ເມືອງຜົ້ງສາລີປາຖະກະຖາວັນສໍາຄັນຂອງພັກຂອງຊາດ ແລະ ສາກົນ

ເມືອງຜົ້ງສາລີ ປາຖະກະຖາວັນສໍາຄັນຂອງພັກຂອງຊາດ ແລະ ສາກົນ

     ພິທີປາຖະຖກະຖາຫວນຄືນມູນເຊື້ອວັນເກີດ ປະທານ ສຸພານຸວົງ ຄົບຮອບ 115 ປີ ວັນທີ 13 ກໍລະກົດ 1909 – 2024 ວັນເຊັນສັນຍາມິດຕະພາບການຮ່ວມມືລາວ-ຫວຽດນາມຄົບຮອບ 47 ປີ ວັນທີ 18 ກໍລະກົດ 1977 – 18 ກໍລະກົດ 2024 ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມຄົບ ຮອບ 62 ປີ ວັນທີ 5 ກັນຍາ 1962 – 5 ກັນຍາ 2024 ແລະ ສ້າງຕັ້ງສະຫະພັນແມ່ຍິງລາວຄົບຮອບ 69 ປີ ວັນທີ 20 ກໍລະກົດ 1955 – 20 ກໍລະກົດ 2024 ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 11 ກໍລະກົດ 2024 ນີ້ ຢູ່ສະໂມສອນໃຫ່ຍຂອງເມືອງຜົ້ງສາລີ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ຄໍາພັນ ສຸຍະລັດ ຮອງເລຂາພັກເມືອງ, ປະທານກວດກາພັກ-ລັດເມືອງ, ຜູ້ຊີ້ນໍາອົງການປົກປ້ອງກົດໝາຍ, ທ່ານ ສຸລິວັນ ແສນສະຕິ ກໍາມະການປະຈໍາພັກເມືອງ, ຫົວໜ້າຄະນະໂຄສະນາອົບຮົມເມືອງ, ເຂົ້າຮ່ວມຮັບຟັງມີບັນດາສະຫາຍຄະນະປະຈໍາພັກເມືອງ, ກໍາມະການພັກເມືອງຫົວໜ້າ – ຮອງຫົວໜ້າຫ້ອງການຫົວໜ້າກອງບັນຊາການ ປກຊ – ປກສ, ທະນະຄານນະໂຍບາຍໜ່ວຍບໍລິການເມືອງຜົ້ງສາລີ, ສູນບໍລິການໄຟຟ້າລາວປະຈໍາເມືອງຜົ້ງສາລີ, ໂຮງໝໍຊຸມຊົນ ຕະຫຼອດຮອດພະນັກງານ-ລັດຖະກອນອ້ອມຂ້າງເມືອງເຂົ້າຮ່ວມທັງໝົດ 220 ຄົນ, ຍິງ 137 ຄົນ.

     ໃນພິທີ ທ່ານ ຄໍາພັນ ສຸຍະລັດ ຮອງເລຂາພັກເມືອງ, ປະທານກວດກາພັກ-ລັດເມືອງ, ຜູ້ຊີ້ນໍາອົງການປົກປ້ອງກົດໝາຍ ໄດ້ຍົກໃຫ້ເຫັນຜົນງານ ແລະ ຄຸນງາມຄວາມດີຂອງ ປະທານ ສຸພານຸວົງ ໃນໄລຍະການເຄື່ວນໄຫວປະຕິວັດທີທ່ານໄດ້ສຸມສະຕິປັນຍາ ແລະ ເຫື່ອແຮງເພື່ອຊີ້ນໍາຂະບວນການປະຕິວັດລາວຈົນສາມາດຍາດໄດ້ໄຊຊະນະອັນຍິ່ງໃຫ່ຍມາໃຫ້ປະເທດຊາດ, ຊື່ສຽງຂອງທ່ານ ໄດ້ພົ້ນເດັ່ນຂຶ້ນໃນຂະນະທີ່ເປັນນັກຮົບປະຕິວັດຮຸ່ນທໍາອິດທີເອົາຊີວິດຂອງຕົນຜູກຜັນກັບການປະຕິວັດຕະຫຼອດມາໂດຍບໍ່ຫວັນໄຫວຕໍ່ການຈັບກຸມຄຸມຂັງຂອງສັດຕູ, ຍາມໄດກໍ່ຕໍ່ສູ້ເພື່ອອຸດົມການປະຕິວັດອັນສູງສົ່ງເພື່ອຄວາມເປັນເອກະລາດ,ວັດທະນາຖາວອນຂອງປະເທດຊາດ, ເພື່ອອິດສະຫຼະພາບ ແລະ ຄວາມຢູ່ດີກີນດີຂອງປະຊາຊົນ, ຈາກນັ້ນ ທ່ານ ສຸລິວັນ ແສນສະຕິ ກໍາມະການປະຈໍາພັກເມືອງ, ຫົວໜ້າຄະນະໂຄສະນາອົບຮົມເມືອງ ຍັງໄດ້ຍົກໃຫ້ເຫັນຄວາມສາມັກຄີແບບພິເສດ ແລະ ການເສີມຂະຫຍາຍຄວາມເປັນເອກະລາດແຫ່ງຊາດໃນຕະຫຼອດໄລຍະ 47 ປີ ແຫ່ງການຈັດຕັ້ງປະຕິບັດເນື້ອໃນຈິດໃຈສົນທິສັນຍາມິດຕະພາບ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ແລະ ວັນສ້າງຕັ້ສາຍພົວພັນການທູດລາວ-ຫວຽດນາມຄົບຮອບ 62 ປີ ທີ່ໄດ້ເພີ່ມພູນຄູນສ້າງ ແລະ ສ້າງເງິນໄຂອັນສະດວກໃຫ້ແກ່ກັນຊຸກຍູ້ຊ່ວຍເຫຼື່ອ ແລະ ສະໜັບສະໜູນຊ່ວຍເຫຼືອເຊິ່ງກັນ ແລະ ກັນທັງນໍາໃຊ້ທ່າແຮງບົມຊ້ອນຂອງສອງປະເທດ ເພື່ອເປັນການຈາລຶກຄຸນງາມຄວາມດີ ແລະ ຜົນງານຂອງ ທ່ານ ຜູ້ນໍາທີແສນເຄົາລົບຮັກກໍ່ຄື ປະທານ ໂຮ່ຈີ່ມິນ ແລະ ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ທີ່ເປັນຜູ້ກໍາເນິດ ແລະ ເປັນແບບຢ່າງໃນການຖະນຸຖະໜອມເພີ່ມພູນຄູນສ້າງມິດຕະພາບອັນຍິງໃຫ່ຍ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງຊາດ ລາວ-ຫວຽດນາມໃຫ້ມີຄວາມແໜ້ນແຟ້ນ ແລະ ຂະຫຍາຍຕົວຈົນມາຮອດທຸກວັນນີ້, ເຊິ່ງມູນເຊື້ອດັ່ງກ່າວນີ້ໄດ້ສະແດງໃຫ້ເຫັນເຖິງໄມຕີຈິດມິດຕະພາບອັນຍິງໃຫ່ຍ,ຄວາມສາມັກຄີທີແໜ້ນແຟ້ນທີພ້ອມຄຽງບ່າຄຽງໄລ່ໃນພາລະກິດປົດປ່ອຍຊາດກໍ່ຄືການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ມີຄວາມຈະເລີນກ້າວໜ້າ, ເຊິ່ງຕະຫຼອດໄລຍະ 47 ປີ ແຫ່ງການເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຮອບດ້ານລະຫວ່າງສອງຊາດລາວ-ຫວຽດນາມ ແລະ 62 ປີແຫ່ງສາຍພົວພັນການທູດລາວ-ຫວຽດນາມ ຍິ່ງນັບມື້ນັບເຕີບໃຫຍ່ເຂັ້ມແຂງ, ປະຊາຊົນມີຄວາມຜາສຸກຮັ່ງມີ, ເສດຖະກິດມີການຂະຫຍາຍຕົວ, ໄປພ້ອມໆກັບການເສີມສ້າງສາຍພົວພັນຮ່ວມມືມິດຕະພາບ ໃຫ້ມີຄວາມໝັ້ນຄົງທະນົງແກ່ນຕະຫຼອດໄປດັ່ງຄໍາກອນທີວ່າ ຮັກໜອມກັນໝາຍໝັ້ນ ຫຼາຍສັນພູກໍ່ປີນໄຕ່ ຫຼາຍນໍ້າໃຫຍ່ ແລະ ໂຄ້ງຄ້ອຍ ຂວາງຂັ້ນກໍ່ດຸ່ງໄປ ສອງຊາດລາວ-ຫວຽດນາມ ຝັງຄວາມຮັກຢູ່ໃນໃຈ ຮົງຮາທັງແມ່ນ້ຳຂອງບໍ່ເລິກປູນປານໄດ້ ແລະ ພາລະກິດປະວັດຂອງສອງຊາດ ຈະເສີມຂະຫຍາຍງອກງາມ, ຫອມຫວນ ແລະ ໝັ້ນຄົງທະນົງແກ່ນຊົ່ວກາລະນານ, ຈາກນັ້ນທ່ານ ວັນເພັງ ພັນນະຄຸນ ຮັກສາການແທນປະທານສະຫະພັນແມ່ຍິງເມືອງ ໄດ້ຍົກໃຫ້ເຫັນປະຫວັດ ແລະ ການກໍາເນີດເຕີບໃຫ່ຍຂະຫຍາຍຕົວ ແລະ ຜົນງານການເຄື່ວນໄຫວຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວບັນດາເຜົ່າ ທີ່ໄດ້ອຸດທິດຕົນເພື່ອພາລະກິດຕໍ່ສູ້ປົດປ່ອຍຊາດ ແລະ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ຊາດກໍ່ຄືກັນພັດທະນາແມ່ຍິງໃນຕະຫຼອດໄລຍະ 69 ປີ ນັບແຕ່ໄດ້ຮັບການສ້າງຕັ້ງເປັນຕົ້ນມາ ສະຫະພັນແມ່ຍິງໄດ້ເອົາໃຈໃສ່ປະຕິບັດຕາມພາລະບົດບາດຂອງອົງການຈັດຕັ້ງສະຫະພັນແມ່ຍິງ ໃນການນໍາພາຈັດຕັ້ງໃຫ້ມີການເຄື່ວນໄຫວປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ຊາດໂດຍພື້ນຖານ, ຈຸດປະສົງກໍ່ເພື່ອໃຫ້ເອື້ອຍນ້ອງແມ່ຍິງ ໄດ້ມີຄວາມຮັບຮູ້ຄວາມໝາຍຄວາມສໍາຄັນຂອງວັນດັ່ງກ່າວ ແລະ ນໍາເອົາມູນເຊື້ອອັນອົງອາດກ້າແກ່ນຂອງເອື້ອຍນ້ອງແມ່ຍິງລາວ ໃນການຕໍ່ສູ້ກູ້ຊາດເພື່ອປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຈົນມາເຖິງທຸກວັນນີ້ສະນັ້ນເຮົາເປັນເອື້ອຍນ້ອງແມ່ຍິງຜູ້ສີບທອດຈົ່ງນໍາເອົາບົດຮຽນອັນລໍ້າຄ່າເພື່ອນໍາມາໝູນໃຊ້ເຂົ້າໃນຊີວິດຕົວຈິງ ແລະ ໃນການຈັດຕັ້ງປະຕິບັດວຽກງານທີໄດ້ຮັບຄວາມຮັບຜິດຊອບໃຫ້ນັບມື້ດີຂຶ້ນເທື່ອລະກ້າວ.

Leave a Reply

Your email address will not be published. Required fields are marked *

kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet