ເມືອງຍອດອູ ແຂວງຜົ້ງສາລີ
ທາບທາມບຸກຄະລາກອນ ອອກຮັບສະໝັກເລືອກຕັ້ງຄະນະບໍລິຫານງານພັກແຂວງ ສະໄໝທີ XII ຮອບທີ I
ໃນ ຕອນເຊົ້າວັນທີ 25 ສິງຫາ 2025 ນີ້ ທີ່ສະໂມສອນໃຫຍ່ເມືອງຍອດອູ ໄດ້ຈັດກອງປະຊຸມທາບທາມບຸກຄະລາກອນ ອອກຮັບສະໝັກເລືອກຕັ້ງຄະນະບໍລິຫານງານພັກແຂວງຜົ້ງສາລີສະໄໝທີ XII ຮອບທີ I ຈຸດ ເມືອງຍອດອູ ໂດຍການເປັນປະທານຂອງ ສະຫາຍ ສັນຕິ ແກ້ວຍະສານ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ, ມີສະຫາຍ ສົມຫວັງ ສຸມວິໄລ ກຳມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງຍອດອູ, ມີບັນດາສະຫາຍຮອງເລຂາພັກເມືອງ, ກໍາມະການປະຈໍາພັກເມືອງ, ກຳມະການພັກເມືອງ, ມີອະນຸກຳມະການບຸກຄະລາກອນຂັ້ນແຂວງ, ສອງກອງບັນຊາການ ປກຊ-ປກສ, ຫົວໜ້າ-ຮອງຫົວໜ້າຫ້ອງການການ, ຄະນະພັກຮາກຖານ-ໜ່ວຍພັກອ້ອມຂ້າງເທສະບານເມືອງເຂົ້າຮ່ວມ. ໃນກອງປະຊຸມ ສະຫາຍສັນຕິ ແກ້ວຍະສານ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຂຶ້ນກ່າວເປີດກອງປະຊຸມຢ່າງເປັນທາງການ.
ຈາກນັ້ນ, ສະຫາຍ ສົມຫວັງ ສຸມວິໄລ ກຳມະການພັກແຂວງ ເລຂາພັກເມືອງ ຍອດອູ ໄດ້ຂຶ້ນຜ່ານຄໍາແນະນຳຂອງຄະນະຈັດຕັ້ງສູນກາງພັກ ເລກທີ 211/ຄຈຕຂ ວ່າດ້ວຍການປະຕິບັດຄຳສັ່ງ ຂອງຄະນະເລຂາທິການສູນກາງພັກວ່າດ້ວຍການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ. ພ້ອມນີ້, ຕາງໜ້າຄະນະໂຄສະນາອົບຮົມແຂວງຜົ້ງສາລີ ໄດ້ຂຶ້ນເຜີຍແຜ່ເຊື່ອມຊຶມເອກະສານ 2 ບົດຄື: ຄວາມເຂົ້າໃຈກ່ຽວກັບການດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ; ເດັດດ່ຽວແກ້ໄຂປະກົດການຫຍໍ້ທໍ້ໃນຖັນແຖວພະນັກງານ, ສະມາຊິກພັກ. ຫຼັງຈາກນັ້ນ, ປະທານກອງປະຊຸມ ກໍ່ໄດ້ເຊື່ອມຊຶມບາງເນື້ອໃນການສະຫຼູບຜົນງານ 5 ປີ ຂອງຄະນະບໍລິຫານງານພັກແຂວງ ເຊີ່ງສະຫາຍໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ ແລະ ບົດຮຽນທີ່ຖອດຖອນໄດ້ໃນໄລຍະຜ່ານມາ.
ຈາກນັ້ນ, ຕາງໜ້າອະນຸກຳມະການບຸກຄະລາກອນຂັ້ນແຂວງ ໄດ້ຂຶ້ນຜ່ານມາດຖານ ເງື່ອນໄຂຂອງຜູ້ອອກສະໝັກເຂົ້າໂຄງປະກອບ ຄະນະບໍລິຫານງານພັກແຂວງຜົ້ງສາລີ ຊຸດທີ XII ໂດຍເນັ້ນໜັກໃຫ້ຜູ້ມີສິດເລືອກຕັ້ງ ຕ້ອງແນໃສ່ມາດຖານ ແລະ ເງື່ອນໄຂ ເປັນບ່ອນອີງ, ຊຶ່ງຜູ້ລົງສະໝັກຄະນະບໍລິຫານງານພັກແຂວງຜົ້ງສາລີ ສະໄໝທີ XII ຕ້ອງເປັນບຸກຄົນທີ່ມີ ດ້ານຄຸນທາດການເມືອງ, ຄຸນສົມບັດສີນທໍາປະຕິວັດ ແລະ ແບບແຜນການດໍາລົງຊີວິດຈະແຈ້ງ, ຊື່ສັດ, ໂປ່ງໃສ, ມີຄວາມຮູ້-ຄວາມສາມາດ, ມີແບບແຜນການນໍາພາ ແລະ ວິທີເຮັດວຽກ, ມີສຸຂະ ພາບແຂງແຮງດີ, ຕ້ອງຮັບປະກັນໂຄງປະກອບດ້ານ ເພດ, ເຜົ່າ ແລະ ມີຄວາມຮູ້ດ້ານໄອທີ ຫຼື ພາສາຕ່າງປະເທດ ຍິ່ງເປັນການດີ; ຫຼີກລຽງບັນຫາ ຈຸ້ມເຈື້ອ ເຊື້ອສາຍ, ຕ້ອງເລືອກເຟັ້ນຢ່າງພາວະວິໄສ, ບໍ່ສວຍໃຊ້ໂອກາດນີ້ ໂຄ່ນລົ້ມ ໂຈມຕີ ຕ້ອງຮັບປະກັນການປ່ອນບັດທາມທາມໃຫ້ມີຄວາມໂປ່ງໃສ, ຖືກຕ້ອງ ແລະ ຊັດເຈນທີ່ສຸດ, ມີຈໍານວນເພີ່ມຂຶ້ນ ຕາມຈຸດພິເສດສະເພາະ ຂອງຄະນະພັກແຕ່ລະຂັ້ນ; ໃຫ້ເອົາໃຈໃສ່ 3 ຮຸ່ນ (ຮຸ່ນອາວຸໂສ, ຮຸ່ນກາງ, ຮຸ່ນໜຸ່ມ), ມີທັງຜູ້ເກົ່າ, ຜູ້ໃໝ່ໃນອັດຕາສ່ວນທີ່ເໝາະສົມ; ໃນນັ້ນ, ຮຸ່ນກາງ ແລະ ຮຸ່ນໜຸ່ມ ໃຫ້ກວມອັດຕາ ສ່ວນຫຼາຍ, ແນໃສ່ຮັບປະກັນລັກສະນະສືບທອດປ່ຽນແທນ, ຕໍ່ເນື່ອງໃນສະເພາະໜ້າ, ຍາວນານ. ພ້ອມນີ້ຍັງໄດ້ແນະນໍາວິທີການທາບທາມ ແລະ ດຳເນີນວິທີການທາບທາມບຸກຄະລາກອນ ຜູ້ລົງສະໝັກຮັບຄະນະບໍລິຫານງານພັກແຂວງຜົ້ງສາລີ ສະໄໝທີ XII ຮອບທີ I ຈຸດເມືອງຍອດອູ.
ໃນໂອກາດນີ້ ສະຫາຍປະທານກອງປະຊຸມ ຍັງໄດ້ມີຄຳເຫັນຊີ້ນຳ ເພື່ອເຮັດໃຫ້ການກະກຽມດຳເນີນກອງປະຊຸມໃຫຍ່ ຄັ້ງທີ XII ຂອງອົງຄະ ນະພັກແຂວງຜົ້ງສາລີ ທີ່ຈະໄຂຂຶ້ນໃນຕໍ່ໜ້ານີ້ໃຫ້ມີຂະບວນການທີ່ຟົດຟຶ້ນ ຮອບດ້ານແລະ ມີຜົນສຳເລັດອີກດ້ວຍ.
ຂ່າວ-ພາບ: ໄລພອນ ສີສົມພອນ ຖວທ ເມືອງຍອດອູ.