ເມືອງບຸນໃຕ້ ແຂວງຜົ້ງສາລີ ປະຖະກະຖາເລົ່າມູນເຊື້ອ 4 ວັນປະຫວັດສາດຂອງພັກຂອງຊາດ

ເມືອງບຸນໃຕ້ ແຂວງຜົ້ງສາລີ ປະຖະກະຖາເລົ່າມູນເຊື້ອ 4 ວັນປະຫວັດສາດຂອງພັກຂອງຊາດ

     ພິທີດັ່ງກ່າວໄດ້ຈັດຂຶ້ນ ໃນຕອນເຊົ້າຂອງວັນທີ 18 ກໍລະກົດ 2025 ນີ້ ນະທີ່ຫ້ອງປະຊຸມສະໂມສອນໃຫຍ່ ຂອງເມືອງບຸນໃຕ້ ໂດຍ ພາຍໃຕ້ການເປັນປະທານຂອງ ທ່ານ ອຸ່ນແປງ ທໍາມະໂນໄຊ ຮອງເລຂາພັກເມືອງ, ປະທານອົງການກວດກາພັກ-ລັດເມືອງ, ຜູ້ຊີ້ນໍາວຽກງານຂົງເຂດອົງການຈັດຕັ້ງມະຫາຊົນ, ເຂົ້າຮ່ວມຮັບຟັງມີບັນດາທ່ານກໍາມະການປະຈຳພັກເມືອງ, ກຳມະການພັກເມືອງ, ປະທານອົງການຈັດຕັ້ງມະຫາຊົນ, ພ້ອມດ້ວຍຄະນະ, ຕະຫຼອດຮອດສະມາຊິກສະຫະພັນແມ່ຍິງອ້ອມຂ້າງເມືອງ ທັງໝົດ 154 ທ່ານ, ຍິງ 137 ທ່ານ.

     ໃນພິທີທ່ານ ອຸ່ນແປງ ທໍາມະໂນໄຊ ຮອງເລຂາພັກເມືອງ ປະທານກວດກາອົງການກວດກາ ພັກ-ລັດເມືອງ, ຜູ້ຊີ້ນໍາວຽກງານຂົງເຂດອົງການຈັດຕັ້ງມະຫາຊົນຂັ້ນເມືອງໄດ້ ໃຫ້ກຽດເລົ່າຄືນມູນເຊື້ອ ແຫ່ງການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ ຂອງສະຫະພັນແມ່ຍິງລາວ ຄົບຮອບ 70ປີ ວັນທີ 20 ກໍລະກົດ 1955-ວັນທີ 20 ກໍລະກົດ 2025 ກເຊິ່ງທ່ານໄດ້ຍົກໃຫ້ເຫັນເຖິງ ຊີວິດການເຄື່ອນໄຫວ ຂອງເອື້ອຍນ້ອງແມ່ຍິງລາວ ນັບແຕ່ສະໄໝຕໍ່ສູ້ປົດປ່ອຍປະເທດຊາດ ໂດຍຍົກໃຫ້ເຫັນນໍ້າໃຈຕໍ່ສູ້ ພິລະອາດຫານ ຄຽງບ່າຄຽງໄລ່ກັບເພດຊາຍ, ນໍ້າໃນເສຍສະຫລະອັນສູງສົ່ງ ເພື່ອປະເທດຊາດ ແລະ ປະຊາຊົນ ຈົນສາມາດປົດປ່ອຍປະເທດຊາດ ໄດ້ຢ່າງສົມບູນ ນັບແຕ່ມື້ສ້າງຕັ້ງເປັນຕົ້ນມາ, ອົງການຈັດຕັ້ງແມ່ຍິງກໍ່ໄດ້ເຄື່ອນໄຫວຕາມພາລະບົດບາດ ທີ່ໄດ້ກຳນົດໄວ້ໃນກົດລະບຽບ, ໂຄງການດຳເນີນງານ ຂອງຕົນ ແລະ ໄດ້ປັບປຸງໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຕໍ່ໜ້າທີ່ການເມືອງຂອງພັກ ໃນແຕ່ລະໄລຍະ. ມາຮອດວັນທີ 06 ມັງກອນ 1956 ກອງປະຊຸມໃຫຍ່ແນວລາວອິດສະຫຼະທົ່ວປະເທດໄດ້ໄຂຂຶ້ນ ແລະ ໄດ້ຕົກລົງປ່ຽນຊື່ຈາກ ແນວລາວອິດສະຫຼະ ມາເປັນ ແນວລາວຮັກຊາດ. ໃນເວລານັ້ນ, ກຳມະການສູນກາງແນວລາວຮັກຊາດທັງຍິງ ແລະ ຊາຍ ຕ່າງກໍ່ສະໜັບສະໜູນໃຫ້ແມ່ຍິງລາວບັນດາເຜົ່າ ໄດ້ມີອົງການຈັດຕັ້ງສະເພາະຂອງຕົນ ແລະ ໄດ້ປຸກລະດົມຊຸກຍູ້ໃຫ້ແມ່ຍິງເຂົ້າການຈັດຕັ້ງສະເພາະ ຂອງເພດຍິງ, ເພາະວ່າການຈັດຕັ້ງແມ່ຍິງຜ່ານມາແມ່ນຂຶ້ນກັບອົງການແນວໂຮມ, ແຕ່ອົງການແນວໂຮມຜັດປະກອບດ້ວຍຫຼາຍຊັ້ນຄົນ, ມີອາຍຸກະສຽນແຕກຕ່າງກັນ ແລະ ສ່ວນຫຼາຍແມ່ນຜູ້ຊົງຄຸນວຸດທິ ພາຍຫລັງປະເທດຊາດໄດ້ຮັບການປົດປ່ອຍ ເອື້ອຍນ້ອງແມ່ຍິງ ກໍໄດ້ຕັ້ງໜ້າ ປະກອບສ່ວນຄວາມຮູ້, ຄວາມສາມາດ ແລະ ເຫື່ອແຮງຂອງຕົນໃນການປະຕິບັດ 2 ໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ພາຍໃຕ້ການຊີ້ນຳ-ນຳພາຂອງ ພັກປະຊາຊົນປະຕິວັດລາວ ທີ່ໄດ້ສືບຕໍ່ປະຕິບັດພາລະບົດບາດ ເຕົ້າໂຮມຄວາມສາມັກຄີ, ປຸກລະດົມຊຸກຍູ້ແມ່ຍິງ ບັນດາເຜົ່າເຂົ້າຮ່ວມປະຕິບັດ 2 ໜ້າທີ່ຍຸດທະສາດ, ເປັນເຈົ້າການປະຕິບັດແຜນ ພັດທະນາແມ່ຍິງລາວ ແຕ່ລະໄລຍະ, ນໍາພາຂະບວນການແມ່ຍິງ ປະຕິບັດຄໍາຂວັນ, ຂໍ້ແຂ່ງຂັນຂອງສະຫະພັນແມ່ຍິງລາວ, ເອົາໃຈໃສ່ຝຶກອົບຮົມ ຍົກລະດັບພະນັກງານທີ່ເຮັດວຽກແມ່ຍິງ ໃຫ້ພັດທະນາຕົນເອງຢ່າງບໍ່ຢຸດຢັ້ງ, ເປັນເຈົ້າການໃນການປົກປ້ອງແມ່ຍິງ ແລະ ເດັກນ້ອຍ ໃຫ້ແກ່ແມ່ຍິງຜູ້ທຸກຍາກ, ດ້ອຍໂອກາດ ແລະ ອື່ນໆ. ເສີມຂະຫຍາຍທັດສະນະຂອງພັກປະຊາຊົນ ປະຕິວັດລາວ ຕໍ່ກັບວຽກງານແມ່ຍິງ, ເສີມຂະຫຍາຍ ແນວຄິດ ໄກສອນ ພົມວິຫານ ກ່ຽວກັບອົງການການຈັດຕັ້ງສະຫະພັນແມ່ຍິລາວ ແລະ ໂຄສະນາເຜີຍແຜ່ ແລະ ເສີມຂະຫຍາຍ 5 ຄຸນລັກສະນະທີ່ເປັນມູນເຊື້ອ ຂອງແມ່ຍິງລາວ ພ້ອມດຽວກັນນີ້, ທ່ານຍັງໄດ້ຜ່ານປະຫັວດຄວາມເປັນມາ ແລະ ຜົນງານການເຄື່ອນໄຫວ ຂອງອົງການຈັດຕັ້ງສະຫະພັນແມ່ຍິງແຂວງຜົ້ງສາລີ. ໃນແຕ່ລະໄລຍະ ຄືໄລຍະການສ້າງຕັ້ງ ສະຫະພັນແມ່ຍິງແຂວງ ຜົ້ງສາລີ ໃນ ປີ 1964  ຈົນມາຮອດກອງປະຊຸມໃຫຍ່ຄັ້ງທີ XI ທີ່ໄດ້ປະກອບສ່ວນເຂົ້າໃນການພັດທະນາແຂວງຜົ້ງສາລີ ເປັນຕົ້ນແມ່ນວຽກງານ ປົກປ້ອງສິດຜົນປະໂຫຍດຂອງແມ່ຍິງ-ເດັກນ້ອຍ, ການສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ແລະ ການສົ່ງເສີມຄວາມສະເໝີພາບຍິງ-ຊາຍ.

     ຈາກນັ້ນ ທ່ານ ນາງ ເພັດມະນີ ຈິດດາພອນ ຮັກສາການແທນຫົວໜ້າຄະນະໂຄສະນາອົບຮົບເມືອງ ຍັງໄດ້ຜ່ານປະຫວັດມູນເຊື້ອການເຄື່ອນໄຫວປະຕິວັດ ຂອງທ່ານ ປະທານ ສຸພານຸວົງ ຕະຫຼອດໄລຍະ 116 ປີຜ່ານມາ ເຊີ່ງທ່ານໄດ້ໃຫ້ຮູ້ເຖິງຊີວິດ ແລະ ການເຄື່ອນໄຫວປະຕິວັດຕັ້ງແຕ່ອາຍຸໄດ້ 7 ປີ ທ່ານ ໄດ້ເຂົ້າຮຽນຢູ່ໂຮງຮຽນປະຖົມສຶກສາ ທີ່ຫຼວງພະບາງ, ເພິ່ນເປັນນັກຮຽນທີ່ຂະຫຍັນໝັ່ນພຽນ ແລະ ມີພອນສະຫວັນໃນຫຼາຍດ້ານ, ຮຽນເກັ່ງ ແລະ ສອບເສັງໄດ້ຄະແນນດີເລີດມາຕະຫຼອດ ຈົນຈົບຊັ້ນປະຖົມສົມບູນ. ປີ 1931 ທ່ານ ໄດ້ໄປສຶກສາຕໍ່ຢູ່ທີປະເທດຝຣັ່ງ, ຮຽນຢູ່ມະຫາວິທະຍາໄລຂົວທາງແຫ່ງຊາດ, ສາຂາວິຊາ ວິສະວະກອນພົນລະເຮືອນ ຢູ່ນະຄອນປາຣີ ເວລາຮຽນຢູ່ປະເທດຝຣັ່ງ, ປະທານ ສຸພານຸວົງ ບໍ່ພຽງແຕ່ມີຄວາມມຸ່ງໝັ້ນໃນການຮຽນເທົ່ານັ້ນ, ເພິ່ນຍັງດຸໝັ່ນໃນການລົງຝຶກຫັດ-ປະຕິບັດຕົວຈິງ, ເພິ່ນໄປຫຼາຍປະເທດໃນທະວີບເອີລົບ ທັງເບື້ອງຕາເວັນອອກ ແລະ ຕາເວັນຕົກ ແລະ ໄດ້ໄປຫຼາຍປະເທດ ໃນທະວີບອາຟຣິກກາ ເພື່ອສຳຜັດກັບຄວາມເປັນຈິງ ແລະ ຊອກຮູ້ປະສົບການໃນດ້ານຕ່າງໆ, ເພິ່ນມີຄວາມບາກບັ່ນໃນການຄົ້ນຄວ້າຮໍ່າຮຽນ ທັງມີຄວາມເປັນເຈົ້າການປະດິດສ້າງ ຮຽນຮູ້ດ້ວຍຕົນເອງເພິ່ນດຳລົງຊີວິດແບບງ່າຍດາຍ, ບໍ່ຟຸ່ມເຟືອຍ, ທ່ານມີພອນສະຫວັນ ໃນການຮຽນຮູ້ພາສາຂອງຊາດຕ່າງໆ ເພິ່ນສາມາດເວົ້າໄດ້ເຖິງ 10 ພາສາທີ່ໃຊ້ຫຼາຍໃນສາກົນ   ປີ 1937 ທ່ານ ສຸພານຸວົງ ໄດ້ຮັບໃບປະກາດສະນິຍະບັດ ວິສາວະກອນຂົວທາງທີຝຣັ່ງ ເປັນຄົນທຳອິດຂອງປະເທດລາວ. ເພິ່ນໄດ້ກັບຄືນອິນດູຈີນ ໂດຍໄດ້ຮັບລາຊະການໃນຂະແໜງໂຍທາທິການປະຈຳຢູ່ຍາຈາງ ( ປະເທດຫວຽດນາມ ) ໃນໄລຍະ 3 ປີ ປະທານ ສຸພາ ນຸວົງ ໄດ້ສໍາເລັດການສ້າງຂົວທາງເລກທີ 14 ແລະ ໂຄງການເຄື່ອນໄຟຟ້ານໍາຕົກ ຢູ່ເມືອງວິນ; ໄດ້ໄປຊ່ວຍສ້າງຂົວທາງ ແລະ ສ້ອມແປງທາງເລກທີ 13 ຢູ່ແຂວງຊຽງແຕງ ປະເທດກຳປູເຈຍ. ຕໍ່ມາ ປະທານ ໄດ້ຖືກແຕ່ງຕັ້ງໄປຮັບລາຊະການຢູ່ເມືອງພິນ ແຂວງສະຫວັນນະເຂດ ເພື່ອສ້າງທາງເລກທີ່ 23 ແລະ ຂົວເຊບັງຫຽງ.ໃນເວລາຮັບໜ້າທີ່ລາຊະການຢູ່ຫວຽດນາມ, ກຳປູເຈຍ ແລະ ລາວ, ປະທານ ສຸພານຸວົງ ໄດ້ສ້າງຜົນງານຫຼາຍຢ່າງ ອັນເປັນທີ່ຍອມຮັບ ໃນຖານະເປັນວິສາວະກອນທີ່ມີຄວາມຮູ້, ຄວາມສາມາດ ແລະ ເຮັດແທ້ທຳຈິງ. ສິ່ງສຳຄັນທີ່ສຸດ ເພິ່ນໄດ້ສຳຜັດໄດ້ຮູ້, ໄດ້ເຫັນພຶດຕິກຳ ແລະ ການກະທຳຂອງພວກຈັກກະພັດລ່າເມືອງຂຶ້ນ ຝຣັ່ງທີ່ມີຕໍ່ຄົນຂອງຊາດຫົວເມືອງຂຶ້ນ.  ຊຶ່ງມັນໄດ້ສົ່ງຜົນກະທົບໂດຍກົງ ຕໍ່ສະພາບແນວຄິດຈິດໃຈຂອງເພິ່ນ ແລະ ຈຳໃຫ້ເພິ່ນ ຕ້ອງເລືອກເອົາ ເສັ້ນທາງເດີນແຫ່ງຊີວິດຄື: ກ້າວສູ່ເສັ້ນທາງແຫ່ງການຕໍ່ສູ້ເພື່ອກອບກູ້ເອົາຄວາມເປັນເອກະລາດມາໃຫ້ປະເທດ, ນຳເອົາອິດສະຫຼະພາບ ແລະ ສິດເປັນເຈົ້າມາໃຫ້ປະຊາຊົນລາວບັນດາເຜົ່າ. ນອກຈາກນີ້ທ່ານຍັງໄດ້ຜ່ານເອກະສານວັນສົນທິສັນຍາມິດຕະພາບການຮ່ວມມື ຄົບຮອບ 48 ປີ ແລະ ມັນສ້າງຕັ້ງສາຍພົວພັນການທູດລາວ- ຫວຽດນາມ ຄົບຮອບ 6 ປີ ຕື່ມອີກ.

Leave a Reply

Your email address will not be published. Required fields are marked *

kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet