ເມືອງບຸນໃຕ້ ແຂວງຜົ້ງສາລີ ປາຖະກະຖາ 4 ວັນປະຫວັດສາດສຳຄັນ ປະຈຳເດືອນ ພຶດສະພາ 2025
ໃນຕອນເຊົ້າຂອງວັນອັງຄານ ວັນທີ 29 ເມສາ 2025 ນີ້ຢູ່ທີ່ສະໂມສອນຫ້ອງວ່າການເມືອງ ບຸນໃຕ້ ໄດ້ຈັດພິທີ ປາຖະກະຖາ ວັນກຳມະກອນສາກົນ ຄົບຮອບ 139 ປີ, ວັນເກີດ ມ່ານກາກມາກ ຄົບຮອບ 207 ປີ, ວັນເກີດ ປະທານ ໂຮ່ຈີມິນ ຄົບຮອບ 135 ປີ, ວັນຜ່າວົງປິດລ້ອມ ຂອງກອງພັນທີ 2 ວິລະຊົນທີ່ທົ່ງໄຫຫີນຊຽງຂວາງ ຄົບຮອບ 66 ປີ ແລະ ວິລະກຳໂຕນຄຸກຢ່າງມະຫັດສະຈັນ ຂອງບັນດາຜູ້ນຳພັກ ແລະແນວລາວຮັກຊາດ ຄົບຮອບ 65 ປີ, ວັນໄຊສະນະດຽນບຽນຟູ ຄົບຮອບ 71 ປີ, ວັນໄຊສະນະຂອງມະຫະພາບໂຊວຽດ ເໝືອຟາດຊິດ ເຢຍນ້ຳມັນໃນສົງຄາມໂລກຄັ້ງທີ II ຄົບຮອບ 80 ປີຂຶ້ນ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ທອງສິງ ອິນທະແສງ ເລຂາຄະນະບໍລິຫານງານພັກເມືອງ-ເຈົ້າເມືອງບຸນໃຕ້, ມີບັນດາທ່ານຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການ, ຄະນະກອງບັນຊາການ ປກສ-ປກຊ, ອຳນວຍການໂຮງຮຽນ, ໂຮງໝໍ, ລັດວິສາຫະກິດ, ສະມາຊິກພັກ, ພະນັກງານ-ລັດຖະກອນ, ອ້ອມຂ້າງເທດສະບານເມືອງ ເຂົ້າຮ່ວມຮັບຟັງທັງໝົດ 120 ຄົນ, ຍິງ 68 ຄົນ, ສະມາຊິກພັກທັງໝົດ 108 ສະຫາຍ, ຍິງ 61 ສະຫາຍ.
ທ່ານ ທອງສິງ ອິນທະແສງ ເລຂາຄະນະບໍລິຫານງານພັກເມືອງ-ເຈົ້າເມືອງບຸນໃຕ້, ຂື້ນຜ່ານ ວັນກຳມະກອນສາກົນ ຄົບຮອບ 139 ປີ, ວັນເກີດ ທ່ານກາກມາກ ຄົບຮອບ 207 ປີ, ວັນເກີດ ປະທານ ໂຮ່ຈີມິນ ຄົບຮອບ 135 ປີ, ວັນໄຊສະນະດຽນບຽນຟູ ຄົບຮອບ 71 ປີ, ສະພາບແວດລ້ອມກຳມະກອນສາກົນກຳເນີດຊົນຊັ້ນຄວາມເປັນມາຂອງກຳມະບານລາວ, ການເຄື່ອນໄຫວປະຕິວັດຂອງທ່ານກາກມາກ ແລະການເຄື່ອນໄຫວປະຕິວັດຂອງທ່ານປະທານໂຮ່ຈີ່ມິນ, ແຕ່ລະໄລຍະເຖິງປະຈຸບັນ.
ທ່ານ ເພັດມະນີ ຈິດດາພອນ ຮອງຫົວໜ້າຄະນະໂຄສະນາອົບຮົມເມືອງ, ຂຶ້ນຜ່ານ ວັນຜ່າວົງປິດລ້ອມ ຂອງກອງພັນທີ 2 ວິລະຊົນທົ່ງໄຫຫີນຊຽງຂວາງ ຄົບຮອບ 66 ປີ, ວິລະກຳໂຕນຄຸກຢ່າງມະຫັດສະຈັນ ຂອງບັນດາຜູ້ນຳພັກ ແລະແນວລາວຮັກຊາດ ຄົບຮອບ 65 ປີ ແລະ ວັນໄຊສະນະຂອງມະຫະພາບໂຊວຽດ ເໝືອຟາດຊິດ ເຢຍນ້ຳມັນໃນສົງຄາມໂລກຄັ້ງທີ II ຄົບຮອບ 80 ປີ; ສະພາບການຖຶກປິດລ້ອມຂອງກອງພັນທີ 2 ແລະສະພາບ ແລະເຄື່ອນໄຫວປະຕິວັດຂອງບັນດາຜູ້ນຳພັກທ່ານຜູນຳ ແລະແນວລາວຮັກຊາດໃນໄລຍະຜ່ານມາຂອງພັກເຖິງປະຈຸບັນ.
ເພື່ອໂຄສະນາສຶກສາ ອົບຮົມການເມືອງແນວຄິດຕ່າງໆ ແລະປຸກຈິດຈິດນຶກ ໃຫ້ບັນດາທ່ານ, ພະນັກງານ – ສະມາຊິກພັກ, ພະນັກງານ – ລັດຖະກອນ, ບັນດາເຜົ່າທົ່ວປວງຊົນຮັບຮູ້ເຂົ້າໃຈ, ໃນການເຊື່ອມຊືມ ແລະ ກຳແໜ້ນກ່ຽວກັບຄວາມໝາຍຄວາມຄັນຂອງວັນກຳມະກອນສາກົນ ແລະອັນສຳຄັນເປັນການສຶກສາອົບຮົມການເມືອງ – ແນວຄິດໃຫ້ທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນທັງຊາດເພີ່ມທະວີຄວາມເປັນເອກະພາບ ມີຄວາມສາມັກຄີເປັນປຶກແຜນ, ເພີ່ມທະວີບົດບາດ, ມູນເຊື້ອການນຳພາຂອງພັກ, ບົດຮຽນພາຍໃຕ້ການນຳພາຂອງການຄຸ້ມຄອງຂອງພັກ – ຂອງລັດ, ຄັ້ງນີ້ປະທານກອງປະຊຸມໄດ້ເນັ້ນລາຍບັນຫາກ່ຽວກັບການກຳເນີດ ວັນກຳມະກອນສາກົນ ເພື່ອເຮັດໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ເຂົ້າໃຈກ່ຽວກັບການປະຕິວັດຄວາມເປັນມາຂອງວັນກຳມະກອນສາກົນ.