ເມືອງບຸນໃຕ້ ປາຖະກະຖາ 3 ວັນປະຫວັດສາດສໍາຄັນ
ໃນຕອນເຊົ້າຂອງວັນທີ 26 ເມສາ 2024 ນີ້ຢູ່ທີ່ສະໂມສອນຫ້ອງວ່າການເມືອງບຸນໃຕ້ ໄດ້ຈັດພິທີ ປາຖະກະຖາວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບປະຊາຊົນລາວ ຄົບ ຮອບ 63 ປີ, ວັນປົດປ່ອຍພາກໃຕ້ ຫວຽດນາມ ຄົບຮອບ 49 ປີ ແລະ ວັນເກີດທ່ານ ວ.ອ. ເລນິນ ຄົບຮອບ 154 ປີ ຂື້ນຢ່າງເປັນທາງການນະທີ່ຫ້ອງປະຊຸມສະໂມສອນໃຫຍ່ຂອງເມືອງບຸນໃຕ້ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ສານມະນີ ອິນດາວົງ ຮອງເລຂາພັກເມືອງ ຜູ້ຊີ້ນຳວຽກງານພັກ - ພະນັກງານ, ມີບັນດາທ່ານຄະນະປະຈຳພັກເມືອງ, ກຳມະການປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການ, ຄະນະກອງບັນຊາການ ປກຊ – ປກສ ເມືອງ, ອຳນວຍການໂຮງຮຽນ, ໂຮງໝໍ, ລັດວິສາຫະກິດ, ພະນັກງານ – ລັດຖະກອນ, ອ້ອຂ້າງເທດສະບານເມືອງ ເຂົ້າຮ່ວມຮັບຟັງທັງໝົດ 106 ຄົນ, ຍິງ 41 ຄົນ, ສະມາຊິກພັກ 90 ສະຫາຍ, ຍິງ 35 ສະຫາຍ.
ໃນພິທີ, ທ່ານ ອູ່ນແປງ ທຳມະໂນໄຊ ກຳມະການພັກເມືອງ, ຫົວໜ້າຄະນະໂຄສະນາອົບຮົມເມືອງ ໄດ້ຂຶ້ນເລົ່າມູນເຊື້ອ ວັນປົດປ່ອຍພາກໃຕ້ ຫວຽດນາມ ຄົບຮອບ 49 ປີ ( 30 ເມສາ 1975 – 30 ເມສາ 2024 ) ແລະ ວັນເກີດທ່ານ ວ.ອ. ເລນິນ ຄົບຮອບ 154 ປີ ທ່ານໄດ້ຍົກໃຫ້ເຫັນມູນເຊື້ອການຕໍ່ສູ້ອັນພິລາດຫານຂອງຫວຽດນາມ, ຍຸດທະສາດ ແລະ ກົມອຸບາຍຂອງຈັກກະພັດອາເມລິກາຕໍ່ຫວຽດນາມ, ການຕໍ່ພິລະອາດຫານຂອງກອງທັບ ແລະ ປະຊາຊົນຊີຫວຽດນາມ ຕ້ານການຄອບຄອງຂອງຈັກກະພັດອາເມລີກາ, ຄວາມໜາຍສຳຄັນຂອງໄຊຊະປົດປ່ອຍພາກໃຕ້ຫວຽດນາມ ແລະ ການເຄືອນໄຫວທ່ານ ເລນິນ, ຜົນງານ ແລະ ຄວາມດີຂອງທ່ານ ເລນິນ ເປັນຜູ້ນຳຂອງພັກກອມມູນິດ ແລະ ການປະຕິວັດ, ອາຈານ, ເປັນເພື່ອຜູ້ສະໜິດສະໜົມ ຂອງຊາວຜູອອກແຮງງານ, ໄດ້ສ້າງຊື່ສຽງຮຽງນາມຈົນກ່າຍເປັນສັນຍາລັກຂອງໂລກໃໝ່ ຈາກຕາເວັນຕົກເຖິງຕາເວັນອອກ, ແຕ່ລະພາກເໜືອຮອດພາກໃຕ້ ມາເຖິງປະຈຸບັນ;
ຈາກນັ້ນ, ທ່ານ ສານມະນີ ອິນດາວົງ ຮອງເລຂາພັກເມືອງ ຜູ້ຊີ້ນຳວຽກງານພັກ - ພະນັກງານ ຂື້ນຜ່ານເລົ່ມູນເຊື້ອ ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບປະຊາຊົນລາວ, ວັນສ້າງຕັ້ງສາຍພົວພັນການທຸດລະຫວ່າງ ສປປ ລາວ – ສປ ຈີນ ຄົບຮອບ 63 ປີ ທ່ານໄດ້ຍົກໃຫ້ເຫັນເຖິ່ງຄວາມເປັນມາ ແລະ ມູນເຊື້ອແຫ່ງການສ້າງຕັ້ງສາຍພົວພັນການທູດລະ ຫວ່າງ ສປປ ລາວ – ສປ ຈີນ, ການຊ່ວຍເຫລືອ ຂອງ ສປຈີນ ແລະ ລາວ, ດ້ານການ ແລະ ການລົງທືນ, ດ້ານສັງວັດທະນະທຳ – ສັງຄົມ, ສຶບຕໍ່ເສີມຂະຫຍາຍມູນເຊື້ອສາຍພົວພັນມິດຕະພາບ ແລະ ການຮ່ວມມື ລາວ – ຈີນ ຮ່ວມມືພັດທະນາເຂດພາກພື້ນ ແລະ ໃນໂລກ, ສະໜັບສະໜູນບົດບາດເຊິ່ງກັນແລະກັນໃນເວທີພາກພື້ນ ແລະ ສາກົນ ເພື່ອປົກປັກຮັກສາສັນຕິພາບ ແລະ ການພັດທະນາຂອງໂລກ ມາເຖິງປະຈຸບັນ.