ເມືອງບຸນເໜືອ ແຂວງຜົ້ງສາລີ ດຳເນີນກອງປະຊູມເຜີຍແຜ່ເອກະສານ ສຶກສາການເມືອງ-ແນວຄິດ ສຳ ລັບສະມາຊິກພັກ ພະນັກງານ ເພື່ອດຳເນີນຊີວິດການເມືອງໃນທົ່ວພັກ

ເມືອງບຸນເໜືອ ແຂວງຜົ້ງສາລີ

ດຳເນີນກອງປະຊູມເຜີຍແຜ່ເອກະສານ ສຶກສາການເມືອງ-ແນວຄິດ ສຳ ລັບສະມາຊິກພັກ ພະນັກງານ ເພື່ອດຳເນີນຊີວິດການເມືອງໃນທົ່ວພັກ

     ກອງປະຊຸມເຜີຍແຜ່, ເຊື່ອມຊຶມເອກະສານວຽກງານການເມືອງ-ແນວຄິດສໍາລັບພະນັກງານສະມາຊິກພັກເພື່ອດໍາເນີນຊີວິດການເມືອງໃນທົ່ວພັກ ຢູ່ເມືອງບຸນເໜືອ ໄດ້ຈັດຂຶ້ນຕອນບ່າຍວັນທີ 15 ພຶດສະພາ 2025 ທີ່ສະໂມສອນເມືອງ ໂດຍເປັນປະທານ ຂອງ ສະຫາຍ ທອງສີ ເສົາສຸລິພົມ ຮອງເລຂາພັກແຂວງ. ເຂົ້າຮ່ວມມີສະຫາຍ ສົມພາບ ດາລາຈັກ ກຳມະການພັກແຂວງ ເລຂາພັກເມືອງເຈົ້າເມືອງ-ເມືອງບຸນເໜືອ, ສະຫາຍ ນ. ພອນສະຫວັນ ສັກຕິຄຸນ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີບັນດາສະຫາຍຄະນະປະຈໍາພັກເມືອງ, ກຳມະການພັກເມືອງ ຕະຫຼອດຮອດ ພະນັກງານລັດຖະກອນຕັ້ງແຕ່ ຮອງໜ່ວຍງານຂຶ້ນໄປ, ສອງກຳລັງປະກອບອາວຸດ ຕັ້ງແຕ່ຮ້ອຍໂທຂຶ້ນໄປ ມີຜູ້ເຂົ້າຮ່ວມທັງໝົດ 160 ສະຫາຍ, ຍິງ 79 ສະຫາຍ.

     ໃນກອງປະຊຸມສະຫາຍ ນາງ ພອນສະຫວັນ ສັກຕິຄຸນ ຫົວໜ້າຄະນະໂຄສະນາອົມຮົມແຂວງ ໄດ້ເຜີຍແຜ່ມະຕິກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 10 ສະໄໝທີ XI; ເອກະສານສຶກສາອົບຮົມການເມືອງ-ແນວຄິດ 3 ບົດຄື: ບົດທີ 1: ຮໍ່າຮຽນເອົາແບບແຜນວິທີເຮັດວຽກ ແລະ ຄຸນສົມບັດສິນທຳປະຕິວັດ ຂອງ ປະທານ ໄກສອນ ພົມວິຫານ; ບົດທີ 2: ຝຶກຝົນຫຼໍ່ຫຼອມຄຸນທາດການເມືອງ ແລະ ຄຸນສົມບັດສິນທຳປະຕິວັດຂອງພະນັກງານ, ສະມາຊິກພັກ ໃນເງື່ອນໄຂປັດຈຸບັນ; ບົດທີ 3: ມາດຕະຖານ ຂອງພະນັກງານ, ສະມາຊິກພັກໃນເງື່ອນໄຂໃໝ່.

     ຈາກນັ້ນ, ສະຫາຍ ທອງສີ ເສົາສຸລິພົມ ຮອງເລຂາພັກແຂວງ ໄດ້ເຜີຍແຜ່ມະຕິ 03 ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງ, ເຊິ່ງໄດ້ຍົກໃຫ້ເຫັນສະພາບລວມ, ເຫດຜົນ ແລະ ຄວາມຈໍາເປັນຂອງການປັບປຸງກົງຈັກການຈັດຕັ້ງ; ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 9 ສະໄໝທີ XI.

Leave a Reply

Your email address will not be published. Required fields are marked *

kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet