Deprecated: Function WP_Dependencies->add_data() was called with an argument that is deprecated since version 6.9.0! IE conditional comments are ignored by all supported browsers. in /home/ptpslgov/public_html/wp-includes/functions.php on line 6131

Deprecated: Function WP_Dependencies->add_data() was called with an argument that is deprecated since version 6.9.0! IE conditional comments are ignored by all supported browsers. in /home/ptpslgov/public_html/wp-includes/functions.php on line 6131
ເມືອງບຸນເໜືອ ເຊື່ອມຊຶມ ແລະ ຜັນຂະຫຍາຍເນື້ອໃນມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກເມືອງສະໄໝທີ IX, ມະຕິກອງປະຊຸມໃຫຍ່ຄັ້ງທີ VIII ຂອງຄະນະກຳມະການແນວລາວສ້າງຊາດເມືອງ ແລະ ເນື້ອໃນຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ຜົ້ງສາລີ ສະໄໝທີ XII -

ເມືອງບຸນເໜືອ ເຊື່ອມຊຶມ ແລະ ຜັນຂະຫຍາຍເນື້ອໃນມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກເມືອງສະໄໝທີ IX, ມະຕິກອງປະຊຸມໃຫຍ່ຄັ້ງທີ VIII ຂອງຄະນະກຳມະການແນວລາວສ້າງຊາດເມືອງ ແລະ ເນື້ອໃນຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ຜົ້ງສາລີ ສະໄໝທີ XII

ເມືອງບຸນເໜືອ ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກເມືອງສະໄໝທີ IX, ມະຕິກອງປະຊຸມໃຫຍ່

ຄັ້ງທີ VIII ຂອງຄະນະກຳມະການແນວລາວສ້າງຊາດເມືອງ ແລະ ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ຜົ້ງສາລີ ສະໄໝທີ XII

     ໃນວັນທີ 15 ຕຸລາ 2025, ຄະນະໂຄສະນາອົບຮົມເມືອງບຸນເໜືອ ແຂວງຜົ້ງສາລີ ຈັດກອງປະຊຸມເຜີຍແຜ່, ເຊື່ອມຊຶມ ມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກເມືອງ ສະໄໝທີ IX, ມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງຄະນະກຳມະການແນວລາວສ້າງຊາດເມືອງ  ແລະ ເນື້ອໃນຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ຜົ້ງສາລີ ສະໄໝທີ XII ຂຶ້ນທີ່ສະໂມສອນຂອງເມືອງ. ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ສົມພາບ ດາລາຈັກ ກຳມະການປະຈຳພັກແຂວງ, ເລຂາພັກເມືອງບຸນເໜືອ ເຂົ້າຮ່ວມມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ສະມາຊິກພັກ, ພະນັກງານ-ລັດຖະກອນ,ທະຫານ,ຕຳຫຼວດ, ອະດີດການນຳເມືອງ ຕະຫຼອດຮອດເລຂາພັກບ້ານ 23 ບ້ານເທດສະບານ ເຂົ້າຮ່ວມຢ່າງພ້ອມພຽງ.

     ໃນກອງປະຊຸມ ສະຫາຍ ສົມພາບ ດາລາຈັກ ກຳມະການປະຈຳພັກແຂວງ, ເລຂາພັກເມືອງບຸນເໜືອ ໄດ້ຍົກໃຫ້ເຫັນເຖິງຄວາມໝາຍຄວາມສໍາຄັນ ແລະ ເຜີຍແຜ່ມະຕິກອງປະຊຸມໃຫ່ຍຜູ້ແທນອົງຄະນະພັກ ເມືອງບຸນເໜືອ ຄັ້ງທີ IX ແລະ ເອກະສານຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ຄັ້ງທີ XII ທັງໄດ້ຄົ້ນຄວ້າຮັບຮອງເອົາເນື້ອໃນທີ່ສຳຄັນ ພ້ອມກັນຄົ້ນຄວ້າປະກອບຄຳຄິດເຫັນໃສ່ຮ່າງລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ ທັງສອງພາກ ແລະ ບົດສຳຫຼວດການນຳພາລວມ ຂອງຄະນະບໍລິຫານງານພັກແຂວງ ພ້ອມທັງຕີລາຄາດ້ານດີ, ດ້ານອ່ອນ ຂໍ້ຄົງຄ້າງ, ສາເຫດ, ບົດຮຽນ ໃນການນຳພາ-ຊີ້ນຳ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຂອງອົງຄະນະພັກແຂວງ ໃນໄລຍະ 5 ປີ ຜ່ານມາ ພ້ອມທັງເປັນເອກະສັນຮັບຮອງເອົາທິດທາງ, ວຽກງານ ແລະ ຄາດໝາຍສູ້ຊົນ ໃນ 5 ປີຕໍ່ໜ້າ ( 2026-2030 ) ກອງປະຊຸມໄດ້ປ່ອນບັດຄັດເລືອກເອົາຄະນະພັກແຂວງຊຸດໃໝ່ ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ ຖືກຕ້ອງສອດຄ່ອງກັບມາດຖານ-ເງື່ອນໄຂ ທີ່ໄດ້ກຳນົດໄວ້ຢ່າງເຂັ້ມງວດ ໂດຍມີຜູ້ສະໝັກເລືອກຕັ້ງ ຈຳນວນ 40 ສະຫາຍ, ຍິງ 3 ສະຫາຍ, ເລືອກໄດ້ 35 ສະຫາຍ, ຍິງ 3 ສະຫາຍ ແລະ ຄັດເລືອກເອົາຜູ້ແທນສົມບູນ-ສໍາຮອງ ໄປເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຈຳນວນ 22 ສະຫາຍ ແລະ ຜູ້ແທນສຳຮອງ ຈຳນວນ 4 ສະຫາຍ ພ້ອມນີ້ ກອງປະຊຸມ ໄດ້ປ່ອນບັດເລືອກຕັ້ງ ເອົາຄະນະປະຈໍາພັກແຂວງ 11 ສະຫາຍ ແລະ ເປັນເອກະສັນຢ່າງສົມບຸນເລືອກຕັ້ງເອົາ ປະທານ, ຮອງປະທານກວດກາພັກ ນອກນີ້ ຍັງໄດ້ຮັບຟັງເອກະສານມະຕິກອງປະຊຸມໃຫຍ່ຄັ້ງທີ VIII ຂອງຄະນະກຳມະການແນວລາວສ້າງຊາດເມືອງບຸນເໜືອ ເນື່ອງໃນໂອກາດຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ແຂວງຜົ້ງສາລີ ຄັ້ງທີ XII.

ພາບ- ຂ່າວ: ນາງ ຈັນສະໝອນ

Leave a Reply

Your email address will not be published. Required fields are marked *

kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet