
ເມືອງບຸນໃຕ້ ແຂວງຜົ້ງສາລີ
ປາຖະກະຖາເລົ່າມູນເຊື້ອ ວັນຊາດທີ 2 ທັນວາ ຄົບຮອບ 50 ປີ ແລະ ວັນເກີດຂອງປະທານໄກສອນ ພົມວິຫານ ຄົບຮອບ 105 ປີ
ໃນຕອນເຊົ້າຂອງວັນທີ 26 ພະຈິກ 2025 ນີ້ ເມືອງບຸນໃຕ້ ແຂວງຜົ້ງສາລີ ໄດ້ຈັດພິທີປາຖະກະຖາເລົ່າມູນເຊື້ອສອງວັປະຫວັດສາດຂອງພັກຂອງ ຂອງຊາດຄື: ວັນຊາດທີ 2 ທັນວາ ຄົບຮອບ 50 ປີ ( 2 ທັນວາ 1975 – 2 ທັນວາ 2025) ແລະ ວັນເກີດຂອງປະທານໄກສອນ ພົມວິຫານ ຄົບຮອບ 105 ປີ ( 13 ທັນວາ 1920-13 ທັນວາ 2025). ໂດຍການເປັນປະທານຂອງ ສະຫາຍ ທອງສິງ ອິນທະແສງ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ເຂົ້າຮ່ວມຮັບຟັງມີບັນດາສະຫາຍ ຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ປະທານ-ຮອງ ປະທານແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ, ອະດີດພະນັກງານ ການນໍາຂັ້ນແຂວງ, ຂັ້ນເມືອງ, ອຳນວຍການໂຮງຮຽນ-ໂຮງຫມໍ ຕະຫຼອດຮອດພະນັກງານ-ລັດຖະກອນອ້ອມຂ້າງເມືອງເຂົ້າຮ່ວມ ທັງໝົດ 146 ສະຫາຍ 58 ສະຫາຍ.ໃນພິທີ ສະຫາຍ ທອງສິງ ອິນທະແສງ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ເລົ່າມູນເຊື້ອເນື້ອໃນໂອກາດວັນສະຖາປະ ນາ ສປປ ລາວ ຄົບຮອບ 50 ປີ ຊື່ງສະຫາຍໄດ້ໃຫ້ຮູ້ວ່າ: ຊາດລາວແມ່ນຊາດໜຶ່ງທີ່ມີປະຫວັດສາດອັນຍາວນານຫຼາຍພັນປີ, ມີມູນເຊື້ອທີ່ສະຫງ່າອົງອາດແຫ່ງການຕໍ່ສູ້ຕ້ານການຮຸກຮານ ຂອງສັດຕູຈາກພາຍນອກ ແລະ ສ້າງສາພັດທະນາປະເທດຊາດ ໂດຍສືບທອດມູນເຊື້ອອັນອົງອາດຂອງບັນພະບູລຸດລາວທີ່ໄດ້ສ້າງປະຫວັດສາດໄວ້ໃຫ້ສືບທອດນັ້ນ, ປະຊາຊົນລາວບັນດາ ເຜົ່າພາຍໃຕ້ການນໍາພາ ຂອງພັກປະຊາຊົນປະຕິວັດລາວ ໄດ້ຕໍ່ສູ້ຢ່າງພິລະອາດຫານຕ້ານການຮຸກຮານ ແລະ ການຄອບຄອງ ຂອງ ພວກຈັກກະພັດລ່າເມືອງຂຶ້ນທັງແບບເກົ່າ ແລະ ແບບໃໝ່ ຈົນສາມາດປົດປ່ອຍປະເທດຊາດໄດ້ຢ່າງມີໄຊ ແລະ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ວັນທີ 2 ທັນວາ 1975.

ວັນຊາດ 2 ທັນວາແມ່ນວັນທີ່ມີຄວາມໝາຍສຳຄັນ, ສໍາລັບທົ່ວພັກ, ທົ່ວປວງຊົນລາວທັງຊາດ, ແມ່ນວັນແຫ່ງໄຊຊະນະອັນຍິ່ງໃຫຍ່ໃນ ປະຫວັດ ສາດແຫ່ງການຕໍ່ສູ້ເປັນພັນໆປີ ຂອງຊາດລາວເຮົາ; ແມ່ນວັນທີປະຊາຊົນລາວບັນດາເຜົ່າ ໄດ້ມີອິດສະຫຼະພາບ ແລະ ໄດ້ເປັນເຈົ້າ ຂອງປະເທດຊາດຢ່າງແທ້ຈິງ; ທັງເປັນວັນແຫ່ງການ ກ້າວສູ່ຍຸກສະໄໝໃໝ່ແຫ່ງການສ້າງປະເທດລາວ ສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກะພາບ, ວັດທະນະຖາວອນ. ພ້ອມກັນນີ້ສະຫາຍຍັງໄດ້ຍົກໃຫ້ເຫັນບັນດາຜົນສໍາເລັດອັນ ໃຫຍ່ຫຼວງ ທີ່ພາປະເທດຊາດກ້າວເດີນສູ່ຈຸດໝາຍສັງຄົມນິຍົມ ຕາມແຕ່ລະໄລຍະຕື່ມອີກ.
ຈາກນັ້ນ ສະຫາຍ ອຸ່ນແປງ ທຳມະໂນໄຊ ຮອງເລຂາພັກເມືອງ ປະທານກວດກາພັກ-ລັດ ໄດ້ຂຶ້ນຜ່ານມູນເຊຶ້ອວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ, ສະຫາຍໄດ້ເລົ່າປະຫວັດຫຍໍ້ຂອງປະທານ ໄກສອນ ພົມວິຫານເມື່ອອາຍຸໄດ້ 7 ປີ ໄດ້ເຂົ້າຮຽນຢູ່ໂຮງຮຽນ ປະຖົມສຶກສາພາສາລາວຢູ່ບ້ານໄຊຍະພູມ ແລະ ໂຮງຮຽນປະຖົມ ພາສາຝຣັ່ງຢູ່ບ້ານທາແຫ່, ແຂວງສະຫວັນນະເຂດ, ປະທານ ໄກສອນ ພົມວິຫານນອກຈາກເປັນຜູ້ດຸໝັ່ນໃນການຮໍ່າຮຽນ ແລ້ວ, ມັກໃນສິນລະປະດົນຕີໂດຍສະເພາະແມ່ນເປົ່າແຄນ ແລະ ມັກຫຼິ້ນກິລາປະເພດຕ່າງໆ ພາຍຫຼັງຮຽນຈົບຊັ້ນປະຖົມພາສາຝຣັ່ງຢູ່ບ້ານທ່າແຫ່, ແຂວງສະຫວັນນະເຂດ, ທ້າຍປີ 1934 ເພີ່ນ ໄດ້ໄປຮຽນຕໍ່ທີ່ວິທะຍາໄລໂປຣເຕັກໂຕຮາທີ່ປະເທດ ຫວຽນນາມ. ໃນຊຸມປີ 1936 – 1939 ຢູ່ນະຄອນຮ່າໂນ້ຍ ໄດ້ມີຂະບວນການຕໍ່ສູ້ຂອງຊາວໜຸ່ມ ທວງເອົາສິດເສລີພາບ ແລະ ປະຊາທິປະໄຕລະເບີດຂຶ້ນ, ປະທານ ໄກສອນ ພົມວິຫານ ກໍໄດ້ ເຂົ້າຮ່ວມຂະບວນການດັ່ງກ່າວ. ປະທານໄກສອນ ພົມວິຫານ ເປັນ ຄົນດຸໝັ່ນໃນການຮໍ່າຮຽນ ແລະ ມັກຊອກຮຽນຮູ້ສິ່ງໃໝ່ໆ ເປັນຕົ້ນເພິ່ນມັກອ່ານໜັງສືພິມ “ເລິຕຣາວາຍ” (ແຮງງານ) ເຊິ່ງ ເປັນກະບອກສຽງຂອງພັກກອມມູນິດອິນດູຈີນ, ແລະ ຮຽນມວຍຕ່າງໆເພື່ອປ້ອງກັນ.
ປະທານ ໄກສອນ ພົມວິຫານ ໄດ້ຮັບຮູ້ດີກ່ຽວກັບທ່າອ່ຽງຂະຫຍາຍຕົວຂອງ ສະພາບການຢູ່ລາວ ແລະ ຫວຽດນາມ, ທ້າຍປີ 1944 ປະທານ ໄກສອນ ພົມວິຫານ ໄດ້ເຂົ້າຮ່ວມເປັນສະມາຊິກສະມາຄົມ ຊາວໜຸ່ມກູ້ຊາດຫວຽດນາມ ເຊິ່ງເປັນບາດກ້າວທໍາອິດ ຂອງການເຂົ້າສູ່ເສັ້ນທາງເຄື່ອນໄຫວປະຕິວັດ, ເພີ່ນໄດ້ປະກອບສ່ວນຢ່າງຫ້າວຫັນໃນຂະບວນການ ຕົ້ນປີ 1945 ພ້ອມກັນນີ້ສະຫາຍຍັງໄດ້ຍົກໃຫ້ເຫັນຜົນງານ ແລະ ຄຸນງາມ ຄວາມດີຂອງປະທານ ໄກສອນ ພົມວິຫານ ຕື່ມອີກ.