ເມືອງບຸນເໜືອ ແຂວງຜົ້ງສາລີ
ປາຖະກະຖາ ວັນຊາດ ສສ ຫວຽດນາມ ຄົບຮອບ 80 ປີ ແລະ ວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 23 ປີ
ໃນຕອນເຊົ້າຂອງວັນທີ 9 ກັນຍາ 2025 ທີ່ສະໂມສອນໃຫຍ່ຂອງເມືອງບຸນເໜືອ ແຂວງຜົ້ງສາລີ ໄດ້ຈັດ ພິທີປາຖະກະຖາ ວັນຊາດ ສສ ຫວຽດນາມ ຄົບຮອບ 80 ປີ (2.09.1945-2.09.2025) ແລະ ວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 23 ປີ (9.09.20029-09.2025) ຂຶ້ນ ໂດຍການເປັນປະທານຂອງທ່ານ ບຸນລໍາ ທໍາມະໃຈ ກຳມະການປະຈຳພັກເມືອງ, ປະທານແນວລາວສ້າງຊາດເມືອງ, ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນຂັ້ນເມືອງ; ມີທ່ານ ບົດຕິ່ງ ໄຊຍະລາດ ປະທານສະຫະພັນນັກຮົບເກົ່າເມືອງ, ມີບັນດາທ່ານ ກຳມະການປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ພະນັກງານ-ລັດຖະກອນ, ສອງກຳລັງ ປກຊ-ປກສ, ລັດວິສາຫະກິດ ຕະຫຼອດຮອດສະມາຊິກສະຫະພັນນັກຮົບເກົ່າອ້ອມຂ້າງເມືອງເຂົ້າຮ່ວມ.
ໃນພິທີ ທ່ານ ບຸນລໍາ ທໍາມະໃຈ ກໍາມະການປະຈໍາພັກເມືອງ, ປະທານແນວລາວສ້າງຊາດເມືອງ, ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ ໄດ້ຫວນຄືນມູນເຊື້ອ ວັນຊາດ ສສ ຫວຽດນາມ ຄົບຮອບ 80 ປີ ທ່ານໄດ້ໃຫ້ຮູ້ວ່າ: ຕົ້ນສະຕະວັດທີ 20 ບັນດາປະເທດຈັກກະພັດເອີຣົບຕາເວັນຕົກ ເປັນຕົ້ນແມ່ນຝຣັ່ງໄດ້ແຜ່ອໍານາດຢຶດຄອງບັນດາປະເທດຫົວເມືອງຂຶ້ນ ປີ 1884 ຫວຽດນາມໄດ້ຕົກເປັນເມືອງຂຶ້ນຂອງຝຣັ່ງ, ປະຊາຊົນຫວຽດນາມໄດ້ສູນເສຍສິດເປັນເຈົ້າ, ບໍ່ມີອິດສະຫຼະພາບ, ຖືກກົດຂີ່ຂູດຮີດຢ່າງໜັກໜ່ວງ ແລະ ປ່າເຖື່ອນ. ແຕ່ດ້ວຍນ້ຳໃຈຮັກຊາດ ແລະ ຄຽດແຄ້ນຕໍ່ພວກລ່າເມືອງຂຶ້ນຜູ້ຮຸກຮານ, ປະຊາຊົນຫວຽດນາມໄດ້ລຸກຮືຂຶ້ນຕໍ່ສູ້ຢ່າງເນື່ອງນິດລຽນຕິດ, ເກີດມີການຕໍ່ສູ້ຫຼາຍຂະບວນການຢູ່ໃນທົ່ວປະເທດ, ມາໃນ ວັນທີ 3 ກຸມພາ 1930 ພັກກອມມູນິດຫວຽດນາມໄດ້ຮັບການສ້າງຕັ້ງຂຶ້ນ, ມັນແມ່ນບາດລ້ຽວອັນຍິ່ງໃຫຍ່ໃນປະຫວັດສາດຂອງການປະຕິວັດຫວຽດນາມ, ມັນເປັນຂີດໝາຍໃໝ່ ໃນເສັ້ນທາງການຂະຫຍາຍຕົວຂອງຊາດຫວຽດ ນາມ. ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ ແລະ ດ້ວຍໂຄງການ-ການເມືອງອັນຖືກຕ້ອງ ການປະຕິວັດຫວຽດນາມໄດ້ຂະຫຍາຍຕົວໄປຕາມທ່າອ່ຽງການປະຕິວັດຂອງຍຸກສະໄໝ. ຂະບວນການຕໍ່ສູ້ປະຕິວັດໄດ້ຮັບການເຜີຍແຜ່ ແລະ ຂະຫຍາຍຕົວຢ່າງເລິກເຊິ່ງເຂົ້າໃນຖັນແຖວກຳມະກອນ, ຊາວນາ, ຊົນຊັ້ນປັນຍາຊົນ, ຂະບວນວິວັດແຫ່ງການຕໍ່ສູ້ປົດປ່ອຍຊາດສາມາດຍາດເອົາອຳນາດການປົກຄອງໄດ້ ວັນທີ 2/9/1945 ປະຊາຊົນຊາວຫວຽດນາມ ໄດ້ໂຮມຊຸມນຸມມິດຕິ່ງຢູ່ທີີ່ ສະໜາມຫຼວງບາດິງ, ປະທານໂຮ່ຈີມິນຕາງໜ້າໃຫ້ຄະນະລັດຖະບານຊົ່ວຄາວ ໄດ້ອ່ານຖະແຫຼງການເອກະລາດ, ປະກາດສ້າງຕັ້ງ ສາທາລະ ນະລັດ ປະຊາທິປະໄຕຫວຽດນາມ. ຈາກນັ້ນທ່ານຍັງໄດ້ຍົກໃຫ້ເຫັນ 23 ປີປະຫວັດມູນເຊື້ອ, ຜົນງາານ, ແຫ່ງການເຕີບໃຫຍ່ຂະຫຍາຍຕົວ, ທີ່ຕັ້ງ, ພາລະບົດ ບາດ, ໜ້າທີ່ຂອງອົງການຈັດຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ໃນໄລຜ່ານມາ ໃຫ້ເຫັນຄວາມໝາຍຄວາມສຳຄັນຂອງນັກຮົບເກົ່າເຊິ່ງແມ່ນນາຍທະຫານ, ນາຍຕຳຫຼວດ ກຳລັງປະກອບອາວຸດທີ່ພັກຜ່ອນບຳນານ, ບຳເນັດ ແມ່ນຜູ້ທີ່ໄດ້ຜ່ານການປະຕິບັດໜ້າທີ່ເປັນນັກຮົບປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຜ່ານການທົດສອບໃນແປວໄຟສົງຄາມແຫ່ງການຕໍ່ສູ້ກູ້ຊາດ ແລະ ນຳເອົາເອກກະລາດຄວາມຢູ່ເຢັນເປັນສຸກມາໃຫ້ປະຊາຊົນລາວບັນດາເຜົ່າເປັນຜູ້ມີບົດຮຽນໃນການຊີ້ນຳ – ບັນຊາການສູ້ຮົບ, ການກໍ່ສ້າງຮາກຖານການເມືອງ, ຂົນຂວາຍປຸກລະດົມປະຊາຊົນ ແລະ ຊຳນິຊໍານານໃນການປັບປຸງກໍ່ສ້າງກຳລັງ, ດຸໝັ່ນຂະຫຍັນພຽນ ເພີ່ມພູນຜະລິດຜົນ ເຜິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເປັນຜູ້ທີ່ຊື່ສັດບໍລິສຸດ ແລະ ຈົ່ງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ ແລະ ຕໍ່ປະຊາຊົນ ອັນນີ້ແມ່ນຈຸດພິເສດອັນໂດດເດັ່ນຂອງນັກຮົບເກົ່າ. ຊຶ່ງມີຄວາມແຕກຕ່າງກັບຊັ້ນຄົນອື່ນໆໃນສັງຄົມລາວປັດຈຸບັນ. ສະຫະພັນນັກຮົບເກົ່າແຫ່ງຊາດລາວ ມີພາລະບົດບາດເປັນເສນາທິການໃຫ້ສູນກາງພັກ ແລະ ລັດຖະບານໃນການຂົນຂວາຍເຕົ້າໂຮມ, ຈັດຕັ້ງ ແລະ ສຶກສາອົບຮົມນັກຮົບເກົ່າໃຫ້ປົກປັກຮັກສາ ແລະ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສຶກສາອົບຮົມລູກຫຼານລຸ້ນສືບທອດ ໃຫ້ປະກອບສວ່ນເຂົ້າໃນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ, ການປົກປັກຮັກສາ ແລະ ພັດທະນາປະເທດຊາດ ມີໜ້າທີ່ຄົ້ນຄວ້າເຊື່ອມຊືມ ແລະ ກຳແໜ້ນແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດກ່ຽວກັບວຽກງານນັກຮົບເກົ່າເພື່ອຫັນເປັນແຜນການ, ໂຄງການລະອຽດ ແລະ ຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ. ປະກອບສ່ວນເຂົ້າໃນການກໍ່ສ້າງພັກ, ກໍ່ສ້າງລັດໃຫ້ມີຄວາມຜ່ອງໃສ ແລະ ເຂັ້ມແຂງສ້າງພື້ນຖານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນໃຫ້ໜັກແໜ້ນຕໍ່ສູ້ຕ້ານກົນອຸບາຍມ້າງເພຂອງສັດຕູ, ຕ້ານບັນດາປະກົດການຫຍໍ້ທໍ້ໃນສັງຄົມ, ແນໃສ່ເພື່ອປົກປ້ອງອຸດົມການຂອງພັກ, ປົກປັກຮັກສາໝາກຜົນຂອງການປະຕິວັດ ແລະ ລະບອບປະຊາທິປະໄຕປະຊາຊົນລາວເອົາໄວ້ຢ່າງໝັ້ນຄົງ.