນດາເຜົ່າຖືກກົດຂີ່ຂູດຮີດຢ່າງປ່າເຖື່ອນ, ບໍ່ມີສິດເສລີພາບ ແລະ ສິດທະພື້ນຖານ, ໃນປີ 1934 ຄະນະພັກແຄ້ວນລາວ ໄດ້ຮັບການສ້າງຕັ້ງຂຶ້ນ ໂດຍພັກກອມມູນິດອິນດູຈີນ ມີການຂະຫຍາຍຕົວຢ່າງແຂງແຮງ ເຮັດໃຫ້ຂະບວນການຕໍ່ສູ້ຂອງປະຊາຊົນລາວ ສາມາດຍາດໄດ້ໄຊຊະນະຢ່າງຕໍ່ເນື່ອງ ຈົນສາມາດຍຶດອຳນາດການປົກຄອງ ແລະ ປະກາດເອກະລາດ. ຜົນສຳເລັດທີ່ຍາດມາໄດ້ຕໍ່ເນື່ອງຕະຫລອດໄລຍະ 50 ປີ ໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ ພາຍໃຕ້ການນຳພາຂອງພັກ ໄດ້ເຮັດໃຫ້ໂສມໜ້າຂອງປະເທດເຮົາມີການປ່ຽນແປງໃໝ່ໃຫຍ່ຫລວງຮອບດ້ານ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໄດ້ຮັບການຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ. ບົນເສັ້ນທາງປະຕິວັດອັນຍືດເຍື້ອຍາວນານ ປະທານ ໄກສອນ ພົມວິຫານ ໄດ້ຜ່ານຜ່າສິ່ງທ້າທາຍທົດສອບ, ລະອິດລະອ້ຽວ, ມີບາງຄັ້ງເກືອບເອົາຊີວິດບໍ່ລອດ, ເພີ່ນໄດ້ປະຕິບັດບົດບາດເປັນແກ່ນກາງສຳຄັນໃນການນຳພາສ້າງຕັ້ງກອງທັບປະຊາຊົນລາວ ແລະ ສ້າງຕັ້ງພັກປະຊາຊົນລາວ ໄດ້ນຳພາຂະບວນການຕໍ່ສູ້ກູ້ຊາດ ດ້ວຍຫລາຍຮູບການ, ວິທີການ ຕ້ານການຮຸກຮານຂອງຈັກກະພັດຝຮັ່ງ ແລະ ອາເມລິກາ, ຊີວິດ ແລະພາລະກິດປະຕິວັດຂອງປະທານ ໄກສອນ ພົມວິຫານ ຍາມໃດກໍຕິດພັນສະໜິດແໜ້ນກັບໄຊຊະນະອັນຍິ່ງໃຫຍ່ແຫ່ງການຕໍ່ສູ້ປົດປ່ອຍຊາດ ແລະ ການລຸກຮືຂຶ້ນຍຶດອຳນາດຂອງປະຊາຊົນລາວບັນດາເຜົ່າ ພາຍໃຕ້ການນຳພາຂອງພັກ. ການປະຕິບັດ 2 ໜ້າທີ່ຍຸດທະສາດ ມາເປັນເວລາ 50 ປີ ພັກເຮົາສາມາດຍາດໄດ້ຜົນສຳເລັດອັນໃຫຍ່ຫລວງ ແລະ ໄດ້ສ້າງຄວາມສະຫວ່າງສະໄຫວ ໃຫ້ແກ່ປະຫວັດສາດອັນຮຸ່ງເຮື່ອງເຫຼືອງເຫຼື້ອມ ຂອງຊາດລາວເຮົາ, ຜົນສຳເລັດ ແລະ ໄຊຊະນະທີ່ຍາດມາໄດ້ໃນໄລຍະຜ່ານມາແມ່ນໃຫຍ່ຫຼວງ ແລະ ບັນດາບົດຮຽນຖອດຖອນມາໄດ້ແມ່ນມີຄຸນຄ່າທີ່ສຸດ ເພື່ອສືບຕໍ່ພັດທະນາຊົນນະບົດ ແລະ ຫຼຸດຜ່ອນຄວາມທຸກຍາກຂອງປະຊາຊົນເຮັດໃຫ້ ສປປ ລາວ ຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາໃນຊຸ່ມປີຕໍ່ໜ້າ ແລະ ເຮັດໃຫ້ ສປປ ລາວ ສາມາດບັນລຸແຜນພັດທະນາແບບຍືນຍົງ ພວກເຮົາມີຄວາມຈຳເປັນຕ້ອງໄດ້ເສີມຂະຫຍາຍມູນເຊື້ອຂອງວັນຊາດທີ 2 ທັນວາ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ໝັ້ນຄົງຕະຫລອດໄປ.