Deprecated: Function WP_Dependencies->add_data() was called with an argument that is deprecated since version 6.9.0! IE conditional comments are ignored by all supported browsers. in /home/ptpslgov/public_html/wp-includes/functions.php on line 6131

Deprecated: Function WP_Dependencies->add_data() was called with an argument that is deprecated since version 6.9.0! IE conditional comments are ignored by all supported browsers. in /home/ptpslgov/public_html/wp-includes/functions.php on line 6131
ເມືອງບຸນເໜືອ ແຂວງຜົ້ງສາລີ ສຳເລັດກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ lll ສະໄໝທີ IX -

ເມືອງບຸນເໜືອ ແຂວງຜົ້ງສາລີ ສຳເລັດກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ lll ສະໄໝທີ IX

ເມືອງບຸນເໜືອ ແຂວງຜົ້ງສາລີ ສຳເລັດກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ lll ສະໄໝທີ IX

     ວັນທີ 21 ມັງກອນ 2026 ອົງການປົກຄອງ ເມືອງບຸນເໜືອ ແຂວງຜົ້ງສາລີ ໄດ້ເປີດກອງປະຊຸມຄົບຄະນະບໍລິຫານງານພັກເມືອງຄັ້ງທີ 3 ສະໄຫມທີ IX ໂດຍການເປັນປະທານຂອງ ສະຫາຍ ສົມພາບ ດາລາຈັກ ກໍາມະການປະຈຳພັກແຂວງ ເລຂາພັກເມືອງບຸນເໜືອ ມີບັນດາສະຫາຍຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ເລຂາຄະນະພັກຮາກຖານກຸ່ມ ຕະຫຼອດຮອດຫົວຫນ້າຫ້ອງການອ້ອມຂ້າງເມືອງເຂົ້າຮ່ວມ.

     ສະຫາຍ ສົມພາບ ດາລາຈັກ ກໍາມະການປະຈຳພັກແຂວງ ເລຂາພັກເມືອງ ເປັນກຽດກ່າວເປີດກອງປະຊຸມ ແລະ ນຳພາດຳເນີນກອງປະຊຸມຕາມວາລະ ພ້ອມທັງເຜີຍແຜ່ເຊື່ອມຊືມເອກະສານຂອງສູນກາງ ແລະ ຂອງແຂວງວາງອອກ. ໃນກອງປະຊຸມຄັ້ງນີ້ ໄດ້ຮັບຟັງເອກະ ສານຮ່າງບົດສະຫຼູບຕີລາຄາການຊີ້ນໍາ, ນໍາພາ ວຽກງານຮອບດ້ານຂອງຄະນະບໍລິຫານງານພັກເມືອງ ປີ 2025 ແລະ ທິດທາງແຜນການປີ 2026, ຜ່ານບົດລາຍງານການປັບປຸງກົງຈັກການຈັດຕັ້ງສຸມໃສ່ ແຜນສ້າງ 4 ຕາແສງໃນທົ່ວເມືອງ ແລະ ເອກະສານບົດສໍາຫຼວດການນໍາພາລວມ ຂອງຄະນະບໍລິຫານ ງານພັກເມືອງ ຄັ້ງທີ 3 ສະໄໝທີ IX,ເຊິ່ງໃນ 1 ປີຜ່ານມາ ຄະນະພັກພວກເຮົາ ໄດ້ພ້ອມກັນປະຕິບັດວຽກງານຕ່າງໆ ຕາມມະຕິ ແລະ ແຜນການທີ່ວາງໄວ້ໃນແຕ່ລະໄລຍະ, ສາມາດຮັບປະກັນສະຖຽນລະພາບ ທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ, ຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນຈໍານວນໜຶ່ງໄດ້ຮັບການແກ້ໄຂ, ປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມ ໃນຖັນແຖວອົງການຈັດຕັ້ງ ພັກ-ລັດ ໄດ້ຮັບການແກ້ໄຂຢ່າງຈິງຈັງ; ການປັບປຸງພັກທາງດ້ານການເມືອງແນວຄິິດ, ປັບປຸງການຈັດຕັ້ງພັກໃຫ້ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ບັນລຸໂດຍພື້ນຖານ; ການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ຂອງພໍ່ແມ່ປະຊາຊົນໄດ້ຮັບການແກ້ໄຂ, ເຖິງວ່າຈະພົບກັບຄວາມຫຍຸ້ງຍາກ ແຕ່ພວກເຮົາກໍ່ສຸມໃສ່ນໍາພາ – ຊີ້ນໍາການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ, ຊຸກຍູ້ການຜະລິດເປັນສິນຄ້າ ສາມາດຄໍ້າປະກັນສະບຽງອາຫານໄດ້ພຽງພໍ ແລະ ຄຸ້ມຄອງລາຄາສິນຄ້າອຸປະໂພກ – ບໍລິໂພກ ຕາມທ້ອງຕະຫຼາດ;ເສດຖະກິດມີການຂະຫຍາຍຕົວໃນລະດັບ 2.80%, ມີມູນຄ່າລວມຍອດຜົນຜະລິດພາຍໃນຕາມລາຄາ 1,180.3 ຕື້ກວ່າກີບ, ທຽບໃສ່ແຜນການປີປະຕິບັດໄດ້ລື່ນແຜນ 10.09% ໃນນີ້: ກະສິກຳ-ປ່າໄມ້ປະຕິບັດໄດ້ 623.88 ຕື້ກວ່າກີບ ທຽບແຜນການປີປະຕິບັດໄດ້ 94.72%, ອຸດສາຫະກຳ-ຫັດຖະກຳປະຕິບັດໄດ້ 443.29 ຕື້ກວ່າ ກີບ, ທຽບໃສ່ແຜນການປີປະຕິບັດໄດ້ລື່ນແຜນ 50%, ບໍລິການປະຕິບັດໄດ້ 113.21 ຕື້ກວ່າກີບ, ທຽບໃສ່ແຜນການ ປີປະຕິບັດໄດ້ 94.87%, ລາຍຮັບສະເລ່ຍຫົວຄົນຕໍ່ປີ 42 ລ້ານກວ່າກີບ/ຄົນ/ປີ ຫຼື ເທົ່າກັບ 1,935 ໂດລາ/ຄົນ/ປີ (ຕາມອັດຕາແລກປ່ຽນ 21,750 ກີບ/ໂດລາ). 1 ປີຜ່ານມາສາມາດຂຸດຄົ້ນລາຍຮັບເຂົ້າງົບປະມານແຫ່ງ ລັດທັງໝົດໄດ້ 5.78 ຕື້ກວ່າກີບ, ທຽບໃສ່ ແຜນປີປະຕິບັດລື່ນແຜນ 9,73% ແລະ ຄຸ້ມຄອງການປະຕິບັດລາຍຈ່າຍ ໄດ້ 28.9 ຕື້ກວ່າກີບ ທຽບໃສ່ແຜນປີປະຕິບັດໄດ້ 100%; ວຽກງານແຜນການ ແລະ ການລົງທຶນ: ຕິດຕາມ, ກວດກາບັນດາໂຄງການລົງທຶນທັງໝົດ 52 ໂຄງການມີທຶນທັງໝົດ 120.89 ລ້ານໂດລາ, ທຶນຈົດທະບຽນ 42.81 ລ້ານໂດລາ, ມີໂຄງການລົງທຶນພາຍໃນ 36 ໂຄງການ, ໂຄງການລົງທຶນຕ່າງປະເທດມີ 16 ໂຄງການທຽບໃສ່ແຜນປີຜ່ານມາແມ່ນເພີ່ມຂຶ້ນ 02 ໂຄງການເທົ່າກັບ 8.86% ແລະ ຂັ້ນເມືອງຄຸ້ມຄອງມີ 5 ໂຄງການໃນມູນຄ່າບໍ່ເກີນ 500 ລ້ານກີບລົງມາ.- ວຽກງານກະສິກຳ ແລະ ປ່າໄມ້ເມືອງ: ການຜະລິດສະບຽງອາຫານພາຍໃນເມືອງ, ສາມາດຜະລິດຊີ້ນ-ປາ, ໄຂ່ ສາມາດສະໜອງໃຫ້ແກ່ການບໍລິໂພກໄດ້ 1 ປີ 916.85 ໂຕນ, ທຽບໃສ່ແຜນການປະຕິບັດໄດ້ 83.83% ຊຸກຍູ້ການຜະລິດເປັນສິນຄ້າທີ່ສາມາດຈໍາໜ່າຍພາຍໃນ ແລະ ສົ່ງອອກຕ່າງປະເທດເຊັ່ນ: ເຂົ້ານາປີ, ຊາປອດສານຜິດ, ກາເຟ, ຢາງພາລາ, ອ້ອຍ, ສາລີແຂງ, ໝາກ ແໜງກວາງຕຸງ, ພືດລະດູແລ້ງ; ປ່າໄມ້ ໃນທົ່ວເມືອງ ມີເນື້ອທີ່ທັງໝົດ 79,572.55 ເຮັກຕາ ກວມ 71.55%, ປ່າປ້ອງກັນກວມ 6.84%, ປ່າສະຫງວນ ກວມ 18.22%, ປ່າຜະລິດກວມ 9.51% ແລະ ນອກ 3 ປະເພດປ່າກວມ 6.98%; ແກ້ໄຂວຽກງານຄວາມທຸກຍາກມາດຕະຖານພົ້ນທຸກ ແລະ ມາດຕະຖານການພັດທະນາ ຕາມ ດຳລັດ 348/ລບ, ທົ່ວເມືອງມີຄອບຄົວພົ້ນທຸກ 4,862 ຄອບຄົວ, ບ້ານພົ້ນທຸກແລ້ວມີ 53 ບ້ານ ກວມ 80.30%, ບ້ານ ພັດທະນາມີ 14 ບ້ານ ກວມ 21.21%; ລົງປະເມີນໃນປີ 2025 ຈຳນວນບ້ານພົ້ນທຸກມີ 2 ບ້ານຄື: ບ້ານ ປາງຫົກ ແລະ ບ້ານ ມໍ ຊໍສານ. ຄຽງຄູ່ກັນນັ້ນ ຄະນະພັກ-ຄະນະນໍາແຕ່ລະຂັ້ນຍັງໄດ້ເອົາໃຈໃສ່ໃນການປັບປຸງດ້ານຄຸນນະພາບການສຶກສາ, ການບໍລິການດ້ານສາທາລະນະສຸກ, ດ້ານສີມືແຮງງານ ແລະ ສົ່ງເສີມການຄົ້ນຄ້ວາ, ການນໍາໃຊ້ວິທະຍາສາດເຕັກໂນໂລຊີ, ເຕັກນິກດ້ານວິຊາການ ເຂົ້າໃນການພັດທະນາຊີວິດການເປັນຢູ່ ຂອງປະຊາຊົນທາງດ້ານວັດຖຸ ແລະຈິດໃຈ ໃຫ້ດີຂື້ນເປັນກ້າວໆ .
     ກອງປະຊຸມຄັ້ງນີ້ ໄດ້ສະຫຼຸບຕີລາຄາການນໍາພາ-ຊີ້ນໍາຮອບດ້ານຂອງຄະນະບໍລິຫານງານພັກເມືອງ ປີ 2025 ແລະວາງທິດທາງແຜນ ການ ປີ 2026, ກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 3 ສະໄໝທີ IX ແມ່ນໄດ້ດໍາເນີນເປັນເວລາ 1 ວັນຈຶ່ງສຳເລັດ.
ພາບ-ຂ່າວ: ນາງ ຈັນສະໝອນ ທິດໄຊຍະລາດ

Leave a Reply

Your email address will not be published. Required fields are marked *

kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet