Deprecated: Function WP_Dependencies->add_data() was called with an argument that is deprecated since version 6.9.0! IE conditional comments are ignored by all supported browsers. in /home/ptpslgov/public_html/wp-includes/functions.php on line 6131

Deprecated: Function WP_Dependencies->add_data() was called with an argument that is deprecated since version 6.9.0! IE conditional comments are ignored by all supported browsers. in /home/ptpslgov/public_html/wp-includes/functions.php on line 6131
ເມືອງບຸນເໜືອ ແຂວງຜົ້ງສາລີ ເປີດກອງປະຊຸມ ເກັບກຳຂໍ້ມູນລາຍງານກະກຽມຄວາມພ້ອມໃນການປະກາດສ້າງຕັ້ງຕາແສງ -

ເມືອງບຸນເໜືອ ແຂວງຜົ້ງສາລີ ເປີດກອງປະຊຸມ ເກັບກຳຂໍ້ມູນລາຍງານກະກຽມຄວາມພ້ອມໃນການປະກາດສ້າງຕັ້ງຕາແສງ

ເມືອງບຸນເໜືອ ແຂວງຜົ້ງສາລີ

ເປີດກອງປະຊຸມ ເກັບກຳຂໍ້ມູນລາຍງານກະກຽມຄວາມພ້ອມໃນການປະກາດສ້າງຕັ້ງຕາແສງ

     ໃນຕອນບ່າຍຂອງວັນທີ 27 ມັງກອນປີ 2026 ນີ້ ນະທີຫ້ອງປະຊຸມຊັ້ນ 5 ສຳນັກງານປົກຄອງແຂວງຜົ້ງສາລີເມືອງບຸນເໜືອ ໄດ້ຈັດກອງປະຊຸມເກັບກຳຂໍ້ມູນລາຍງານກະກຽມຄວາມພ້ອມໃນການປະກາດສ້າງຕັ້ງຕາແສງ. ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ອູ່ຄຳ ຕຸລາພັນ ກຳມະການປະຈຳພັກແຂວງ, ຮອງປະທານຄະນະກຳມະການປົກຄອງແຂວງ ຜູ້ຊີ້ນຳວຽກງານຂົງເຂດວັດທະນະທຳ-ສັງຄົມຂັ້ນແຂວງ, ຫົວໜ້າຄະນະຮັບຜິດຊອບວຽກງານການສ້າງຕັ້ງຕາແສງຂັ້ນແຂວງ ເຂົ້າຮ່ວມກອງປະຊຸມມີບັນດາ ທ່ານ ກຳມະການປະຈຳພັກແຂວງ, ກຳມະການພັກແຂວງ, ຫົວໜ້າພະແນກ ຮອງຫົວໜ້າ, ມີບັນດາສະຫາຍຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າກຸ່ມ ສອງກຳລັງ ປກສ ປກຊ ແລະ ຄະນະຮັບຜິດຊອບການສ້າງຕັ້ງຕາແສງ ຂັ້ນເເຂວງ ແລະ ຂັ້ນເມືອງເຂົ້າຮ່ວມ.

     ໃນກອງປະຊຸມ ທ່ານ ທະນູຄຳ ປິດຈະວົງ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຜ່ານຄຳແນະນຳສະບັບເລກທີ 431/ຄຈສພ, ລົງວັນທີ 17 ຕຸລາ ປີ 2025, ຜ່ານແຈ້ງການຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 2182/ຄຈສພ, ລົງວັນທີ 25 ພະຈິກ 2025, ຈາກນັ້ນ ທ່ານ ນາງ ບົວໄຂ ໃຈວົງ ຫົວໜ້າຄະນະຈັດຕັ້ງເມືອງບຸນເໜືອ ໄດ້ຂື້ນຜ່ານບົດລາຍງານຫຍໍ້ຜົນສັດລັດບາດກ້າວກ່ຽວກັບການກະກຽມເອກະພາບໃນການປະກາດການສ້າງຕັ້ງຕາແສງ, ເປັນຕົ້ນແມ່ນຮ່າງບົດລາຍງານການສ້າງຕັ້ງຕາແສງຂອງຂັ້ນເມືອງ, ຮ່າງຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງ ແລະ ການເຄື່ອນໄຫວຂອງຕາແສງ, ຮ່າງບົດວີພາກ, ການຄົ້ນຄວ້າປະກອບບຸກຄະລາກອນ ແລະ ວິຊາການຊ່ວຍວຽກຂອງແຕ່ລະຕາແສງ, ຄວາມຕ້ອງການດ້ານວັດຖຸອຸປະກອນຕ່າງໆ, ຮ່າງມະຕິຍຸບຄະນະພັກຕາແສງ, ຮ່າງມະຕິແຕ່ງຕັ້ງຄະນະພັກຕາແສງ. ຊຶ່ງປະຈຸບັນເມືອງບຸນເໜືອມີ 66 ບ້ານ 5 ກຸ່ມຄື: ກຸ່ມດອນໄຊ, ກຸ່ມບ້ານຢໍ້, ກຸ່ມນໍ້າລູ, ກຸ່ມພຽງໄຊ, ກຸ່ມງາຍເໜືອ ແລະ ໂດຍອີງໃສ່ສະພາບທີ່ຕັ້ງຂອງແຕ່ລະບ້ານ ເມືອງບຸນເໜືອຈຶ່ງໄດ້ກຳນົດເອົາ 4 ຕາແສງຄື: ຕາແສງບຸນໄຊ, ຕາແສງບ້ານຢໍ້, ຕາແສງຊຽງຟ້າ, ຕາແສງງາຍເໜືອ. ທີ່ປະຊຸມປະທານກອງປະຊຸມຍັງໄດ້ມີຄຳເຫັນ ແລະ ມີຄຳຖາມເຈາະຈີ້ມເພືອເປັນແນວທາງໃນການປະກອບຄຳຄິດຄຳເຫັນ ຈາກນັ້ນບັນດາທ່ານ ກໍ່ໄດ້ຜັດປ່ຽນກັນປະກອບຄຳຄິດຄຳເຫັນ ແລກປ່ຽນດ້ວຍຄວາມຮັບຜິດຊອບສູງ.
     ໂອກາດນີ້ ທ່ານ ອູ່ຄຳ ຕຸລາພັນ ກຳມະການປະຈຳພັກແຂວງ, ຮອງປະທານຄະນະກຳມະການປົກຄອງແຂວງ, ຜູ້ຊີ້ນຳວຽກງານຂົງເຂດວັດທະນະທຳ-ສັງຄົມຂັ້ນແຂວງ, ຫົວໜ້າຄະນະຮັບຜິດຊອບວຽກງານການສ້າງຕັ້ງຕາແສງຂັ້ນແຂວງ ໄດ້ມີຄຳເຫັນ ແລະ ເໜັ້ນຕືມບາງບັນຫາຕໍ່ຜູ້ເຂົ້າຮ່ວມກອງປະຊຸມຕໍ່ຄະນະຮັບຜິດຊອບການສ້າງຕັ້ງຕາແສງ ໃຫ້ສືບຕໍ່ປະສານສົມທົບສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງວຽກງານ.
ຂ່າວ: ຍີນໄຊ

Leave a Reply

Your email address will not be published. Required fields are marked *

kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet