ເມືອງຜົ້ງສາລີ
ຫວນຄືນມູນເຊື້ອວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 23 ປີ ແລະ ວັນຊາດ ສສ ຫວຽດນາມ ຄົບຮອບ 80 ປີ
ເນື່ອງໃນໂອກາດສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 23 ປີ ແລະ ວັນຊາດ ສສ ຫວຽດນາມ ຄົບຮອບ 80 ປີ ທີ່ໄດ້ມູນວຽນມາບັນຈົບອີກວາລະໜຶ່ງນັ້ນ ມາໃນວັນທີ 10 ກັນຍາ 2025 ນີ້ ຢູ່ສະໂມສອນໃຫ່ຍຂອງເມືອງຜົ້ງສາລີ ໄດ້ຈັດພິທີປາຖະກະຖາຫວນຄືນມູນເຊື້ອວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 23 ປີ ຄືວັນທີ 9 ກັນຍາ 2002 – 9 ກັນຍາ 2025 ແລະ ວັນຊາດ ສສ ຫວຽດນາມ ຄົບຮອບ 80 ປີ ຄືວັນທີ 2 ກັນຍາ 1945 – 2 ກັນຍາ 2025 ຂຶ້ນຢ່າງເປັນທາງການ ໂດຍການເປັນປະທານ ແລະ ຂຶ້ນປາຖະກະຖາຂອງ ທ່ານ ບູນເພັັງ ສົມຈະເລີນ ຮອງເລຂາພັກເມືອງ, ປະທານກວດກາພັກ-ລັດເມືອງ ຜູ້ຊີ້ນໍາວຽກງານການເມືອງແນວຄິດ ແລະ ອົງການຈັດຕັ້ງມະຫາຊົນຂັ້ນເມືອງ, ມີທ່ານ ນາງ ບຸນມີ ແກ້ວຫຼ້າ ກໍາມະການພັກເມືອງ, ຫົວໜ້າຄະນະໂຄສະນາອົບຮົມເມືອງ, ເຂົ້າຮ່ວມມີບັນດາຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ສອງກໍາລັງປກສ-ປກຊ, ທະນາຄານນະໂຍບາຍ,ທະນາຄານການຄ້າ, ທະນາຄານສົ່ງເສີມກະສິກໍາ ແລະ ທະ ນາຄານພັດທະນາລາວໜ່ວຍບໍລິການເມືອງຜົ້ງສາລີ, ໂຮງໝໍຊຸມຊົນ, ຫ້ອງການໄຟຟ້າປະຈໍາເມືອງ ຕະຫຼອດຮອດພະນັກງານ-ລັດຖະກອນອ້ອມຂ້າງເມືອງເຂົ້າຮ່ວມ.
ໃນພິທີທ່ານ ບຸນເພັັງ ສົມຈະເລີນ ຮອງເລຂາພັກເມືອງ, ປະທານກວດກາພັກ-ລັດເມືອງ, ຜູ້ຊີ້ນໍາວຽກງານການເມືອງແນວຄິດ ແລະ ອົງການຈັດຕັ້ງມະຫາຊົນຂັ້ນເມືອງ ໄດ້ຍົກໃຫ້ເຫັນການກໍາເນີດ ແລະ ເຕີບໃຫ່ຍຂະຫຍາຍຕົວ ຂອງວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຊຶ່ງສະຫະພັນນັກຮົບຮົມແຫ່ງຊາດລາວ ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2002 ຕາມມະຕິຕົກລົງຂອງກົມການເມືອງສູນກາງພັກ ໃນນີ້ໄດ້ບົງຕົວແຕ່ງຕັ້ງ ສະຫາຍ ພົທ ນະຄອນ ສີສະນຸນ ເປັນປະທານສະຫະພັນນັກ ຮົບເກົ່າແຫ່ງຊາດລາວ ຈາກນັ້ນມາກໍ່ໄດ້ສຸມໃສ່ປັບປຸງສ້າງຕັ້ງສະຫະພັນນັກຮົບເກົ່າຂັ້ນແຂວງ ແລະ ຂັ້ນເມືອງ ໃນທົ່ວປະເທດໃນປີ 2023 ຈາກນັ້ນກໍ່ໄດ້ປັບປຸງການຈັດຕັ້ລແບບແຜນວິທີເຮັດວຽກ, ຊຶ່ງຖັນແຖວສະຫະພັນນັກຮົບເກົ່າແມ່ນນາຍທະຫານ, ນາຍຕໍາຫຼວດ ແລະ ກໍາລັງປະກອບອາວຸດປະຕິບັດໜ້າທີ່ພັກຜ່ອນບໍານານ ແມ່ນຜູ້ທີ່ໄດ້ຜ່ານການປະຕິບັດໜ້າທີ່ເປັນນັກຮົບປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຜ່ານການທົດສອບໃນແປວໄຟສົງຄາມ ໃນການຕໍ່ສູ້ກູ້ຊາດ ແລະ ນໍາເອົາເອກະລາດຄວາມຢູ່ເຢັນເປັນສຸກມາໃຫ້ປະຊາຊົນລາວບັນດາເຜົ່າ, ເປັນຜູ້ທີ່ມີບົດຮຽນໃນການຊີ້ນໍາ-ນໍາພາຂົນຂວາຍປຸກລະດົມພໍ່ແມ່ປະຊາຊົນລາວບັນດາເຜົ່າ, ເປັນຜູ້ທີມີຄວາມບໍລິສຸດ ແລະ ຈົ່ງຮັກພັກດີຕໍ່ພັກຕໍ່ປະເທດຊາດ ແລະ ຕໍ່ປະຊາຊົນບັນດາເຜົ່ານັ້ນແມ່ນຈຸດພິເສດອັນໂດດເດັ່ນຂອງນັກຮົບເກົ່າ ຊຶ່ງມີຄວາມແຕກຕ່າງກັບຊັ້ນຄົນອື່ນໆໃນສັງຄົມລາວໃນປະຈຸບັນ ຈາກນັ້ນກໍ່ໄດ້ຍົກໃຫ້ເຫັນປະຫວັດ ແລະ ການກໍາເນີດເຕີບໃຫຍ່ຂອງວັນຊາດ ຫວຽດນາມ ຄົບຮອບ 80 ປີ ແລະ ມູນເຊື້ອການເຄື່ອນໄຫວຂອງສະຫະພັນນັກຮົບເກົ່າແຂວງຜົ້ງສາລີ ຕື່ມອີກ.