Deprecated: Function WP_Dependencies->add_data() was called with an argument that is deprecated since version 6.9.0! IE conditional comments are ignored by all supported browsers. in /home/ptpslgov/public_html/wp-includes/functions.php on line 6131

Deprecated: Function WP_Dependencies->add_data() was called with an argument that is deprecated since version 6.9.0! IE conditional comments are ignored by all supported browsers. in /home/ptpslgov/public_html/wp-includes/functions.php on line 6131
ເມືອງສໍາພັນ ແຂວງຜົ້ງສາລີ ປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ -

ເມືອງສໍາພັນ ແຂວງຜົ້ງສາລີ ປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ

ເມືອງສໍາພັນ ແຂວງຜົ້ງສາລີ ປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ

     ໃນຕອນເຊົ້າຂອງວັນທີ 19 ມັງກອນ 2026 ນີ້ ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ (20 ມັງກອນ 1949-20 ມັງກອນ 2026) ການນໍາເມືອງ ແລະ ຄະນະພັກ, ຄະນະບັນຊາການທະຫານເມືອງສໍາພັນ ແຂວງຜົ້ງສາລີ ໄດ້ເຂົ້າວາງກະຕ່າດອກໄມ້ ຢູ່ອານຸສາວະລີ ປະທານ ໄກສອນ ພົມວິຫານ ຜູ້ນຳທີແສນເຄົາລົບຮັກ ແລະ ໄດ້ຈັດພິທີປາຖະກະຖາຫວນຄືນມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ ແລະ ວັນຊາດສາທາລະນະລັດກູບາ ຄົບຮອບ 67 ປີ. ໂດຍການເປັນປະທານຂອງທ່ານ ທອງຕື ເກຍສະບົງ ກໍາມະການພັກແຂວງ ເລຂາພັກເມືອງ, ມີຄະນະປະຈໍາພັກເມືອງ ກໍາມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ຫົວໜ້າຄະນະກອງບັນຊາການ ປກຊ-ປກສ, ພະນັກງານນັກຮົບ ພະນັກງານອາວຸໂສບໍານານ, ພະນັກງານ-ລັດຖະກອນ ຕະຫຼອດຮອດລັດວິສາຫະກິດອ້ອມຂ້າງເມືອງ ເຂົ້າຮ່ວມ 215 ຄົນ ຍິງ 67 ຄົນ.

​     ໃນ​ພິທີດັ່ງກ່າວທ່ານ ພັຕ ສົມເພັດ ຄຸນປະເສີດ ກໍາມະການເມືອງ, ຫົວໜ້າການເມືອງ ກອງບັນຊາການທະຫານເມືອງ​ ກໍ່​ໄດ້ຍົກ​ໃຫ້​ເຫັນເຖິງປະຫວັດ​ມູນເຊື້ອການກຳເນີດເຕີບໃຫ່ຍຂະຫຍາຍຕົວ, ການຕໍ່ສູ້​ກູ້​ຊາດ ຂອງກອງທັບປະຊາຊົນລາວ ຕະຫຼອດໄລຍະ 77 ປີຜ່ານມາ, ກອງທັບປະຊາຊົນລາວ ທ່າມກາງປະເທດຊາດຖືກຈັກກະພັດຕ່າງດ້າວເຂົ້າມາຮຸກຮານ, ຄອບຄອງ ໂດຍພາຍໃຕ້ການນຳພາຂອງພັກ, ປະຊາຊົນລາວບັນດາເຜົ່າ ໄດ້ລຸກຮືຂຶ້ນຕໍ່ສູ້ຕ້ານການຮຸກຮານໃນທົ່ວປະເທດ ກອງທັບລາວອິດສະຫຼະ ໄດ້ຮັບການປະກາດສ້າງຕັ້ງຂຶ້ນ ໂດຍໃຕ້ການນຳພາຂອງ ປະທານ ໄກສອນ ພົມວິຫານ ເປັນຜູ້ປະກາດສ້າງຕັ້ງ ແລະ ຊີ້ນຳໂດຍກົງໄດ້ຕໍ່ສູ້ຕ້ານຈັກກະພັດຜູ້ຮຸກຮານທັງແບບເກົ່າ ແລະ ແບບ ໃໝ່ ເພື່ອປົກຮັກສາປະເທດຊາດ ດ້ວຍນໍ້າໃຈອັນເດັດດ່ຽວໜຽວແໜ້ນ ຕໍ່ສູ້ບໍ່ຍອມຈຳນົນຢ່າງອົງອາດກ້າຫານ ດ້ວຍຄວາມພິລະອາດຫານຂອງຜູ້ນຳ ແລະ ປະຊາຊົນລາວ, ຊຶ່ງສ່ອງ​​ແສງ​ເຖິງ​ຜົນງານ​ອັນ​ຍິ່ງ​ໃຫຍ່ ​ແລະ ຄຸນສົມບັດ​ສິນ​ທຳ​ປະຕິວັດ​ອັນ​ຜ່ອງ​ໃສ, ຄວາມ​ສະຫຼຽວສະຫຼາດ ​ທີ່ມີໄຫວ​ພິກ​ທີ່​ຄ່ອງ​ແຄ້ວ ,ມີຄວາມ​ມານະ​ອົດທົນ, ​ເດັດດ່ຽວ,​ ເຂັ້ມ​ແຂງ,ມີເຫດມີຜົນ, ເຮັດແທ້ທຳຈິງ, ມີຄວາມກ້າຫານ ແລະ ຄວາມເສຍສະຫຼະອັນສູງສົ່ງກັບພາລະກິດຕໍ່ສູ້ປົດປ່ອຍຊາດ ຂອງບັນດາທ່ານຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ຊຶ່ງຍາມໃດພວກເພິ່ນກໍ່ໄດ້ຍົກສູງຜົນປະໂຫຍດສ່ວນລວມຂອງຊາດ, ຂອງປະຊາຊົນຫຼາຍກວ່າຜົນປະໂຫຍດສ່ວນຕົວ ແລະ ຄອບຄົວ, ມີ​ນ້ຳ​ໃຈຮັກຊາດຮັກລະບອບໃໝ່ອັນດູດດື່ມ ແລະ ​ອົງອາດ​ກ້າຫານຕໍ່ສູ້ບໍ່ຍອມຈໍານົນ ຍອມເສຍສະຫຼະ​ເພື່ອ​ປະ​ເທດ​ຊາດ, ເພື່ອ​ປະຊາຊົນ ໂດຍນຳພາປະຊາຊົນລາວບັນດາເຜົ່າ ຕໍ່ສູ້ກັບ​ພວກ​ສັດຕູຜູ້ມາຮຸກຮານ ຢ່າງ​ບໍ່ຍອມ​ຈຳນົນ, ສາມາດ​ຂ້າມຜ່ານ ​ອຸປະສັກ​ນາໆປະການຢ່າງລະອິດລະອ້ຽວ​ ຈົນສາມາດຍາດເອົາໄຊຊະນະອັນຍິ່ງໃຫຍ່, ຍາດໄດ້ເອກະລາດ ນໍາເອົາຄວາມອຸດົມ ສົມບູນຄູນສຸກມາສູ່ປະ ເທດຊາດລາວເຮົາຢ່າງສະຫງ່າຜ່າເຜີຍຂຶ້ນໃນວັນທີ 02 ທັນວາ 1975. ນອກຈາກນັ້ນທ່ານ ນາງ ສົມວັນ ສູມວິໄລ ກໍາມະການປະຈໍາພັກເມືອງ, ຫົວໜ້າໂຄສະນາອົບຮົມເມືອງ ຍັງໄດ້ເຫລົ່າມູນເຊື້ອ ວັນຊາດສາທາລະນະລັດກູບາ ຄົບຮອບ 67 ປີ ຕື່ມອີກ.

    ການຈັດ​ຕັ້ງ​ປາຖະກະຖາໃນ​ຄັ້ງ​ນີ້ ກໍ່​ເພື່ອແນໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານພາຍໃນກົມກອງ, ຫ້ອງການອ້ອມຂ້າງເມືອງ ໃຫ້ຮັບຮູ້ເຊື່ອມຊຶມ, ກຳແໜ້ນຢ່າງເລິກເຊິ່ງກ່ຽວກັບທາດແທ້, ມູນເຊື້ອ, ຄຸນສົມບັດ-ສິນ​ທຳ​ປະຕິວັດ, ຄຸນງາມຄວາມດີ​ຂອງ​ກອງທັບປະຊາຊົນລາວ ກໍ່ຄືບັນດາຜູ້ນຳ​ປະຕິວັດ​ທີ່​ແສນ​ເຄົາລົບ​ຮັກ​ຂອງ​ປວງ​ຊົນ​ລາວ​ທັງ​ຊາດ ເພື່ອເປັນບົດຮຽນໃນການເຝິກຝົນຫຼໍ່ຫຼອມຕົນເອງ ໃຫ້ມີຄວາມກ້າວໜ້າ, ມີ​ຜົນງານ​ອັນ​ໃໝ່ ​ແລະ ​ສ້າງ​ໃຫ້​ກົມ​ກອງຫ້ອງການ​ມີ​ຄວາມເຂັ້ມແຂງ, ໜັກແໜ້ນເປັນກ້າວໆ.

Leave a Reply

Your email address will not be published. Required fields are marked *

kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet