
ເມືອງບຸນໃຕ້ ແຂວງຜົ້ງສາລີ ໂຮມຊຸມນຸມສະເຫຼີມສະຫຼອງວັນຕ້ານການສໍ້ລາດບັງຫຼວງສາກົນ ຄົບຮອບ 22 ປີ
ພິທີໂຮມຊຸມນຸມສະເຫຼີມສະຫຼອງວັນຕ້ານການສໍ້ລາດບັງຫຼວງສາກົນຄົບຮອບ 22 ປີ (09 ທັນວາ 2003- 09 ທັນວາ 2025 ພາຍໃຕ້ຄໍາຂວັນ: “ຮ່ວມແຮງຮ່ວມໃຈກັບໄວໜຸ່ມຕ້ານການສໍ້ລາດບັງຫຼວງ ເພື່ອສ້າງອານາຄົດອັນສົດໃສ”
ຕອນເຊົ້າຂອງວັນທີ 14 ມັງກອນ 2026 ນີ້. ຄະນະກວດກາພັກ-ລັດເມືອງ ບຸນໃຕ້ໄດ້ຈັດໃຫ້ມີພິທີ ໂຮມຊຸມນຸມສະເຫຼີມສະຫຼອງວັນຕ້ານການສໍ້ລາດບັງຫຼວງສາກົນຄົບຮອບ 22 ປີ (09 ທັນວາ 2003-09 ທັນວາ 2025 ພາຍໃຕ້ຄໍາຂວັນ: “ຮ່ວມແຮງຮ່ວມໃຈກັບໄວໜຸ່ມຕ້ານການສໍ້ລາດບັງຫຼວງ ເພື່ອສ້າງອານາຄົດອັນສົດໃສ” ຂຶ້ນນະທີ່ສະໂມສອນໃຫຍ່ຂອງເມືອງ. ພາຍໃຕ້ການເປັນປະທານຂອງ ທ່ານ ທອງສິງ ອິນທະແສງ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີບັນດາທ່ານຮອງເລຂາພັກເມືອງ, ປະທານຄະນະກໍາມະການປົກຄອງເມືອງ, ກຳມະການໃນຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ສອງກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຕະຫຼອດຮອດພະນັກງານຫຼັກແຫຼ່ງ, ພະນັກງານຜູ້ທີ່ເຮັດວຽກບັນຊີຫ້ອງການ-ຄັງເງິນຫ້ອງການອ້ອມຂ້າງເມືອງເຂົ້າຮ່ວມ.

ທ່ານ ທອງສິງ ອິນທະແສງ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ໄດ້ສະເໜີຈຸດປະສົງ, ພ້ອມທັງກ່າວເປີດພິທີ. ເຊິ່ງທ່ານໄດ້ກ່າວວ່າ: ການສໍ້ລາດບັງຫຼວງ ແມ່ນອາຊະຍາກຳໜຶ່ງທີ່ເກີດຂຶ້ນໃນກົງຈັກການຈັດຕັ້ງຂອງລັດ, ເອກະຊົນ ແລະ ສັງຄົມ, ເປັນໄພອັນຕະລາຍທີ່ສົ່ງຜົນກະທົບ, ສ້າງຄວາມເສຍຫາຍ ແລະ ກົດໜ່ວງຖ່ວງດຶງຢ່າງຮ້າຍແຮງຕໍ່ການພັດທະນາເສດຖະກິດ-ສັງຄົມ ຂອງປະເທດຕ່າງໆ ບໍ່ວ່າຈະແມ່ນປະເທດນ້ອຍ ຫຼື ໃຫຍ່, ປະເທດທຸກຍາກ ຫຼື ຮັ່ງມີ ກໍ່ລ້ວນແຕ່ມີຜົນກະທົບເຊັ່ນດຽວກັນ; ການສໍ້ລາດບັງຫຼວງຍັງເປັນໄພຂົ່ມຂູ່ ແລະ ບັນທອນຕໍ່ສະຖຽນລະພາບທາງການເມືອງ, ປະສິດທິພາບໃນການເຄື່ອນໄຫວ, ຄວາມເຊື່ອໝັ້ນຂອງສັງຄົມຕໍ່ອົງການອຳນາດລັດ ກໍ່ຄືການຈັດຕັ້ງທຸກຂັ້ນຂອງລັດ, ພາໃຫ້ເກີດມີຄວາມບໍ່ສະຫງົບ, ຄວາມບໍ່ສະເໝີພາບ ແລະ ຄວາມບໍ່ຍຸຕິທໍາ ໃນສັງຄົມ. ສຳລັບ ສປປ ລາວ, ໂດຍເຫັນໄດ້ຜົນສະທ້ອນອັນໃຫຍ່ຫຼວງ ແລະ ໄພອັນຕະລາຍທີ່ຮ້າຍແຮງຂອງການສໍ້ລາດບັງຫຼວງຄືດັ່ງກ່າວ, ສູນກາງພັກ, ສະພາແຫ່ງຊາດ ແລະ ລັດຖະບານແຫ່ງ ສປປ ລາວ ຍາມໃດກໍ່ຖືສໍາຄັນ ແລະ ເປັນໜ້າທີ່-ຄວາມຮັບຜິດຊອບ ຂອງຕົນ ພ້ອມທັງໄດ້ເອົາໃຈໃສ່ຢ່າງໃກ້ສິດ ຕໍ່ການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ໂດຍຖືເອົາວຽກງານນີ້ເປັນໜ້າທີ່ ແລະ ຄວາມຮັບຜິດຊອບ ໂດຍກົງຂອງພັກ-ລັດ ແລະ ການຈັດຕັ້ງທຸກຂັ້ນ; ໄດ້ມອບໃຫ້ອົງການກວດກາແຫ່ງລັດ ແລະ ອົງການຕ້ານການສໍ້ລາດບັງຫຼວງສູນກາງ ກໍ່ຄື ອົງການກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງແຕ່ລະຂັ້ນ ເປັນເສນາທິການໃຫ້ແກ່ພັກ-ລັດ ໃນການຕິດຕາມ-ກວດກາ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຕາມກົດໝາຍ ແລະ ລະບຽບການ ທີ່ກຳນົດໄວ້ ພາຍໃຕ້ຄຳຂັວນ (“ຮ່ວມກັນຕ້ານການສໍ້ລາດບັງຫຼວງ ເພື່ອສ້າງອານາຄົດທີ່ສົດໃສ ແລະ ໂປ່ງໃສ”);

ພ້ອມດຽວກັນນັ້ນກໍ່ໄດ້ສົ່ງເສີມໃຫ້ທຸກພາກສ່ວນໃນສັງຄົມ ເປັນເຈົ້າການເຂົ້າຮ່ວມຢ່າງຕັ້ງໜ້າໃນການຕ້ານການສໍ້ລາດບັງຫຼວງ; ດ້ວຍການໂຄສະນາ, ເຜີຍແຜ່ ແນວທາງ ນະໂຍບາຍ, ມະຕິ, ຄຳສັ່ງ, ກົດໝາຍ ແລະ ຜົນຮ້າຍຂອງການສໍ້ລາດບັງຫຼວງ ເພື່ອປູກຈິດສຳນຶກ ໃຫ້ແກ່ພະນັກງານ-ລັດຖະກອນ, ທະຫານ-ຕໍາຫຼວດ, ນັກຮຽນຮູ້ປັນຍາຊົນ, ນັກສືກສາ ໃຫ້ຮັບຮູ້ເຂົ້າໃຈຢ່າງທົ່ວເຖິງ.

ໃນພິທີຍັງໄດ້ຜ່ານບົດລາຍງານຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດວຽກງານການຕ້ານການການສໍ້ລາດບັງຫຼວງໃນໄລຍະຜ່ານມາຢູ່ເມືອງບຸນໃຕ້ ແລະ ຜ່ານ ຄວາມຮູ້ພື້ນຖານຂອງການຕ້ານການສໍ້ລາດບັງຫຼວງ, ພ້ອມທັງມີການຖາມຕອບກ່ຽວກັບຜົນກະທົບຂອງການສໍ້ລາດບັງຫຼວງຢູ່ຕາມແຕ່ລະຂົງເຂດຕື່ມອິກ ແລະ ໃນວັນດຽວກັນທາງຄະນະຈັດຕັ້ງເມືອງ ຍັງໄດ້ຜ່ານຂໍ້ຕົກລົງຂອງຄະນະຊີ້ນຳແຂ່ງຂັນຍ້ອງຍໍ ຮັກຊາດ ແລະ ພັດທະນາ ສະບັບເລກທີ 01/ຄຊຂຍ, ລົງວັນທີ 21 ກຸມພາ 2025 ວ່າດ້ວຍການຍ້ອງຍໍສັນລະເສີນໃຫ້ແກ່ບຸກຄົນທີ່ມີຜົນງານດີເດັ່ນໃນຂະບວນການແຂ່ງຂັນ ຍ້ອງຍໍຮັກຊາດ ແລະ ພັດທະນາ ແຂວງຜົ້ງສາລີ ປະຈຳປີ 2024 ເປັນກຽດກ່າວມອບໂດຍທ່ານ ທອງສິງ ອິນທະແສງ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ແລະ ຜ່ານຂໍ້ຕົກລົງຂອງຄະນະຊີ້ນຳແຂ່ງຂັນຍ້ອງຍໍ ຮັກຊາດ ແລະ ພັດທະນາ ສະບັບເລກທີ 141/ມບຕ, ລົງວັນທີ 20 ພຶດສະພາ 2025 ວ່າດ້ວຍການຍ້ອງຍໍສັນລະເສີນໃຫ້ແກ່ບຸກຄົນ, ກົມກອງລວມໝູ່ ທີ່ມີຜົນງານດີເດັ່ນໃນຂະບວນການແຂ່ງຂັນ ຍ້ອງຍໍ ຮັກຊາດ ແລະ ພັດທະນາ ເມືອງບຸນໃຕ້ ປະຈຳ 2024. ເປັນກຽດກ່າວມອບໂດຍທ່ານ ຄຳຫຼ້າ ດວງມະໄລ ຮອງເລຂາພັກເມືອງ ປະທານຄະນະກຳມະການປົກຄອງເມືອງ ແລະ ຂຶ້ນຮັບໂດຍບັນດາທ່ານຫົວຫ້ອງການຂະແໜງການອ້ອມຂ້າງເມືອງ ຕາມລຳດັບ.