ເມືອງຜົ້ງສາລີ ແຂວງຜົ້ງສາລີ ເຜີຍແຜ່ເຊື່ອມຊຶມເອກະສານສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກ-ພະນັກງານເພື່ອດໍາເນີນຊີວິດການເມືອງໃນທົ່ວພັກ

ເມືອງຜົ້ງສາລີ ແຂວງຜົ້ງສາລີ

ເຜີຍແຜ່ເຊື່ອມຊຶມເອກະສານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ-ພະນັກງານ ເພື່ອດໍາເນີນຊີວິດການເມືອງໃນທົ່ວພັກ

     ກອງປະຊຸມສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ-ພະນັກງານ ເພື່ອດໍາເນີນຊີວິດການເມືອງໃນທົ່ວພັກ ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 3 ເມສາ 2025 ຢູ່ສະໂມສອນໃຫຍ່ ຂອງເມືອງຜົ້ງສາລີ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ຄໍາເຫຼັກ ໃຈອິສານ ກໍາມະການປະຈໍາພັກຂວງ, ຮອງເຈົ້າແຂວງ ຜູ້ຊີ້ນໍາຂົງເຂດວັດທະນະທໍາ-ສັງຄົມຂັ້ນແຂວງ,ທັງເປັນຜູ້ຊີ້ນໍາວຽກງານຮອບດ້ານເມືອງຜົ້ງສາລີ, ມີສະຫາຍ ບຸນສະຫວາດ ສີວົງໄຊ ເລຂາພັກເມືອງ-ເຈົ້າເມືອງຜົ້ງສາລີ, ເຂົ້າຮ່ວມຮັບຟັງມີບັນດາສະຫາຍຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ຫົວໜ້າກອງບັນຊາການ ປກສ-ປກສ, ທະນາຄານນະໂຍບາຍ, ທະນາຄານການຄ້າ, ທະນາພັດສົ່ງເສີມກະສິກໍາ ແລະ ທະນາຄານພັດທະນາລາວ ໜ່ວຍບໍລິການເມືອງຜົ້ງສາລີ, ເລຂາຄະນະພັກບ້ານ 12 ບ້ານ ເທດສະບານຕະຫຼອດຮອດພະ ນັກງານ, ສະມາຊິກພັກອ້ອມຂ້າງເມືອງເຂົ້າຮ່ວມ.

     ໃນກອງປະຊຸມ ຜູ້ເຂົ້າຮ່ວມໄດ້ຮັບຟັງມະຕິຕົກລົງ ຂອງຄະນະປະຈໍາພັກແຂວງເລກທີ 71/ຄພຂ ລົງວັນທີ 25 ກຸມພາ 2025 ວ່າດ້ວຍ ການແບ່ງຄວາມຮັບຜິດຊອບເຜືຍແຜ່ເຊື່ອມຊຶມ ແລະ ແຜນດໍາເນີນງານຂອງຄະນະໂຄສະນາອົບຮົມແຂວງ, ເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັ້ງທີ 9 ສະໄໝທີ XI, ມະຕິກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 10 ສະໄໝທີ XI ມະຕິກອງປະຊຸມອົງການປົກຄອງແຂວງ ຄັ້ງທີ 9 ສະໄໝທີ IX, ຮັບຟັງມະຕິກອງປະຊຸມຄົບຄະນະສະໄໝວິສາມັນ ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI /ຄບສພ ລົງວັນທີ 12 ມີນາ 2025 ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງ ຮັບຟັງເອກະສານ ສຶກສາອົບຮົມການເມືອງ-ແນວຄິດ ສໍາລັບພະນັກງານ, ສະມາຊິກພັກ ເພື່ອດໍາເນີນຊີວິດການເມືອງໃນທົ່ວພັກ, ຮັບຟັງແຜນແຜນວິທີເຮັດວຽກ ແລະ ຄຸນສົມບັດສິນທໍາປະຕິວັດຂອງ ປະທານ ໄກສອນ ພົມວິຫານ ຮັບຟັງຄຸນທາດການເມືອງ ແລະ ຄຸຍສົມບັດສິນທໍາປະຕິວັດ ຂອງພະນັກງານສະມາຊິກພັກ.

     ຈຸດປະສົງ ກໍ່ເພື່ອສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ, ພະນັກງານ ຮັບຮູ້ເຂົ້າໃຈ ແລະ ຮໍາຮຽນເອົາແບບແຜນວິທີເຮັດວຽກ ແລະ ຄຸນ ສົມບັດອັນສູງສົ່ງຂອງ ປະທານ ໄກສອນ ພົມວິຫານ ເພື່ອພ້ອມກັນຕັ້ງໜ້າຄົ້ນຄວ້າ, ສຶກສາຮໍາຮຽນ ເອົາເປັນແບບຢ່າງເພື່ອຝືກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນພະນັກງານສະມາຊິກພັກຜູ້ທີດີເດັ່ນ ມີຄຸນທາດການເມືອງ, ຄຸນສົມບັດທີໜັກແໜ້ນ, ເພື່ອສຶກສາອົບຮົມໃຫ້ພະນັກງານສະມາຊິກພັກ ໄດ້ຮັບຮູ້ເຂົ້າໃຈມາດຕະຖານຂອງສະມາຊິກພັກ ຊຶ່ງແມ່ນສິ່ງທີ່ສໍາຄັນ ແລະ ຈໍາເປັນພ້ອມທັງແມ່ນປັດໃຈພື້ນຖານ ໃຫ້ແກ່ການເລືອກເຟັ້ນເອົາພະນັກງານສະມາຊິກພັກເຂົ້າໃນການສັບຊ້ອນຈັດວາງ, ບໍາລຸງກໍ່ສ້າງ ແລະ ທັງເປັນບ່ອນອີງໃຫ້ພະນັກງານສະມາຊິກພັກ ໄດ້ຝືກຝົນຫຼໍ່ຫຼອມຕົນເອງດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ ເພື່ອກ້າວຂຶ້ນເປັນເປັນພະນັກງານ, ສະມາຊິກພັກ ທີ່ມີຄຸນນະພາບຕື່ມອີກ.

Leave a Reply

Your email address will not be published. Required fields are marked *

kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet