Deprecated: Function WP_Dependencies->add_data() was called with an argument that is deprecated since version 6.9.0! IE conditional comments are ignored by all supported browsers. in /home/ptpslgov/public_html/wp-includes/functions.php on line 6131

Deprecated: Function WP_Dependencies->add_data() was called with an argument that is deprecated since version 6.9.0! IE conditional comments are ignored by all supported browsers. in /home/ptpslgov/public_html/wp-includes/functions.php on line 6131
ເມືອງສໍາພັນ ແຂວງ ຜົ້ງສາລີ ປາຖະກະຖາວັນແມ່ຍິງສາກົນຄົບຮອບ 116 ປີ -

ເມືອງສໍາພັນ ແຂວງ ຜົ້ງສາລີ ປາຖະກະຖາວັນແມ່ຍິງສາກົນຄົບຮອບ 116 ປີ

   ເມືອງສໍາພັນ ແຂວງ ຜົ້ງສາລີ ປາຖະກະຖາວັນແມ່ຍິງສາກົນຄົບຮອບ 116 ປີ

    ໃນວັນທີ 6 ມີນາ 2026 ນີ້, ຢູ່ທີສະໂມສອນເມືອງສໍາພັນ ແຂວງ ຜົ້ງສາລີ ໄດ້ຈັດປາຖະກະຖາວັນແມ່ຍິງສາກົນ ຄົບຮອບ 116 ປີ ໂດຍການເປັນປະທານຂອງ ທ່ານ ບຸນຮຽງ ແສນສຸລິນ ຮອງເລຂາພັກເມືອງ, ປະທານກວດກາພັກ-ລັດເມືອງ, ມີທ່ານ ນາງ ພວງມາລາ ສຸກສັນ ຮອງປະທານສະຫະພັນແມ່ຍິງເມືອງ, ມີຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການ, ອາດີດຄະນະບໍລິຫານງານສະຫະພັນແມ່ຍີງ, ພະນັກງານ-ລັດຖະກອນ, ຄະນະບໍລິຫານງານສະຫະພັນແມ່ຍີງ, ປະທານຄະນະໜ່ວຍຕະຫຼອດຮອດສະມາຊິກສະຫະພັນແມ່ຍິງ ອ້ອມຂ້າງເມືອງ ແລະ 2 ບ້ານ,ບ້ານນາ-ບ້ານນາໄຊເຂົ້າຮ່ວມ.

      ທ່ານນາງ ພວງມາລາ ສຸກສັນ ຮອງປະທານສະຫະພັນແມ່ຍິງເມືອງ ໄດ້ຫວນຄືນມູນເຊື້ອ ວັນແມ່ຍິງສາກົນ ວັນທີ 8 ມີ ນາ ແມ່ນວັນໜຶ່ງທີ່ມີຄວາມສໍາຄັນຂອງແມ່ຍິງໃນທົ່ວໂລກ ເນື່ອງຈາກເປັນວັນລະນຶກເຖິງໄຊຊະນະຂອງແມ່ຍິງທຸກຊັ້ນຄົນ ວັນແມ່ຍິງສາກົນ ກຳເນີດເກີດຂຶ້ນໃນທ່າມກາງທີ່ສະພາບເສດຖະກິດຂອງພວກສັກດີນາ ແລະ ນາຍທຶນຂະຫຍາຍຕົວ ເມື່ອໂຮງຈັກ, ໂຮງງານອຸດສະຫະກຳ ຂອງນາຍທຶນຂະຫຍາຍຕົວມັນໄດ້ສ້າງຄວາມຮັ່ງມີໃຫ້ແກ່ພວກນາຍທຶນ, ແຕ່ຊໍ້າພັດຍິ່ງເພີ່ມຄວາມທຸກຍາກລຳບາກ ໃຫ້ແກ່ຊາວຜູ້ອອກແຮງງານ ເວົ້າລວມ, ເວົ້າສະເພາະ ແມ່ນກຳມະກອນເພດຍິງ. ຢູ່ພາຍໃຕ້ລະບອບສັກດີນາ ແລະ ນາຍທຶນ,ແມ່ຍິງຖືກກົດຂີ່ຂູດຮີດຢ່າງໜັກໜ່ວງ,ເຮັດວຽກຫຼາຍຊົ່ວໂມງ ແຕ່ໄດ້ຮັບຄ່າຈ້າງແຮງງານດ້ວຍລາຄາຖືກ, ເຮັດວຽກບໍ່ມີການຮັບປະກັນ, ບໍ່ມີລະບອບປົກປັກຮັກສາ ສຸຂະພາບຂອງແມ່ຍິງ ແລະເດັກນ້ອຍ. ນອກຈາກນັ້ນ ແມ່ຍິງຍັງຖືກດູຖູກໝິ່ນປະໝາດ, ຖືກຖືເປັນຄືສິນຄ້າ, ເປັນເຄື່ອງຫລິ້ນ, ຖືກທຸບຕີ, ຖືກຂົ່ມຂືນທໍາສໍາເລົາ ແລະ ຖືກໄລ່ອອກຈາກວຽກ, ໃນເວລາຖືພາ, ເວລາອອກລູກ ຫຼື ເວລາ ເຈັບເປັນບໍ່ໄດ້ຮັບການປິ່ນປົວ. ໂດຍທົ່ວໄປແລ້ວ ແມ່ຍິງຊາວຜູ້ອອກແຮງງານ ໃນທົ່ວໂລກລ້ວນແຕ່ເປັນຜູ້ດຸໝັ່ນ, ຂະຫຍັນພຽນ ໃນການຜະລິດເຂົ້າປາ, ອາຫານ ແລະເຄື່ອງຂອງອື່ນໆ ເພື່ອລ້ຽງດູຄອບຄົວ ແລະສັງຄົມ ແຕ່ບໍ່ໄດ້ຮັບ ການເອົາໃຈໃສ່ ເບິ່ງແຍງດູແລຈາກສັງຄົມ. ຕໍ່ໜ້າສະພາບການ ແລະຄວາມທຸກທໍລະມານດັ່ງກ່າວ ກຳມະກອນແມ່ຍິງ ຮູ້ສຶກຄຽດແຄ້ນ, ຈຶ່ງໄດ້ສາມັກຄີກັນລຸກຂຶ້ນຕໍ່ສູ້, ທວງໃຫ້ພວກນາຍທຶນ. ຊຶ່ງແມ່ນເຈົ້າຂອງໂຮງຈັກ, ໂຮງງານ ຕ້ອງແກ້ໄຂຊີວິດການເປັນຢູ່ໃຫ້ເຂົາເຈົ້າ. ຕໍ່ໜ້າສະພາບການ ແລະ ຄວາມທຸກທໍລະມານດັ່ງກ່າວ ກຳມະກອນແມ່ຍິງໃນທົ່ວໂລກ ສາມັກຄີຮ່ວມແຮງຮ່ວມໃຈກັນຕໍ່ສູ້ ເພື່ອປົດປ່ອຍຕົນເອງ ແລະ ທວງເອົາສິດສະເໝີພາບປະຊາທິປະໄຕຄືກັນກັບເພດຊາຍ ນັບແຕ່ວັນທີ 8 ມີນາ 1910 ເປັນຕົ້ນມາ ຂະບວນການຕໍ່ສູ້ຂອງແມ່ຍິງໄດ້ແຜ່ຂະຫຍາຍອອກໄປສູ່ຫຼາຍປະເທດນາຍທຶນ ເຮັດໃຫ້ແມ່ຍິງຢຸດງານອອກມາເດີນປະທ້ວງແຮງງານຍິງ ແລະ ກອງປະຊຸມສະມັດຊາສະຕີສາກົນ ກ່ຽວກັບແມ່ຍິງໄດ້ຈັດຂຶ້ນຢູ່ເມືອງໂກເປນຮາກ ນະຄອນຫຼວງຂອງປະເທດເເດນມາກ ເຊິ່ງມີຜູ້ແທນ 100 ກວ່າຄົນ ຈາກ 17 ປະເທດເຂົ້າຮ່ວມ.ກອງປະຊຸມດັ່ງກ່າວ ໄດ້ຮັບ ຮອງ ແລະ ຕົກລົງເອົາ ວັນທີ 8 ມີນາ ຂອງທຸກໆປີ ເປັນວັນແມ່ຍິງສາກົນ.

     ນອກຈາກນັ້ນໃນພິທີຍັງໄດ້ມອບໃບຍ້ອງຍໍໃຫ້ແກ່ສະມາຊິກສະຫະພັນແມ່ຍິງຜູ້ທີມີຜົນງານດີເດັ່ນໃນການປະກອບສ່ວນວຽກງານດ້ານຕ່າງໆຕືກອີກ.

Leave a Reply

Your email address will not be published. Required fields are marked *

kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet