ເມືອງຍອດອູ, ແຂວງຜົ້ງສາລີ ສຳເລັດກອງປະຊຸມໃຫຍ່ ຄັ້ງທີ VII ຜູ້ແທນແນວລາວສ້າງຊາດເມືອງ

 

ເມືອງຍອດອູ, ແຂວງຜົ້ງສາລີ ສຳເລັດກອງປະຊຸມໃຫຍ່ ຄັ້ງທີ VII ຜູ້ແທນແນວລາວສ້າງຊາດເມືອງ

     ກອງປະຊຸມໃຫ່ຍຜູ້ແທນ ແນວລາວສ້າງຊາດເມືອງ ຍອດອູ ຄັ້ງທີ VII ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 20 ພຶດສະພາ 2025 ຢູ່ທີ່ສະໂມສອນໃຫຍ່ຂອງເມືອງ ໂດຍການເປັນປະທານຂອງ ທ່ານ ນາງ ແສງລອດ ຈັນດາ ປະທານແນວລາວສ້າງຊາດ, ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນຂັ້ນເມືອງ ແລະ ເປັນກຽດເຂົ້າຮ່ວມຂອງ ທ່ານ ພອນໄຊ ແກ້ວສົມພັນ ກຳມະການປະຈຳພັກແຂວງ, ປະທານແນວລາວສ້າງຊາດແຂວງ ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນຂັ້ນແຂວງ, ມີທ່ານ ສົມຫວັງ ສຸມວິໄລ ກໍາມະການພັກແຂວງ, ເລຂາພັກເມືອງ ເຈົ້າເມືອງ-ເມືອງຍອດອູ, ມີບັນດາທ່ານ ກໍາມະການປະຈຳພັກເມືອງ, ກໍາມະການພັກເມືອງ, ຫົວໜ້າຫ້ອງການ, ບັນດາຜູ້ແທນ, ພ້ອມດ້ວຍແຂກເຊີນເຂົ້າຮ່ວມ.

      ໃນກອງປະຊຸມ ທ່ານ ນາງ ແສງລອດ ຈັນດາ ປະທານແນວລາວສ້າງຊາດເມືອງໄດ້ຂື້ນກ່າວເປີດກອງປະຊຸມຢ່າງເປັນທາງການ ພ້ອມທັງຜ່ານບົດລາຍງານການເມືອງທັງສອງພາກ ຕີລາຄາຄືນການນໍາພາ-ຊີ້ນໍາ, ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ສະໄໝທີ VI ຂອງຄະນະກຳມະການແນວລາວສ້າງຊາດເມືອງຍອດອູ ຕໍ່ກອງປະຊຸມໃຫຍ່ ຄັ້ງທີ VII ຜູ້ແທນແນວລາວສ້າງຊາດເມືອງ, ເຊິ່ງໄດ້ສະຫຼຸບຕີລາຄາ ຍົກໃຫ້ເຫັນການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຜູ້ແທນແນວລາວສ້າງຊາດ ໃນໄລຍະ 5 ປີຜ່ານມາ (2020 – 2024), ເຊິ່ງໄດ້ຍົກໃຫ້ເຫັນ ດ້ານດີ, ດ້ານອ່ອນ ແລະ ຜົນງານອັນພົ້ນເດັ່ນທີ່ຍາດມາໄດ້ ຫຼາຍດ້ານເປັນ ຕົ້ນແມ່ນ: ໄດ້ເອົາວຽກງານການສຶກສາອົບຮົມການເມືອງ-ແນວຄິດເປັນກົກ ໃຫ້ຖັນແຖວພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດ, ພໍ່ຄ້າ, ຊາວຂາຍ, ພໍ່ແມ່ປະຊາຊົນບັນດາເຜົ່າ, ຜູ້ຊົງຄຸນວຸດທິ, ເຈົ້າກົກ-ເຈົ້າເຫຼົ່າ, ສາສະໜາ, ເພດ-ໄວ ມີຄວາມຮັບຮູ້ເຂົ້າໃຈຕໍ່ແນວທາງແຜນນະໂຍບາຍ, ມະຕິ, ຄໍາສັ່ງ, ກົດລະບຽບຂອງພັກ ແລະ ກົດໝາຍຂອງລັດ. ແລະ ທິດທາງ ແຜນການ 5 ປີຕໍ່ໜ້າ 2025-2029, ສຶກສາອົບຮົມການ ເມືອງ-ແນວຄິດໃຫ້ສະມາຊິກແນວລາວສ້າງຊາດ, ສ້າງຄວາມເຂັ້ມແຂງດ້ານການຈັດຕັ້ງ ແລະ ນະໂຍບາຍ, ຕິດຕາມກວດກາ ແລະ ສະກັດກັ້ນ ດ້ານປະກົດການຫຍໍ້ທໍ້ ແລະ ຊຸກ ຍູ້ການສ້າງເສດຖະກິດຄອບຄົວ ໃຫ້ປະກົດຜົນ ເປັນຈິງ. ຈາກນັ້ນ, ຜູ້ແທນກອງປະຊຸມກໍໄດ້ປະກອບຄຳຄິດຢ່າງກົງໄປກົງມາ, ພ້ອມນັ້ນ, ຍັງໄດ້ຮັບຮອງເອົາບົດປະກອບຄໍາເຫັນຜູ້ຕາງໜ້າອົງການພາຄີ ການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຂອງອົງການ ພາຄີຕໍ່ແນວລາວສ້າງສ້າງຊາດເມືອງ, ການປະຕິບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ໃນໄລຍະຜ່ານມາ. ນອກນັ້ນ ກອງປະຊຸມ ຍັງໄດ້ປະຊາມະຕິຮັບຮອງເອົາຄະນະກຳມະການແນວລາວສ້າງຊາດເມືອງຊຸດໃໝ່ ຈຳນວນ 31 ທ່ານ, ຍິງ 3 ທ່ານ ເຊິ່ງໄດ້ເຫັນດີເປັນເອກະສັນເລືອກຕັ້ງເອົາ ປະທານ ແລະ ຮອງປະທານ; ໃນນີ້, ເລືອກເອົາທ່ານ ບູນວອນ ທະນະພົມ ກຳມະການປະຈຳພັກເມືອງ, ເປັນປະທານແນວລາວສ້າງຊາດເມືອງ ແລະ ເລືອກເອົາ ທ່ານ ຄຳສີ ລາວທາງ ແລະ ທ່ານ ນ ຈັນປີງ ແສງເມືອງ ເປັນຮອງປະທານແນວລາວສ້າງຊາດເມືອງ.

ໃນຕອນທ້າຍ ກອງປະຊຸມ ທ່ານ ພອນໄຊ ແກ້ວສົມພັນ ກໍາມະການປະຈໍາພັກແຂວງ, ປະທານແນວລາວສ້າງຊາດແຂວງ ກໍ່ໄດ້ມີຄໍາເຫັນໂອ້ລົມ ເຊິ່ງທ່ານໄດ້ຮຽກຮ້ອງມາຍັງ ຄະນະພັກອົງການປົກຄອງເມືອງ ເພີ່ມຄວາມເປັນເຈົ້າການໃນການ ນໍາພາ-ຊີ້ນໍາ, ຊຸກຍູ້ ຊ່ວຍໜູນດ້ານຕ່າງໆ ເພື່ອໃຫ້ແນວລາວສ້າງຊາດ ໄດ້ເຄື່ອນໄຫວວຽກງານ ຕາມພາລະບົດບາດ ແລະ ໜ້າທີ່ຫຼາຍຂຶ້ນກ່ວາເກົ່າ.

ນອກນີ້ເອົາໃຫ້ເອົາໃຈໃສ່ສ້າງການຫັນປ່ຽນຮູບແບບ ການພົວພັນປະສານງານລະຫວ່າງແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງການເມືອງ,ອົງການຈັດຕັ້ງສັງຄົມ, ພາຄີຂອງແນວລາວສ້າງຊາດ ໃຫ້ມີຄວາມກົມກຽວ ເພື່ອຊ່ວຍເຫຼືອ ແລະ ໃຫ້ການຮ່ວມມື ໃນການປະກອບຄໍາ ຄິດຄໍາເຫັນ ທີ່ເປັນປະໂຫຍດໃນການພັດທະນາວຽກງານແນວລາວສ້າງຊາດ ໄປສູ່ຄຸນນະພາບໃໝ່ເທື່ອລະກ້າວ. ແລະ ຮຽກຮອງມາຍັງບັນດາສະຫາຍຄະນະກຳມະການແນວລາວສ້າງຊາດເມືອງ ເອົາໃຈໃສ່ສຶກສາອົບຮົມປຸກລະດົມໃຫ້ປະຊາຊົນບັນດາເຜົ່າ ທີ່ເຊື່ອຖືສາສະໜາຕ່າງໆ ພ້ອມທັງມີການຕິດຕາມກວດກາ, ຕິດຕາມໃຫ້ຄໍາປຶກສາ, ຄຸ້ມຄອງ ແລະ ປົກປ້ອງ ການເຄື່ອນໄຫວຂອງທຸກສາສະໜາໃຫ້ສອດຄ່ອງກັບລັດຖະທຳມະນູນ, ກົດໝາຍ ແລະ ດໍາລັດ ວ່າດ້ວຍການຄຸ້ມຄອງ ແລະ ປົກປ້ອງການເຄື່ອນໄຫວສາສະໜາຢູ່ ສປປລາວ. ພ້ອມກັນນັ້ນກໍຕ້ອງກຳແໜ້ນສະພາບແນວຄິດ, ຄວາມມຸ່ງໝາດປາຖະນາ, ຄວາມຂັດຂ້ອງໝອງໃຈ ຂອງປະຊາຊົນບັນດາເຜົ່າ ເປັນຕົ້ນແມ່ນ: ຜູ້ຊົງຄຸນວຸດທິ, ປະທານແນວໂຮມບ້ານ, ນາຍບ້ານ ເປັນຫຼັກແຫຼ່ງໃນການຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ເຂົ້າສູ່ຊີວິດຕົວຈິງຂອງປະຊາຊົນບັນດາເຜົ່າ.

Leave a Reply

Your email address will not be published. Required fields are marked *

kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet