ເມືອງສຳພັນ ແຂວງຜົ້ງສາລີ ສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ ( 20 ກໍລະກົດ1955-20 ກໍລະກົດ 2025 )

ເມືອງສຳພັນ ແຂວງຜົ້ງສາລີ

ສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ ( 20 ກໍລະກົດ1955-20 ກໍລະກົດ 2025 )

     ໃນຕອນເຊົ້າຂອງວັນທີ 18 ກໍລະກົດ 2025 ນີ້ ຢູ່ທີ່ສະໂມສອນເມືອງສຳພັນ ໂດຍການເປັນປະທານຂອງ ທ່ານ ສູນ ແສງເມືອງ ຄະນະປະຈຳພັກເມືອງ ຮອງປະທານຄະນະກຳມະການອົງການປົກຄອງເມືອງ, ຜູ້ຊີ້ນຳວຽກງານເສດຖະກິດ,ມີທ່ານ ນາງ ວົງເພັດ ພັນປັນຍາ ກຳມະການພັກເມືອງ,ປະທານສະຫະພັນແມ່ຍິງເມືອງ, ມີບັນດາຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການ-ຮອງຫ້ອງການ, ອາດິດການນຳແມ່ຍິງ,ພ້ອມດ້ວຍຄະນະບໍລິຫານງານສະຫະພັນແມ່ຍິງ, ປະທານຄະນະໜ່ວຍ, ຕະຫຼອດຮອດສະມາຊິກສະຫະພັນແມ່ຍິງອ້ອມຂ້າງ ແລະ 2 ບ້ານໆນາ ແລະ ບ້ານນາໄຊ ເຂົ້າຮ່ວມຮັບຟັງ.

     ທ່ານ ນາງ ວົງເພັດ ພັນປັນຍາ ກຳມະການພັກເມືອງ, ປະທານສະຫະພັນແມ່ຍິງເມືອງ, ໄດ້ທົບທວນຫວນຄືນ ເຖິງປະຫວັດມູນເຊື້ອການກຳເນີດ, ເຕີບໃຫຍ່ຂະຫຍາຍຕົວ ແລະ ຜົນງານການເຄື່ອນໄຫວຂອງອົງການຈັດຕັ້ງສະຫະ ພັນແມ່ຍິງລາວ ທີ່ໄດ້ອຸທິດຕົນເພື່ອພາລະກິດຕໍ່ສູ້ປົດປ່ອຍຊາດ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄືການພັດນາແມ່ຍິງ ຕະຫລອດ 70 ປີຜ່ານມາ.

     ເຊິ່ງໃນເມື່ອກ່ອນເອື້ອຍນ້ອງແມ່ຍິງລາວ ໄດ້ປະກອບສ່ວນອຸທິດເຫື່ອແຮງ, ສະຕິປັນຍາເຂົ້າໃນພາລະກິດຕໍ່ສູ້ກູ້ຊາດ ແມ່ຍິງລາວ ໄດ້ຄຽງບ່າຄຽງໄຫລ່ກັບເພດຊາຍດ້ວຍຄວາມອົງອາດກ້າຫານ, ມາຮອດວັນທີ 22 ມີນາ 1955 ພັກປະຊາຊົນລາວ ກໍ່ໄດ້ຮັບການສ້າງຕັ້ງຂື້ນ ເພື່ອຮັບຜິດຊອບໂດຍກົງຕໍ່ພາລະກຳ ປະຫວັດສາດຂອງການປະຕິວັດລາວ ແລະ ພັກ ກໍ່ໄດ້ເອົາໃຈໃສ່ຢ່າງຈົດຈໍ່ຕໍ່ການປຸກລະດົມຂົນຂວາຍ, ກໍ່ສ້າງແມ່ຍິງ ໃຫ້ມີຄວາມຕື່ນຕົວປະກອບສ່ວນພາລະ ກິດປະຕິວັດ ແລະ ຖືເອົາແມ່ຍິງເປັນພາກສ່ວນໜື່ງໃນກຳລັງແຮງຂອງພັກ. ໃນໄລຍະນັ້ນການຈັດຕັ້ງແມ່ຍິງຢູ່ທ້ອງຖິ່ນຮາກຖານແມ່ນໜ່ວຍຍຸວັນນາລີ, ໜ່ວຍແມ່ນັກຮົບ ຊື່ງມີໜ້າທີ່ຕົ້ນຕໍໃນການເບີ່ງແຍງ, ລ້ຽງດູຊຸກເຊື່ອງ ຕິດຕໍ່ສົ່ງຂ່າວ ພະນັກງານ ທະຫານປະຕິວັດ,ສົ່ງເອກະສານຕ່າງໆໃຫ້ພະນັກງານ ທະຫານທີ່ປະຕິບັດໜ້າທີ່ຢູ່ແນວໜ້າ ແລະ ໃນເຂດຄອບຄຸມຄອງສັດຕູ ດ້ວຍຫລາຍຮູບແບບ, ຫລາຍວິທີການ,ລຳລຽງອາຫານ, ສະບຽງອາວຸດ, ເຄື່ອງນຸ່ງຫົ່ມໃຫ້ພະນັກງານນັກຮົບຢູ່ແນວໜ້າ, ປຸກລະດົມຂົນຂວາຍຊາວໜຸ່ມ, ລູກຫລານອອກມາຮັບໃຊ້ຊາດ.ປຸກລະດົມຂອງຂະບວນແມ່ຍິງປະຕິບັດວຽກງານແນວຫລັງ, ເພິ່ມພູນຜະລິດຜົນຫາລ້ຽງກຸ້ມຕົນເອງ, ປະຢັດເຂົ້າປາອາຫານເພື່ອສົ່ງໄປແນວໜ້າ ແລະ ຈັດຕັ້ງປະຕິບັດວຽກງານທີ່ຈັດຕັ້ງມອບໝາຍດ້ວຍຄວາມຮັບຜິດຊອບສູງ, ເຕົ້າໂຮມຄວາມສາມັກຄີ, ສຶກສາອົບຮົມ,ປຸກລະດົມຂົນຂວາຍຂະບວນການແມ່ຍິງລາວບັນ ດາເຜົ່າ ເຂົ້າເປັນກຳລັງແຮງໃຫ້ແກ່ກຳລັງການປະຕິວັດ ປົດປ່ອຍຊາດຄຽງບ່າຄຽງໄຫລ່ກັບເພດຊາຍ ໂດຍສະເພາະໃນຍຸກໂລກາພິວັດ ທີ່ມີຄວາມກ້າວໜ້າ ແລະ ທັນສະໄໝທາງດ້ານເຕັກໂນໂລຊີ ທີ່ມີທັງດ້ານຕັ້ງໜ້າ ແລະ ດ້ານຫຍໍ້ທໍ້ນີ້ ເອື້ອຍນ້ອງແມ່ຍິງ, ແມ່ຍິງລາວບັນດາເຜົ່າຕ້ອງເປັນເຈົ້າການໃນການປົກປັກຮັກສາ, ສືບທອດ ແລະ ເສີມຂະ ຫຍາຍມູນເຊື້ອອັນດີງາມຂອງຊາດລາວ ໄວ້ພ້ອມທັງຮັບເອົາໝາກຜົນທາງດ້ານວັດທະນະທຳອັນໃໝ່ຢ່າງມີການເລືອກເຟັ້ນ ເພື່ອໃຫ້ມູນເຊື້ອອັນດີງາມຂອງຊາດ ກໍ່ຄືມູນເຊື້ອອັນດີງາມຂອງແມ່ຍິງລາວ ໄດ້ຮັບການເສີມຂະຫຍາຍຕະຫລອດໄປ.

      ໃນໂອກາດດຽວກັນນີ້ ທ່ານຍັງໄດ້ຜ່ານປະຫວັດມູນເຊື້ອຂອງແມ່ຍິງແຂວງ, ແມ່ຍິງເມືອງສຳພັນ ແລະ ມອບຂອງຂວັນທີ່ລະນຶກໃຫ້ກັບອາດິດປະທານແມ່ຍິງບຳນານຕື່ມອີກ.

ທັງນີ້ກໍ່ເພື່ອແນ່ໃສ່ເຮັດໃຫ້ເອື້ອຍນ້ອງແມ່ຍິງແຕ່ລະສະຫາຍ ກຳແໜ້ນພາລະບົດບາດ, ສິດ ແລະ ໜ້າທີ່, ເສີມຂະ ຫຍາຍທາດແທ້ມູນເຊື້ອຜົນງານການເຄື່ອນໄຫວຂອງບັນດາແມ່ຍິງລາວ ຄົນຮຸ່ນກ່ອນເພື່ອນຳໄປຈັດຕັ້ງຜັນຂະຫຍາຍ,ເປັນບ່ອນອີງໃນການຝຶກຝົນຫລໍ່ຫລອມຕົນເອງທາງດ້ານຄຸນສົມບັດ ສີນທຳປະຕິວັດ ເພື່ອໝູນໃຊ້ເຂົ້າໃນການເຄື່ອນໄຫວປະຕິບັດໜ້າທີ່ການເມືອງຂອງຕົນຢ່າງມີຫົວຄິດປະດິດສ້າງ ແລະ ມີວິໄສທັດເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງໃນໄລຍະໃໝ່ ໃຫ້ປາກົດຜົນເປັນຈິງ.

Leave a Reply

Your email address will not be published. Required fields are marked *

kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet