ເມືອງໃໝ່ສະເຫຼີມສະຫຼອງວັນສີ່ງແວດລ້ອມໂລກ ແລະ ວັນສີ່ງແວດລ້ອມແຫ່ງຊາດ 05 ມິຖຸນາ 2024
ພິທີດັ່ງກ່າວໄດ້ຈັດຂື້ນໃນຕອນເຊົ້າຂອງວັນທີ 5 ມິຖຸນາ 2024 ນີ້, ທີ່ສະໂມສອນ ເມືອງໃໝ່, ແຂວງຜົ້ງສາລີ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ສອນສະໜຸກ ສີສຸລາດ ເລຂາພັກເມືອງ ເຈົ້າເມືອງ-ເມືອງໃໝ່, ມີບັນດາກຳມະປະຈຳການພັກເມືອງ, ກຳມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ພະນັກງານລັດຖະກອນ, ຕະຫຼອດຮອດອົງການຈັດຕັ້ງສາກົນ ແລະ ເລຂາພັກນາຍບ້ານ 6 ບ້ານເທດສະບານເມືອງເຂົ້າຮ່ວມ.

ໃນພິທີ ທ່ານ ສຸກຈະເລີນ ສີເຕົ່າ ຫົວໜ້າຫ້ອງການຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມເມືອງ ໄດ້ຂຶ້ນຜ່ານປະຫວັດຄວາມເປັນມາ ຂອງວັນສິ່ງແວດລ້ອມໂລກ ແລະ ວັນສີ່ງແວດລ້ອມແຫ່ງຊາດ 5 ມິຖຸນາ 2024 ເຊິ່ງທ່ານໄດ້ໃຫ້ຮູ້ວາ: ໃນປີ 1948 ອົງການສາກົນ ເພື່ອອະນຸລັກທຳມະຊາດ ໄດ້ຈັດກອງປະຊຸມລະດັບສາກົນຄັ້ງປະຖົມມະລຶກກ່ຽວກັບການສຶກສາດ້ານສິ່ງແວດລ້ອມ ເຊິ່ງມີລັດຖະບານຂອງບັນດາປະເທດສະມາສິກ ບັນດາອົງການຈັດຕັ້ງຕ່າງໆຈາກທົ່ວໂລກເຂົ້າຮ່ວມ ເພື່ອກຳນົດນະໂຍບາຍ, ວິທີການ ແລະ ມາດຕະການຕ່າງໆ ເພື່ອປົກປັກຮັກສາ ແລະ ອະນຸລັກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໃຫ້ໄດ້ຮັບຜົນກະທົບນ້ອຍທີສຸດ ຈາກສີມືຂອງມະນຸດ ແລະ ທາງທຳມະຊາດສ້າງຂຶ້ນ ມີຄຳເຫັນສະເໜີແນວຄິດການພັດທະນາແບບຍືນຍົງ ໂດຍແນໃສ່ການພັດທະນາເສດຖະກິດ-ສັງຄົມ ຂອງບັນດາປະເທດໃນທົ່ວໂລກ ໂດຍຄຳນຶງເຖິງ ຜົນກະທົບດ້ານສິ່ງແວດລ້ອມທີຈະຕາມມາ, ກອງປະຊຸມໄດ້ເຫັນດີເປັນເອກພາບ ກຳນົດເອົາ ວັນທີ 5 ມິຖຸນາ ຂອງທຸກປີ ເປັນວັນສິ່ງແວດໂລກ ໃນປີນີ້ການສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກ ຄົບຮອບ 51 ປີ ນອກນັ້ນສຳລັບ ສປປ ລາວ ພັກ-ລັດ ກໍໄດ້ເອົາໃຈໃສ່ສົ່ງເສີມການປົກປັກຮັກສາ, ປູກຈິດສຳນຶກພ້ອມທັງປຸກລະດົມ ບຸກຄົນ, ການຈັດຕັ້ງພາຍໃນ ແລະ ຕ່າງປະເທດ ໃຫ້ເຫັນຄວາມສຳຄັນຂອງການມີສິ່ງແວດລ້ອມ ຂຽວ, ສະອາດ, ງາມຕາ ປາສະຈາກມວນລະພິດ ເຊິ່ງລາວເຮົາໄດ້ກຳນົດເອົາວັນທີ 5 ມິຖຸນາ ຂອງທຸກປິ ເປັນວັນສະເຫຼີມສະຫຼອງວັນສິ່ງແວດລ້ອມແຫ່ງຊາດ ເຊິ່ງປີ 2024 ນີ້ ແມ່ນຄົບຮອບ 25 ປີ: ພາຍໃຕ້ຄຳຂວັນ ( ຮວ່ມກັນຢຸດຕິທຳລາຍປ່າໄມ້, ຈູດປ່າໄມ້ແບບຊະຊາຍ ເພື່ອຟື້ນຟູດິນ, ຕ້ານໄພແຫ້ງແລ້ງ ແລະ ໄພນ້ຳຖ້ວມ).

ໂອກາດນີ້ ທ່ານ ສອນສະໜຸກ ສີສຸລາດ ໄດ້ໂອ້ລົມ ແລະ ຮຽກຮ້ອງມາຍັງພະນັກງານຫຼັກແຫຼງຂອງເມືອງ, ທຸກພາກສ່ວນໃນສັງຄົມ ຈົ້ງຮ່ວມແຮງຮ່ວມໃຈກັນປົກປັກຮັກສາສິ່ງແວດລ້ອມໂດຍຫັນປ່ຽນພຶດຕິກຳ ແລະ ຈິນຕະນາການ ຈາກການພັດທະນາເສດຖະກິດ-ສັງຄົມ ທີ່ທຳລາຍສິ່ງແວດລ້ອມ ມາເປັນການພັດທະນາທີ່ເປັນມິດຕໍ່ສີ່ງແວດລ້ອມເພື່ອໃຫ້ມີຄວາມຍືນຍົງ ແລະ ຍາວນານ. ເພື່ອຄຸນນະພາບຊີວິດຂອງປະຊາຊົນ, ສ້າງເມືອງໃໝ່ໃຫ້ມີຄວາມສະອາດງາມ ຕາມທິດ 3 ສໍ: ສະອາດ, ສີຂຽວ ແລະ ສີວິໄລຂື້ນເລື້ອຍໆ.
ນອກຈາກນັ້ນຍັງໄດ້ຈັດຂະບວນຍ່າງເພື່ອສຸຂະພາບ ພ້ອມທັງອະນາໃນຕາມເສັ້ນທາງເທດບານເມືອງ ເພື່ອເປັນການສະເຫຼີມສະຫຼອງວັນດັ່ງກ່າວຕື່ມອີກ
(ພາບ ຂ່າວ: ວັນວິໄລ ຖວທ)