ເມືອງຍອດອູ ແຂວງຜົ້ງສາລີ ດຳເນີນກອງປະຊຸມເຜີຍແຜ່ເອກະສານສືກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊີກພັກ, ພະນັກງານ ເພື່ອດຳເນີນຊີວິດການເມືອງໃນທົ່ວພັກ ຂອງອົງຄະນະພັກເມືອງຍອດອູ ແຂວງຜົ້ງສາລີ

ເມືອງຍອດອູ ແຂວງຜົ້ງສາລີ

ດຳເນີນກອງປະຊຸມເຜີຍແຜ່ເອກະສານສືກສາອົບຮົມການເມືອງ-ແນວຄິດ

ໃຫ້ສະມາຊີກພັກ, ພະນັກງານ ເພື່ອດຳເນີນຊີວິດການເມືອງໃນທົ່ວພັກ ຂອງອົງຄະນະພັກເມືອງຍອດອູ ແຂວງຜົ້ງສາລີ

     ກອງປະຊຸມດັ່ງກ່າວໄດ້ຈັດຂື້ນໃນຕອນເຊົ້າຂອງວັນທີ 15 ສີງຫາ 2025 ນີ້ຢູ່ກຸ່ມຍອດອູ ເມືອງຍອດອູ ແຂວງ ຜົ້ງສາລີ ໂດຍພາຍໃຕ້ການເປັນປະທານ ແລະ ເຜີຍແຜ່ ຂອງສະຫາຍ ແສງເມືອງ ພົມມະວົງ ກຳມະການປະຈຳພັກເມືອງ ຫົວໜ້າຄະນະໂຄສະນາອົບຮົມເມືອງ, ເຂົ້າຮ່ວມຮັບຟັງມີບັນດາສະຫາຍເລຂາພັກກຸ່ມ, ເລຂາພັກນາຍບ້ານ, ພ້ອມດ້ວຍສະມາຊີກພັກ, ພະນັກງານກຸ່ມ,ພະນັກງານແພດໝໍເຂົ້າຮ່ວມ.

     ໃນກອງປະຊຸມ ຜູ້ເຂົ້າຮ່ວມໄດ້ຮັບຟັງການເຜີຍແຜ່ເຊືອມຊຶມເອກະສານ ສືກສາອົບຮົມການເມືອງ – ແນວຄິດ ລວມມີ 3 ບົດຄື: ຮໍາຮຽນເອົາແບບແຜນວິທີເຮັດວຽກ ແລະ ຄູນສົມບັດຂອງປະທານໄກສອນ ພົມວິຫານ, ຝືກຝົນຫຼໍ່ຫຼອມຄູນທາດການເມືອງ ແລະ ຄູນສົມບັດສີນທຳປະຕິວັດຂອງພະນັກງານ, ສະມາຊີກພັກໃນເງື່ອນໄຂປັດຈຸບັນ, ມາດຖານຂອງພະນັກງານ, ສະມາຊີກພັກໃນເງື່ອນໄຂໃໝ່, ເຜີຍແຜ່ມະຕິກອງປະຊຸມຄົບຄະນະບໍລິ ຫານງານພັກເມືອງຍອດອູ ຄັ້ງທີ II ສະໄໝທີ X ທັງນີ້ກໍ່ເພື່ອສືກສາອົບຮົມການເມືອງ – ແນວຄິດໃຫ້ສະມາຊີກພັກ, ພະນັກງານຮັບຮູ້ເຂົ້າໃຈ ແລະ ຮ່ຳຮຽນເອົາແບບແຜນວິທີເຮັດວຽກ ແລະ ຄູນສົມບັດສີນທຳປະຕິວັດອັນສູງສົ່ງ ຂອງປະທານ ໄກສອນ ພົມວິຫານ ເພື່ອພ້ອມກັັນຕັ້ງໜ້າຄົ້ນຄວ້າສືກສາຮຳຮຽນເອົາເປັນແບບຢ່າງໃນການຝືກຝົນຫຼໍ່ຫຼອມຕົນເອງ ໃຫ້ກາຍເປັນພະນັກງານ, ສະມາຊີກພັກຜູ້ດີເດັ່ນ, ມີຄູນທາດການເມືອງໜັກແໜ້ນ, ຊຶ່ງແມ່ນສິ່ງສຳຄັນ ແລະ ຈຳເປັນພ້ອມທັງແມ່ນປັດໄຈພື້ນຖານ ໃຫ້ແກ່ການເລືອກເຝັ້ນເອົາພະນັກງານ, ສະມາຊິກພັກ ເຂົ້າໃນການສັບຊ້ອນ, ຈັດວາງ, ກໍ່ສ້າງບຳລຸງ ແລະ ທັງເປັນບ່ອນອີງໃຫ້ແກ່ພະນັກງານ, ສະມາຊີກພັກ ໄດ້ຝືກຝົນຫຼໍ່ຫຼອມຕົນເອງເພື່ອກ້າວຂຶ້ນເປັນພະນັກງານ, ສະມາຊິກພັກ ທີ່ມີຄຸນນະພາບໃນທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ.

 

Leave a Reply

Your email address will not be published. Required fields are marked *

kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet