ເມືອງຍອດອູ ແຂວງຜົ້ງສາລີ ຫວນຄືນມູນເຊື້ອວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ

ເມືອງຍອດອູ ແຂວງຜົ້ງສາລີ ຫວນຄືນມູນເຊື້ອວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ

     ໃນຕອນເຊົ້າ ຂອງວັນທີ 16 ກໍລະກົດ 2025 ທີ່ສະໂມສອນຂອງເມືອງ ຍອດອູ ຄະນະໂຄສະນາອົບຮົມ ເມືອງຍອດອູ ແຂວງຜົ້ງສາລີ, ໄດ້ຈັດພິທີ ປາຖະກະຖາ ຫວນຄືນມູນເຊື້ອ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີພາຍໃຕ້ຄຳຂັວນ: “ພັດທະນາຄວາມສະເໝີພາບ ຍິງ-ຊາຍ ຕິດພັນກັບການພັດທະນາປະເທດຊາດ” ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ສົມຫວັງ ສຸມວິໄລ ກໍາມະການພັກແຂວງ ເລຂາພັກເມືອງ-ເຈົ້າເມືອງ ຍອດອູ ມີບັນດາກຳມະການປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ປະທານ – ຮອງປະທານອົງການຈັດຕັ້ງມາຫະຊົນ , ຄະນະບໍລີຫານງານສາຫະພັນແມ່ຍິງຂັ້ນເມືອງ ຫົວໜ້າໜ່ວຍສະຫະພັນແມ່ຍິງອ້ອມຂ້າງຕະຫຼອດຮອດ ສະມາຊິກສະຫະພັນແມ່ຍິງ ອ້ອມຂ້າງເຂົ້າຮ່ວມຮັບຟ້ງ.

     ໃນພິທີ ທ່ານ ນາງ ອ່ອນແກ້ວ ດວງແກ້ວ ຮອງປະທານສະຫະພັນແມ່ຍິງເມືອງ,ໄດ້ປາຖະກະຖາເລົ່າຄືນມູນເຊື້ອການເຕີບໃຫຍ່ຂະຫຍາຍຕົວ ແລະ ຜົນງານການເຄື່ອນໄຫວ ຂອງສະຫະພັນແມ່ຍິງລາວ ຕະຫຼອດໄລຍະ 70 ປີຜ່ານມາ, ເຊິ່ງແມ່ຍິງລາວ ໃນເມື່ອກ່ອນໄດ້ປະກອບສ່ວນອຸທິດເຫື່ອແຮງ, ສະຕິປັນຍາເຂົ້າໃນພາລະກິດຕໍ່ສູ້ກູ້ຊາດ, ຄຽງບ່າຄຽງໄຫຼ່ກັບເພດຊາຍດ້ວຍຄວາມອົງອາດກ້າຫານ, ໃນເບື້ອງຕົ້ນໄດ້ຈັດຕັ້ງໜ່ວຍຍຸວັນນະລີຂຶ້ນ, ຕໍ່ມາກໍມີໜ່ວຍແມ່ຍິງນັກຮົບຢູ່ຊົນນະບົດ, ໜ່ວຍຍຸວັນນະລີຢູ່ຕາມຕົວເມືອງ ໄດ້ເຄື່ອນໄຫວນັບມື້ກວ້າງຂວາງ, ຈົນຮອດວັນທີ 20 ກໍລະກົດ 1955 ພັກປະຊາຊົນປະຕິວັດລາວ ໄດ້ຈັດຕັ້ງໜ່ວຍຄົ້ນຄວ້າແມ່ຍິງຂຶ້ນ ເພື່ອນຳພາແມ່ຍິງໃນຂອບເຂດທົ່ວປະເທດປະກອບສ່ວນເຂົ້າໃນພາລະກິດຕໍ່ສູ້ກູ້ຊາດ, ແມ່ຍິງລາວຈຳນວນບໍ່ໜ້ອຍຖືກສັດຕູຈັບກຸມຄຸມຂັງ, ທຸບຕີທໍລະມານ, ຖືກບັງຄັບໃຫ້ໄຂຄວາມລັບ, ແຕ່ແມ່ຍິງລາວ ເດັດຂາດບໍ່ຍອມຈຳນົນ, ບໍ່ຍອມໄຂຄວາມລັບ, ເດັດດ່ຽວຕໍ່ສູ້ຢ່າງພິລະອາດຫານ, ອັນໄດ້ເຮັດໃຫ້ແມ່ຍິງລາວໄດ້ ຮັບການຍ້ອງຍໍສັນລະເສີນໃນຫຼາຍລະດັບ ນອກນັ້ນ, ຍັງມີແມ່ຍິງຈຳນວນຫຼາຍໄດ້ ຮັບຄັດເລືອກໃຫ້ເປັນແບບຢ່າງທີ່ດີເດັ່ນ ປະກອບສ່ວນເຂົ້າໃນຂົງເຂດວຽກງານຕ່າງໆ ໃນອົງການຈັດຕັ້ງພັກ-ລັດ, ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ, ແມ່ຍິງລາວໄດ້ສືບຕໍ່ເສີມຂະຫຍາຍມູນເຊື້ອດຸໝັ່ນຂະຫຍັນພຽນ, ຕັ້ງໜ້າປະກອບສ່ວນເຂົ້າໃນພາລະກິດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງເປັນກ້າວໆມາ.  ແລະ ທ່ານ ສົມບຸນ ອິນໃຈ ຮອງເລຂາພັກເມືອງ ປະທານກວດກາພັກ-ລັດ ໄດ້ເຜີ່ຍແຜ່ເອກະສານ ວັນເຊັນສົນທິສັນຍາມິດຕະພາບ – ການຮ່ວມມື 18.07.1977 – 18.07.2025 ຄົບຮອບ 48 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ- ຫວຽດນາມ 05.09.1962-05.09.2025 ຄົບຮອບ 63 ປີ ເຊິ່ງຕະຫຼອດໄລຍະແຫ່ງການກຳເນີດ, ເຕີບໃຫຍ່ຂະຫຍາຍຕົວ ຂອງຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ – ຫວຽດນາມ, ຫວຽດນາມ-ລາວ ເປັນປະເທດບ້ານໃກ້ເຮືອນຄຽງ, ມີຊາຍແດນຮ່ວມກັນຍາວກວ່າ 2,000 ກີໂລແມັດ. ພ້ອມກັນອິງຫຼັງໃສ່ສາຍພູຫຼວງ, ພ້ອມກັນຮ່ວມຊົມໃຊ້ແມ່ນໍ້າລຳເຊ, ພູຜາປ່າດົງ, ດີນດອນຕອນຫຍ້າ ເພື່ອດໍາລົງຊີວິດ ແລະ ດໍາເນີນການຕໍ່ສູ້ຕ້ານສັດຕູຜູ້ຮຸກຮານ ປະຊາຊົນ 2 ຊາດ ລາວ ຫວຽດນາມ ມີມູນເຊື້ອໄປມາຫາສູ່ແລກປ່ຽນສິນຄ້າ, ແລກປ່ຽນວັດທະນະທໍານໍາກັນ, ຢູ່ຫຼາຍທ້ອງຖິ່ນກໍ່ມີບ້ານ, ຫຼາຍຄອບຄົວເປັນແກ່ວເປັນດອງກັນ, ມີອຸດົມຄະຕິ ແລະ ຄວາມມຸ່ງມາດປາຖະໜາອັນດຽວກັນຄື: ຢາກມີຄວາມເປັນເອກະລາດ, ສັນຕິພາບ ແລະ ຮັ່ງມີຜາສຸກ, ປະຊາຊົນ 2 ຊາດ ມີມູນເຊື້ອສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນເປັນພັນໆປີ ໃນການກໍ່ຕັ້ງ ແລະ ປົກປັກຮັກສາປະເທດຊາດຂອງໃຜລາວ, ພິເສດແມ່ນໄລຍະດຳເນີນການຕໍ່ສູ້ປະຕິວັດເປັນເວລາເຄິ່ງສັດຕະວັດ ພາຍໃຕ້ການນໍາພາ ຂອງພັກກອມມູນິດອິນດູຈີນ, ຕໍ່ມາແມ່ນພັກປະຊາຊົນປະຕິວັດລາວ ແລະ ພັກກອມມູນິດຫວຽດນາມ, ຄວາມຜູກພັນ, ສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ ທີ່ເປັນມູນເຊື້ອອັນດີງາມມາແຕ່ດົນນານນັ້ນ ໄດ້ເພີ່ມຄວາມແໜ້ນແຟ້ນ ແລະ ເຕີບໃຫຍ່ກາຍເປັນຄວາມສາມັກຄີພິເສດ ການພົວພັນຮອບດ້ານຂອງ 2 ຊາດ ລາວ- ຫວຽດນາມໂດຍ ທ່ານ ປະທານ ໂຮ່ຈີ່ມິນ ແລະ ປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ເປັນຜູ້ລິເລີ່ມຈາກນັ້ນມາ ການນໍາພາແຕ່ລະຮຸ່ນ, ຂອງສອງພັກ, ສອງລັດ ແລະ ປະຊາຊົນ ຕ່າງກໍ່ໄດ້ເອົາໃຈໃສ່ປັບປຸງເສີມຂະຫຍາຍ ສອງປະເທດ ໃຫ້ກາຍເປັນການພົວພັນສາມັກຄີ ອັນບໍລິສຸດຜຸດຜ່ອງທີ່ຫາຍາກໃນການພົວພັນສາກົນ ແລະ ກາຍເປັນມໍລະດົກອັນລໍ້າຄ່າ ຂອງ 2 ຊາດ ລາວ – ຫວຽດ ນາມ, ໃນການພົວພັນດັ່ງກ່າວໃຫ້ນັບມື້ນັບເຕີບໃຫຍ່ຂະຫຍາຍຕົວໃນແຕ່ລະໄລຍະ.

ຈາກນັ້ນທ່ານ ສົມຫວັງ ສຸມວິໄລ ກໍາມະການພັກແຂວງ ເລຂາພັກເມືອງ-ເຈົ້ງເມືອງ ກໍ່ໄດ້ເລົ່າຄືນມູນເຊື້ອ ວັນເກີດປະທານ ສຸພາ ນຸວົງ ຄົບຮອບ 116 ປີ ປະທານ ສຸພາ ນຸວົງ ເກີດເມື່ອວັນທີ 13.07.1909 ທີ່ຫຼວງພະບາງ ໃນຄອບຄົວເຊື້ອເຈົ້າ, ເປັນໂອຣົດ ຂອງເຈົ້າມະຫາອຸປະຣາດບຸນຄົງ ແລະ ຫມ່ອມຄໍາອ້ວນ ມີເອື້ອຍ 2 ຄົນ, ເຈົ້າຍິງ ທະວີວັນ ແລະ ເຈົ້າຍິງ ຈີນຕາ ຣັດສະໝີ, ມີອ້າຍຕ່າງມານດາ 2 ຄົນ ເຈົ້າເພັດສະຣາດ ແລະ ເຈົ້າສຸວັນ ນະພູມມາ ອາຍຸໄດ້ 7 ປີ ທ່ານ ໄດ້ເຂົ້າຮຽນຢູ່ໂຮງຮຽນປະຖົມສຶກສາ ທີຫຼວງພະບາງ, ເພິ່ນເປັນນັກຮຽນທີຂະຫຍັນໝັ່ນພຽນ ແລະ ມີພອນສະຫວັນໃນຫຼາຍດ້ານ,ຮຽນເກັ່ງ ແລະສອບເສັງໄດ້ຄະແນນດີເລີດມາຕະຫຼອດ ຈົນຈົບຊັ້ນປະຖົມສົມບູນ.

ກາງປີ 1920 ທ່ານໄດ້ເດີນທາງໄປຮຽນຕໍ່ມັດທະຍົມ ອານແບກຊາໂຣ ທີ່ຮາໂນ້ຍ ປະເທດຫວຽດນາມ ຢູ່ທີ່ນັ້ນ ເພິ່ນໄດ້ຕັ້ງໃຈຮຽນທັງວິຊາທຳມະຊາດ ແລະ ສັງຄົມ, ຮຽນພາສາຕ່າງປະເທດຫຼາຍພາສາ, ຮຽນທາງດ້ານສີລະປະ ແລະ ວັນນະຄະດີ, ທັງຫຼິ້ນກິລາ ແລະ ດົນຕີ; ເພິ່ນມີພອນສະຫວັນ ໃນດ້ານການແຕ້ມຮູບ ແລະ ຂຽນບົດກະວີ. ເພິ່ນໄດ້ຮຽນຈົບຂະແໜງວິຊາວິທະຍາສາດ ແລະ ອັກສອນສາດ ດ້ວຍຄະແນນດີເລີດ ຖືກຄັດເລືອກເປັນນັກຮຽນດີເດັ່ນຂອງໂຮງຮຽນໂປຣເຕັກໂຕຣາ ແຫ່ງແຄ້ວນອິນດູຈີນ ແລະ ປີ 1931 ທ່ານ ໄດ້ໄປສຶກສາຕໍ່ຢູ່ທີ່ປະເທດຝຣັ່ງ, ຮຽນຢູ່ມະຫາວິທະຍາໄລຂົວທາງແຫ່ງຊາດ, ສາຂາວິຊາ ວິສະວະກອນພົນລະເຮືອນ ຢູ່ນະຄອນປາຣີ ເວລາຮຽນຢູ່ປະເທດຝຣັ່ງ, ປະທານສຸພາ ນຸວົງ ບໍພຽງແຕ່ມີຄວາມມຸ່ງໝັ້ນໃນການຮຽນເທົ່ານັ້ນ, ເພິ່ນຍັງດຸໝັ່ນໃນການລົງຝຶກຫັດ-ປະຕິບັດຕົວຈິງ,ເພິ່ນໄປຫຼາຍປະເທດໃນທະວີບເອີລົບ ທັງເບື້ອງຕາເວັນອອກ ແລະ ຕາເວັນຕົກ ແລະ ໄດ້ໄປຫຼາຍປະເທດ ໃນທະວີບອາຟຣິກກາ ເພື່ອສໍາພັດກັບຄວາມເປັນຈິງ ແລະ ຊອກຮູ້ປະສົບການໃນດ້ານຕ່າງໆ ໃນການຄົ້ນຄວ້າຮໍ່າຮຽນ ທັງມີຄວາມເປັນເຈົ້າການປະດິດສ້າງຮຽນຮູ້ດ້ວຍຕົນເອງເພີ່ນດຳລົງຊີວິດແບບງ່າຍດາຍ, ບໍ່ຟຸມເຟືອຍ, ທ່ານມີພອນສະຫັວນ ໃນນການຮຽນຮູ້ພາສາຂອງຊາດຕ່າງໆ ເພິ່ນສາມາດເວົ້າໄດ້ເຖິງ 10 ພາສາທີ່ໃຊ້ຫຼາຍໃນສາກົນ ແລະ ວັນທີ 13 ສິງຫາ 1950 ກອງປະຊຸມໃຫຍ່ຜູ້ແທນປະຊາຊົນທົ່ວປະເທດໄດ້ເປີດຂື້ນ ຊຶ່ງໄດ້ຕົກລົງ ສ້າງຕັ້ງແນວໂຮມເອກະພາບແຫ່ງຊາດຂື້ນ ຢ່າງເປັນທາງການໂດຍໃສ່ຊື່ວ່າ ແນວລາວອິດສະຫຼະ ແລະ ໄດ້ສ້າງຕັ້ງລັດຖະບານລາວຕໍ່ຕ້ານປະກອບດ້ວຍ 5 ທ່ານ ໂດຍແມ່ນ ປະທານ ສຸພານຸວົງ ເປັນປະທານ ແນວລາວອິດສະຫຼະ ທັງເປັນລັດຖະມະຫາເສນາ ( ນາຍົກລັດຖະມົນຕີ) ຂອງລັດຖະບານລາວຕໍ່ຕ້ານ. ກອງປະຊຸມໄດ້ກຳນົດ ແລະ ໄດ້ວາງໂຄງການ-ການເມືອງ 12 ຂໍ້ຊຶ່ງເປັນແນວທາງນະໂຍບາຍ ເພື່ອເຕົ້າໂຮມປະຊາຊົນທຸກເຜົ່າ, ທຸກຊັ້ນຄົນໃນລາວລຸກຂຶ້ນຕໍ່ສູ້ປົດປ່ອຍຊາດ.

 

Leave a Reply

Your email address will not be published. Required fields are marked *

kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet