ເມືອງບຸນໃຕ້ ແຂວງຜົ້ງສາລີ
ເຜີຍແຜ່ເອກະສານສຶກສາອົບຮົມການເມືອງ – ແນວຄິດ ສຳລັບສະມາຊິກພັກ, ພະນັກງານ
ເພື່ອດຳເນີນຊີວິດການເມືອງໃນທົ່ວພັກ
ກອງປະຊຸມເຜີຍແຜ່ເອກະສານສຶກສາອົບຮົມການເມືອງ – ແນວຄິດ ສຳລັບສະມາຊິກພັກ, ພະນັກງານ ເພື່ອດຳເນີນຊີວິດການເມືອງໃນທົ່ວພັກ ຢູ່ເມືອງບຸນໃຕ້ ແຂວງຜົ້ງສາລີ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 09 ມິຖຸນາ 2025 ຢູ່ທີ່ສະໂມສອນ ເມືອງບຸນໃຕ້. ໂດຍການໃຫ້ກຽດເປັນປະທານຮ່ວມ ຂອງທ່ານ ທອງສິງ ອິນທະແສງ ເລຂາຄະນະບໍລິຫານງານພັກເມືອງ, ເຈົ້າເມືອງບຸນໃຕ້ ແລະ ທ່ານນາງ ພອນສະຫວັນ ສັກຕິຄຸນ ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງຜົ້ງສາລີ; ມີບັນດາສະຫາຍ ຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກ, ຮອງເລຂາໜ່ວຍພັກ ຕະຫຼອດຮອດສະມາຊິກພັກ, ພະນັກງານ ພາຍໃນເມືອງເຂົ້າຮ່ວມທັງໝົດ 78 ຄົນ, ຍິງ 21ຄົນ.
ໃນກອງປະຊຸມ ທ່ານ ທອງສິງ ອິນທະແສງ ເລຂາຄະນະບໍລິຫານງານພັກເມືອງ, ເຈົ້າເມືອງບຸນໃຕ້ ໄດ້ມີຄຳເຫັນ ແລະກ່າວເປີດກອງປະຊຸມວ່າ: ກອງປະຊຸມໃນຄັ້ງນີ້ ເປັນກອງປະຊຸມທີ່ມີຄວາມໝາຍຄວາມສຳຄັນໃນຖັນແຖວວຽກງານຂອງອົງ ການຈັດຕັ້ງພັກ, ສະມາຊິກພັກ,ພະນັກງານ ເຊິ່ງຈັດຂຶ້ນເຜີຍແຜ່ເອກະສານສຶກສາອົບຮົມການເມືອງ – ແນວຄິດ, ດຳເນີນຊີວິດການເມືອງໃນທົວພັກພາຍໃນເມືອງບຸນໃຕ້. ກອງປະຊຸມຈະໄດ້ຮັບຟັງການເຜີຍແຜ່ເອກະສານສຳຄັນຫຼາຍສະບັບ ແລະ ຈະໄດ້ພິຈາລະນາຄົ້ນຄວ້າປະກອບຄຳຄິດຄຳເຫັນ. ດັ່ງນັ້ນ ທ່ານໄດ້ຮຽກຮ້ອງໃຫ້ບັນດາທ່ານທີ່ເຂົ້າຮ່ວມຈົ່ງຍົກສຸງຄວາມຮັບ ຜິດຊອບໃນການຮັບຟັງ, ຄົ້ນຄວ້າ ແລະ ປະກອບຄຳຄິດຄຳເຫັນຕໍ່ກອງປະຊຸມ ເພື່ອເຮັດໃຫ້ກອງປະຊຸມໄດ້ຮັບຜົນສຳເລັດຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້ ພ້ອມທັງກ່າວເປີດກອງປະຊຸມຢ່າງເປັນທາງການ.
ຈາກນັ້ນ, ທ່ານນາງ ພອນສະຫວັນ ສັກຕິຄຸນ ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງຜົ້ງສາລີ ໄດ້ໃຫ້ກຽດນຳສະເໜີ ເຜີຍແຜ່ເອກະສານສຶກສາອົບຮົມການເມືອງ-ແນວຄິດ ໂດຍໄດ້ຍົກເອົາບົດຮຽນເອົາແບບແຜນວິທີເຮັດວຽກ ແລະ ຄຸນສົມບັດສິນທຳປະຕິວັດ ຂອງ ປະທານ ໄກສອນ ພົມວິຫານ; ເຊິ່ງທ່ານໄດ້ຍົກໃຫ້ເຫັນຄວາມເປັນແບບຢ່າງທີ່ດີດ້ານຄຸນທາດການເມືອງ, ມີຄຸນສົມບັດສິນທຳປະຕິວັດ ອັນຜ່ອງໃສ, ມີ ແບບແຜນດໍາລົງຊີວິດແບບລຽບງ່າຍ, ປະຢັດ ແລະ ຊື່ສັດບໍລິສຸດ; ເຊິ່ງພວກເຮົາພະນັກງານ, ສະມາຊິກພັກ, ນັກຮົບ ແລະ ປະຊາຊົນລາວບັນດາເຜົ່າ ຕ້ອງນໍາໄປຝຶກຝົນຮໍ່າຮຽນເອົາແບບຢ່າງໃນການດໍາລົງຊີວິດ ແລະ ປັບປຸງ ແບບແຜນວິທີເຮັດວຽກຂອງຕົນ; ຖືເອົາແບບແຜນວິທີເຮັດວຽກ, ຄຸນສົມບັດສິນທຳປະຕິວັດ ຂອງປະທານ ໄກສອນ ພົມວິຫານ ເປັນມາດຖານວັດແທກ ດ້ານຄຸນທາດການເມືອງ ຂອງພະນັກງານ, ສະມາຊິກພັກ, ເຜີຍແຜ່ 6 ເນື້ອໃນເອກະສານການຝຶກຝົນຫຼໍ່ຫຼອມຄຸນທາດການເມືອງ ແລະຄຸນສົມບັດສິນທຳປະຕິວັດ ໃນເງື່ອນໄຂປັດຈຸບັນ ແລະ 5 ເນື້ອໃນມາດຕະຖານໃນເງື່ອນໄຂໃໝ່ ຂອງພະນັກງານ, ສະມາຊິກພັກ. ບົນພື້ນຖານປະຕິບັດ 5 ຫຼັກການ,3 ທິດນໍາຂອງພັກ.
ຈາກນັ້ນ ທ່ານ ທອງສິງ ອິນທະແສງເລຂາຄະນະບໍລິຫານງານພັກເມືອງເຈົ້າເມືອງບຸນໃຕ້ ໄດ້ສືບຕໍ່ເຜີຍແຜ່ເອກະສານ ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັ້ງທີ 9 ສະໄໝທີ XI, ເຜີຍແຜ່ມະຕິ 3 ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງ ແລະ ເຜີຍແຜ່ມະຕິກອງປະຊຸມຄົບຄະນະຄັ້ງທີ 10 ຂອງຄະນະບໍລິຫານງານພັກແຂວງ ສະໄໝທີ XI ໂດຍໄດ້ນຳເອົາບັນດາເນື້ອໃນຄາດໝາຍ ແຕ່ລະດ້ານມານຳສະເໜີ ແລະ ໃຫ້ພາກສ່ວນທີ່ເຂົ້າຮ່ວມໄດ້ຄົ້ນຄ້ວາແລະປະກອບຄຳຄິດເຫັນຢ່າງເລິກເຊິ່ງ ແລະ ກົງໄປກົງມາ.