ເມືອງບຸນໃຕ້ ແຂວງຜົ້ງສາລີ ເຜີຍແຜ່ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິຂອງສູນກາງພັກ, ມະຕິຂອງຄະນະພັກ-ອົງການປົກຄອງແຂວງ ແລະ ຜົນສຳເລັດກອງປະຊຸມໃຫ່ຍຄັ້ງທີ VII ຂອງອົງຄະນະພັກເມືອງ

ເມືອງບຸນ​ໃຕ້ ແຂວງຜົ້ງສາລີ

ເຜີຍ​ແຜ່​ເຊື່ອມ​ຊຶມ ແລະ ​ຜັນ​ຂະ​ຫຍາຍ​ມະ​ຕິ​ຂອງ​ສູນ​ກາງ​ພັກ, ມະ​ຕິ​ຂອງ​ຄະ​ນະ​ພັກ-ອົງ​ການ​ປົກ​ຄອງ​ແຂວງ

ແລະ ​ຜົນ​ສຳ​ເລັດກອງ​ປະ​ຊຸມ​ໃຫ່​ຍ​ຄັ້ງ​ທີ VII ຂອງອົງ​ຄະ​ນະ​ພັກ​ເມືອງ

     ໃນ​ຕອນ​ເຊົ້າ​ຂອງວັນ​ທີ 01 ກັນ​ຍາ 2025 ນີ້​ຢູ່​ທີ່​ສະ​ໂມ​ສອນ​ຫ້ອງວ່າ​ການ​ເມືອງ ບຸນ​ໃຕ້ ໄດ້​ເຜີຍ​ແຜ່​ເຊື່ອມ​ຊຶມ ແລະ ​ຜັນ​ຂະ​ຫຍາຍ​ມະ​ຕິ​ຂອງ​ສູນ​ກາງ​ພັກ, ມະ​ຕິ​ຂອງ​ຄະ​ນະ​ພັກ-ອົງ​ການ​ປົກ​ຄອງ​ແຂວງ ແລະ ​ຜົນ​ສຳ​ເລັດ​ກອງ​ປະ​ຊຸມ​ໃຫ່​ຍ​ຄັ້ງ​ທີ VII ຂອງອົງ​ຄະ​ນະ​ພັກ​​ເມືອງ​ບຸນໃຕ້ໂດຍ​ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ​ທ່ານ ທອງ​ສິງ ອິນ​ທະ​ແສງ  ​ເລ​ຂາ​ຄະ​ນະ​ບໍ​ລິ​ຫານ​ງານ​ພັກ​ເມືອງ, ມີສະ​ຫາຍ​ເລ​ຂາ​ຄະ​ນະ​ພັກ​ຮາກ​ຖານ​ ສອງ​ກ້ອນ​ກຳ​ລັງ ປກ​ຊ-ປກ​ສ, ມີ​ເລ​ຂາ​ພັກ​ຮາກ​ຖານ​ກູ່ມ​ບ້ານ​ເພຍ​ສຸ, ກູ່ມ​ພູ​ຜ່າ​ເຜີ້ງ, ພະ​ນັກ​ງານ​ລັດ​ຖະ​ກອນ​ສະ​ມາ​ຊິກ​ພັກ, ຫົວ​ໜ້າ-ຮອງ​ຫົວ​ໜ້າ​ໜ່ວຍ​ງານ ຕະ​ຫຼອດ​ຮອດ​ເລ​ຂາ​ໜ່ວຍ​ພັກ 12 ບ້ານ​ອ້ອມ​ຂ້າງ​ເມືອງ​ເຂົ້າ​ຮ່ວມ​ທັງ​ໝົດ  129 ສ​ະ​ຫາຍ, ຍິງ 57 ສະ​ຫາຍ, ​, ສະ​ມາ​ຊິກ​ພັກ​ທັງ​ໝົດ 129 ສະ​ຫາຍ, ຍິງ 57 ສະ​ຫາຍ.

     ໃນ​ພິ​ທີ ທ່ານ ທອງ​ສິງ ອິນ​ທະ​ແສງ  ​ເລ​ຂາ​ຄະ​ນະ​ບໍ​ລິ​ຫານ​ງານ​ພັກ​ເມືອງ ໄດ້ຕໍ່​ກອງ​ປະ​ຊຸມ​ເຜີຍ​ແຜ່​ເຊື່ອມ​ຊຶມ ແລະ​ຜັນ​ຂະ​ຫຍາຍ​ມະ​ຕິ​ຂອງ​ສູນ​ກາງ​ພັກ, ມະ​ຕິ​ຂອງ​ຄະ​ນະ​ພັກ-ອົງ​ການ​ປົກ​ຄອງ​ແຂວງ ແລະ​ຜົນ​ສຳ​ເລັດ​ກອງ​ປະ​ຊຸມ​ໃຫ່​ຍ​ຄັ້ງ​ທີ VII ຂອງອົງ​ຄະ​ນະ​ພັກ​ເມືອງ​ບຸນໃຕ້​ຄັ້ງ​ນີ້​ເພື່ອ​ໃຫ້​ຄະ​ນະ​ພັກ​​ທຸກຂັ້ນ​ໄດ້​ຮັບ​ຮູ້ ແລະ ເຂົ້າ​ໃຈ​ຢ່າ​ງ​ເລິກ​ເຊິ່ງ ແລະ ກວ້າງ​ຂວາງ​ໃນການ​ຈັດ​ຕັ້ງ​ປະ​ຕິ​ບັດ​ວຽກ​ງານ​ການ​ພັດ​ທະ​ນາ​ຮອບດ​້ານ​ຂອງ​ແຂວງກໍ່​ຄື​ຂອງ​ເມືອງ ພ້ອມ​ທາງ​ຮຽກ​ຮ້ອງ​​ໃຫ້ຜູ້ແທນກອງ​ປະ​ຊຸມ​ຈົ່ງ​ຍົກ​ສູງ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​ຄົ້ນ​ຄ້​ວາ, ພິ​ຈະ​ລາ​ນາ​ໃນ​ການ​ຮັ​ບ​ຟັງ ພ້ອມ​ທັງ​ໄດ້​ເປີດກອງ​ປະ​ຊຸມ​ຂື້ນ​ຢ່າງ​ເປັນ​ການ.

ໃນ​ກອງ​ປະ​ຊຸມ​ຜູ້​ເຂົ້າ​ຮ່ວມ​ໄດ້ຮັບ​ການ​ເຜີຍ​ແຜ່​ເຊື່ອມ​ຊຶມ ເອ​ກະ​ສານ​ສຶກກ​ສາ​ອົບ​ຮົມ​ການ​ເມືອງ-ແນວ​ຄິດ ສຳ​ລັບ​ພະ​ນັກ​ງານ, ສະ​ມາ​ຊິກ​ພັກ​ເພື່ອ​ດຳ​ເນີນ​ການ​ເມືອງ​ໃນ​ທົ່ວ​ພັກ; ​ຜົນ​ສຳ​ເລັດ​ກອງ​ປະ​ຊຸມ​ໃຫ່​ຍ​ຄັ້ງ​ທີ VIl; ມະ​ຕິ​ສະ​ບັບ​ເລກ​ທີ 03/ຄບ​ສ​ພ ລົງ​ວັນ​ທີ 12 ມີ​ນາ 2025 ວ່າ​ດ້ວຍ​ປັບ​ປຸງ​ກົງ​ຈັກ​ການ​ຈັດ​ຕັ້ງ ແລະ ມະ​ຕິ​ກອງ​ປະ​ຊຸມ​ຄົບ​ຄະ​ນະ​ສະ​ໄໝ​ວິ​ສາ​ມັນ​ຂອງ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ສະ​ໄໝ​ທີ Xl ສະ​ບັບ​ເລກ​ທີ 02/ຄບ​ສ​ພ ລົງ​ວັນ​ທີ 07 ມີ​ນາ 2025 ໂດຍ​ໃຫ້​ກຽດ​ເຜີຍ​ແຜ່​ຂອງ ທ່ານ ທອງ​ສິງ ອິນ​ທະ​ແສງ  ​ເລ​ຂາ​ຄະ​ນະ​ບໍ​ລິ​ຫານ​ງານ​ພັກ​ເມືອງ ແລະ ທ່ານ ນ. ເພັດ​ມະ​ນີ ຈິດ​ດາ​ພອນ ​ຮັກ​ສາ​ການ​ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ອົ​ບ​ຮົມເມືອງ, ຕອນ​ທ້າຍ​ຂອງກອງ​ປະ​ຊຸມ ທ່ານ ທອງ​ສິງ ອິນ​ທະ​ແສງ  ​ເລ​ຂາ​ຄະ​ນະ​ບໍ​ລິ​ຫານ​ງານ​ພັກ​ເມືອງ ຍັງ​ໄດ້ເໜັ້ນ​ໜັກ​ໃຫ້ສະ​ມາ​ຊິກພັກ, ພະ​ນັກ​ງານ-​ລັດ​ຖະ​ກອນ, ທະ​ຫານ-ຕຳ​ຫຼວດ ຕະ​ຫຼອດ​ຮອດ​ເລ​ຂາ​ພັກ​ໜ່ວຍ​ພັກ​ບ້ານ ໃຫ້​ພ້ອມ​ກັນ​ນຳ​ເອົາ​ເນື້ອ​ໃນຈິດ​ໃຈ​ການ​ເຜີຍ​ແຜ່ ແລະ​ເຊື່ອມ​ຊຶມ​ເອ​ກະ​ສານ​ໃນ​ຄັ້ງ​ນີ້​ນຳ​ໄປ​ເປັນ​​ບ່ອນອິງ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ວຽກ​ງານ​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ.

ຂ່າວ: ໂຕ​ນ ມະ​ນີ​ວົງ

Leave a Reply

Your email address will not be published. Required fields are marked *

kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet