
ເມືອງຜົ້ງສາລີ ແຂວງຜົ້ງສາລີ
ປາຖະກະຖາຫວນຄືນມູນເຊື້ອ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ
ເນື່ອງໃນໂອກາດ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ ຄືວັນທີ 20 ມັງກອນ 1949 – 20 ມັງກອນ 2026 ທີ່ໄດ້ໝູນວຽນມາບັນຈົບອີກວາລະໜຶ່ງນັ້ນ ແລະ ເພື່ອເປັນການລະນຶກເຖິງຄຸນງາມຄວາມດີ ຂອງນັກຮົບປະຕິວັດໃນເມື່ອກ່ອນນັ້ນ ມາໃນວັນທີ 16 ມັງກອນ 2026 ນີ້ ຢູ່ສະໂມສອນໃຫ່ຍຂອງເມືອງຜົ້ງສາລີ ໄດ້ຈັດພິທີປາຖະກະຖາຫວນຄືນໝູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນ ຄົບຮອບ 77 ປີ ແລະ ວັນຊາດ ສາທາລະນະລັດກູບາ ຄົບຮອບ 67 ປີ ວັນທີ 1 ມັງກອນ 1959 – 1 ມັງກອນ 2026 ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບູນສະຫວາດ ສີວົງໄຊ ກໍາມະການພັກແຂວງ, ເລຂາພັກເມືອງຜົ້ງສາລີ, ເຂົ້າຮ່ວມຮັບຟັງມີບັນດາຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ຫົວໜ້າກອງບັນຊາການ ປກຊ-ປກສ ໂຮງໝໍຊຸມຊົນ, ທະນາຄານການຄ້າ, ທະນາຄານພັດທະນາ, ທະນາຄານນະໂຍບາຍໜ່ວຍບໍລິການເມືອງຜົ້ງສາລີ, ຫ້ອງການໄຟຟ້າ, ຫ້ອງການນໍ້າປະປາປະຈໍາເມືອງ ຕະຫຼອດຮອດພະນັກງານ-ລັດຖະກອນ ອ້ອມຂ້າງເມືອງເຂົ້າຮ່ວມ.

ໃນພິທີ ທ່ານ ບູນສະຫວາດ ສີວົງໄຊ ກໍາມະການພັກແຂວງ, ເລຂາພັກເມືອງຜົ້ງສາລີ ໄດ້ຍົກໃຫ້ເຫັນມູນເຊື້ອການສູ້ລົບມີໄຊ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນລາວ ນັບຕັ້ງແຕ່ມື້ສ້າງຕັ້ງຈົນຮອດປະຈຸບັນ ໂດຍພາຍໃຕ້ການນໍາພາອັນປີຊາສາມາດອັນສະຫຼາດສອງໃສຂອງພັກປະຊາຊົນປະຕິວັດລາວ, ກອງທັບປະຊາຊົນລາວ ໄດ້ຜ່ານອຸປະສັກນາໆປະການ ແລະ ເຕັມໄປດ້ວຍການເສຍສະຫຼະອັນໃຫຍ່ຫຼວງ ໃນພາລະກິດຕໍ່ສູ້ປົດປ່ອຍຊາດ ແລະ ເຮັດສໍາເລັດພາລະກິດທີ່ພັກ ແລະ ປະຊາຊົນມອບໝາຍຢ່າງມີໄຊ ສາມາດຕິເອົາຊະນະຈັກກະພັດພວກລ່າເມືອງຂຶ້ນຟຣັ່ງ, ຈັກກະພັດອາເມລິກາຜູ້ຮຸກຮານ ພ້ອມດ້ວຍລຸກແຫຼ້ງຕີນມືຂອງພວກເຂົາ ຈົນສາມາດປົດປ່ອຍປະເທດຊາດຢ່າງສົມບູນ ແລະ ສະຖາປານາເປັນສາທາລະນະລັດປະຊາທິປະໄຕປະຊາຊົນລາວ ໃນວັນທີ 2 ທັນວາ 1975 ພາຍຫຼັງປະເທດຊາດ ໄດ້ຮັບການປົດປ່ອຍກອງທັບປະຊາຊົນລາວ ກໍ່ໄດ້ປະຕິບັດສອງໜ້າທີ່ຍຸດທະສາດໃຫຍ່ ຄືປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ແລະ ສືບຕໍ່ເສີມຂະຫຍາຍທາດແທ້ມູນເຊື້ອຂອງກອງທັບ, ປັບປຸງກໍ່ສ້າງກໍາລັງ, ອົບຮົມ-ຫັດແອບ, ປັບປຸງແບບແຜນວິທີເຮັດວຽກ ເພື່ອເຮັດໃຫ້ກອງທັບປະຊາຊົນລາວ ນັບມື້ນັບເຕີບໃຫຍ່ເຂັ້ມແຂງ ແລະ ທັນສະໄໝ.

ຈາກນັ້ນ ທ່ານ ບູນມີ ແກ້ວຫຼ້າ ກໍາມະການພັກເມືອງ, ຫົວໜ້າຄະນະໂຄສະນາອົບຮົມເມືອງ ໄດ້ຂຶ້ນເລົ່າມູນເຊື້ອວັນຊາດສາທາລະນະລັດກູບາຄົບຮອບ 67 ປີ ເຊິ່ງບາງຕອນທ່ານໄດ້ກ່າວວ່າ ກູບາເປັນປະເທດໜຶ່ງທີ່ຕັ້ງຢູ່ເຂດອ່າວແມັກຊິກ ແລະ ໝູ່ເກາະໃນທະເລກາລາອິບ ທະວີບອາເມລິກາປະຊາຊົນກູບາ ໄດ້ດໍາເນີນການຕໍ່ສູ້ຢ່າງຕໍ່ເນື່ອງລຽນຕິດ ໂດຍພາຍໃຕ້ການນໍາພາຂອງພັກກອມມູນິດກູບາ ຈຶ່ງໄດ້ກໍານົດເອົາວັນທີ 16 ເມສາ 1961 ເປັນວັນສ້າງຕັ້ງພັກກອມມູນິດກູບາ ແລະ ກໍ່ເປັນວັນທີ ກູບາ ປະກາດເປັນສັງຄົມນິຍົມຕື່ມອີກ.