ເມືອງຍອດອູ ແຂວງຜົ້ງສາລີ ຈັດພິທີປາຖະກະຖາ 4 ວັນປະຫວັດສາດສໍາຄັນຂອງພັກຂອງຊາດ

ເມືອງຍອດອູ ແຂວງຜົ້ງສາລີ ຈັດພິທີປາຖະກະຖາ 4 ວັນປະຫວັດສາດສໍາຄັນຂອງພັກຂອງຊາດ

     ເພື່ອເປັນການລະນຶກຫວນຄືນມູນເຊື້ອ 4 ວັນປະຫວັດສາດສໍາຄັນຂອງຊາດ ທີ່ໄດ້ໝູນວຽນມາອີກວາລະໜຶ່ງ, ມາໃນຕອນບ່າຍຂອງວັນທີ 13 ສິງຫາ 2024 ນີ້, ຢູ່ທີ່ສະໂມສອນໃຫຍ່ຂອງເມືອງຍອດອູ ໄດ້ຈັດພິທີປາຖະກາຖາ 4 ວັນປະຫວັດສາດສໍາຄັນຂອງພັກ-ຂອງຊາດ ຄື: ວັນສ້າງຕັ້ງແນວລາວສ້າງຊາດຄົບຮອບ 74 ປີ (13 ສິງຫາ 1950 – 13 ສິງຫາ 2024), ວັນລັດຖະທໍາມະນູນແຫ່ງ ສປປ ລາວ ຄົບຮອບ 33 ປີ (15 ສິງຫາ 1991 – 15 ສິງຫາ 2024), ວັນສ້າງຕັ້ງສື່ມວນຊົນ ແລະ ການພິມຈໍາໜ່າຍ ຄົບຮອບ 74 ປີ (13 ສິງຫາ 1950 – 13 ສິງຫາ 2024) ແລະ ວັນຍຶດອໍານາດທົ່ວປະເທດ ສປປ ລາວ ຄົບຮອບ 49 ປີ (23 ສິງຫາ 1975 – 23 ສິງຫາ 2024) ໂດຍພາຍໃຕ້ການເປັນປະທານຂອງທ່ານ ມືກ່ຽງ ລາວທາງ ກຳມະການປະຈໍາພັກເມືອງ ຮອງເລຂາພັກເມືອງ ຜູ້ຊີ້ນຳວຽກງານພັກ-ພະນັກງານ, ເປັນກຽດເຂົ້າຮ່ວມມີບັນດາທ່ານກຳມະການປະຈຳພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ-ຮອງຫ້ອງການ, ນາຍ ແລະ ພົນຕຳຫຼວດ ຕະຫຼອດຮອດພະນັກງານ-ລັດຖະກອນ ອ້ອມຂ້າງເຂົ້າຮ່ວມທັງໝົດ 108 ທ່ານ, ຍິງ 50 ທ່ານ.

       ໃນພິທີ ບັນດາທ່ານຜູ້ເຂົ້າຮ່ວມໄດ້ຮັບຟັງການເລົ່າຄືນມູນເຊື້ອ ວັນສ້າງຕັ້ງແນວລາວສ້າງຊາດຄົບຮອບ 74 ປີ, ວັນລັດຖະທຳມະນູນແຫ່ງ ສປປລາວ ຄົບຮອບ 33 ປີ, ວັນສ້າງຕັ້ງສື່ມວນຊົນ ແລະ ການພິມຈໍາໜ່າຍ ຄົບຮອບ 74 ປີ ແລະ ວັນຍຶດອໍານາດທົ່ວປະເທດ ສປປ ລາວ ຄົບຮອບ 49 ປີ ເຊິ່ງໄດ້ຍົກໃຫ້ຮູ້ເຖິງປະຫວັດແຫ່ງການເຕີບໃຫຍ່ຂະຫຍາຍຕົວ ແລະ ມູນເຊື້ອ, ຜົນງານອັນໃຫຍ່ຫຼວງ ແຕ່ລະໄລຍະຈົນເຖິງປະຈຸບັນຂອງແຕ່ລະວັນປະຫວັດສາດດັ່ງກ່າວ. ຈຸດປະສົງໃນການປາຖະກະຖາໃນຄັ້ງນີ້, ກໍເພື່ອເປັນການໂຄສະນາສຶກສາອົບຮົມໃຫ້ຄະນະນໍາຂອງເມືອງ, ສະມາຊິກພັກ, ພະນັກ ງານ-ລັດຖະກອນ, ທະຫານ, ຕຳຫຼວດ ພາຍໃນເມືອງໄດ້ຮັບຮູ້ ແລະ ເຂົ້າໃຈ, ກໍາແໜ້ນບັນດາເນື້ອໃນ ແລະ ມູນເຊື້ອອັນດີງາມຂອງ 4 ວັນສໍາຄັນປະ ຫວັດສາດດັ່ງກ່າວຢ່າງເລິກເຊິ່ງ ລວມໄປເຖິງມູນເຊື້ອແຫ່ງການນໍາພາໃນໄລຍະຕໍ່ສູ້ກູ້ຊາດ, ໄລຍະປົກປັກຮັກສາພັດທະນາປະເທດຊາດ ແລະ ຂະຫຍາຍມູນເຊື້ອຂອງຊາດ, ມູນເຊື້ອແຫ່ງຄວາມສາມັກຄີປອງດອງ, ມູນເຊື້ອຕໍ່ສູ້ຢ່າງເດັດດ່ຽວບໍ່ຍອມຈໍານົນ, ມູນເຊື້ອແຫ່ງການສູ້ຮົບຢ່າງພິລະອາດຫານ ໂດຍພາຍໃຕ້ການນໍາພາຂອງພັກນັບມື້ໜັກແໜ້ນເຂັ້ມແຂງ ທັງເປັນການເພີ່ມທະວີຂະຫຍາຍມູນເຊື້ອການຊີ້ນຳ-ນຳພາຂອງພັກ-ລັດ ເຂົ້າໃນພາລະ ກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໂດຍສະເພາະໃນພາລະກິດປ່ຽນແປງໃໝ່ໃຫ້ມີໝາກຜົນຫຼາຍຂຶ້ນເລື້ອຍໆ.

 

Leave a Reply

Your email address will not be published. Required fields are marked *

kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet