
ເມືອງສໍາພັນ ເປີດກອງປະຊູມຄະນະກໍາມະການປົກຄອງເມືອງສໍາພັນ ເປີດກ້ວາງ ຄັ້ງທີ 2 ສະໄໝທີ 4
ກອງປະຊຸມດັ່ງກ່າວໄດ້ຈັດຂື້ນໃນຕອນເຊົ້າຂອງວັນທີ 12 ມີນາ 2026 ນີ້;ຢູ່ທີສະໂມສອນເມືອງສຳພັນ ແຂວງຜົ້ງສາລີ,ພາຍໄຕການເປັນປະທານຂອງທ່ານ ນຸດ ໄຊຍະວົງ ຮອງເລຂາພັກເມືອງ, ປະທານຄະນະກໍາມະການປົກຄອງເມືອງ, ມີບັນດາສະມາຊິກປົກຄອງເມືອງ ,ປະທານກູ່ມມາຈາກ 9 ກູ່ມບ້ານ ຕະຫຼອດຮອດ,ແຂກຖືກເຊີນຈາກອົງການ ຈັດຕັ້ງມະຫາຊົນ,ແນວລາວສ້າງຊາດ ແລະ ລັດວິສາຫະກິດອ້ອມຂ້າງເມືອງເຂົ້າຮ່ວມ.

ໃນກອງປະຊູມທ່ານ ນຸດ ໄຊຍະວົງ ຮອງເລຂາພັກເມືອງ,ປະທານຄະນະກໍາມະການປົກຄອງເມືອງ,ໄດ້ກ່າວເປີດກອງປະຊູມ ແລະ ເຜີຍແຜ່່ຜົນຂອງກອງປະຊູມອົງການປົກຄອງແຂວງ. ນອກຈາກນັ້ນທ່ານ ຄໍາປິງ ອິນຕິລາດ ກຳມະການພັກເມືອງ,ຫົວໜ້າຫ້ອງວ່າການເມືອງ,ໄດ້ຂື້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດ ວຽກງານຮອບດ້ານຂອງອົງການປົກຄອງເມືອງ ປະຈໍາປີ 2025 ແລະ ທິດທາງ ປະຈຳປີ 2026, ພ້ອມທັງໄດ້ຮັບຟັງການຜ່ານບົດສະຫຼຸບ ການຈັດຕັ້ງປະຕິບັດແຜນພັດທະ ນາເສດຖະກິດ-ສັງຄົມ ປະຈຳປີ 2025 ແລະ ທິດ ທາງແຜນການ ປະຈຳປີ 2026,ບົດສະຫຼຸບການຈັດຕັ້ງປະຕິບັດດ້ານງົບປະມານແຫ່ງລັດ ປະຈຳປີ 2025 ແລະ ທິດທາງແຜນການ ປະຈໍາປີ 2026,ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດ ວ່າດ້ວຍການສະກັດກັ້ນປະກົດການຫຍໍ້ທໍ້ ແລະ ແກ້ໄຂບັນຫາ ຢາເສບຕິດ 6 ເດືອນທ້າຍປີ 2025 ແລະ ທິດທາງແຜນ ການ 6 ເດືອນຕົ້ນປີ 2026,ຜ່ານບົດລາຍງານ ວ່າດ້ວຍການຈັດຕັ້ງປະຕິບັດວຽກງານ ການຂືນສໍາມະໂນທີ່ດິນ,ອອກໃບຕາດິນ ຂອງລັດ ປະຈຳປີ 2025 ແລະ ທິດທາງແຜນການ ປະຈໍາປີ 2026,ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານພັດທະນາຊົນນະບົດ 6 ເດືອນທ້າຍປີ 2025 ແລະ ທິດທາງແຜນການ 6 ເດືອນຕົ້ນປີ 2026.ຜ່ານບົດສະຫຼຸບການຈັດ ຕັ້ງປະຕິບັດການຮຽນ-ການສອນ,ຕິດພັນກັບການແກ້ໄຂການປະລະການ ຮຽນ ແລະ ບົດສະຫຼູບການຈັດຕັ້ງປະຕິບັດວຽກງານສາທາລະນະສຸກ 6 ເດືອນທ້າຍປີ 2025 ແລະ ທິດທາງ 6 ເດືອນຕົ້ນປີ 2026,ຕິດພັນກັບການແກ້ໄຂພະຍາດຕ່າງໆທີ່ເກິດຂື້ນຕາມລະດູການ. ນອກນີ້ປະທານກອງປະຊູມຍັງມີຄຳຖາມເຈາະຈີມ ເພື່ອໃຫ້ຜູ້ແທນກອງປະຊູມໄດ້ຄົ້ນ ຄ້ວາ ແລະ ພ້ອມກັນປະກອບຄຳຄິດ,ຄຳເຫັນຢ່າງກົງໄປກົງມາ,ໃສ່ຮ່າງເອກະສານຕ່າງໆໂດຍສະເພາະແມ່ນບັນດາຄາດ ໝາຍສູ້ສົນ 6 ເດືອນຕົ້ນປີ 2026 ໃນການຈັດຕັ້ງປະຕິບັດວຽກງານຕ່າງໆເປັນຕົ້ນແມ່ນ.ສຸມໃສ່ສຶກສາອົບຮົມການ ເມືອງນໍາພາ-ແນວຄິດໃຫ້ພະນັກງານສະມາຊິກພັກ,ນັກຮົບ ແລະ ປະຊາຊົນບັນດາເຜົ່າ ໃຫ້ມີຄວາມເຊື່ອ ໝັ້ນຕໍ່ການນໍາພາຂອງພັກ ແລະ ການຄຸ້ມຄອງຂອງອົງການປົກຄອງແຕ່ລະຂັ້ນ,ນອກນີ້ສຸມໃສ່ການແກ້ໄຂບັນດາບັນ ຫາປະກົດການຍໍ້ທໍ້ຕ່າງໆ ຢ່າງແຂງແຮງ ແລະ ແທດເຖິງຕາມແຜນການ,ໂຄງການທີ່ໄດ້ກໍານົດໄວ້; ສືບຕໍ່ສຸມໃສ່ພັດທະນາເສດຖະກິດ-ສັງ ຄົມ,ຕິດພັນກັບການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຕາມແລວທາງ ແລະ 5 ທາງອອກຂອງເມືອງໃຫ້ບັນລຸ.

ໃນໂອກາດທີມີຄວາມໝາຍສໍາຄັນນີ້ ທ່ານ ປະທານຄະນະກໍາມະການປົກຄອງເມືອງ ຍັງໄດ້ຮຽກຮ້ອງມາຍັງຜູ້ແທນກອງປະຊຸມທຸກທ່ານຈົ່ງເອົາໃຈໃສ່ ກໍາແໜ້ນພາລະບົດບາດ ແລະ ສິດ,ໜ້າທີ່ ອົງການປົກຄອງເມືອງ ທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ,ໃຫ້ທຸກພາກສວນພ້ອມກັນສູມໃສ່ແກ້ໄຂດ້ານປະກົດການຫຍໍ້ທໍ້ໃນສັງຄົມໂດຍສະເພາະບັນຫາຢາເສບຕິດ ແລະ ບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດການເງິນ,ເອົາໃຈໃສ່ພັດທະນາພື້ນຖານໂຄ່ງລາງພາຍໃນເມືອງ,ລວມທັງຫ້ອງການຂະແໜງການຕ່າງໃຫ້ສືບຕໍ່ປະຕິບັດຢ່າງຕໍ່ເນືອງພ້ອມທັງຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງທີ່ວາງອອກໃຫ້ມີຜົນສຳເລັດ,ນອກນີ້ໃຫ້ປັບປຸງກໍ່ສ້າງສອງກຳລັງ ໂດຍສະເພາະກຳລັງທີ່ນອນຢູ່ໃນຮາກຖານ,ຂັ້ນບ້ານ,ຂັ້ນກູ່ມບ້ານໃຫ້ມີຄວາມເຂັ້ມແຂງ,ສ້າງຄວາມເຂັ້ມແຂງທາງດ້ານວຽກງານລົງກໍ່ສ້າງຮາກຖານການເມືອງ,ສືບຕໍ່ສູມໃສ່ບັນດາຄາດໝາຍທີ່ເມືອງໄດ້ວາງໄວ້ນັ້ນເປັນການພັດທະນາເສດຖະກິດ-ສງຄົມແຕ່ນີ້ຮອດສະໄໝກອງປະຊູມໃຫ້ບັລຸຕາມຄາດໝາຍ,ພ້ອມນີ້ຮຽກຮອງມາຍັງສະມາຊິກອົງການປົກຄອງທຸກຂັ້ນຈົ່ງເພີມທະວີຂອດການປະສານງານລະຫວ່າງອົງການປົກຄອງເມືອງກັບພາກສ່ວນອືນໆໃຫ້ມີຄວາມກົມກຽວ ແລະ ລົງຊຸກຍູ້ໃກ້ສິດຕິດແທດສືກສາອົມຮົມແກ້ໄຂບັນຫາປາກົດການຫຍໍ້ທໍ້ຢູ່ແຕ່ລະກູ່ມແຕ່ລະບ້ານໃຫ້ມີຄວາມສະຫງົບ ເພື່ອຫຼີກລຽງບັນດາຫາງສຽງຄວາມບໍ່ເຂົ້າໃຈເຊີງກັນ ແລະ ກັນ.ພ້ອມທັງນໍາເອົາເນື້ອໃນຈິດໃຈຂອງກອງປະຊຸມຄັ້ງນີ້ນໍາໄປຜັນຂະຫຍາຍ ແລະ ນໍາໃຊ້ເຂົ້າໃນການຈັດຕັ້ງປະຕິບັດໃນແຕ່ລະຂົງເຂດວຽກງານເພື່ອສູ້ຊົນໃຫ້ໄດ້ຕາມຈຸດປະສົງ.
ຂຽນຂ່າວໂດຍຄຳຮຸ່ງ