
ເມືອງຍອດອູ ແຂວງຜົ້ງສາລີ ຈັດພິທີສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 116 ປີ
ໃນຕອນເຊົ້າຂອງວັນທີ 10 ມີນາ 2026 ນີ້ ນະທີ່ສະໂມສອນຂອງ ເມືອງຍອດອູ ແຂວງຜົ້ງສາລີ ໄດ້ຈັດພິທີປາຖະກະຖາ ວັນແມ່ຍິງສາກົນ ຄົບຮອບ 116 ປີ ( ວັນທີ 8 ມີນາ 1910 – 08 ມີນາ 2026 ) ໂດຍພາຍໃຕ້ຄໍາຂວັນທີ່ວ່າ: ສິດທິ, ຄວາມຍຸຕິທຳ, ການລົງມືປະຕິບັດ ເພື່ອແມ່ຍິງ ແລະ ເດັກນ້ອຍ ພາຍໃຕ້ການເປັນປະທານຂອງ ທ່ານ ສົມບຸນ ອິນໃຈ ຮອງເລຂາພັກເມືອງ, ປະທານອົງການກວດກາພັກ-ລັດ, ຜູ້ຊີ້ນໍາວຽກງານພັກ-ພະນັກງານ ແລະ ການເມືອງແນວຄິດ ທັງເປັນຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນຂັ້ນເມືອງ, ມີ ທ່ານ ນາງ ແກ່ນຈັນ ບຸນຄຳປະເສີດ ກໍາມະການພັກເມືອງ, ປະທານສະຫະພັນແມ່ຍິງເມືອງ, ມີບັນດາຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ຄະນະບໍລິຫານງານງານສະຫະພັນແມ່ຍິງເມືອງ, ຫົວໜ້າໜ່ວຍ, ຄະນະໜ່ວຍ, ອາດີດການນຳເພດຍິງ ຕະຫຼອດຮອດສະຫະພັນແມ່ຍິງອ້ອມຂ້າງເມືອງເຂົ້າຮ່ວມທັງໝົດ 147 ທ່ານ, ຍິງ 126 ທ່ານ.

ໃນພິທີ ທ່ານ ນາງ ແກ່ນຈັນ ບຸນຄຳປະເສີດ ກຳມະການພັກເມືອງ ປະທານສະຫະພັນແມ່ຍິງເມືອງ ໄດ້ຂຶ້ນເລົ່າປະຫວັດຄວາມເປັນມາ ແລະ ການເຕີບໃຫ່ຍຂະຫຍາຍຕົວຂອງວັນແມ່ຍິງສາກົນ ເຊິ່ງທ່ານໄດ້ຍົກໃຫ້ເຫັນວ່າ: ວັນແມ່ຍິງສາກົນໄດ້ກໍາເນີດເກີດຂຶ້ນ ໃນທາມການສະພາບເສດຖະກິດຂອງພວກສັກດີນາ ແລະ ໂຮງງານໂຮງຈັກຂອງພວກນາຍທີນໄດ້ຂະຫຍາຍຕົວ ມັນໄດ້ສ້າງຄວາມຮັ່ງມີໃຫ້ແກ່ພວກເຂົາ ແຕ່ສໍາພັດເພີມຄວາມທຸກຍາກໃຫ້ແກ່ຊາວຜູ້ອອກແຮງງານ ໂດຍສະເພາະແມ່ນກໍາມະກອນແມ່ຍິງ ຢູ່ພາຍໃຕ້ລະບອບສັກດີນາຂອງພວກນາຍທຶນ ແລະ ແມ່ຍິງຖືກກົດຂີ່ຂູດຮິດຢ່າງໜັກໜ່ວງ, ເຮັດວຽກຫຼາຍຊົວໂມງ ແຕ່ສໍາພັດໄດ້ຄ່າແຮງງານຕໍ່າ, ເຮັດວຽກບໍ່ມີການຮັບປະກັນ, ບໍ່ມີລະບອບປົກປັກຮັກສາສຸຄະພາບຂອງແມ່ຍິງ ແລະ ເດັກນ້ອຍ, ແມ່ຍິງຍັງຖືກດູໝີ່ນປະມາດ, ຍັງຖືເປັນສີ້ນຄ້າ, ຖືເປັນເຄື່ອງຫລິນ, ຖືກທູບຕີ, ຖືກຂົມຂືນກະທໍາສໍາເລົາ ແລະ ຖືກໄລ່ອອກຈາກວຽກໃນເວລາຖືພາ, ເວລາຖືພາ ຫຼື ເຈັບເປັນບໍ່ໄດ້ຮັບການປິ່ນປົວ ຈົນມາເຖິງປີ 1910 ຂະບວນການຕໍ່ສູ້ຂອງແມ່ຍິງໄດ້ແຜ່ຂະຫຍາຍກ້ວາງອອກໄປສຸ່ປະເທດນາຍທຶນຢູ່ທະວີບເອີລົບ. ວັນທີ 08 ມີນາ ແມ່ນເຫດການ-ການເມືອງທີສໍາຄັນ, ເປັນຂີດໝາຍແຫ່ງໄຊຊະນະອັນພື້ນຖານ ຂອງຂະບວນການແມ່ຍິງສາກົນ ໃນການຕໍ່ສູ້ທວງເອົາ ສິດຜົນປະໂຫຍດອັນເປັນທໍາໃຫ້ແກ່ແມ່ຍິງ, ຊາວຜູ້ອອກແຮງງານໃນທົ່ວໂລກ, ເປັນວັນລະນຶກເຖິງການຕໍ່ສູ້ຂອງແມ່ຍິງເພື່ອປົດປ່ອຍຕົນເອງ ແລະ ທວງໃຫ້ມີສິດສະເໝີພາບ ປະຊາທິປະໄຕ ຄືກັບເພດຊາຍ, ທວງໃຫ້ພວກນາຍທຶນແກ້ໄຂຊີວິດການເປັນຢູ່ພາຍໃຕ້ຄໍາຂັວນ ຜູ້ໜຶ່ງເຮັດວຽກມື້ລະ 08 ຊົ່ວໂມງ ແມ່ຍິງ ແລະ ຜູ້ຊາຍ ເຮັດວຽກຄືກັນຕ້ອງໄດ້ຮັບຄ່າແຮງງານເທົ່າກັນ, ຕ້ອງມີລະບອບປ້ອງກັນສຸຄະພາບຂອງແມ່ຍິງ ແລະ ເດັກນ້ອຍ, ຕ້ານສົ່ງຄາມຮຸກຮານ ແລະ ປົກປັກຮັກສາສັນຕິພາບຂອງໂລກ ນັບແຕ່ນັ້ນມາ ວັນທີ 08 ມີນາ ຈິ່ງເປັນວັນແມ່ຍິງສາກົນຈົນເຖິງທຸກວັນນີ້, ທັງນີ້ກໍ່ເພື່ອໃຫ້ເອື້ອຍນ້ອງແມ່ຍີງໄດ້ມີຄວາມຮັບຮູ້ຄວາມໝາຍຄວາມສໍາຄັນຂອງວັນດັ່ງກ່າວ ແລະ ນໍາເອົາມູນເຊື້ອອັນອົງອາດກ້າແກ່ນຂອງເອື້ອຍນ້ອງແມ່ຍິງລາວ ແລະ ທົ່ວໂລກ ເພື່ອເປັນບົດຮຽນອັນລໍ້າຄ່າ ເພື່ອມາເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານຕົວຈິງ ໃນການນໍາພາ-ຊີ້ນໍາ ໃຫ້ມີການພັດທະນາຍິ່ງໆຂຶ້ນ.

ນອກຈາກນີ້ ຍັງໄດ້ຮັບຟັງບົດສະຫລຸບການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 3 ດີ ປະຈຳປີ 2025 ແລະ ທິດທາງແຜນການ ປີ 2026 ເຊິ່ງນໍາສະເໜີໂດຍ ທ່ານ ນາງ ວົງເພັດ ມະນີວົງ ພ້ອມນັ້ນ ຍັງໄດ້ມອບໃບນາມມະຍົດທຸງໄຊ 3 ດີໃຫ້ກົມກອງລວມໝູ່ ທີ່ມີຜົນງານດີເດັ່ນ ໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ແລະ ມອບໃບຍ້ອງຍໍໃຫ້ແກ່ກົມກອງ, ໜ່ວຍ, ບຸກຄົນ 3 ດີ ຜູ້ທີ່ມີຜົນງານດີ່ເດັ່ນໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີໄລຍະ 2 ຕື່ມອີກ.
ຂ່າວ – ພາບ: ໄລພອນ ສີສົມພອນ