ເມືອງຜົ້ງສາລີ ແຂວງຜົ້ງສາລີ
ທາບທາມບຸກຄະລາກອນ ອອກຮັບສະໝັກເລືອກຕັ້ງຄະນະບໍລິຫານງານພັກແຂວງ ສະໄໝທີ XII ຮອບທີ I
ຕອນເຊົ້າຂອງວັນທີ 25 ສິງຫາ 2025 ນີ້ ທີ່ສະໂມສອນໃຫຍ່ຂອງເມືອງຜົ້ງສາລີ ໄດ້ຈັດກອງປະຊຸມທາບທາມບຸກຄະລາກອນ ອອກຮັບສະໝັກເລືອກຕັ້ງຄະນະບໍລິຫານງານພັກແຂວງຜົ້ງສາລີ ສະໄໝທີ XII ຮອບທີ I ຂຶ້ນຢ່າງເປັນທາງການ. ໂດຍການເປັນປະທານຂອງ ສະຫາຍ ຄຳເຫຼັກ ໃຈອີສານ ຮອງເຈົ້າແຂວງ, ຜູ້ຊີ້ນຳຂົງເຂດວັດທະນະທຳ-ສັງຄົມ ທັງເປັນຜູ້ຊີ້ນຳວຽກງານຮອບດ້ານເມືອງຜົ້ງສາລີ, ເຂົ້າຮ່ວມ ມີສະຫາຍ ບູນສະຫວາດ ສີວົງໄຊ ເລຂາຄະນະບໍລີຫານງານພັກເມືອງ, ມີບັນດາສະຫາຍຮອງເລຂາພັກເມືອງ, ກຳມະການປະຈຳພັກເມືອງ, ກຳມະການພັກເມືອງ, ມີອະນຸກຳມະການບຸກຄະລາກອນຂັ້ນສູນກາງ, ຂັ້ນແຂວງ, ສອງກອງບັນຊາການ ປກຊ-ປກສ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກ ແລະ ຜູ້ແທນສົມບູນອ້ອມຂ້າງເມືອງເຂົ້າຮ່ວມ.
ທີ່ກອງປະຊຸມ ສະຫາຍ ຄຳເຫຼັກ ໃຈອີສານ ຮອງເຈົ້າແຂວງ, ຜູ້ຊີ້ນຳຂົງເຂດວັດທະນະທຳ-ສັງຄົມ ທັງເປັນຜູ້ຊີ້ນຳວຽກງານຮອບດ້ານເມືອງຜົ້ງສາລີ ໄດ້ຂຶ້ນກ່າວເປີດກອງປະຊຸມຢ່າງເປັນທາງການ. ຈາກນັ້ນ, ສະຫາຍ ບູນສະຫວາດ ສີວົງໄຊ ເລຂາຄະນະບໍລີຫານງານພັກເມືອງຜົ້ງສາລີ ໄດ້ຂື້ນຜ່ານຄໍາແນະນຳຂອງຄະນະຈັດຕັ້ງສູນກາງພັກ ເລກທີ 211/ຄຈສພ ລົງວັນທີ 16 ສິງຫາ 2023 ວ່າດ້ວຍການປະຕິບັດຄຳສັ່ງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ. ພ້ອມນີ້, ສະຫາຍ ນາງ ວັນເຮື່ອງ ໂສດາລາ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງຜົ້ງສາລີ ໄດ້ຂຶ້ນເຜີຍແຜ່ເຊື່ອມຊືມເອກະສານ 2 ບົດຄື: ຄວາມເຂົ້າໃຈກ່ຽວກັບການດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ; ເດັດດຽວແກ້ໄຂປະກົດການຫຍໍ້ທໍ້ໃນຖັນແຖວສະມາຊິກພັກ.
ໃນກອງປະຊຸມ, ສະຫາຍ ຄຳເຫຼັກ ໃຈອີສານ ຮອງເຈົ້າແຂວງຜົ້ງສາລີ, ຜູ້ຊີ້ນຳຂົງເຂດວັດທະນະທຳ-ສັງຄົມ ທັງເປັນຜູ້ຊີ້ນຳວຽກງານຮອບດ້ານເມືອງຜົ້ງສາລີ ໄດ້ຜ່ານຮ່າງສະຫຼູບຜົນງານ 5 ປີ ຂອງຄະນະບໍລິຫານງານພັກແຂວງ ຊຶ່ງສະຫາຍໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ ແລະ ບົດຮຽນທີ່ຖອດຖອນໄດ້ໃນໄລຍະຜ່ານມາ.
ຈາກນັ້ນ, ຕາງໜ້າອະນຸກຳມະການບຸກຄະລາກອນຂັ້ນແຂວງ ໄດ້ຂຶ້ນຜ່ານມາດຖານເງື່ອນໄຂ ຂອງຜູ້ອອກສະໝັກເຂົ້າ ໂຄງປະກອບ ຂອງຄະນະບໍລິ ຫານງານພັກແຂວງຜົ້ງສາລີ ຊຸດທີ XII ໃຫ້ຜູ້ມີສິດເລືອກຕັ້ງ ຕ້ອງແນໃສ່ມາດຖານ ແລະ ເງື່ອນໄຂ ເປັນບ່ອນອີງ, ເຊິ່ງຜູ້ລົງສະໝັກຄະນະບໍລິຫານງານພັກແຂວງຜົ້ງສາລີ ສະໄໝທີ XII ຕ້ອງເປັນບຸກຄົນທີມີ ດ້ານຄຸນທາດການເມືອງ, ຄຸນສົມບັດສີນທໍາປະຕິວັດ ແລະ ແບບແຜນການດໍາລົງຊີວິດຈະແຈ້ງ, ຊື່ສັດ, ໂປ່ງໃສ, ມີຄວາມຮູ້-ຄວາມສາມາດ, ມີແບບແຜນການນໍາພາ ແລະ ວິທີເຮັດວຽກ, ມີສຸຂະພາບແຂງແຮງດີ, ເພດ, ເຜົ່າ, ໄວ ແລະ ມີຄວາມຮູ້ດ້ານໄອທີ ຫຼື ພາສາຕ່າງປະເທດ ຍິ່ງເປັນການດີ; ຫຼີກລຽງບັນຫາ ຈຸ້ມເຈື້ອ, ເຊື້ອສາຍ, ຕ້ອງເລືອກເຟັ້ນຢ່າງພາວະວິໄສ, ບໍ່ສວຍໃຊ້ໂອກາດນີ້ ໂຄ່ນລົ້ມ ໂຈມຕີ ແລະ ປະກົດການຫຍໍ້້ທໍ້ອື່ນໆ, ຮັບປະກັນການປ່ອນບັດທາມທາມໃຫ້ມີຄວາມໂປ່ງໃສ, ຖືກຕ້ອງ ແລະ ຊັດເຈນທີ່ສຸດ. ແລະ ກໍ່ໄດ້ດຳເນີນການປ່ອນບັດທາບທາມບຸກຄະລາກອນ ຜູ້ລົງສະໝັກຮັບເລືອກຕັ້ງຂອງຄະນະບໍລິຫານງານພັກແຂວງຜົ້ງສາລີ ສະໄໝທີ XII ຮອບທີ I.