ເມືອງຍອດອູ ແຂວງຜົ້ງສາລີ ດຳເນີນກອງປະຊູມເຜີຍແຜ່ເອກະສານ ສຶກສາການເມືອງ-ແນວຄິດ ສຳລັບສະມາຊິກພັກ ພະນັກງານ ເພື່ອດຳເນີນຊີວິດການເມືອງໃນທົ່ວພັກ

ເມືອງຍອດອູ ແຂວງຜົ້ງສາລີ

ດຳເນີນກອງປະຊູມເຜີຍແຜ່ເອກະສານ ສຶກສາການເມືອງ-ແນວຄິດ ສຳລັບສະມາຊິກພັກ ພະນັກງານ ເພື່ອດຳເນີນຊີວິດການເມືອງໃນທົ່ວພັກ

     ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 13 ພຶດສະພາ 2025 ນີ້ ທີ່ສະໂມສອນໃຫຍ່ຂອງເມືອງຍອດອູ ແຂວງຜົ້ງສາລີ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ສັນຕິ ແກ້ວຍະສານ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ, ຜູ້ຊີ້ນໍາວຽກງານຮອບດ້ານເມືອງຍອດອູ, ເປັນກຽດເຂົ້າຮ່ວມມີສະຫາຍ ສົມຫວັງ ສຸມວີໄລ ເຂລາພັກເມືອງ ເຈົ້າເມືອງຍອດອູ, ມີບັນດາສະຫາຍກຳມະການປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ກຳລັງປກຊ-ປກສ ຕະຫຼອດຮອດສະມາຊິກພັກອອ້ມຂ້າງເມືອງເຂົ້າຮ່ວມຢ່າງພ້ອມພຽງ.

     ໃນກອງປະຊຸມຜູ້ເຂົ້າຮ່ວມໄດ້ຮັບຟັງການ ເຜີຍແຜ່ເຊື່ອມເອກະສານສຶກສາອົບຮົມການເມືອງ-ແນວຄິດລວມມີ 5 ບົດຄື: ຮໍ່າຮຽນເອົາແບບແຜນວິທີເຮັດວຽກ ແລະ ຄຸນສົມບັດຂອງປະທານໄກສອນພົມວິຫານ, ຝຶກຝົນຫຼໍ່ຫຼອມຄຸນທາດການເມືອງ ແລະ ຄຸນສົມບັດສິນທໍາປະຕິວັດ ຂອງພະນັກງານສະມາຊິກພັກ ໃນເງື່ອນໄຂປະຈຸບັນ, ມາດຖານຂອງພະນັກງານ, ສະມາຊິກພັກ ໃນເງື່ອນໄຂໃໝ່. ເຜີຍແຜ່ມະຕິກອງປະຊຸມຄົບຄະນະບໍລິຫານງານສູນ ກາງພັກ ຄັ້ງທີ 9 ສະໄໝ ທີ Xl, ເຜີຍແຜ່ມະຕິ 03 ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງ ເລກທີ 03/ຄບສພ,ລົງວັນທີ 12 ມີນາ 2025, ເຜີຍແຜ່ມະຕິກອງປະຊຸມຄົບຄະນະບໍລິຫານງານຂອງແຂວງ ຄັ້ງທີ 10 ສະໄໝ ທີ Xl, ເຜີຍແຜ່ ມະຕິ ກອງປະຊຸມຄົບຄະນະສະໄໝວິສາມັນຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ Xl ສະບັບເລກທີ 02/ຄບສພ,ລົງວັນທີ 7 ມີນາ 2025, ທັງນີ້ກໍ່ເພືອສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ, ພະນັກງານ ຮັບຮູ້, ເຂົ້າໃຈ ແລະ ຮໍ່າຮຽນເອົາແບບແຜນວິທີເຮັດວຽກ ແລະ ຄຸນສົມບັດສິນທໍາປະຕິວັດອັນສູງສົົ່ງ ຂອງປະທານ ໄກສອນ ພົມວິຫານ ເພື່ອພ້ອມກັນຕັ້ງໜ້າຄົ້ນຄວ້າ, ສຶກສາຮໍ່າຮຽນ ເອົາເປັນແບບຢ່າງ ໃນການຝຶກຝົນຫຼໍ່ຫຼອມຕົນເອງ ໃຫ້ກາຍເປັນພະນັກງານ, ສະມາຊິກພັກ ຜູ້ດີເດັ່ນມີຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດທີ່ໜັກແໜ້ນ.

      ເພື່ອສຶກສາອົບຮົມ ສະມາຊິກພັກ, ພະນັກງານ ໄດ້ຮັບຮູ້, ເຂົ້າໃຈ ມາດຕະຖານ ຂອງສະມາຊິກພັກ, ພະນັກງານ ເຊິ່ງແມ່ນສິ່ງທີ່ສໍາຄັນ ແລະ ຈໍາເປັນ ພ້ອມທັງແມ່ນປັດໄຈພື້ນຖານ ໃຫ້ແກ່ການເລືອກເຟັັ້ນເອົາພະນັກງານ, ສະມາຊິກພັກ ເຂົ້າໃນການສັບຊ້ອນ, ຈັດວາງ, ກໍ່ສ້າງ, ບໍາລຸງ ແລະ ທັງເປັນບ່ອນອີງໃຫ້ພະນັກງານ, ສະມາຊິກພັກ ໄດ້ຝຶກຝົນຫຼໍຫຼອມຕົນເອງ ດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ ເພື່ອກ້າວຂຶ້ນເປັນພະນັກງານ, ສະມາຊິກພັກ ທີມີຄຸນນະພາບ, ເພື່ອເປັນການປຸກລະດົມຂະບວນການ ຂອງທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ ໃນການບຸກບື່ນສູ້ຊົນຈັດຕັັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີແຫ່ງຊາດ ຄັ້ງທີ IX ແລະ ສອງວາລະແຫ່ງຊາດ ຕິດພັນກັບການສ້າງຜົນງານ ຂໍ່ານັບຮັບຕ້ອນ 3 ວັນປະຫວັດສາດ ໃນປີ 2025 ນີ້.

ພາບ-ຂ່າວໂດຍ: ນັກຂ່າວ ຫ້ອງການ ຖວທ ເມືອງຍອດອູ

Leave a Reply

Your email address will not be published. Required fields are marked *

kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet