ເມືອງຍອດອູ ແຂວງຜົ້ງສາລີ ຈັດພິທີ ປາຖະກະຖາ ມູນເຊື້ອ 2 ວັນປະຫວັດສາດ ປະຈຳເດືອນ ຕຸລາ 2025

ເມືອງຍອດອູ ແຂວງຜົ້ງສາລີ ຈັດພິທີ ປາຖະກະຖາ ມູນເຊື້ອ 2 ວັນປະຫວັດສາດ ປະຈຳເດືອນ ຕຸລາ 2025

     ໃນຕອນເຊົ້າຂອງວັນທີ 9 ຕຸລາ 2025 ນີ້, ຢູ່ທີ່ສະໂມສອນຂອງເມືອງ ຍອດອູ ແຂວງຜົ້ງສາລີ ໄດ້ຈັດພິທີ ປາຖະກະຖາ ມູນເຊື້ອ 2 ວັນປະຫວັດ ສາດຄື: ວັນສ້າງຕັ້ງການທູດລາວ ຄົບຮອບ 80 ປີ ( 12 ຕຸລາ 1945 – 12 ຕຸລາ 2025 ) ແລະ ວັນປະກາດເອກະລາດ ຄົບຮອບ 80 ປີ ( 12 ຕຸລາ 1945 – 12 ຕຸລາ 2025 ) ຂຶ້ນຢ່າງເປັນທາງການ ໂດຍພາຍໃຕ້ການເປັນປະທານຂອງທ່ານ ສົມຫວັງ ສຸມວິໄລ ກຳມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ, ມີບັນດາທ່ານກຳມະການປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ-ຮອງຫ້ອງການ, ອົງການທຽບເທົ່າ, ໂຮງໝໍສອງກໍາລັງປ້ອງກັນຊາດ – ປ້ອງກັນຄວາມສະຫງົບ ຕະຫຼອດຮອດພະນັກງານ – ລັດຖະກອນນັບແຕ່ຮອງຫົວໜ້າໜ່ວຍງານຂຶ້ນໄປເຂົ້າຮ່ວມຢ່າງພ້ອມພຽງ.

     ໃນພິທີໄດ້ຮັບຟັງການເລົ່າຄືນມູນເຊື້ອປະຫວັດຄວາມເປັນມາ ຂອງວັນສ້າງຕັ້ງການທູດລາວ ຄົບຮອບ 80 ປີ, ໂດຍພາຍໃຕ້ການນໍາພາຂອງພັກ, ກ່ອນປົດປ່ອຍ, ສືບຕໍ່ຜັນຂະຫຍາຍນະໂຍບາຍການຕ່າງປະເທດ, ການພົ່ວພັນຕ່າງປະເທດແບບຫຼາຍຮູບແບບ ບົນພື້ນຖານການເສີມຂະຫຍາຍນໍ້າໃຈເອກະລາດ ເປັນເຈົ້າຕົນເອງ ນໍາໃຊ້ກໍາລັງພາຍໃນຂອງຕົນເພື່ອສ້າງໃຫ້ປະເທດຊາດເຮົາມີຄວາມເຂັ້ມແຂງ ແລະ ກໍາແໜ້ນຂໍ້ກໍານົດກົດລະບຽບ ແລະ ລະດັບມາດຕະຖານສາກົນ, ເພື່ອຮັບປະກັນຜົນປະໂຫຍດຂອງຊາດ, ຕອບຕ້ານທຸກກົນອຸບາຍຫັນປຽ່ນໂດຍສັນຕິ ແລະ ການແຊກແຊງເຂົ້າວຽກງານພາຍໃນຂອງລາວເຮົາ, ບຸກທະລຸເພື່ອປົກປ້ອງຄວາມໝັ້ນຄົງຂອງລະບອບ, ປົກປັກຮັກສາອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດລາວເຮົາໄວ້ໃຫ້ໝັ້ນຄົງຕະຫຼອດໄປ ແລະ ວັນປະກາດເອກະລາດ 12 ຕຸລາ 1945 ຄົບຮອບ 80 ປີ, ຊຶ່ງປະທານ ໄກສອນ ພົມວິຫານໄດ້ຕີລາຄາວ່າ ນີ້ເປັນເທື່ອທຳອິດທີ່ປະຊາຊົນລາວໄດ້ກາຍເປັນເຈົ້າຂອງປະເທດຊາດ ແລະ ສະຕາກຳຂອງຕົນເອງ, ພາຍຫຼັງ 100 ກວ່າປີ ທີ່ມີຊິວິດຢູ່ພາຍໃຕ້ການປົກຄອງເປັນຂ້ອຍຂ້າ, ຊຶ່ງການປະກາດເອກກະລາດ ໄດ້ເຮັດໃຫ້ຊາວໂລກໄດ້ຮັບຮູ້ກ່ຽວກັບຄວາມເປັນຊາດລາວ ຂອງພວກເຮົາ ກໍຄືຮັບຮູ້ອະທິປະໄຕ ແລະ ເຂດນ້ຳແດນດິນ ຂອງປະເທດລາວ ພ້ອມດຽວກັນນັ້ນ ຍັງໄດ້ຮັບຮູ້ລັດຖະບານຊົ່ວຄາວຂອງລາວ ແລະ ຮັບຮູ້ວ່າຊາດລາວ, ຄົນລາວ ກໍເປັນຄົນທີ່ມີກຽດ, ມີສັກສີເໝືອນກັບຄົນຊາດອື່ນໆ ແລະ ມີອິດສະຫຼະພາບເປັນເຈົ້າສະຕາກຳຂອງຕົນເອງ, ມີການພັດທະນາຕົນເອງ ເພື່ອຄວາມຢູ່ດີກິນດີ ແລະ   ມີການພັດທະນາຈະເລີນກ້າວໜ້າ. ຍ້ອນແນວນັ້ນ ພວກເຮົາຈຶ່ງກຳນົດເອົາວັນທີ 12 ຕຸລາ 1945 ເປັນວັນປະຫວັດສາດທີ່ມີຄວາມສຳຄັນຂອງຊາດ, ເປັນວັນແຫ່ງຄວາມເອກອ້າງທະນົງໃຈຕໍ່ຄວາມອາດຫານຊານໄຊໃນການຕໍ່ສູ້ບົນຈິດໃຈຍອມຕາຍດີກວ່າຍອມເປັນຂ້ອຍຂ້າ, ຕາຍເພື່ອຄວາມເປັນເອກະລາດ ດີກວ່າຢູ່ພາຍໃຕ້ການປົກຄອງຂອງ ຕ່າງຊາດ. ຈາກນັ້ນມາ ວັນທີ 12 ຕຸລາ 1945 ຈຶ່ງກາຍເປັນມູນເຊຶ້ອແຫ່ງການຕໍ່ສູ້ຢ່າງມີໄຊຂອງຄົນລາວຜູ້ຮັກຊາດ ເຊິ່ງໄຊຊະນະດັ່ງກ່າວລ້ວນແຕ່ຢູ່ພາຍໃຕ້ການນຳພາ-ຊີ້ນຳຂອງພັກປະຊາຊົນປະຕິວັດລາວຕະຫຼອດມາ. ໃນການຈັດຕັ້ງປາຖະກະຖາ ຄັ້ງນີ້ ກໍເພື່ອເຮັດໃຫ້ພະນັກງານ, ສະມາຊິກພັກ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ ມີຄວາມຮັບຮູ້ເຊື່ອມຊຶມ ແລະ ເຂົ້າໃຈຢ່າງເລິກເຊິ່ງຕໍ່ກັບວັນສຳຄັນດັ່ງກ່າວ ມີຄວາມຈົງຮັກພັກດີຕໍ່ພັກ, ຕໍ່ລັດ, ຕໍ່ປະເທດຊາດ, ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ແລະ ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງ ໃຫ້ມີຄຸນທາດການເມືອງທີ່ໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ ແລະ ກາຍເປັນພະນັກງານຜູ້ສືບທອດທີ່ດີຂອງພັກ, ພ້ອມກັນສືບຕໍ່ປົກປັກຮັກສາ ແລະ ສ້າງສາປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງຂຶ້ນໄປເລື້ອຍໆ.

Leave a Reply

Your email address will not be published. Required fields are marked *

kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet