ເມືອງຜົ້ງສາລີ
ເຊື່ອມຊຶມມະຕິ, ຄໍາສັ່ງ ແລະ ຄໍາແນະນໍາຂອງພັກ ໃຫ້ແກ່ພະນັກງານນໍາພາ-ຄຸ້ມຄອງ, ສະມາຊິກພັກ ແລະ ພະນັກງານ-ລັດຖະກອນ
ກອງປະຊຸມເຊື່ອມຊຶມມະຕິ,ຄໍາສັ່ງ ແລະ ຄໍາແນະນໍາຂອງພັກ ໃຫ້ແກ່ພະນັກງານນໍາພາ-ຄຸ້ມຄອງ,ສະມາຊິກພັກ ແລະພະນັກງານ-ລັດຖະກອນໄດ້ຈັດຂຶ້ນໃນວັນທີ 17 ກັນຍາ 2025 ນີ້ ຢູ່ສະໂມສອນໃຫ່ຍຂອງເມືອງຜົ້ງສາລີໂດຍການໃຫ້ກຽດເຂົ້າຮ່ວມ ຂອງ ສະຫາຍ ບູນສະຫວາດ ສີວົງໄຊ ເລຂາພັກເມືອງຜົ້ງສາລີເຂົ້າຮ່ວມຮັບຟັງມີບັນດາຮອງເລຂາພັກເມືອງ,ກໍາມະການປະຈໍາພັກເມືອງ,ກໍາມະການພັກເມືອງ,ກອງບັນຊາການ ປກສ- ປກຊ ຫົວໜ້າ-ຮອງຫົວໜ້າຫ້ອງການ,ຫ້ອງການໄຟຟ້າປະຈໍາເມືອງ,ໂຮງໝໍຊຸມຊົນ,ທະນາຄານນະໂຍບາຍ,ທະນະາຄານການຄ້າ,ທະນາຄານພັດທະນາລາວໜ່ວຍບໍລິການເມືອງຜົ້ງສາລີຕະຫຼອດຮອດພະນັກງານລັດຖະກອນອ້ອມຂ້າງເມືອງເຂົ້າຮ່ວມ.
ໃນກອງປະຊຸມຜູ້ເຂົ້າຮ່ວມໄດ້ຮັບຟັງມະຕິຂອງກົມການເມືອງສູນກາງພັກສະບັບເລກທີ 04/ກມສພ ລົງວັນທີ 11 ເມສາ 2021 ວ່າດ້ວຍ ການສ້າງເສດຖະກິດເປັນເຈົ້າຕົນເອງໃນໄລຍະໃໝ່, ຮັບຟັງຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກສະບັບເລກທີ 28/ຄຈສພ ລົງວັນທີ 14 ກຸມພາ 2025 ກ່ຽວກັບການກໍ່ສ້າງພັກປອດໃສ,ເຂັ້ມແຂງ ແລະ ໜັກແໜ້ນ ຮັບຟັງເອກະສານແກ້ໄຂປະກົດການຫຍໍ້ທໍ້ໃຫ້ຖັນແຖວພະນັກງານ-ສະມາຊິກພັກ,ຮັບຟັງມະຕິຂອງຄະນະບໍລິຫານງານສູນກາງພັກເລກທີ 04/ ຄບສພ ລົງວັນທີ 30 ກັນຍາ 2021 ວ່າດ້ວຍ ການເພີ່ມທະວີການນໍາພາຂອງພັກເພື່ອສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລີກເຊິງ,ຮັບຟັງຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກສະບັບເລກທີ 13/ຄຈສພ ລົງວັນທີ 11ກັນຍາ 2024 ວ່າດ້ວຍ ການເລືອກເພັ້ນແຕ່ງຕັ້ງ,ສັບປ່ຽນໜ້າທີ່ຂອງພະນັກງານນໍາພາ-ຄຸ້ມຄອງ,ຮັບຟັງມະຕີຂອງກົມການເມືອງສູນກາງພັກສະບັບເລກທີ21/ກມສພ ລົງວັນທີ 9 ພະຈິກ 2022ວ່າດ້ວຍ ການຕີລາຄາພະນັກງານ,ຮັບຟັງເອກະສານເດັດດ່ຽວແກ້ໄຂບັນຫາເສື່ອມຖອຍທ້ານຄຸນທາດການເມືອງ,ຄຸນສົມບັດສິນທໍາປະຕິວັດຂອງຖັນແຖວພະນັກງານສະມາຊິກພັກ,ຮັບຟັງມະຕິເລກທີ 205/ກມສພ ວ່າດ້ວຍ ການຍົກສູງຄຸນນະພາບວຽກງານການເມືອງ-ແນວຄິດໃນໄລຍະໃໝ່ ແລະ ຮັບພັກເອກະສານວຽກງານການຕິດຕາມກວດການພັກ-ລັດ ຈຸດປະສົ່ງໃນການເຊື່ອມຊຶມມະຕິ, ຄໍາສັ່ງ ແລະ ຄໍາແນະນໍາຂອງພັກໃຫ້ແກ່ພະນັກງານນໍາພາ-ຄຸ້ມຄອງ,ສະມາຊິກພັກ ແລະ ພະນັກງານ-ລັດຖະກອນໃນຄັ້ງນີ້ກໍ່ເພື່ອຍົກສູງຄວາມເປັນເຈົ້າການຍູ້ຂະບວນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫ່ຍຄັ້ງທີ XII ຂອງພັກກໍ່ຄືມະຕິກອງປະຊຸມໃຫ່ຍ XII ຂອງອົງຄະນະພັກແຂວງເຂົ້າສູ່ຊີວິດຕົວຈິງ ແລະ ມີຜົນສໍາເລັດ,ຄະນະພັກແຕ່ລະຂັ້ນຕ້ອງຍົກສູງຄວາມສາມາດນໍາພາ ແລະ ຄວາມເປັນແບບຢ່າງນໍາໜ້າ ຕໍ່ການແກ້ໄຂບັນຫາຕົວຈິງໃນສະພາບການຫຍຸ້ງຍາກໃນປັດຈຸບັນ ເພື່ອສືບຕໍ່ສ້າງຄວາມເຊື່ອໝັ້ນຂອງປະຊາຊົນທີມີຕໍ່ການນໍາພາຂອງພັກ-ລັດ ແລະ ຮຽກຮ້ອງມາຍັງຄະນະພັກ, ສະມາຊິກພັກ, ພະນັກງານເພີ້ມທະວີຄວາມສາມັກຄີເປັນຈິດໜຶ່ງໃຈດຽວ, ເປັນເຈົ້າຕົນເອງ, ມີຄວາມຕັດສີນເປັນເອກະພາບໃນທົ່ວພັກ-ທົ່ວລັດ, ທົ່ວກໍາລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດຍົກສູງນໍ້າໃຈເສຍສະຫຼະເດັດດ່ຽວຜ່ານຜ່າອຸປະສັກ ແລະ ຄວາມຫຍຸ້ງຍາກຕ່າງໆສ້າງພື້ນຖານ ແລະ ທວງທ່າໃຫ້ແກ່ການພັດທະນາ ແລະ ສ້າງສາປະເທດຊາດເວົ້າລວມເວົ້າສະເພາະເມືອງຜົ້ງສາລີໃຫ້ກ້າວຂຶ້ນຢ່າງບໍ່ຍຸດຢັ້ງ